ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-29 22:10:46    
ການ​ພົວພັນ​ມິດຕະພາບ​ຮ່ວມ​ມື​ກັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ

cri
ປະ​ເທດ​ອາ​ຊຽນ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທ່ີ​ມີ​ໄມຕີ​ຈິດ​ກັບ​ຈີນ,ຈີນ​ໄດ້ສ້າງສາຍ​ສຳ ພັນ​ການ​ທູດ​ກັບ​ປະ​ເທດ​ອາຊຽນ​ທັງ​ຫມົດແລ້ວ.

ໃນຕົ້ນຊຸດ​ປີ 90 ສະຕະວັດ​ທີ 20,ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ຮັບ​ການ​ຂະຫຍາຍຕົວ​ຢ່າງຮອບດ້ານ.​ເດ​ືອນກໍລະກົດ​ປີ 1991,ທ່ານ​ສຽນ​ສີ​ເສີນ ລັດ ຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ໄດ​້​ເຂົ້າຮ່ວມ​ພິທີ​ໄຂ​ກອງ​ປະຊຸມ​ລັດຖະມົນຕີ​ອາ​ຊຽນ ຄັ້ງທີ 24,ນີ້​ແມ່ນ​ຈີນ​ຕິດ​ຕໍ່​ພົວພັນ​ເປັນ​ທາງ​ການ​ກັບ​ອາ​ຊຽ​ນ​ເປັນຄັ້ງທຳ​ອິດ.​ແຕ່​ນັ້ນມາ,​ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ຈີນ​​ໄດ້​​ເຂົ້າຮ່ວມ​ກອງ​ປະ​ຂຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນທຸກ​ປີ.

​ເດືອນ​ກໍລະກົດ​ປີ 1994,​ໃນ​ຖານ​ເປັນ​ປະ​ເທດ​ຄູ່​ປຶກສາ​ຫາລື​ຂອງ​ອາຊຽນ,ຈີນ​ໄດ້​ເຂົ້າຮ່ວມ​ກອງປະຊຸມ​ເວທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນຄັ້ງປະຖົມມະ​ເລີກທ່ີ​ຈັດ​ຂຶ້ນ​ຢູ່​ບາງກອກ,​ໃນ​ກອງ ປະຊຸມ,ທ່ານ​ສຽນ​ສີ​ເສີນ ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ໄດ້​ບັນ​ລະ​ຍາຍ​ທັດສະນະ​ແລະ​ຫລັກ​ຫມັ້ນ​ຂອງ​ຈີນ​ຕໍ່​ບັນຫາ​ຄວາມ​ປອດ​ໄພ​ຂອງ​ພາກ​ພື້ນ​ອາຊີ​ປາຊິ​ຟິກ,​ໄດ້​ສະ​ເຫ​ນີຫລັກ 5 ປະກາ​ນກ່ຽວ​ກັບ​ບັນຫາ​ການ​ຮ່ວມ​ມື​ດ້ານ ຄວາມ​ປອດ​ໄພ​ອາຊີ​ປາຊິ​ຟິກ.​ເດືອນ​ເມສາ​ປີ 1995,​ກອງ​ປະຊຸ​ມ ປຶກສາ​ຫາລື​ກັນ​ລະຫວ່າງ​ເຈົ້າຫນ້າ​ທ່ີ​ອາວຸ​ໂສ​ຈີນ​ອາ​ຊຽນ​ຄັ້ງປະຖົມມະ​ເລີກໄດ້ຈັດ​ຂຶ້ນ​ຢູ່​​ເມືອງຫາງ​ໂຈ​ວຂອງ​ຈີນ.

​ເດືອນ​ກໍລະກົດ​ປີ 1996,ຈີນ​ໄດ້​ຈາກ​ປະ​ເທດ​ຄູ່​ປຶກສາ​ຫາລື​ຂອງອາ​ຊຽນ​ໃນ​ແຕ່​ກ່ອນ​ຂຶ້ນ​ເປັນ​ປະ​ເທດ​ຄູ່​ເຈລະຈາ​ຮອບດ້ານ​ຂອງ​ອາ​ຊຽນ.​ເດືອນ​ທັນວາ​ປີ 1997, ທ່ານ​ປະທານ​ຈຽງ​ເຈີ​ມິນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດບໍ່​ເປ​ັນທາງ​ການຂອງ​ອາ​ຊຽນກັບ​ຈີນ ຍ່ີ່ປຸ່ນ ສ.​​ເກົາຫລີ,ສອງ​ຝ່າຍ​ໄດ້​ປະກາດຖະແຫລ​ງ​ການ​ຮ່ວມ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ຈີນ​ອາ​ຊຽນ,​ໄດ້​ກຳນົດ​ທິດ​ແລະ​ຫລັກການ​ຊີ້​ນຳ​ການ​ພົວພັນ​ຄູ່​ໄວ້​ເນ້ຶອ​ເຊ່ືອ​ໃຈ​ກັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ລະຫວ່າງ​ຈີນ​ອາ​ຊຽນທ່ີ​ອວ່າຍຫນ້າ​ໄປ​ສູ່​ສະຕະວັດ​ທີ 21. ປີ 2003,ການ​ພົວພັນ​ຈີນ​ອາ​ຊຽນກໍ່​ໄດ້​ຂະຫຍາຍ​ໄປ​ຮອດ​ການ​ພົວພັນ​ຄູ່​ປະສານ​ງານ​ຍຸດ​ທະ​ສາດ,ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ໃຫຍ່​ປະ​ເທດ​ທຳ​ອິດທ່ີ​ຢູ່​​ນອກພາກ​ພື້ນ​ເຂົ້າ​ເປັນ​ພາຄີ​ສົນທິ​ສັນຍາ​ມິດຕະ ພາບ​ຮ່ວມ​ມື​​ອາຊີ​ອາຄະ​ເນ.​ແຕ່​ຈີນ​ກາຍ​ເປັນ​ປະ​ເທດ​ຄູ່​ເຈ​ລະນາ​ຂອງ​ອາຊຽນເມ່ືອ​ປີ 1996 ​ເປັນຕົ້ນມາ,ການ​ຮ່ວມ​ມື​ຂອງ​ສອງ​ຝ່າຍ,​ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດເສດ​ຖະກິດ​ການ​ຄ້າ​ໄດ້​ຮັບ​ການ​ຂະຫຍາຍຕົວ​ຮອບດ້ານ,ອາ​ຊຽນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ 5 ຂອງ​ຈີນ,ຈີນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ 6 ຂອງ​ອາຊຽນ​.ປີ 2002,ຈີນ​ແລະ​ອາ​ຊຽນ​ໄດ້​ກຳນົດ​ເປົ້າ​ຫມາຍ​ສ້າງ​ເຂດ​ການ​ຄ້າ​​ເສລີ​ໃນ​ປີ 2010.

