ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-01 15:45:32    
ທ່ານສະໝານວິຍະເກດປະທານສະພາ
ແຫ່ງຊາດລາວພົບປະທ່ານເວີ່ນເຈ່ຍ
ປາວນາຍົກລັດຖະມົນຕີຈີນ

cri Author: mo

ຕາມ​ຂ່າວ CRI: ວັນ​ທີ 30 ພະຈິກ ​ໃນ​ເວລາ​ທ່ານ​ສະໝານ ວິ​ຍະ​ເກດ ປະທານ​ສະພາ​ແຫ່ງ​ຊາດ​ລາວ​ພົບ​ປະ​ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກລັດຖະມົນ​ຕີຈີນນັ້ນ ທ່ານ​ກ່າວ​ວ່າ,ການ​ຢ້ຽມຢາມ​ຂອງ​ທ່ານ​ເວີ່ນ​ເຈ່ຍ​ປາວ​ເທື່ອ​ນີ້​ຈະ​ຊຸກ​ຍູ້​ຢ່າງ​ແຂງ​ແຮງ​ໃຫ້ການ​ພົວພັນ​ມິດຕະພາບ​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍຕົວ​ຕື່ມ​ອີກ.

ກ່ອນ​ອື່ນ ທ່ານ​ສະໝານ ວິ​ຍະ​ເກດ​ໄດ້​ຊົ​ມ​ເຊີຍ​ທ່ານ​ເວີ່ນ​ເຈ່ຍ​ປາວ​ຢ້ຽມຢາມ​ລາວ​ຢ່າງ​ສຳ​ເລັດ​ຜົນ,​ແລະ​ກ່າວ​ວ່າ,ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້​ຈັດ​ຂຶ້ນຢ່າງ​ສຳ​ເລັດ​ຜົນ​ແມ່ນ​ແຍກ​ອອກ​ຈາກ​ການ​ສະໜັບສະໜູນ​ຂອງ​ຈີນ​ບໍ່​ໄດ້,ປະຊາຊົນ​ລາວ​ຂອບອົກ​ຂອບ​ໃຈ​ນຳຈີນ​ທີ່​ໄດ້​ໃຫ້ການ​ຊ່ອຍ​ເຫຼືອ​ແຕ່​ລາວ​ເປັ​ນ​ເວລາ​ດົນ​ນານ​. ທ່ານ​ຍັງ​ກ່າວ​ວ່າ,ສະພາ​ແຫ່ງ​ຊາດ​ລາວ​ຈະຕັ້ງໜ້າ​ທຳ​ຄວາມ​ພະຍາຍາມ​ເພື່ອ​​ເພີ່ມ​ທະວີ​ມິດຕະພາບ​ລາວ​ຈີນ.

ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ,ບໍ່​ວ່າ​ສະຖານະ​ການ​ໂລກ​ຈະ​ປ່ຽນ​ແປງ​ແນວ​ໃດ,ນະ​ໂຍບາຍມິດຕະພາບ​ຕໍ່​ລາວ​ຂອງ​ຈີນ​ບໍ່ຫ່ອນ​ຈະ​ປ່ຽນ​ແປງ. ຈີນ​ສະໜັບສະໜູນ​ອົງການ​ນິຕິບັນຍັດ​ຂອງ​ສອງ​ປະ​ເທດ​ດຳ​ເນີນ​ການ​​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ,ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ທີ່​ໜັກ​ແໜ້ນ​ຍາວ​ນານ,ມີ​ໄມຕີ​ຈິດ​ຕໍ່​ກັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ຈີນ​ກັບ​ລາວ​ໃຫ້​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.