ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-29 22:35:54    
ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນທຸກ​ຄັ້ງທ່ີ​ຜ່ານ​ມາ

cri
ສະຫະພັນ​ປະ​ເທດ​ອາຊີ​ອາ​ຄະ​ເນ​ຄື​ອາ​ຊຽນນັບແຕ່ມື້​ສ້າງຕັ້ງຂຶ້ນ​ເມ່ືອ​ປີ 1967 ມາ​ນີ້​ໄດ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ 9 ຄັ້ງ​ແລ້ວ.

ແຕ່ວັນ​ທີ 23 ຮອດ​ວັນ​ທີ 24 ກຸມພາ​ປີ 1976,ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ເກາະ​ບາ​ຫລີ​ແຫ່ງ​ອິນ​ໂດ​ເນ​ເຊຍ.ຜູ້ນຳ​ສຸດ​ຍອດ​ຂອງ 5 ປະ​ເທດ​ອາ​ຊຽນ​ໄດ້​ເຊັນ​ສົນທິສັນຍາ​ມິດຕະພາບ​ຮ່ວມ​ມື​ອາຊີ​ອາຄ​ະ​ເນ​ແລະ​ຄຳ​ຖະ​ແຫລ​ງການ​ສະຫະພັນ​ປະ​ເທດ​ອາຊີ​ອາຄະ​ເນ​ປະສາ​ນສົມທົບ​ເປັນ​ເອກະ​ສັນ​ກັນ.

​ແຕ່​ວັນ​ທີ 4 ຮອດ​ວັນ​ທີ 5 ສິງ​ກາປີ 1977,ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ​ສອງ​ໄດ້​ໄຂ​ຂຶ້ນ​ຢູ່​ກົວ​ລາ​ລຳ​​ເປີ ນະຄອນຫລວງ​ແຫ່ງ​ມາ​ເລ​ເຊຍ.ກອງ​ປະຊຸມ​ໄດ້​ຕົກລົງ​ວ່າ​ອາ​ຊຽນຈະ​ເປີດ​ກວ້າງ​ການ​ຮ່ວມ​ມື​ເສດຖະກິດ​ພາກ​ພື້ນ,​ເພ່ີມ​ທະວີ​ການ​ສົນທະນາ​ແລະ​ການ​ພົວພັນ​ເສດຖະກິດ​ກັບ​ອາ​ເມ​ລິ​ກາ ຍ່ີ​ປຸ່່ນ ອົສຕຼາລີ​​ເປັນຕົ້ນ​ແລະ​ປະຊາ​ຄົມ​ເອີ​ລົບ.

​ແຕ່​ວັນ​ທີ 14 ຮອດ​ວັນ​ທີ 15 ທັນວາ​ປີ 1987,ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ​ສາມ​ໄດ້​ຈັດ​ຂຶ້ນ​ຢູ່​ມາ​ນີລາ​ແຫ່ງ​ຟິລິບ​ປິນ.ກອງ​ປະຊຸມ​ໄດ້​ຜ່ານ​ຄຳ​ຖະ​ແຫລ​ງການ​ມາ​ນີລາ.

​ແຕ່​ວັນ​ທີ 27 ຮອດ​ວັນ​ທີ 28 ມັງກອນປີ 1992,ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ 4 ​ໄດ້​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ.ຜູ້ນຳ​ສຸດ​ຍອດ​ຂອງ 6 ປະ​ເທດ​ອາ​ຊຽນ​ໄດ້​ເຊັນ​ຄຳ​ຖະ​ແຫລ​ງການ​ສິງກະ​ໂປ​ປີ 1992​ແລະ​ສັນຍາ​ຂອບ​​ເພ່ີມ​ທະວີ​ການຮ່ວມ​ມື​ເສດຖະກິດ ອາ​ຊຽນ.

​ແຕ່​ວັນ​ທີ 14 ຮອດ​ວັນ​ທີ 15 ທັນວາ​ປີ 1995,ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ 5 ​ໄດ້​ຈັດ​ຂຶ້ນ​ຢູ່​ບາງກອກ ນະຄອນຫລວງ​ຂອງ​ໄທ.ກອງ​ປະຊຸມ​ໄດ້​ຜ່ານ​ຄຳ​ຖະ​ແຫລ​ງ ການ​ບາງກອກ,​ໄດ້​ເຊັນ​ເອກະສານ 38 ສະບັບ​ທ່ີ​ຫມາຍ​ຈະຊຸກ​ຍູ້​ໃຫ້​ເພ່ີມ​ທະວີການ​ຮ່ວມ​ມື​ເຊ່ິງກັນ​ແລະ​ກັນ​ໃນ​ຂົງ​ເຂດ​ການ​ເມືອງ ​ເສດຖະກິ​ດ​ເປັນຕົ້ນ.ກອງ​ປະຊຸມ​ຍັງ​ຕົກລົງ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ບໍ່​ເປັນ​ທາງ​ການ​ເທ່ືອຫນ່ຶງ​​ຢູ່​ລະຫວ່າງກາງ​ກອງ​ປະຊຸມ​ສຸດ​ຍອດ​ທາງ​ການ​ສອງ​ເທ່ືອ.ຜູ້ນຳ​ສຸດ​ຍອດ​ຂອງ 7 ປະ​ເທດ​ອາ​ຊຽນ​ແລະ​ຜູ້ນຳ​ສາມ​ປະ​ເທດ​ຄືລາວ ມຽນມາ ກຳປູ​ເຈຍ​ເຊ່ິງ​ໃນ​ຄາວ​ນັ້ນຍັງ​ບໍ່​ທັນ​ເຂົ້າ​ເປັນ​ສະມາຊິກ​ກຸ່ມ​ອາ​ຊຽນ​ເທ່ືອຕ່າງ​ຕາງ​ຫນ້າ​ລັດຖະບານ​ປະ​ເທດ​ຕົນ​ເຊັນ​ສົນທິສັນຍາ​ເຂດ​ປອດ​ນີວ​ເຄຼຍອາຊີ​ອາຄະ​ເນ.

