ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-01 16:39:05    
+ປະຫວັດວັດທະນະທຳຂອງນາມສະກຸນຊາວຈີນ

cri

ເມື່ອທຸກໆຄົນໄດ້ມາຢູ່ໃນໂລກນີ້ແລ້ວ,ກໍ່ມີນາມສະກຸນຂອງຕົນ,ແລ້ວໃຊ້ນາມສະກຸນ
ຂອງຕົນເຂົ້າຮ່ວມການເຄື່ອນໄຫວສັງຄົມ.ນາມສະກຸນມີບົດບາດຕາງຫນ້າເຊິ່ງຕ່າງກັບ
ຜູ່ອື່ນ.

ແຕ່ໃນສັງຄົມຈີນສະໄຫມບູຮານ, ນາມສະກຸນມີຫຼາຍຄວາມຫມາຍໃນປະຫວັດ
ເປັນເວລາຍາວນານມານີ້,ວັດທະນະທຳນາມສະກຸນຂອງຊາວຈີນເຄີຍແມ່ນຂອດສຳ
ຄັນອັນ ຫນຶ່ງຂອງປະຊາຊາດຈີນໃນຊີວິດການເປັນຢູ່ດ້ານວັດຖຸແລະຈິດໃຈ,ລ້ວນ
ແຕ່ເສີມຂະຫຍາຍບົດບາດໃນຂົງເຂດຕ່າງໆເຊັ່ນ:ການເມືອງວັດທະນະທຳແລະ
ການເຄື່ອນໄຫວສັງຄົມ ເປັນຕົ້ນ,ເອກະສານບູຮານນະຄະດີໄດ້ພິສູດໃຫ້ເຫັນວ່າ,
ຊາວຈີນໄດ້ດຳລົງຊີວິດຢູ່ບົນດິນແດນ1ລ້ານກວ່າປີແລ້ວ,ແຕ່ວ່າປະຫວັດຂອງນາມ
ສະກຸນແມ່ນເລີ່ມແຕ່ສັງຄົມເຊື້ອສາຍທາງມານດາທີ່ຮອດປະຈຸບັນມີ 5-6 ພັນປີ. ຈຸດພິເສດຂອງສັງຄົມເຄືອຍາດເຊື້ອສາຍທາງມານດາແມ່ນແມ່ຍິງຄອງຖານະການ
ນຳໃນການຄຸ້ມຄອງວຽກງານພາຍໃນເຄືອຍາດພ້ອມກັນນັ້ນປະຕິບັດລະບອບສົມລົດ
ຢູ່ເຄືອຍາດຕ່າງກັນແລະຫ້າມບໍ່ໃຫ້ສົມລົດໃນເຄືອຍາດດຽວ,ດຽວກໍ່ແມ່ນຍ້ອນມີລະ
ບອບສົມລົດເຄືອຍາດຕ່າງກັນດັ່ງກ່າວ,ກໍ່ມີຄວາມຈຳເປັນທີ່ຈຳແນກການພົວພັນ
ສາຍເລືອດໂດຍກົງລະຫວ່າງສະມາ ຊິກຂອງແຕ່ລະສັງຄົມຫຼືບໍ່,ສະນັ້ນກໍ່ໄດ້ເກີດ
ມີສະກຸນເພື່ອຈື່ການພົວພັນສາຍເລືອດດຽວ.ກ່ອນນີ້ປະມານ4-5ພັນປີ,ຫຼັງຈາກຊາວ
ຈີນ ໄດ້ຜ່ານສັງຄົມເຄືອຍາດເຊື້ອສາຍທາງມານດາແລ້ວ,ກໍ່ໄດ້ເຂົ້າໄລຍະສັງຄົມ
ເຄືອຍາດເຊື້ອສາຍທາງບິດາ,ເລີ່ມຈາກສັງຄົມເຄືອຍາດກ້າວກະໂດດໄປຮອດສັງ
ຄົມຊົນຊັ້ນສັນຍະລັກພື້ນຖານອັນຫນຶ່ງໃນໄລຍະຂ້າມຜ່ານດັ່ງກ່າວກໍ່ແມ່ນຜົນສະ
ທ້ອນແລະການຕໍ່ສູ້ລະຫວ່າງເຄືອຍາດທີ່ມີບັນພະບູລຸດຕ່າງກັນນັບມື້ນັບຫຼາຍຂຶ້ນ,ຈົນພາໃຫ້ເກີດມີສະຖານະພາບມີຄົນເປັນເຈົ້າແລະມີຄົນເປັນຂ້າ,ເລີຍຈໍ່ຕົວຂື້ນສັງ
ຄົມຊົນຊັ້ນ.ຜູ່ມີຄຸນງານຄວາມດີໄດ້ລາງວັນຮັບດິນພະລາຊະທານ,ແລະຖືກອະນຸ
ມັດພາຄອບຄົວ ລູກນ້ອງຂອງເຂົາແລະຊະເລີຍເສິກທີ່ຖືກຈັບໃນສົງຄາມໄປຢູ່
ແຫ່ງໃຫມ່,ຮ່ວມບຸກເບີກເຂດດຳລົງຊີວິດແຫ່ງໃຫມ່.ສະນັ້ນ,ຕະສະກຸນຍັງພົວພັນ
ກັບເຂດດຳລົງຊີວິດ


