ຢູ່ປະເທດຈີນມີຊາວເຜົ່າມົ້ງເກືອບ 7 ລ້ານ 4 ແສນຄົນ,ຢາຍກັນຢູ່ເກືອບ 10 ເຂດແຂວງເປັນຕົ້ນແມ່ນແຂວງກຸຍໂຈວ ແຂວງຢຸນນານ ເຂດກວາງຊີ ແຂວງໄຫລຳແລະອື່ນໆ.ໃນສະໄຫມບູຮານ,ເພື່ອຫຼີກເວັ້ນເສິກເສືອເຫນືອງໃຕ້ແລະຊີວິດການເປັນຢູ່ທີ່ຝືດເຄືອງ,ບັນພະບູລຸດຂອງເຜົ່າມົ້ງທີ່ສະແຫວງຫາຊີວິດອັນດີງາມກໍພາກັນຍ້າຍຄອບຄົວໄປໄກແສນໄກແລະເປັນເວລາຍາວນານເຊິ່ງບໍ່ຄ່ອຍມີຢູ່ໃນໂລກ.ຊາວເຜົ່າມົ້ງບໍ່ພຽງປະຮອຍຕີນໄວ້ຕາມພູຕາມຜາຕາມແມ່ນ້ຳລຳເຊໃນປະເທດຈີນທໍ່ນັ້ນ,ຫາກຍັງຂ້າມທະເລໄປຮອດປະເທດອື່ນໆອີກ,ປະຈຸບັນ,ຊາວເຜົ່າມົ້ງຫນຶ່ງແສນກວ່າຄົນທີ່ອາໄສຢູ່ອາເມລິກາຍັງໄດ້ຈັດຕັ້ງເປັນສະມາຄົມຊາວເຜົ່າມົ້ງທົ່ວສະຫະລັດອາເມລິການຳອີກ.
ເຜ່ົາມົ້ງປາກເວົ້າພາສາຂອງຕົນ,ອີງຕາມທີ່ຕັ້ງພູມີສາດທີ່ຕ່າງກັນ,ອາດແບ່ງພາສາເຜົ່າມົ້ງອອກເປັນສາມພາສາທ້ອງຖິ່ນ,ເມື່ອປີ 1956 ,ລັດຖະບານຈີນໄດ້ຊ່ອຍເຜົ່າມົ້ງປະດິດສ້າງໂຕຫນັງສືແບບມີພະຍັນຊະນະກັບສະຫຼະພ້ອມໃສ່ກັນ.
ເວົ້າໃນດ້ານສາສະຫນາ,ເຜົ່າມົ້ງສ່ວນຫຼາຍແມ່ນບູຊາທຳມະຊາດແລະບູຊາບັນພະບູລຸດ,ແຕ່ມີຊາວເຜົ່າມົ້ງສ່ວນຫນ່ຶງກໍ່ເຊື່ອຖືສາສະຫນາໂລມັງກາໂຕລິກແລະສາສະຫນາຄຼິສຕຽນ.ເວົ້າໃນດ້ານເຄື່ອງນຸ່ງຂອງເຜົ່າມົ້ງແມ່ນມີຫຼາຍຮູບຫຼາຍແບບ,ຫຼາຍສີຫຼານສັນແລະມີຊື່ລືຊາຍ້ອນສີສັນຈັບຕາຫນ້າຊົມ.ເຄື່ອງນຸ່ງຂອງແມ່ຍິງເຜົ່າມົ້ງມີ 100 ກວ່າແບບຈຶ່ງສົມເປັນຍອດຢ້ຽມກວ່າຫມູ່ໃນຈຳນວນເຄື່ອງນຸ່ງຂອງຊົນເຜ່ົາຈີນ,ເຄື່ອງນຸ່ງເຕັມຊຸດຕາມປະເພນີເຊິ່ງເປັນຕົວແທນກວ່າຫມູ່ນັ້ນສ່ວນຫຼາຍແມ່ນນຸ່ງໃນຍາມບຸນແລະສະຖານທີ່ສຳຄັນ,ມັນເປັນຊຸດທີ່ງາມສະຫງ່າຜ່າເຜີຍ ງົດງາມແລະຫນ້າຊົມ.ແມ່ນພາກສ່ວນທີ່ມີສີສັນພິເສດກວ່າຫມູ່ໃນຈຳນວນເຄື່ອງນຸ່ງຂອງເຜົ່າມົ້ງ
