ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-30 23:04:53    
ທ່ານ​ລີ​ຈ້າວ​ຊິງ ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,ການ​ຢ້ຽມຢາມ​ລາວ​ຂອງ​ທ່ານ​ເວີ່ນ​​ເຈຍ​ປາວ​ໄດ້ຮັບຫມາກຜົນ​ອຸດົມສົມບູນ(ສຽງ)

cri

ແຕ່​ວັນ​ທີ 28 ຮອດ​ວັນ​ທີ 30 ພະຈິກ,ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ຢ້ຽມຢາມ​ລາວ​ເປັນ​ທາງ​ການ,​ແລະ​ເຂົ້າຮ່ວມ​ກອງ​ປະຊຸມ​ຜູ້ນຳ​ອາ​ຊຽນ​ກັບ​ຈີນ ຍີ່ປຸ່ນ ສ.​ເກົາຫລີ​ຄື"10 ບອກ 3"ຄັ້ງທີ 8 ກອງ​ປະຊຸມ​ຜູ້ນຳ​ອາ​ຊຽນກັບ​ຈີນ​ຄື"10 ບອກ 1"​ແລະ​ກອງ​ປະຊຸມ​ຜູ້ນຳ​ຈີນ ຍີ່ປຸ່ນ ສ.​ເກົາຫລີ​ຄັ້ງທີ 6 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ວຽງ​ຈັນ.​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ທີ່​ຕິດຕາມໄປຢ້ຽມຢາມບົນ​ເສັ້ນທາງ​ກັບ​ຄືນ​ປະ​ເທດ,ທ່ານ​ລີ​ຈ້າວ​ຊິງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ເວົ້າວ່າ,ການ​ຢ້ຽມຢາມ​ຂອງ​ທ່ານ​ເວີ່ນ​ເຈຍ​ປາວ​ເທື່ອ​ນີ້​ໄດ້​ຮັບ​ຜົນ​ອຸດົມສົມບູນ.

ທ່ານ​ເວີ່ນ​ເຈຍ​ປາວ​ຢ້ຽມຢາມ​ລາວເທື່ອນີ້​ແມ່ນ​ສະມາຊິກ​ສຳຄັນ​ຂອງ​ຫູ່​ມຄະນະ​ນຳ​ຊຸດ​ໃຫມ່​ຂອງ​ຈີນ​ໄປ​ຢ້ຽມຢາມ​ລາວ​ເປັນ​ຄັ້ງທຳ​ອິດ.​ໃນ​ໄລຍະ​ຢ້ຽມຢາມ,ທ່ານ​ເວີ່ນ​ເຈຍ​ປາວ​ໄດ້​ສະ​ເຫ​ນີຕໍ່​ຜູ້ນຳ​ລາວວ່າ​​ໃຫ້​ສອງ​ຝ່າຍ​ຮັກສາ​ການ​ໄປມາຫາ​ສູ່​ກັນລະຫວ່າງຜູ້ນຳຊັ້ນສູງ,ລົງ​ເລິກ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ,​ເພິ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ທີ່ບໍ່​ແມ່ນ​ດັ້ງ​ເດີມ​ແລະ​ວຽກ​ງານ​ພາກ​ພື້ນ,ສືບ​ຕໍ່​ດຳ​ເນີນ​ການ​ອົບຮົມ​ເຈົ້າຫນ້າ​ທີ່​ລັດ​ຖະ​ບານ,​ແລກປ່ຽນ​ບົດຮຽນ​ປົກຄອງ​ປະ​ເທດ​ເຊີ່ງກັນ​ແລະ​ກັນ. ທ່ານ​ເວິ່ນ​ເຈຍ​ປາວ​ຍັງ​ສະ​ເຫ​ນີ​ວ່າ,ຈະ​ເອົາ​ການ​ຊ່ອຍ​ເຫືຼອລາວດ້ານ​ເສດຖະກິດ​ເຕັກນິກປະສານ​ກັບ​ການ​ຍົກ​ຄວາມ​ສາມາດ​ພັດທະນາ​ເສດຖະກິດ​ລາວ​ຢ່າງ​ເປັນ​ເຈົ້າຕົນ​ເອງ​.ທ່ານ​ລີ​ຈ້າວ​ຊິງ​ເຫັນ​ວ່າ,ການ​ຢ້ຽມຢາມ​ລາວ​ຂອງ​ທ່ານ​ເວີ່​ຍ​ເຈຍ​ປາວ​ໄດ້​ຮັດແໜ້ນມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ,ຊຸກ​ຍູ້​ການ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ,ຂໍ້ສະ​ເຫ​ນີຂອງ​ທ່ານ​ມີ​ຄວາມ​ຫມາຍ​ຊີ້​ນຳ​ສຳຄັນ​ຕໍ່​ຈີນ​ໃນການ​ຮ່ວມ​ມື​ດ້ານ​ເສດຖະກິດ​ເຕັກນິກ​ດກັບປະ​ເທດ​ພວມ​ພັດທະນາ​ໃນ​ພາຍ​ຫນ້າ.

