ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-01 16:53:33    
ຊຽນກູໂຮ້ກົງ​ແປວ່າທຳ​ອິດ​ເບ່ິງ​ເບົາ​ທີ່​ສຸດ,ພາຍຫລັງ​ພັດ​ໂຄລົບ​ນັບຖື​ຫຼາຍ

cri

ໃນ​ສະ​ໄຫມ​ ​ຈັ້ນກົວ​ຂອງ​ຈີນ ກ່ອນ ຄ. ສ.ສະຕະວັດ​ທີ 5 ,ມີ​ຫຼາຍລັດໃນ​ນັ້ນ​ຕົ້ນຕໍ​ມີ: 7 ລັດ​ຄື​ລັດຊິນ ລັດ​ຝຽນ  ລັດ​ຈ້າວ  ລັດຊີ ລັດຊູ ລັດ​ຫານ ​ແລະລັດອຸ້ຍ,​ເອີ້ນ​ເປັນ 7 ລັດ​ໃຫຍ່   ສະ​ໄຫມ​ຈັ້ນກົວ,​ໃນ​ນັ້ນ​ລັດ​ຊິນ​ຕັ້ງຢູ່​ແຖບ​ຊານ​ຊີ ພາກ​ຕາ​ເວັນ​ຕົກ​ສຽງ​ເຫນືອ​ຂອງ​ຈີນ​ໄດ້ດຳ​ເນີນ​ການ​ປະຕິ​ຮູບ​ດ້ານ​ການ​​


ເມື​ອງ ​ແລະ​ເສດຖະກິດ​ດ່ັງ​ນັ້ນ, ເຂັ້ມ​ແຂງ​ກວ່າລັດ​ອື່ນ,ສະ​ນັ້ນ,ຢູ່​ບໍ່​ຢູ່ກໍ​ເຂົ້າ​ລ່ວງ​ລ້ຳ​ອີກ 6  ລັດ​ອື່ນໆ​ເລື້ອຍໆ,ຍາມ​ນັ້ນ,ມີ​ຫຼາຍຜູ່​ຫຼາຍ​ຄົນອອກ​ຫົວຄຶດ​ ,​ເຂົາ​ເຈົ້າສະ​ເຫ​ນີ​ເຈດ​ຈຳນົງ​ຂອງ​ຕົນ​​ໃຫ້​ລັດ​ຕ່າ​ງໆ,ຖ້າ​ເຈດ​ຈຳນົງ​ເຫຼ່ົານີ້​ຖືກ​ຮັບ​ເອົາ​ແລ້ວ,ຜູ່​ອອກ​ຫົວຄຶດ​ຜູ່​ນີ້​ກ່ໍ​ມີ​ຊື່​ສຽງດ່ົງ​ດັງ​ຂຶ້ນ,ທ່ານ​ຊູ​ຊິນ​ກໍ​ແມ່ນ​ຜູ່​ຫນ່ຶງ​​.

ທ່ານ​ຊູ​ຊິນ​ມາລັດຊິນ​ກ່ອນ,ອອກ​ແຮງ​ໂຄສະນາ​ເຈດ​ຈຳນົງ​ຕໍ່​ເຈົ້າ​ຊີວິດ​ລັດ​ຊິນ,ສ່ົງ​ເສີມ​ລັດຊິນຕີ​ກັບອີກ 6  ລັດ.ແລ້ວ​ກວມ​ເອົາ​ເປັນ​ເທື່ອ​ລະ​ກ້າວ.​​ແຕ່ເຈົ້າ​ຊີວິດ​ລັດຊິນ​ປະຕິ​ເສດ​ຮັບ​ເອົາ​​ເຈດ​ຈຳນົງ​ຂອງ​ທ່ານ​ຊູຊິນ,ສາຍ​ເຫດ​ທາງ​ນອກ​ແ​ມ່ນລັດ​ຊິນ​ບໍ່​ມີ​ຄວາມ​ທະ​ເຍີ​ທະຍານ​ຕໍ່​ ລັດອື່ນໆ,ທີ່​ຈິງ​ແລ້ວ, ລັດ​ຊິນ​ຍັງບໍ່​ທັນ​ໄດ້​ກຽມພ້ອມ​​ເປັນ​ຢ່າງ​ດີ​ຈະ​ໂຮມ​ຈີນ​ເປັນ​ເອກະ​ພາບ​ກັນ,ທ່ານ​ຊູຊິນ​ຈົນ​ປັນຍາ,​ແຕ່ຄ່າ​ໃຊ້​ຈ່າຍ​ຂອງ​ເພ່ິນຫມົດ​ແລ້ວ,​ເສື້ອກໍ​​ເກ່ົາ​ແລະ​ຂາດ, ​ເລີຍ​ຄໍເຕືອຍ​ເຕະ​ເຊະຈຳ​ເປັນກັບ​ຄື​ນ​ເມືອງ​ໂລ້​ຢາງ ບ້ານ​ເກີດ​ເມືອງ​ນອນຂອງ​ເພ່ິນ.