ເຄື່ອງນຸ່ງເຕັມຊຸດສະເພາະແຕ່ເຄື່ອງປະດັບເອ້ຢູ່ເທິງຫົວທໍ່ນັ້ນກໍມີຫຼາຍສິບຊະນິດ,ໂດຍທົ່ວໄປແລ້ວເຄື່ອງແຫນບຜົມຢູ່ເທິງຈອມເກົ້າກໍມີເຄື່ອງເງິນແລ້ວເອົາເຄື່ອງເອ້ຕີດ້ວຍເງິນຮູບເຂົາງົວ,ຫວີໄມ້ຫຼືເຄື່ອງເອ້ແນວອື່ນປັກໃສ່ເກົ້າຜົມຢູ່ເທິງເຄິ່ງຄີງໂດຍທົ່ວໄປແລ້ວແມ່ນນຸ່ງເສື້ອແຂນແຄບ ຄໍກວ້າງ ຢູ່ລຸ່ມເຄິ່ງຄີງແມ່ນນຸ່ງກະໂປ່ງກີບ,ກະໂປ່ງສັ້ນກໍມີກະໂປ່ງຍາວກໍມີ,ແຕ່ສ່ວນຫຼາຍແມ່ນລ້າມຮອດບີແຄ່ງຫຼືລ່າມຮອດສົ້ນຫນ່ອງກໍມີ,ຜູ່ມັກນຸ່ງກິ້ນກໍກິ້ນຮອດຫົວເຂົ່າ,ລວດລາຍຂອງກະໂປ່ງມີຮູບຊົງຕ່າງກັນເຊິ່ງເປັນສີລຽບໆແລະສີແກ່ງາມຕາ,ໃນເວລານຸ່ງເຄື່ອງເຕັມຊຸດນັ້ນ,ຍັງໃສ່ຕ້າງຫູ,ໃສ່ປອກຄໍເງິນ,ໃສ່ແຫວນເງິນແລະເຄື່ອງເງິນອີກຫຼາຍຢ່າງ.
ເມື່ອທຽບກັບເຄື່ອງນຸ່ງເຕັມຊຸດແລ້ວ,ເຄື່ອງນຸ່ງແມ່ຍິງໃນຍາມປົກກະຕິມັກເອົາຜ້າປົກຫົວມັກນຸ່ງເສື້ອເຂີນແລະນຸ່ງສົ້ງຂາຍາວຕາມປາກແຂນແຄມເສື້ອແລະປາກຂາສົ້ງມັກຫຍິບລູກໄມ້ໃສ່,ສົ້ງເສື້ອສອງແຄນແລະຫນ້າເອິກກໍມັກແສ່ວລູກໄມ້,ເຄື່ອງນຸ່ງສ່ວນຫຼາຍແມ່ນສີຂຽວຫຼືສີຄາມ,ບາງແຫ່ງກໍມັກສີມົ້ນແກ່ຫຼືສີດຳກໍມີ,ແຕ່ກ່ອນສົ້ງເສື້ອຊະນິດນີ້ແມ່ນທັງກວ້າງທັງຍາວ,ແຕ່ດຽວນີ້ໄດ້ປ່ຽນເປັນເຄື່ອງນຸ່ງຮັດຄີງແລະແຂນແຄບທີ່ເຫັນສ່ວນສັດຍ່ິງງາມກວ່າເກົ່າ,ບວກກັບເຄື່ອງເງິນທີ່ງາມປານີດປະດັບເຂົ້າແລ້ວກໍຍິ່ງງາມແຖມເຮັດໃຫ້ແມ່ຍິງເຜົ່າມົ້ງງາມປານນາງໃນຝັນ.
