|
![](/images/spacer.gif) |
(GMT+08:00)
2004-12-01 16:29:00
|
ກອງປະກອບອາວຸດກອງໜຶ່ງໃນເມື່ອກ່ອນຂອງມຽນມາທີ່ຕ້ານລັດຖະບານອອກຖະແຫລງການສະໜັບສະໜູນລັດຖະບານ
cri
Author: mo
ຕາມຂ່າວສານຊີນຮວາ: ວັນທີ 1 ທັນວາ, ໜັງສືພິມເດີນີວໄລທ໌ອອບມຽນມາ ເຊິ່ງເປັນໜັງສືພິມຝ່າຍທາງການມຽນມາໄດ້ພິມຖະແຫລງການຂອງກອງທະຫານປະສົມລັດວາ ຄືກອງປະກອບອາວຸດຊົນເຜົ່າສ່ວນໜ້ອຍທີ່ຕ້ານລັດຖະບານໃນເມື່ອກ່ອນ. ໃນຖະແຫລງການ, ກອງທະຫານປະສົມລັດວາໄດ້ຖະແຫລງວ່າ, ສະໜັບສະໜູນລັດຖະບານແລະຕັ້ງໜ້າເຂົ້າຮ່ວມການປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງຊາດ.
ຖະແຫລງການນີ້ປະກາດໃນວັນທີ 29 ພະຈິກ, ໂດຍຂຽນວ່າ, ກອງທະຫານປະສົມລັດວາຕັດສິນໃຈຫ້າມປູກຕົ້ນຟິ່ນແລະຫ້າມຄ້າຂາຍຢາເສບຕິດຢູ່ເຂດລັດວາຢ່າງເຖິງຖອງໃນປີ 2005. ຖະແຫລງການຍັງຂຽນວ່າ, ອົງການດັ່ງກ່າວຈະສືບຕໍ່ເຂົ້າຮ່ວມກອງປະຊຸມແຫ່ງຊາດວາງລັດຖະທຳມະນູນທີ່ຈະຈັດຂຶ້ນໃນເດືອນກຸມພາປີໜ້າ.
|
|
|