ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Friday    Apr 25th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-30 17:42:25    
ທ່ານ​ເວີ່ນ​ເຈ່ຍປາວ​ພົບ​ປະ​ຜູ້ນຳຫຼາຍປະ​ເທດ

cri Author: mo
ຕາມ​ຂ່າວ CRI: ວັນ​ທີ 30 ພະຈິກ ຢູ່​ນະຄອນຫຼວງວຽງ​ຈັນ ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​​ແຍກ​ອອກ​ພົບ​ປະ​ທ່ານ​ໂຄ​ອີ​ຈູ​ມີ ຈູ​ນີຊີ​ໂລ ນາຍົກລັດຖະມົນຕີຍີ່ປຸ່ນ, ທ່ານມາ​ນໂມ​ຮານ ​ຊິງ ນາຍົກລັດຖະມົນຕີອິນ​ເດຍ, ທ່ານ​​ໂຮ​ເວີ​ດ ນາຍົກລັດຖະມົນຕີອົສຕຼາລີ, ​ແລະທ່ານ​ຄຼາກ ນາຍົກລັດຖະມົນຕີນູ​ແວນ​ຊີ​ລັງ​.

ໃນ​ເວລາ​ພົບ​ປະ​ທ່ານ​ໂຄ​ອີ​ຈູ​ມີ ຈູ​ນີຊີ​ໂລ,ທ່ານ​ເວີ່ນ​​ເຈ່ຍ​ປາວ​ຊີ້​ອອກ​ວ່າ,ປັດຈຸບັນ,ອຸປະສັກ​ຕົ້ນຕໍ​ທີ່​ກະທົບກະ​ເທືອ​ນການ​ພົວພັນ​ຈີນ​ຍີ່ປຸ່ນຂະ​ຫຍາ​ຍຕົວ​ຕື່ມ​ອີກ​ນັ້ນແມ່ນ​ຢູ່​ໃນ​ດ້ານ​ການ​ເມື​ອງ,ປະ​ເດັນ​ສຳຄັນ​ແມ່ນ​ຢູ່​ບ່ອນ​ວ່າ​ຜູ້ນຳ​ຍີ່ປຸ່ນ​​ໄປນະມັດ​ສະການ​ວັດ​ຢາ​ຊືຄູ​ນີ.

ທ່ານ​ໂຄ​ອີ​ຈູ​ມີ ຈູ​ນີ​ຊີ​ໂລ​ກ່າວ​ວ່າ,ສົງຄາມ​ບັ້ນນັ້ນ​ໄດ້​ນຳ​ເອົາ​ໄພພິບັດ​ມາ​ໃຫ້​ປະຊາຊົນ​ຈີນ,ຍີ່​ປຸ່ນຄວນ​ສຳຫຼວດປະຫວັດສາດ​ໃຫ້​ດີ,ຈະກໍ່​ສົງຄາມ​ອີກ​ບໍ່​ໄດ້,ຕ້ອງ​ຂະຫຍາຍ​ການ​ພົວພັນ​ມິດຕະພາບ​ກັບ​ຈີນ,ຕ້ອງ​ໃຫ້​ຊາວ​ໜຸ່ມ​​ຍີ່​ປຸ່ນມີ​ຄວາມ​ຮັບ​ຮູ້​ແນວ​ນີ້.

ໃນ​ເວລາ​ພົບ​ປະ​ທ່ານມານ​ໂມ​ຮານ ​ຊິງ,ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າ​ວວ່າ,ບັນຫາ​ຊາຍ​ແດນ​ແມ່ນ​ເນື້ອ​ໃນ​ສຳຄັນ​ໜຶ່ງ​ໃນ​ການ​ພົວພັນ​ຈີນ​ອິນ​ເດຍ. ການ​ພົບ​ປະ​ເຈລະຈາ​ຮອບ 4 ລະຫວ່າງຜູ້​ແທນ​ພິ​ເສດ​ບັນຫາ​ຊາຍ​ແດນ​ຂອງ​ສອງ​ຝ່າຍ​ໄດ້​ຮັບ​ຜົນ​ອັນຕັ້ງໜ້າ​ແລ້ວ.

ທ່ານມານ​ໂມ​ຮານ ​ຊິງ​ເວົ້າວ່າ,ລັດຖະບານ​ອິນ​ເດຍມີ​ຄວາມ​ປາ​ຖາ​ໜາທາງ​ການ​ເມືອງ​ຢ່າງ​ແຮງ​ກ້າ​ຢາກ​ແກ້​ໄຂ​ບັນຫາ​ຊາຍ​ແດນ, ຫວັງ​​ໃຫ້​ສອງ​ຝ່າຍ​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ກ່ຽວ​ກັບຫຼັກການ​ແກ້​ໄຂ​ບັນຫາ​ຊາຍ​ແດນ​ໂດຍ​ໄວ.

ວັນ​ທີ 29 ພະຈິກ ຢູ່​ວຽງ​ຈັນ ທ່ານ​ເວີ່ນ​ເຈ່ຍປາວ​ຍັງ​ໄດ້​ພົບ​ປະ​​ເຈົ້າຊູນ​ຕານ​ຮາ​ຊັງ​ນານ​ຂອງ​ບຼູ​ໄນ,ທ່ານ​ນາງ​ອາ​ໂລ​ໂຢ ປະທານາທິບໍດີ​ຟິລິບປິນ​ແລະ​ທ່ານ​ໂຊ​ວິນ ນາຍົກລັດຖະມົນຕີມຽນມາ.

ໃນ​ເວລາ​ພົບ​ປະ​ທ່ານ​ນາງ​ອາ​ໂລ​​ໂຢ ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ,ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ ສັນຍາ​ກ່ຽວ​ກັບ​ສອງ​ຝ່າຍ​ຮ່ວມ​ມື​ເຮັດ​ວຽກ​ແຜ່ນດິນ​ໄຫວທາງ​ທະ​ເລ​ຢູ່​​ເຂດ​ທະ​ເລ​ຈີນ​ໃຕ້​ທີ່​ປະມຸກ​ລັດ​ສອງ​ປະ​ເທດ​ເຊັນ​ກັນນັ້ນມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຊຸ​ກຍູ້​ການ​ພົວພັນ​ຈີນ​ຟິລິບ​ປິນ​ພ້ອມ​ທັງ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້.ທ່ານ​ນາງ​ອາ​ໂລ​ໂຢກ່າວ​ວ່າ, ຝ່າຍ​ຟິລິບ​ປິນຈະ​ປະຕິບັດ​ສັນຍາ​ຮ່ວມ​ມື​ທີ່​ກ່ຽວຂ້ອງ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້​ທີ່​ສອງ​ຝ່າຍ​ເຊັນ​ກັນ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040