ເຄື່ອງນຸ່ງຂອງຜູ່ຊາຍເຜ່ົາມົ້ງເມື່ອທຽບກັບຜູ່ຍິງແລ້ວແມ່ນງ່າຍດາຍກວ່າ,ຜູ່ຊາຍເຜົ່າມົ້ງຢູ່ແຂວງກຸຍໂຈວແລະແຂວງຢຸນນານມັກນຸ່ງເສື້ອລາຍ,ມັກຕຸ້ມຜ້າຈຽນຂົນແກະ,ຜູ່ຊາຍເຜົ່າມົ້ງຢູ່ແຫ່ງອື່ນແມ່ນມັກນຸ່ງເສື້ອເຂີນສົ້ງລ່າມ,ຮັດສາຍແອວໃຫຍ່,ມັດຜ້າຄຽນຫົວສີດຳ.
ແຕ່ກ່ອນຈະແມ່ນເຄື່ອງນຸ່ງຊະນິດໃດ,ແຕ່ເນື້ອຜ້າຮອດການຕັດຫຍິບລ້ວນແຕ່ແມ່ນແມ່ຍິງເຜົ່າມົ້ງເປັນຜູ່ເຂັນເປັນຜູ່ຕ່ຳທັງຫຍິບທັງແສ່ວເອົາເອງຫມົດເຊິ່ງເປືອງເວລາທີ່ສຸດ,ດຽວນີ້,ຄຽງຄູ່ກັບເສດຖະກິດໄດ້ພັດທະນາແລ້ວມີເຄື່ອງນຸ່ງທ້ອງຖິ່ນຂອງເຜົ່າມົ້ງຈຳນວນບໍ່ຫນ້ອຍກໍໄດ້ກາຍເປັນນສິນຄ້າແລ້ວ,ມີຍິງຫນຸ່ມຈຳນວນຫນຶ່ງກໍໄປຊື້ເຄື່ອງສຳເລັດຮູບຢູ່ຕາມຕະຫຼາດມາໃຊ້ແລ້ວ.
ສິນປະລະວິຈິດຕະກຳຄືແສ່ວ,ຍ້ອມໂອບຂີ້ເຜີ້ງແລະເຄື່ອງເງິນປະດັບເອ້ເປັນຕົ້ນກໍມີຊື່ສຽງດົ່ງດັງມາຍາວນານ,ສິນລະປະຍ້ອມໂອບຂີ້ເຜີ້ງກໍມີປະຫວັດມາພັນປີແລະສົ່ງອອກໄປຂາຍຢູ່ຫຼາຍປະເທດແລ້ວ.
ການກິນດື່ມຂອງເຜ່ົາມົ້ງຢູ່ແຕ່ລະແຫ່ງກໍມີອັນຕ່າງກັນ,ເຜົ່າມົ້ງບາງແຫ່ງກິນເຂົ້າຈ້າວ,ບາງແຫ່ງກໍກິນເຂົ້າສາລີ ມັນດ້າງແລະເຂົ້ານົກ,ເຜົ່າມົ້ງບາງແຫ່ງຕົ້ນຕໍແມ່ນກິນເຂົ້າສາລີແລະມັນຝະລັ່ງ,ເຜົ່າມົ້ງຢູ່ເຂດຕາເວັນອອກສຽງໃຕ້ຂອງແຂວງກຸຍໂຈວຍັງມັກກິນສົ້ມຜັກແບບຕ່າງຫມູ່ແນວຫນຶ່ງຄື:ເອົາເຂົ້າຫນຽວແລະຜັກໃສ່,ໄວ້ຢູ່ໃນໄຫແລ້ວອັດໄວ້ຈັກເດືອນ,ຫນຶ່ງສອງເດືອນຈຶ່ງເອົາອອກມາກິນ,ດຽວນີ້,ຄຽງຄູ່ກັບຊີວິດການເປັນຢູ່ຂອງຊາວເຜົ່າມົ້ງໄດ້ມີລະດັບສູງຂຶ້ນນັ້ນ,ເຄື່ອງກິນຂອງພວກເຂົາເຈົ້າກໍນັບມື້ນັບອຸດົມສົມບູນ.
