ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-30 10:47:07    
ບັນ​ດາ​ກອງ​ປະ​ຊຸມ​ອາ​ຊຽນ​ຈະ​ນຳ​ເອົາ​ໂອ​ກາດ​ພັດ​ທະ​ນາ​ອັນ​ໃຫມ່​ແກ່​ລາວ----ສຳ​ພາດ​ທ່ານ​ຊູ​ນິງ​ນິງ ກຳ​ມະ​ການ​ຝ່າຍ​ຈີນ​ຂອງ​ຄະ​ນະ​ມົນ​ຕີ​ວຽກ​ງານ​ການ​ຄ້າ​ຈີນ​ອາ​ຊຽນ

 


cri Author: sayvanny

ຜູ່​ນຳ​ຂອງ 10 ປະ​ເທດ​ອາ​ຊຽນ, ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ 10 ,​ແລະ​ຈະ​ເຂົ້າ​ຮ່ວມ​ບັນດາ ກອງ​ປະຊຸມ​ສຸດ​ຍອດ​ກັບ​ຜູ່​ນຳ​ບັນ ດາ​ປະ​ເທດຄູ່​ຮ່ວມ​ອາ​ຊຽນທີ່​ຈັດ​ຂຶ້ນ​ຢູ່​ວຽງ​ຈັນ ນະ​ຄອນ​ຫລວງ​ສປປ​ລາວ. ທ່ານ​ຊູ​ນິງ​ນິງ ກຳ​ມະ​ການ​ຝ່າຍ​ຈີນ​ຂອງ​ຄະນະ​ມົນຕີ​​ການ​ຄ້າ​ຈີນ​ອາ​ຊຽນ​ເຫັນ​ວ່າ, ບັນ​ດາ​ກອງ​ປະຊຸມ​ສຸ​ດຍອດ​ອາ​ຊຽນ​ລະ​ບົບ​ຫນຶ່ງ​ຈະ​ນຳ​ເອົາ​ໂອກາດ​ພັດ ທະ​ນາ​ອັນ​ໃຫມ່​​ແກ່ລາວ.

ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ, ທ່ານ​ຊູ​ນິງ​ນິງ ກຳ​ມະ​ການ​ຝ່າຍ​ຈີນ​ຄະ​ນະ​ມົນຕີ​​ການ​ຄ້າ​ຈີນ​ອາ​ຊຽນ​ເວົ້າ​ວ່າ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ລາວ​ຢູ່​​ອາຊີ​ອາຄະ​ເນ​ຂ້ອນ​ຂ້າງ​ຫລ້າ​ຫລັງ, ແມ່ນ​ປະ​ເທດ​ສະ​ມາ​ຊິກ​ທີ່​ເຂົ້າຮ່ວມ​ກຸ່ມ​ອາ​ຊຽນອ່າວ​ຊ້າ​ແດ່.​ໃນ​ຖານ​ເປັນເຈົ້​ພາບ​ບັນ​ດາ​ກອງ​ປະຊຸມ​ສຸດ​ຍອດ​​ຂອງ​ປີ​ນີ້​ແລ້ວ​ຈັດ​ກອງ​ປະຊຸມ​ສາກົນ​ຂະ​ຫນາດ​ໃຫຍ່​ປານ​ນີ້,​ມີ​ຄວາມ​ຫມາຍ​ຫລັກ​ຫມາຍ​ທາງ​ສຳ​ຄັນ​ຍິ່ງ​ຕໍ່ການ​ພັດທະນາ​ຂອງ​ສປປລາວ.