ໃນ​ໄລຍະ​ຢ້ຽມຢາມລາວ,​ໃນ​ໄລຍະ​ເຂົ້າຮ່ວມ​ບັນດາ​ກອງ​ປະຊຸມ​ຜູ້ນຳ​ຈີນ​ກັບ​ອາ​ຊຽນ,ທ່ານ​ເວີ່ນ​ເຈຍ​ປາວ​ໄດ້​ສະຫລຸບ​ບົດຮຽນ​ຂະຫຍາຍ​​ການ​ພົວພັນ​ຈີນກັບ​ອາ​ຊຽນ​,​ໄດ້​ວາງ​ທິດ​ທາງ​ພື້ນຖານ​ທີ່​ຊີ້​ນຳ​ການ​ພົວພັນ​ຂອງ​ສອງ​ຝ່າຍ​ຄື"ສະ​ເຫມີ​ພາບ ​ຕ່າງໄວ້​ເນື້ອ​ເຊື່ອ​ໃຈ​ກັນ ຮ່ວມ​ມື​ກັນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ",ກ່າວ​ເນັ້ນວ່າ​ສອງ​ຝ່າຍ​ຄວນ​ເຄົາລົບ​ກັນຫາ​ກບໍ່​ແມ່ນ​ເປັນ​ປໍ​ລະ​ປັກ​ກັນ,ຕ່າງ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນຫາ​ກບໍ່​ແມ່ນ​ລະ​ແວງ​ສົງ​ໄສ​ກັນ,ຮ່ວມ​ມື​ກັນຫາ​ກບໍ່​ແມ່ນ​ແກ່ງ​ແຍ່ງ​ກັນ​ຢ່າງ​ຮ້າຍ​ແຮງ,​ຕ່າງ​ຝ່າຍ​ຕ່າງ​ໄດ້ຮັບ​ຜົນ​ປະ​ໂຫຍ​ດ​ຫາກ​ບໍ່​ແມ່ນ​ຝ່າຍ​ຫນຶ່ງ​ຈະ​ເລີ​ນອີກ​ຝ່າຍ​ຫນື່ງ​​ເສື່ອ​ມ​ໂຊມ.ທ່ານ​ລີ​ຈ້າວ​ຊິງ​ເວົ້າວ່າ,ຄຳ​ປາ​ໄສ​ຂອງ​ທ່ານ​ເວີ່​ຍ​ເຈຍ​ປາວ​ໄດ້​ພາ​ໃຫ້​ມີ​ການ​ຕອບສະຫນອງ​ຢ່າງ​ແຮງ​ກ້າ​ໃນ​ຜູ້ນຳ​ບັນດາ​ປະ​ເທດ​ອາຊຽນ.ຜູ້ນຳ​ຫລາຍໆ​ທ່ານ​ກ່າວ​ວ່າ,ຈີນ​ແມ່ນ​ປະ​ເທດ​ທີ່​ຮັບຜິດຊອບ​ແລະ​ຫມູ່​ຄູ່​ທີ່​ເຊື່ອ​ໃຈ​ໄດ້,ການ​ພັດທະນາ​ຂອງ​ຈີນ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ແລະ​ກາລະ​ໂອກາດ​ມາ​ໃຫ້​ອາ​ຊຽນ.ພວກ​ເຂົາ​ເຈົ້າ​ເຫັນ​ວ່າ,ຂໍ້​ສະ​ເຫ​ນີຂອງ​ທ່ານ​ເວ່ີນ​ເຈ​ຍປາວ​ຕິດ​ແທດ​ຕົວ​ຈິງ​​ແລະ​ປະ​ຈິ​ບັດ​ໄດ້,ກ່າ​ວວ່າ​ຈະ​ປະຕິບັດ​ການຮ່ວມ​ມື​ກັບ​ຝ່າຍ​ຈີນຢ່າງ​ແທ້​ຈິງ.

