ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-29 22:51:10    
​ເອົາ​ໃຈ​ໃສ່​ເຕັກ​ນ້ອຍ

cri Author: huang

ທ່ານ​ຊູ​ໂຮມ​ລິນ​ສ໌ກີ​ນັກ​ທິດ​ສະ​ດີກາ​ນສຶກສາ​ທີ່​ມີ​ຊື່​ສຽງ​ຂອງ​ອະດີດ​ສະຫະພາບ​ໂຊ​ວຽດ​ເຄີ​ຍ​ເວົ້າ​ວ່າ:ຢູ່​ໃນ​ໂລກ​ນີ້,ສ່ິງ​ທີ່​ເປັນຕາ​ຢ້ານ​ທີ່​ສຸດ​ແລະ​ຕ້ອງການ​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ພ້ອມ​ທັງ​ປະ​ໂລມ​ໃຈ​ຢ່າງ​ໂອບອ້ອມ​ອາລີ​ທີ່​ສຸ​ດນັ້ນ​ແມ່ນ​ໃຈ​ຂອງ​ເດັກນ້ອຍ​ທີ່​ຖືກ​ບາດ​​ເຈັບ​ແລະ​ຖືກ​ທຳລາຍ.

ພໍ່​ແມ່​ເອີ້​ຍ!ຖ້າ​ລູກ​ຕາຍ​ໄປ,ພໍ​່​ແມ່​ເສຍ​ໃຈ​ນຳ​ລູກ​ເນີ,ພໍ​່​ແມ່​ຄວນ​ຮູ້ສຶກ​ພູມ​ໃຈ​ນຳ​ຄວາມ​ກ້າຫານ​ຂອງ​ລູກ,​ເມື່ອ​ລູກຕາຍ​ແລ້ວ,ຂໍ​ໃຫ້​ພໍ່​ແມ່​ຈັດ​ພິທີ​ປົງ​ສົບ​ໃຫ້​ໃຫຍ່ໆ,​ເພື່ອ​ໃຫ້​ຄົນ​ທັງຫຼາຍ​ຈື່​ລູກ​ໄວ້…… ນີ້​ແມ່ນ​ຈົດຫມາຍ​ຂອງ​ເດັກນ້ອຍ​ປາ​ແລັດ​ສະຕິ​ດຜູ່​ນ່ຶງ​ທີ່​ອາຍຸ​ພຽງ​ແຕ່ 16 ປີ​ຊື່ວ່າ​ຊາ​ຮິບຂຽນ​ປະ​ໄວ້​ໃຫ້​ຄອບຄົວ​ກ່ອນ​ຈະ​ອອກ​ຈາກ​ເຮືອນ​ໄປ​,​ເດັກ​ຊາຍ​ຜູ່​ນີ້​ເອົາລະ​ເບີດ​ມັດ​ໃສ່​ເຕັມ​ໂຕ,ຕັດ​ສິນ​ໃຈ​ສະຫຼະ​ຊີວິດ​ເລືອດ​​ເນື້ອ​ຂອງຕົນ,​ເພື່ອ​ແກ້​ແຄ້ນ​ສັດ​ຕູ,​ໃນ​ໃຈ​ຂອງ​​ເດັກ​ຊາຍ​ຜູ່ນີ້​ຖື​ວ່າ​ຕົນ​ເອງ​ແມ່ນ​ວິລະ​ຊົນ​ຜູ່​ຫນ່ຶງ,​ເດືອນ​ພະຈິກ ປີ 2003--- ທ້າວ​ຊາ​ຮິບ ​ໄດ້​ກາຍ​ເປັນ​ລະ​ເບີດ​ມະນຸດ​ທີ່​ຫນຸ່ມ​ນ້ອຍ​ກວ່າ​ຫມູ່​ແຕ່​ເກີດ​ເຫດການ​ປະ​ທະ​ກັນ​ຢ່າງ​ນອງ​ເລືອດ​ລະຫວ່າງ​ປາ​ເລັດ​ສະຕິນກັບ​ອິດສະ​ລາ​ແອນ​ເມື່ອ​​ເດືອນ​ກັນຍາ​ປີ 2000 ມາ​ນີ້.