​ໃນ​ສາຍ​ຕາ​ຂອງ​ຜູ່​ຊ່ຽວຊານ​ທີ່​ຄົ້ນ​ຄວ້າ​ການ​ພົວ​ພັນ​ຈີນ​​ອາ​ຊຽນ​ໂດຍ​ຈຳ​ເພາະ​ຜູ່​ນີ້, ລາວ​ເປັນ​ປະ​ເທດ​ມີ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ອຸດ​ອົມ​ສົມ​ບູນ, ສະ​ຖາ​ນະ​ການ​ການ​ເມືອງ​ແລ​ະ​ນະ​ໂຍ​ບາຍ​ຫມັ້ນ​ທ່ຽງ, ​ເຖິງ​ວ່າການ​​ເປີດປະ​ຕູ​ສູ່​ໂລກ​ພາຍ​ນອກ​ອ່າວ​ຊ້າ​ແດ່, ​ແຕ່​ລາວມີ​ຊາຍ​ແດນ​ຕິດ​ກັບ 5 ປະ​ເທດ ​ເຊິ່ງ​ລວມ​ທັງ​ຈີນ, ສະນັ້ນ​ມີ​ທ່າ​ແຮງ​ທີ່​ຕັ້ງ​ແລະ​ເທ​ສະ​ພັດ​ທະ​ນາ​ຂ້ອນ​ຂ້າງ​ຫລາຍ​ໃນ​ລະ​ດັບ​ໃດ​ຫນຶ່ງ. ບັນ​ດາ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ຈັດ​ຂຶ້ນ​ຢູ່​ລາວ​ເທື່ອ​ນີ້ຈະ​ເຮັດ​ໃຫ້​ຄົນ​​ຮູ້ຈັກ​ກັບ​ລາວຍິ່ງ​ຫລາຍ, ມີ​ຜົນ​ດີ​​ໃຫ້​ລາວ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ຕັ້ງ​ທີ່​ບົ່ມ​ຊ້ອນ​ຂອງ​ເຂົາ.ທ່ານ​ເວົ້າວ່າ:

ບັນ​ດາ​ກອງ​ປະຊຸມ​ສຸ​ດຍອດ​ຈັດ​ຂຶ້ນ​ຢູ່​ລາວ, ຈະ​ຍົກ​ຖານະ​ຂອງ​ລາວ​ໃນ ປະຊາ​ຄົມ​ໂລກ​ແລະ​ວຽກ​ງານ​ພາກ​ພື້ນ​ໃຫ້​ສູງ​ຂຶ້ນ​ຢ່າງ​ຫລວງ​ຫລາຍ, ​ເຊິ່ງຈະ​ມີ​ຜົນ​ດີ​ຕໍ່​ການ​ເປີດ​ກວ້າງ​ການ​​ໄຂ​ປະຕູ​ສູ່​ໂລກ​ພາຍ​ນອກ​ຂອງ​ລາວ, ມີ​ຜົນ​ດີ​​ໃຫ້​ລາວ​ຮ່ວມມື​ກັບ​ປະຊາ​ຄົມ​ໂລກ, ພ້ອມ​ກັນນັ້ນ ກໍ່​ຈະ​ນຳ​ເອົາ​ໂອກາດ​ພັດະ​ທນາ​ອັນ​ໃຫມ່​​ແກ່​ລາວ.

ກ່ອນ​ນີ້​ສອງ​ມື້, ​ກອງ​ປະຊຸມ​ສຸດ​ຍອດອາ​ຊຽນດ້ານ​ການ​ຄ້າ​ແລະ​ການ​ລົງທຶນຄັ້ງທີ 2 ກອງ​ປະຊຸມ​ຫນຶ່ງ​ຂອງ​ບັນ​ດາ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ໄດ້​ຈັດ​ຂຶ້ນຢູ່​ວຽງ​ຈັນ.ນັກທຸລະກິດ​ແລະ​ຜູ່​ລົງທຶນ​ທີ່​ມາ​ຈາກ 10 ປະ​ເທດ​ອາ​ຊຽນ ຈີນ ຍີ່​ປຸ່ນ ສາທາລະນະ​ລັດ​ເກົາຫລີ ອິນ​ເດຍ ອົສຕຼາລີ ນູ​ແວນ​​ເຊ​ລັງ ອາ​ເມ​ລິ​ກາ​ແລະ​ສະຫະພາບ​ເອີ​ລົບ​​ຮ້ອຍ​ຄົນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້,ພວກ​ທ່ານ​ໄດ້​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ຄື ຊອກ​ຫາ​ໂອກາດ​ການ​ຄ້າ​ໃນ​ຂົງ​ເຂດ​ການ​ຄ້າ​ແລະ​ການ​ລົງທຶນ​ເປັນຕົ້ນ.ທ່ານ​ຊູ​ນິງນິງ​ເວົ້າວ່າ:

ນັກ​ທຸ​ລະ​ກິດ​ທີ່​ມີ​ຊື່​ສຽງ​ຫລາຍ​ປານ​ນີ້​ເຕົ້າ​ໂຮມ​ກັນ​ຢູ່​ວຽງ​ຈັນ​ແມ່ນ​ເຫັນ​ຫນ້ອຍ​ໃນ​ປະ​ຫວັດ​ສາດ​ລາວ.ກອງ​ປະຊຸມ​ເທື່ອ​ນີ້​ມີ​ຜົນ​ດີ​​ໃຫ້​ລາວ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ຍິ່ງ​ຫລາຍ,ທຶນ​ຕ່າງປະ​ເທດ​ເຫລົ່າ​ນີ້​ບໍ່​ພຽງ​ແຕ່​​ມາ​ຈາກ​ປະ​ເທດ​ອາ​ຊຽນ​ທໍ່​ນັ້ນ.​ເຊິ່ງ​ສາ​ມາດ​ເຮັດ​ໃຫ້​ລາວ​ໄດ້​ມີ​ການ​ພັດ​ທະ​ນາ​ຂ້ອນ​ຂ້າງ​ໄວ​ໃນ​ດ້ານ​ການຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ທ່ອງ​ທ່ຽວ ກະ​ສິ​ກຳ ປ່ານ​ໄມ ຊົນ​ລະ​ປະ​ທານ​ແລະ​ບໍ່​ແຮ່​ເປັນຕົ້ນ.

ນອກ​ນີ້ ບັນ​ດາ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ເທື່ອ​ນີ້​ຈະ​ມີ​ຜົນ​ສະ​ທ້ອນ​ພິ​ເສດ​ຕໍ່​ການ​ພັດ​ທະ​ນາ​ຂອງ​ລາວ​ກໍ່​ຄື​ຂອງ​ອາ​ຊຽນ.

ທ່ານ​ຊູ​ນິງນິງ​ເວົ້າວ່າ:

ກອງ​ປະ​ຊຸມ​ເທື່ອ​ນີ້​ຈະ​ເຊັນ​ເອ​ກະ​ສານ​ສຳຄັນ​ຫລາຍ​ສະບັບ.​ໃນ​ນັ້ນ ລວມທັງ​ແຜນປະຕິບັດ​ງານ​ວຽງ​ຈັນ​ທີ່​ຈະ​ຮັບ​ຜ່ານ​ຮັບຮອງ​ຢູ່ພາຍ​ໃນ​ອາ​ຊຽນຈະ​ຜ່ານ.​ແຜນການ​ນີ້​ແມ່ນ​ເອກະ​ສານ​ສຳຄັນ​ທີ່​ຊຸກ​ຍູ້​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ, ​ເຊິ່ງ​ຈະ​ເກີດ​ມີ​ຜົນ​ສະ​ທ້ອນ​ສຳ​ຄັນ​ຄັ້ງ​ປະ​ຫວັດ​ສາດ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ອາ​ຊຽນ ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ເຊິ່ງ​ລວມ​ທັງ​ລາວ ​ຈົນ​ກະ​ທັ້ງ​ຫັນ​ເສດ​ຖະ​ກິດ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ເປັນ​ເອກະ​ພົບ​ດຽວ.

ຕາມ​ຊາບ​ວ່າ, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ 10 ທີ່​ຈັດຂຶ້ນ​ຢູ່​ວຽງ​ຈັນ​ຈະ​ພິຈາລະນາ​ຜ່ານ​​ແຜນປະຕິບັດ​ງານ​ວຽງ​ຈັນ ​ເຊິ່ງ​ແມ່ນ​ແຜນການສະບັບ​ໃຫມ່​ທີ່​ຜູ່​ນຳ​ອາ​ຊຽນວາງ​ອອກ​ເພື່ອ​ບັນລຸ​ເປົ້າຫມາຍ​ສ້າງ​ປະຊາ​ຄົມ​ອາ​ຊຽນ.​ແຜນການ​ດັ່ງກ່າວ​ໄດ້​ກຳນົດ​ເປົ້າຫມາຍ​ຮ່ວມ​ມື​ແລະ​ການຈັດ​ວາງ​ການ​ເຄື່ອນ​ໄຫວ​ທາງ​ການ​ເມືອງ ​ເສດຖະກິດ​ແລະ​ວັດທະນະທຳ​ຂອງ​ປະ​ເທດ​ອາ​ຊຽນ​ແຕ່​ປີ 2004 ຫາ​ປີ 2010,ຈະ​ກາຍ​ເປັນ​ແຜນການ 6 ປີ​ອີກສະບັບ​ຫນຶ່ງ​ທີ່​ຫມາຍ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ ການ​ເມືອງ​ແລະ​ຄວາມ​ປອດ​ໄພ​ຂອງ​ອາ​ຊຽນ.

1  2