 ຈົນຮອດກ່ອນຄ.ສ ສະຕະວັດທີ3,ຫຼັງຈາກລາຊະວົງເຊັງໄດ້ໂຮມຈີນເຂົ້າເປັນ
ເອກະພາບກັນແລ້ວຕະສະກຸນທີ່ມາຈາກສັງຄົມເຄືອຍາດທາງມານດາກັບນາມ
ສະກຸນທີ່ມາຈາກສັງຄົມເຄືອຍາດບິດາເລີ່ມໃຊ້ພ້ອມກັນ.ຕໍ່ມາ,ໃນສັງຄົມສັກດິ
ນາຂອງຈີນທີ່ຍືດເຍືດມາເປັນເວລາ 2 ພັນກວ່າປີ,ພະລາຊະວົງໄດ້ຜັດປ່ຽນກັນ
ຫຼາຍສິບເທື່ອ, ການຜັດປ່ຽນເປັນເທື່ອໃດກໍ່ມີດິນພະລາຊະທານແຫ່ງໃຫມ່,ກໍ
ເກີດນາມສະກຸນໃຫມ່,ສະນັ້ນ,ຕະສະກຸນໄດ້ກາຍເປັນສັນຍະລັກຂອງຖານະຊົນ
ຊັ້ນ,ແລະຖືຕະກຸນເປັນໃຈກາງແລ້ວຈໍ່ຕົວຂຶ້ນເປັນວັດທະນະທຳໃຫມ່,ວັດທະນະ
ດັ່ງກ່າວ ໄດ້ຜ່ານການແຜ່ເຊື້ອຂະຫຍາຍພັນລູກຫຼານເຫຼັ້ນຫຼ້ອນແລ້ວສືບທອດ,ແຕ່ສະຕິຕັ້ງປ້າຍບັນພະບູລຸດແລະຊອກກົກເຄົ້າອັນແຂງແຮງນັ້ນກໍ່ແມ່ນສິ່ງແກນ
ກາງຂອງວັດທະນະທຳດັ່ງກ່າວ


ຈົນຮອດປະຈຸບັນ,ຊາວຈີນຕ່າງດ້າວທີ່ອາໄສຢູ່ຕ່າງປະເທດຍັງຄົງມັກມາແຜ່ນ
ດິນໃຫຍ່ຈີນຊອກບັນພະບູລຸດ.ເວົ້າລວມແລ້ວ,ສັນຍະລັກຈຸດພິເສດຕ່າງໆຂອງ
ສັງຄົມຈີນບູຮານ ຕົວຢ່າງຄືລະບອບຜະເດັດການອົງປະກອບສັງຄົມແບບຄອວ
ຄົວທັດສະນະຄະຕິເປັນຕົ້ນ,ທັງຫມົດເຫຼົ່ານີ້ໄດ້ສະແດງຢ່າງເຕັມສ່ວນໂດຍຜ່ານ
ວັດທະນະທຳນາມສະກຸນ,ນີ້ກໍ່ແມ່ນມູນເຫດທີ່ວັດທະນະທຳນາມສະກຸນ
ນັບມື້ນັບໄດ້ຮັບຄວາມເອົາໃຈໃສ່ໃນລະດັບສູງຈາກວົງການວິຊາການ.