ໃນ​ໄລຍະ​ກອງ​ປະຊຸມ,ຈີນ​ແລະ​ອາ​ຊຽນ​ໄດ້​ປະກາດ​ແຜນການ​ປະຕິບັດ​ງານ​ປະຕິບັດ​ຄຳ​ຖະ​ແຫລ​ງການ​ຮ່ວມ​ມື​ຍຸດທະ​ສາດ​ຈີນ​ອາ​ເພື່ອ​ສັນຕິ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ,​ໄດ້​ວາງ​ແຜນ​ຮ່ວມ​ມື​ຂອງ​ສອງ​ຝ່າຍ​ໃນ​ທຸກ​ຂົງ​ເຂດ​ໃນ 5 ປີ​ຂ້າງ​ຫນ້າ,​ເປັນ​ຂີດ​ຫມາຍ​ສະ​ແດງ​ໃຫ້​ເຫັນ​ວ່າ,ການ​ພົວພັນ​ຂອງ​ສອງ​ຝ່າຍ​ຍ່ິງ​ຮອບດ້ານ ​ເປັນ​ລະບົບ ​ເປັນ​ແບບ​ສະບັບ​ແລະ​ຕິດ​ແທດ​ຕົວ​ຈິງ​ກວ່າ​ເກົ່າ.ສອງ​ຝ່າຍ​ຍັງ​ໄດ້​ເຊັນ​ເອກະສານ​ຕ່າງໆ​ເຊັ່ນ​ສັນຍາ​ການ​ຄ້າ​ເຄື່ອງ​ຂອງ​ຂອງ​ສັນຍາ​ຂອບ​​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ຈີນ​ອາ​ຊຽນ​ແລະ​ສັນຍາ​ກົນ​ໄກ​ແກ້​ໄຂ​ການ​ວິວາດ​ກັນ​ຈີນ​ອາ​ຊຽນ,​ເຮັດ​ໃຫ້ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໄດ້​ມີ​ການ​ຄືບ​ຫນ້າ​ສຳຄັນ.ຜູ້ນຳ​ບັນດາ​ປະ​ເທດ​ອາ​ຊຽນ​ເປັນ​ເອກະ​ສັນ​ກັນ​​ຮັບຮອງ​ຖານະ​ເສດຖະກິດ​ຕະຫລາດ​ທ່ີ​ສົມບູນ​ຂອງ​ຈີນ.