ຄົນ​ໃນ​ຄອບຄົວ​ເຫັນ​ທ່ານ​ຊູ​ຊິນ​ກັບ​ມາ​ຢ່າງ​ອັບອາຍ​ຂາຍ​ຫນ້າ,ພໍ່​ແມ່​ບໍ່​ຢາກ​ລົມກັບ​ເພ່ິນ,​ເມຍ​ເຮັດແຕ່​ຕ່ຳ​ຜ້າ,ບໍ່​ຢາກ​ເບ່ິງ​ຮອດ​ຫນ້າ,​ເພ່ິນ​ໄດ້​ຂໍ​​ໃຫ້ເອື້ອຍ​ໄພ້​ຄົວ​ເຂົ້າ​ໃຫ້
ກິນ,​ເອື້ອຍ​ໄພ້​ບໍ່​ພຽງ​ແຕ່​ບໍ່​ຍອມ​ເຮັດ,ພັດ​ຍັງສຽດ​ສີ​ເພ່ິນ,ທ່ານ​ຊູ​ຊິນ​ເຈັບ​ໃຈ​ທີ່​ສຸດ,
ຈ່ິງ​ຕັດສິນ​ໃຈ​ຮ່ຳຮຽນ​ຢ່າງ​ລຳບາກ​ກາກ​ກຳ,​ພະຍາຍາມ​​ໃຫ້​ໄດ້​ຫມາກ​ໄດ້ຜົນ
ແນ່ນອນ,​ເພ່ິນ​ຮ່ຳຮຽນ​ທັງ​ເວັນ​ທັງຄືນ,ຄົ້ນຄວ້າ​ວິທະ​ຍາ​ຍຸດ,ບາງທີ​ອ່ານ​ຫນັງສືຈົນ​ດຶກ​,ກໍ​ບໍ່​ນອນ,​ເພ່ິນ​ຍັງ​ກຽມ​ເຫຼັກ​ຊີ​ອັນ​ຫນ່ຶງ,​ເມື່ອ​ຫິວ​ນອນ​ກໍ​ແທງ​ກົກຂາ,ຕື່ນ​ແລ້ວ​
ກໍ​ອ່ານ​ຕໍ່​ໄປອີກ.


ທ່ານ​ຊູ​ຊິນ​ໄດ້​ຄົ້ນຄວ້າ​ສະຖານະ​ການ​ຂອງ​ບັນດາ​ລັດ​ຢ່າງ​ຫຼົບ​ໄປ​ຫຼົບ​ມາ​ແລ້ວ,ທ່ານ​ເກັ້ຍກ່ອມ​ລັດ​ຢຽນ  ລັດ​ຈ້າວ​ກ່ອນ,​ແລ້ວ​ເກັ້ຍກ່ອມ​ໃຫ້ 6  ລັດຜູກ​ເປັນ​ພັນ​ມິດເຊ່ິງນຳ​ໂດຍລັດຊູ,ຮ່ວມ​ສຳພັນ​ກັນ​ຕ້ານ​ກັບ​ລັດ​ຊິນ,ທ່ານ​ຊູ​ຊິນ​ເປັນ​ເສນາ​ທິການ​ໃຫຍ່​ຂອງ​ກອງທັບ 6 ລັດ , ລັດຊິນ​​ເຫັນ​ແນວ​ນີ້,ກໍບໍ່​ກ້າ​​ເຂົ້າ​ລ່ວງ​ລ້ຳ​ລັດໃດ​ຫນ່ຶງ​ໃນ 6  ລັດ​​ຕາມ​ລຳພັງ​ໃຈ​ແລ້ວ,ສະພາບ​ການ​ແນວ​ນີ້​​ແກ່ຍາວ​ໄປເປັນ​ເວລາ 15 ປີ​,ຈົນ​ຮອດ​ເຈົ້າ​ຊີວິດ​ຊິນ​ເຊີ​ຫວງ​ເຕົ້າໂຮມ​​ຈີນ​ເປັນ​ເອກະ​ພາບ​ກັນ.
​ເມື່ອທ່ານ​ຊູ​ຊິນ​​ເປັນ​ເສນາ​ທິການ​ໃຫຍ່​ຂອງ​ກອງທັບ 6 ລັດ​ແລ້ວ, ​ເພ່ິນ​ກໍມີ​ຖາ​ນະ​ສູງສຸດ​ໃນ 6 ລັດ,ມີ​ເທື່ອ​ຫນ່ຶງ, ​ເພ່ິນ​ໄປວຽກ​​ແວ​ເມືອງໂລ້​ຢາງ ບ້ານ​ເກີດ​ເມືອງ​ນອນຂອງ​ເພ່ິນ,ຜູ່​ວ່າການ​ເມືອງ​ໂລ້​ຢາງ​ໄດ້​ສ່ັງ​ປະຊາຊົນ​ປັດ​ກວາດ​ຖະຫນົນ​ກ່ອນ