ຢູ່ເຂດເຜົ່າມົ້ງມີກົກໄມ້ຫຼາຍ,ເຮືອນຊານເຂົາເຈົ້າສ່ວນຫຼາຍກໍປຸກດ້ວຍໄມ້,ແບບກໍຕ່າງກັນ,ເຮືອນທີ່ມີສີສັນພິເສດແມ່ນເຮືອນຍົກພື້ນຢູ່ຕາມເຂດພູດອຍ,ເຂົາເຈົ້າແມ່ນປຸກໄປຕາມພູມສັນຖານທຳມະຊາດຕາມເນີນພູ,ຝັງເສົາສູງໆໄວ້ຢູ່ທາງລຸ່ມ,ແລ້ວເອົາເສົາສັ້ນມາຄ້ຳໄວ້ຢູ່ທາງເທິງ,ພື້ນເຮືອນແມ່ນປູແປ້ນ,ຫລັງຄາກໍມຸງແປ້ນ,ເຮືອນຍົກພື້ນໂດຍທ່ົວໄປແລ້ວຢູ່ກ້ອງລ່າງແມ່ນສຳລັບໄວ້ເຄື່ອງຂອງແລະເຮັດເປັນຄອກສັດ,ທັງປະຢັດທັງໄດ້ຮັບຄຸນປະໂຫຍດຕົວຈິງການຂັບແມ່ນຄວາມນິຍົມພິເສດແນວຫນ່ຶງຂອງຊາວເຜົ່າມົ້ງ,ໃນຍາມຮັບສົ່ງພີ່ນ້ອງສ່ວນຫຼາຍກໍມັກໃຊ້ສຽງຂັບມາສະແດງຄວາມຮັກຄວາມແພງຂອງຕົນ,ພວກແມ່ຍ່າແມ່ຍິງກໍມັກໃຊ້ສຽງຂັບມາເລົ່າເລື້ອງວຽກຢ້າວການເຮືອນຫຼືບ່າວສາວສະແດງຄວາມຮັກຕໍ່ກັນກໍມັກໃຊ້ສຽງຂັບມາເປັນສື່ສຳພັນ,ສຽງຂັບຂອງເຜົ່າມົ້ງແມ່ນສະຫງ່າຜ່າເຜີຍ,ດັງແຈ້ງເສາະໃສແລະເຮັດໃຫ້ຄົນຈັບໃຈທີ່ສຸດ.