​ເລີ່​ມ​ແຕ່ວັນ​ທີ 1 ຕຸລາ​ປີ 2003,ຈີນ​ແລະ​ໄທ​ໄດ້​ປະຕິບັດ​ແຜນການ​ບໍ່​ເກັບ​ພາສີ​ກ່ອນ​ຫມູ່​ໃນ​ດ້ານ​ການ​ຄ້າ​ຜະລິດ​ຕະພັນ​ກະສິກຳ​ເຊັ່ນ​ຫມາກ​ໄມ້​ແລະ​ຜັກ​ເກືອບ 200 ຊະນິດ.​ແຜນ ການ"​ຮັບ​ຜົນ​ໃນ​ໄລຍະ​ຕົ້ນ"​ໃນ​ຂອບ​ການ​ຄ້າ​ເສລີ​ຈີນ​ອາຊຽນກໍ່​ໄດ້​ປະຕິບັດ​ໃນຕົ້ນປີ​ນີ້.​ໃນ 10 ​ເດືອນ​ຕົ້ນປີ​ນີ້,ມູນ​ຄ່າ​ການ​ຄ້າ​ສອງ​ຕໍ່ສອງ​ຈີນ​ແລະ​ອາ​ຊຽນ​ໄດ້​ບັນລຸ​ເຖິງ 84 ຕື້ 610 ລ້ານ​ໂດ​ລາ​ສະຫະລັດ,​ເພ່ີມ​ຂຶ້ນ​ຫລາຍ​ກວ່າ​ເວລາ​ດຽວ​ກັນ​ຂອງ​ປີ 2003  35,2%.

​ເພ່ືອ​ເພ່ີມ​ທະວີ​ການ​ປະສານ​ສົມທົບ,ຈີນ​ໄດ້​ຖື"10 ບວກ 3"ຄື 10 ປະ​ເທດ​ອາ​ຊຽນກັບ​ຈີນ ຍ່ີ​ປຸ່ນ​ແລະ​ສ.​ເກົາຫລີ​ເປັນ​ຊ່ອງ​ທາງ​ຕົ້ນຕໍ,ຕັ້ງຫນ້າ​ເກາະ​ແຂນ​ກັບ​ອາ​ຊຽນຊຸກ​ຍູ້​ການ ຮ່ວມ​ມືຂອງອາຊີ​ຕາ​ເວັນ​ອອກ​ແລະ​ເຮັດ​ໃຫ້​ເສດຖະກິດພາກ​ພື້ນ​​ເຊ່ືອມ​ຕົວ​ເຂົ້າກັນ,ຈີນ​ຍັງ​ຕັ້ງຫນ້າ​ເຂົ້າຮ່ວມ​ແລະ​ຊຸກ​ຍູ້​​ໂຄງການ​ຮ່ວມ​ມື​ເສດຖະກິດ​ອະນຸ​ພາກ​ພື້ນ​ແມ່​ນຳ້ຂອງ.

ປະຈຸ​ບັນ,ການ​ປຶກສາ​ຫາ​ລືກັນ​ລະຫວ່າງ​ເຈົ້າຫນ້າ​ທ່ີ​ອາວຸ​ໂສ ຄະນະ​ມົນຕີ​ການ​ຄ້າ ຄະນະ​ກຳມະການ​ຮ່ວມ​ມື​ປະສົມ ຄະນະ​ກຳມະການ​ປະສົມ​ເສດຖະກິດ​ການ​ຄ້າ​ແລະ​ຄະນະ​ກຳມະ ການ​ປະສົມ​ວິທະຍາສາດ​ເຕັກນິກ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຮ່ວມ​ກັນ​ສ້າງ 5 ​ກົນ​ໄກ​ສົນທະ​ນາຮ່ວມມື​ກັນລະຫວ່າງ​ຈີນ​ອາ​ຊຽນ.