ລຽນ​ແຖວ​ຕ້ອນຮັບ,ພໍ​່​ແມ່​ຂອງທ່ານ​ຊູ​ຊິນກໍ​ສັກໄມ້​ເທົ້າ​ຄອຍ​ຖ້າ​ເພ່ິນ​ຢູ່​ຕາມ​ເສັ້ນ​ທາງ,​ເມື່ອ​ກັບ​ບ້ານ​ແລ້ວ,​ເມຍ​ເພ່ິນ​ຢືນຢູ່​ທາງ​ຂ້າງ​ບໍ່​ກ້າ​ເບ່ິງ​ເພ່ິນ ​ເອື້ອຍ​ໄພ​້ຂອງ​ເພ່ິນກົ້ມ​ຫົວ​ຢືນ​ຢູ່​ຫັ້ນສະ​ແດງ​ຄວາມ​ຂຳ່ນັບ​ບໍ່​ແລ້ວ​ບໍ່​ທ່ົວ,ທ່ານ​ຊູ​ຊິນ​ຖາມ​ວ່າ,​ເອື້ອຍ​ໄພ້,ດ້ວຍ​ເຫດ​ໃດ​ນໍ,​ແຕ່​ກ່ອນ​ເບ່ິງ​ເບົາ​ຂ້ອຍ,​ແຕ່​ດຽວ​ນີ້​ພັດ​ເຮັດ​ແນວ​ນີ້,​ເອື້ອຍ​ໄພ້ ສ່ັນຫົດໆ​ທັງ​ຕອບ​ວ່າ,ອາວ​ເປັນ​ຜູ່​ໃຫຍ່,ລາບ​ລວຍ​​ແລ້ວ,ຂ້ຽບໍ່​ກ້າ​ເຮັດ​ຄື​ເກ່ົາ​ແລ້ວ,


ທ່ານ​ຊູ​ຊິນ​ຈ່ິງ​ອຸຸທານ​ວ່າ,ຄົນ​ທຸກ​ແລ້ວ​ຈົນ​ວ່າພໍ່​ແມ່​ຕົນ​ບໍ່​ຫົວຊາ​ນຳ,​ເມື່ອຮ່ັງມີ​ຂຶ້ນ​
ແລ້ວຈົນ​ວ່າ​ຍາດຕິ​ພ່ີ​ນ້ອຍ​ກໍ​ຢ້ານ​ເຈົ້າ,ສົມ​ພໍ​ຄົນ​ທັງຫຼາຍ​ຢາກ​ໄດ້​ອຳນາດ.
ນິທານ​ສຸພາສິດ​ນີ້​ຫມາຍ​ຄວາມ​ວ່າ:​ເມື່ອ​ກ່ອນ​​ຂຶງ​ຂັງ​ມັງ​ມໍ,​ພາຍຫລັງ​ພັດ​ໂຄລົບ​ນັບຖື​ທີ່​ສຸດ,ດຽວ​ນີ້,ສຸພາສິດ​ນີ້​ຕຳ​ນິຄົນ​ຢາກ​ເບ່ິງ​ຄົນ​ຕາ​ມຖານະ​ແລະ​ອິດ​ທິພົນ​.