ແຄນມົ້ງແມ່ນເຄື່ອງເສບລືຊື່ທີ່ແຜ່ຜາຍຢູ່ຕາມເຂດເຜ່ົາມົ້ງ,ຟ້ອນແຄນແມ່ນລາຍການດັ້ງເດີມພິເສດກວ່າຫມູ່ຂອງເຜົ່າມົ້ງເຊິ່ງມີປະຫວັດມາປະມານພັນປີແລ້ວ,ໂດຍທົ່ວໄປແມ່ນໃຫ້ບ່າວສາວຫຼາຍສິບຄົນເປົ່າແຄນນຳຫນ້າຫມູ່ແລ້ວຜູ່ສາວເປັນສິບເປັນຮ້ອຍຍ່າງຕາມຈັງຫວະໄປຕາມຫລັງ,ຍ່າງສາມກ້າວແລ້ວຖອຍຫລັງກ້າວຫນຶ່ງ,ອ້ອມເດ່ີນໄປຢ່າງເປັນລະບຽບ,ຟ້ອນແຄນສ່ວນຫຼາຍແມ່ນຈັດຂຶ້ນຢູ່ກາງທົ່ງນາຍາມບຸນ,ມີທັງການຟ້ອນສຽງດົນຕີ ກາຍະສິນແລະກາຍະກຳ,ມີບາງ ລາຍການແມ່ນສະແດງຍາກແລະຫວາດສຽວທີ່ສຸດ,ນອກຈາກຟ້ອນແຄນແລ້ວ,ຟ້ອນກອງຂອງເຜົ່າມົ້ງກໍມີຊື່ສຽງບໍ່ຢອກ,ວາດຟ້ອນນິ້ມນວນຊວນເບິ່ງທັງມີວາດເຕັ້ນເດາະເຕັ້ນດ່ອງຢ່າງຈະແຈ້ງ,ຈັງຫວະກໍແຈ່ມໃສໄຫຼລ່ຽນ,ຈົນຖືເປັນດິສໂກຂອງບົວລະພາພາກຕາເວັນອອກ.
ເຜົ່າມົ້ງມີມື້ບຸນປະເພນີຫຼາຍຢ່າງຫຼາຍແນວເຊັ່ນບຸນຊ່ວງເຮືອ,ບຸນລະດູໃບໄມ້ຫຼົ່ນແລະບຸນເດືອນ 4 ອອກໃຫມ່ 8 ຄ່ຳແລະອື່ນໆ,ສ່ວນບຸນທີ່ພິລຶກຄຶກຄື້ນກວ່າຫມູ່ແມ່ນບຸນກິນຈຽງເຜົ່າມົ້ງ,ບຸນກິນຈຽງແມ່ນທໍ່ກັນກັບບຸນກຸດຈີນຂອງເຜົ່າຫ້ານຈັດຂຶ້ນພາຍຫລັງເກັບກ່ຽວໃນລະດູໃບໄມ້ຫຼົ່ນແລ້ວແມ່ນມື້ບຸນປະເພນີທີ່ຊາວເຜົ່າມົ້ງເພື່ອສະຫຼອງຜົນເກັບກ່ຽວໄດ້ຫຼາຍດ້ວຍຄວາມມ່ວນຊື່ນເບີກບານ,ຂໍໃຫ້ຝົນຕົກຟ້າລົງພໍຈ້າມພໍດີ,ຕອນເຊົ້າມື້ບຸນ,ຄົນທັງຫຼາຍຈະເອົາຂອງກິນແນວແຊບໄປວາງໄວ້ຢູ່ເທິງເຕົາເພື່ອບູຊາບັນພະບູລຸດແລະຍັງຕ້ອງເອົາເຫຼົ້າໄປຫັດດັງງົວດັງຄວາຍເພື່ອສະແດງຄວາມຂອບໃຈຕໍ່ງົວຄວາຍທີ່ໄດ້ສູ້ທຸກທົນຍາກຄາດໄຖໃນຫນຶ່ງປີຜ່ານມາ,ພວກຜູ່ສາວກໍນຸ່ງເຄື່ອງງາມແລະປະດັບເຄື່ອງເອ້ເຊັ່ນຕຸ້ມຫູແລະອື່ນໆແລ້ວພ້ອມກັນກັບພວກຜູ່ບ່າວຟ້ອນເຢາະຟ້ອນຢ່ອງ,ພໍຮອດຍາມຄ່ຳມືດແລ້ວ,ສຽງກອງໃຫຍ່ກໍດັງຄັບບ້ານ,ສຽງຂັບສຽງລຳຢູ່ຕາມແຕ່ລະບ້ານກໍດັງຂຶ້ນບໍ່ຂາດສາຍ.
|