​ແຕ່​ວັນ​ທີ 15 ຮອດ​ວັນ​ທີ 16 ທັນວາ​ປີ 1998,ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັງທີ 6 ​ໄດ້​ຈັດ​ຂຶ້ນ​ຢູ່​ຮາ​ໂນ້ຍ ນະຄອນຫລວງ​ຫວຽດນາມ.ກອງ​ປະຊຸມ​ໄດ້​ຜ່ານ​ເອກະສານ​ຕ່າງໆ​ທ່ີ​ມີ​ຈຸດປະສົງ​ຊຸກ​ຍູ້​ໃຫ້​ອາ​ຊຽນ​ເພ່ີມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ ການ​ເມືອງ​ແລະ​ຄວາມ​ປອດ​ໄພ.​ເຊັ່ນ​ຄຳ​ຖະ​ແຫລ​ງການ​ຮາ​ໂນ້ຍ ​ໂຄງການ​ປະຕິບັດ​ງານ​ຮາ​ໂນ້ຍ​ເປັນຕົ້ນ.

​ແຕ່​ວັນ​ທີ 5 ຮອດ​ວັນ​ທີ 6 ພະຈິກ​ປີ 2001,ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ 7 ​ໄດ້​ຈັດ​ຂຶ້ນ​ຢູ່​ອ່າວ​ສີລີ​ເບ​ກາ​ວານ ນະຄອນຫລວງ​ບຼູ​ໄນ.ຜູ້ນຳ 10 ປະ​ເທດ​ອາ​ຊຽນ​ໄດ້​ສຳ​ຫລວດ​ຜ່ານ​ບົດ​ລາຍ​ງານ​ໄລຍະ​ກາງຂອງ​ແຜນການ​ປະຕິບັດ​ງານ​ຮາ​ໂນ້ຍ,​ແລະ​ຕົກລົງ​ໂຄງການ​ຮ່ວມ​ມື​ບູລິ​ມະ​ສິດ​ໃນ​ດ້ານ​ເລັ່ງລັດ​ເຊ່ືອມ​ໂຍງ​ພາກ​ພື້ນ​ອາ​ຊຽນ ພັດທະນາ​ຂ້ໍ​ມູນ​ຂ່າວ​ສານ​ແລະ​ເຕັກນິກ​ໂທລະ​ຄົມ​ພ້ອມ​ດ້ວຍ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ເປັນຕົ້ນ.

​ແຕ່​ວັນ​ທີ 4 ຮອດ​ວັນ​ທີ 5 ພະຈິກ​ປີ 2002,ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ 8 ​ໄດ້​ຈັດ​ຂຶ້ນ​ຢູ່​ພະນົມ​ເປັນ​ ນະຄອນຫລວງ​ກຳປູ​ເຈຍ.ຜູ້ນຳ 10 ປະ​ເທດ​ໄດ້​ລົງ​ເລິກ ຫາລື​ຢ່າງ​ກວ້າງຂວາງ​ກ່ຽວ​ກ​ັບບັນຫາ​ພາກ​ພື້ນ​ແລະ​ບັນຫາສາກົນ​ທ່ີ​ສົນ​ໃຈ​ນຳ​ກັນ​ເຊັ່ນ​ການເຊ່ືອມ​ໂຍງຂອງ​ອາ​ຊຽນ ​ການໂຈມ​ຕີ​ລັດທິ​ກໍ່​ການ​ຮ້າຍ​ເປັນຕົ້ນ,​ແລະ​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ,​ໄດ້​ເຊ​ັນສັນຍາ​ການທ່ອງທ່ຽວ​ອາ​ຊຽນ.

​ແຕ່​ວັນ​ທີ 7 ຮອດ​ວັນ​ທີ 8 ຕຸລາ​ປີ 2003,ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ 9 ​ໄດ້​ຈັດ​ຂຶ້ນ​ຢູ່​​ເກາະ​ບາ​ຫລີ​ແຫ່ງ​ອິນ​ໂດ​ເນ​ເຊຍ.​ໃນກອງ​ປະຊຸມ​ໄດ້​ຜ່ານ​ຄຳ​ຖະ​ແຫລ​ງການ​ສຳ​ບັບຫນ່ຶງ​ທ່ີ​ຫມາຍ​ຈະ​ສ້າງຕັ້ງປະຊາ​ຄົມ​ອາ​ຊຽນທ່ີ​ຄ້າຍຄື​ກັບ​ສະຫະພາບ​ເອີ​ລົບ​ໃນ​ປີ 2020,ຕົກລົງ​ອາ​ຊຽນຈະຮ່ວມ​ກັນ​ກ້າວໄປ​ສູ່​ປະຊາ​ຄົມ​ທ່ີ​ມີ​ການ​ພົວພັນແໜ້ນ​ແຟ້ນກວ່າ​ເກົ່າ.