ເມື່ອ​ເວົ້າ​ເຖິງ​ເດັກນ້ອຍ ພວກ​ເຮົາ​ກໍ​ຄຶດ​ເຫັນ​ໃບ​ຫນ້າ​ອັນ​ບໍລິສຸດ​ຜຸດ​ຜ່ອງ​ຂອງ​ພວກ​ເຂົາ​ທີ່​ໄຮ້​ດຽງສາ,ບໍ່​ເປັນ​ຫ່ວງ​ເປັນ​ໃຍ​ຫຍັງ​ຫມົດ,ຄື​ວ່າຄວາມ​ອຸກ​ອ່ັງ​ທໍລະມານ​ໃດໆ​ໃນ​ໂລກ​ນີ້​ບໍ່​ກ່ຽວ​ຫຍັງ​ກັບ​ພວກ​ເຂົາ,​ແຕ່​ກໍ່​ແມ່ນ​ເດັກນ້ອຍຢູ່​ໃນ​ໄວ​ຄື​ກັບ​ດອກ​ໄມ້​ທີ່​ພວມ​ເປ່ັງ​ບານ​ນີ້​ເອງ​ໄດ້,ຖື​ເອົາ​ການ​ແກ້​ແຄ້ນ​ເປ​ັນອຸດົມ​ຄະຕິ​ພຽງ​ຢ່າງ​ດຽວຂອງ​ຕົນ​ການ​ສະຫຼະ​ຊີບ​ພ້ອມ​ກັບ​ສັດຕູ​ເປັນ​ເລື່ອງ​ທີ່​ອົງອາດ​ກ້າຫານ,ມີ​ຄົນ​ເວົ້າ​ວ່າ,​ໃຈ​ຂອງ​ເດັກນ້ອຍ​ສະອາດ​ຄື​ກັບ​ເຈ້ຍ​ຂາວ​ໃບ​ຫນ່ຶງ,ສະພາບ​ແວດ​ລ້ອມ​ແລະ​ປະສົບ​ການ​ໃນ​ຊີວິດ​ຂຽນ​ຫຍັງ​ໃສ່,ມັນ​ກໍ່​ເປັນອັນ​ນັ້ນ,​ແຕ່​ຢູ່​ໃນ​ໃຈ​ພວກ​ເດັກນ້ອຍ​ເຫຼ່ົາ​ນີ້ມ​ີ​ແຕ່​ເງົາ​ມືດ​ຂອງ​ສົງຄາມ.ຄວາມ​ອາ​ຄາດ​ບາດຫມາງ​ເລ​່ີມອອກ​ຫນ່ໍ​ຈໍ່​ແຫນງ.

ທ່ານ​ຮູ​ເວີ ປະທານາທິບໍດີ​ຜູ່​ທີ 31 ຂອງ​ອາ​ເມ​ລິ​ກາ,ນັກວິຊາ​ກ່ຽວ​ກັບ​ການ​ຕ້ອງ​ໂທດ​ເວົ້າ​ວ່າ:​ເດັກນ້ອຍແມ່ນ​ຊັບພະຍາກອນ​ທຳ​ມະ​ຊາດ​ອັນ​ປະ​ເສີດ​ທີ່​ສຸດ​ຂອງ​ມວນ​ມະນຸດ​ແລະ​ກໍ່​ແມ່ນ​ອະນາຄົດ​ຂອງ​ມວນ​ມະນຸດ.

ທ່ານ​ອົສກາ ວາຍ​ດ໌ນັກ​ແຕ່ງ​ບົດ​ລະຄອນ ນັກ​ກະວີ​ຂອງ​ອັງກິດ​ສະຕະວັດ​ທີ 19 ​ເວົ້າ​ວ່າ,ວິທີ​ທີ​ສອນ​ໃຫ້​ເດັກນ້ອຍ​ມີ​ໃຈ​ບຸນ​ກໍ​ແມ່ນ​ໃຫ້​ພວກ​ເຂົາ​ມ່ວນ​ຊືນ​ເລື້ອຍໆ.ທີ່​ນີ້,ຂ້າພະ​ເຈົ້າ​ມີ​ແຕ່​ຫວັງ​ຢາກ​ໃຫ້​ມີ​ມື້​ໃດ​ມື້​ຫນ່ຶງ,ພວກ​ເດັກນ້ອຍ​ຂອງ​ພວກ​ເຮົາ​ຈ່ົງ​ເຕີບ​ໂຕ​ຢູ່​ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ,ບໍ່​ມີ​ສົງຄາມ​ແລະ​ການ​ຂ້າ​ຟັນ​ລັນ​ແທງ​ກັນ,ບໍ່​ມີ​ຄວາມທຸກ​ທໍລະມານ​ແລະ​ຄວາມ​ອາ​ຄາດ​ບາດຫມາງ,ພວກ​ເດັກນ້ອຍ​ທັງຫຼາຍ​ຍີ້ມ​ແຍ້ມ​ແຈ່ມ​ໃສ​ຄື​ກັບ​ແສງຕາ​ເວັນ,ບໍ່​ມີ​ເລື່ອງ​ອຸກ​ອ່ັງ​ເຕີບ​ໂຕ​ຢ່າງ​ມ່ວນ​ຊື່ນ