ໃນ​ກອງ​ປະຊຸມ​ຜູ້ນຳ​ອາ​ຊຽນກັບຈີນ​ຍີ່​ປຸ່ນ​ແລະ​ສ.​ເກົາຫລີ​ນັ້ນ, ທ່ານ​ເວີ່ນ​ເຈຍ​ປາວ​ຊີ້​ອອກ​ວ່າ, ປະຊາ​ຄົມ​ອາຊີ​ຕາ​ເວັນ​ອອກ​ແມ່ນ​ຈຸດໝາຍ​ຍາວ​ໄກ​ຂອງ​ການ​ຮ່ວມ​ມື 10+3 , ​ແມ່ນ​​ໄລຍະ​ຍາວ​ນານ​ທີ່​ຄ່ອຍ​ເປັນ​ຄ່ອຍ​ໄປ, ​ແລະ​ສະ​ສົມ​ເປັນ​ເທື່ອ​ລະ​ກ້າວ, ​ໃນ​ຂະ​ບວນວິວັດ​ດັ່ງກ່າວ, ຕ້ອງ​ຍຶດໝັ້ນ​ໃຫ້​ອາຊ​ຽນ​ເສີມ​ຂະຫຍາຍບົດບາດ​​ນຳທາງ​, ​ເຄົາລົບ​ຫລັກການ​ທີ່​ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້​ທີ່ຄື​ກັນ, ກຳ​ຈັງຫວະ​ໃຫ້​ດີ, ສ້າງ​ພື້ນຖານ​ໃຫ້​ດີ, ຊຸກ​ຍູ້​​ໃຫ້​ກ້າວ​ໄປ​ໜ້າຢ່າງ​ແທ້​ຈິງ, ​​ເປີດ​ເຜີຍ​​​ໂປ່​ງໃສ່​ສ່ອງ, ​ແລະ​ຮັບ​ຟັງ​ຄວາມ​ເຫັນ​ຂອງ​ຝ່າຍ​ຕ່າງໆ. ທ່ານ​ຍັງ​ສະ​ເໜີ​ໃຫ້​ຈັດການຄົ້ນຄວ້າ​ວິ​ຊາ​ການ​ທີ່​ອາດ​ເປັນ​ໄປ​ໄດ້​ຂອງ​ເຂດ​ການ​ຄ້າ​ເສລີ​ອາຊີ​ຕາ​ເວັນ​ອອກ, ສ້າງ​ກົນ​ໄກ​ຄົ້ນຄວ້າພັດະ​ນາວິທະຍາສາດ​ເຕັກນິກ​ຮ່ວມອາຊີ​ຕາ​ເວັນ​ອອກ, ​ແລະ​ການ​ຮ່ວມ​ມື​ຄວາມ​ປອດ​ໄພ​ເທິງ​ທະ​ເລ​ເປັນຕົ້ນ. ທ່ານ​ລີ​ຈ້າວ​ຊິງ​​ເຫັນ​ວ່າ, ຂໍ້​ລິ​ເລີ່​ມ​​ແທ້​ຈິງເຫຼົ່ານີ້​ໄດ້​ເບີ່​ງ​ແຍງ​ເຖິງ​ຄວາມ​ສົນ​ໃຈ​ຂອງ​ບັນດາ​ຝ່າຍ, ​ໄດ້​ຮັບ​ການ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ແລະ​ການ​ຕອບ​ສະໜອງ​ຂອງ​ຜູ້ນຳ​ບັນດາ​ປະ​ເທດ.

ສຸດ​ທ້າຍ, ທ່ານ​ລີ​ຈ້າວ​ຊີງ​ຊີ້​ອອກ​ວ່າ, ການ​​ຢ້ຽມຢາມຂອງ​ທ່ານ​ເວີ່ນ​ເຈຍ​ປາວ​ເທື່ອ​ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ທິດ​ທາງການ​ທູດ​ຕໍ່ປະ​ເທດ​ອ້ອມ​ຂ້າງ​ຂອງ​ຈີນ​ຄື​ເປັນ​ບ້ານ​ໃກ້​ເຮືອນຄຽງທີ່​ດີ​ຕໍ່​ກັນ ຢູ່​ຮ່ວມ​ກັນ​ຢ່າງ​ສະຫງົບ ​ແລະ​ຮັ່ງມີ​ນຳ​ກັນ​, ​ເຮັດ​ໃຫ້​ປະ​ເທດ​ອ້ອມ​ຂ້າງ​ຂອງຈີນ​ໄດ້​ສຳນຶກ​ຮູ້​ເຖິງ​ຄວາມ​ຈິງ​ໃຈ​ຂອງ​ຝ່າຍ​ຈີນ, ​ໄດ້​ມີ​ໂອກາດ​ທີ່​ການ​ພັດທະນາຂອງ​ຈີນ​ນຳ​ມາ​ໃຫ້, ​ໄດ້​ບັນລຸ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງຈີນ​ກັບລາວ, ລົງ​ເລິກ​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດລະຫວ່າງຈີນ​ອາຊຽນ, ຊຸກ​ຍູ້​ການ​ຮ່ວມ​ມື 10+3, ​ແລະ​ຈຸດໝາຍ​ຮ່ວມ​ມື​ກັບຈີນ​ຍີ່​ປຸ່ນສ.​ເກົາຫລີ.