ທ່ານເວີ່ນເຈຍປາວພົບປະຜູ້ແທນຊາວຈີນ ຈີນຕ່າງດ້າວແລະຜູ້ແທນວົງການທຶນຝ່າຍຈີນ
cri
Author: mo
ຕາມຂ່າວCRI: ຕອນທ່ຽງວັນທີ 30 ພະຈິກ, ຢູ່ຫ້ອງຈັດງານລ້ຽງຂອງສູນກາງພັກປະຊາຊົນປະຕິວັດລາວ, ທ່ານເວີ່ນເຈຍປາວ ນາຍົກລັດຖະມົນຕີຈີນໄດ້ຕ້ອນຮັບການເຂົ້າພົບຂອງຜູ້ຕາງໜ້າຊາວຈີນຕ່າງດ້າວຢູ່ລາວ ຜູ້ຕາງໜ້າອົງການທຶນຝ່າຍຈີນ ນັກສຶກສາທີ່ຮຽນຢູ່ລາວ, ຜູ້ອາສາສະໝັກຂອງຈີນແລະຜູ້ປະຕິບັດງານໃນສະຖານທູດຈີນປະຈຳລາວ.
ທ່ານເວີ່ນເຈຍປາວເວົ້າວ່າ, ໃນການຂະຫຍາຍການພົວພັນກັບປະເທດອາຊຽນ, ຄວນເອົາໃຈໃສ່ປະຕິບັດຕາມສອງຫລັກການ, ຫລັກການໜຶ່ງແມ່ນເຄົາລົບຄວາມຮັບຮູ້ທີ່ຄືກັນກັບອາຊຽນ, ແລະການນຳທາງຂອງປະເທດອາຊຽນ, ສອງແມ່ນເຄົາລົບຫລັກການຊ່ອຍເຫຼືອປະເທດດ້ອຍພັດທະນາຂອງອາຊຽນ, ທ່ານກ່າວວ່າ, ໃນຫລາຍປີມານີ້, ຈີນໄດ້ເຮັດວຽກທີ່ໄດ້ຜົນແທ້ຈິງຫລາຍຢ່າງໃນການພັດະນາພາກພື້ນ, ແລະໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຫລາຍປະເທດອາຊຽນແລ້ວ, ພວກເຮົາຕ້ອງເອົາການຮ່ວມມືທາງເສດຖະກິດການຄ້າ ການຊ່ອຍເຫຼືອທາງເສດຖະກິດ, ການອົບຮົມພະນັກງານ, ປະສານກັບການຍົກສູງຄວາມສາມາດກໍ່ສ້າງຢ່າງເປັນເຈົ້າຕົນເອງຂອງລາວ.
ໃນເວລາກ່າວຄຳປາໄສ, ທ່ານເວີ່ນເຈຍປາວ ຍັງໄດ້ກ່າວເຖິງຜູ້ອາສາສະໝັກຂອງຈີນທີ່ພວມຮັບໃຊ້ຢູ່ລາວ. ທ່ານເວົ້າວ່າ, ຜູ້ອາສາສະໝັກແມ່ນບໍ່ມີຄ່າຕອບແທນຫຍັງໝົດ. ທັງນີ້ກໍຄືກັນກັບການຊ່ອຍເຫຼືອຂອງພວກເຮົາແມ່ນບໍ່ມີເງື່ອນໄຂການເມືອງໃດໆຕິດຫ້ອຍໄປນຳ. ນີ້ແມ່ນທ່າທີຂອງຈີນໃນການໄປມາຫາສູ່ກັບຕ່າງປະເທດ.
|
|