ສື່ມວນຊົນຂອງປະເທດຈຳນວນໜຶ່ງຕີລາຄາສູງຕໍ່ການຮ່ວມມືລະຫວ່າງຈີນກັບອາຊຽນ
cri
Author: Q
ຕາມຂ່າວແວບໄຊຊີນຮວາ,ສື່ມວນຊົນຂອງປະເທດຈຳນວນໜຶ່ງເຫັນວ່າ,ໃນໄລຍະໄຂກອງປະຊຸມຜູ້ນຳອາຊຽນກັບຈີນຄື10+1ຄັ້ງທີ8,ຈີນແລະອາຊຽນໄດ້ເຊັນສັນຍາສຳຄັນອັນເປັນປະຫວັດການ,ການພົວພັນຮ່ວມມືລະຫວ່າງສອງຝ່າຍໄດ້ລົງສູ່ລວງເລິກຕື່ມອີກ.ອິດທິພົນຂອງຈີນຢູ່ພາກພື້ນອາຊີຕາເວັນອອກນັບມື້ນັບສູງຂຶ້ນ.
ໜັງສືພິມໂຢມີອູລີຊິມບູນຂອງຍິ່ປຸ່ນສະບັບວັນທີ30ພະຈິກໄດ້ພິມບົດຄວາມໂດຍຂຽນ ວ່າ,ໃນປີ1997,ຈີນແລະອາຊຽນໄດ້ເປັນເອກະສັນກັນເຫັນດີສ້າງການພົວພັນຖານບ້ານ ໃກ້ເຮືອນຄຽງທີ່ໄວ້ເນື້ອເຊື່ອໃຈກັນ,ປີ2002,ສອງຝ່າຍໄດ້ກຳນົດເປົ້າໝາຍສ້າງເຂດ ການຄ້າເສລີໃນປີ2010."ແຜນປະຕິບັດງານ"ທີ່ຈີນແລະອາຊຽນຜ່ານໃນເທື່ອນີ້ໄດ້ ເພີ່ມເນື້ອໃນໃໝ່ກ່ຽວກັບຂົງເຂດການເມືອງແລະຄວາມປອດໄພ.ສາມາດເວົ້າໄດ້ວ່າ, ການພົວພັນສອງຝ່າຍໄດ້ລົງເລິກຕື່ມອີກ.
ຂ່າວສານອາແອັຟເປກ່າວວ່າ,ວັນທີ29ພະຈິກ,ຈີນແລະ10ປະເທດອາຊີອາຄະເນໄດ້ ເຊັນສັນຍາການຄ້າອັນເປັນປະຫວັດການ,ເຊິ່ງໄດ້ແຜ້ວທາງໃຫ້ແກ່ການສ້າງເຂດ ການຄ້າເສລີທີ່ໃຫຍ່ກວ່າໝູ່ໃນໂລກທີ່ມີປະຊາກອນເກືອບ2ຕື້ຄົນກ່ອນປີ2010.
ໜັງສືພິມເຄຈາຍຊິມບູນຂອງຍີ່ປຸ່ນລາຍງານວ່າ,ໃນບັນດາກອງປະຊຸມທີ່ຈີນກັບອາຊຽນ ແລະປະເທດອື່ນໆຈັດຂຶ້ນນັ້ນ,ທ່າທີອັນຕັ້ງໜ້າຂອງຈີນໄດ້ປະຈັກຕາຄົນ.ຈີນແລະອາ ຊຽນໄດ້ເຊັນເອກກະສານ4ສະບັບ,ໃນປະເທດທີ່ສົນທະນາກັບອາຊຽນ,ຈີນໄດ້ເຊັນສັນ ຍາຫຼາຍກວ່າໝູ່.ໃນຜູ້ນຳສູດຍອດຂອງບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມ,ມີແຕ່ຜູ້ ນຳຈີນຢ້ຽມຢາມລາວປະເທດເຈົ້າພາບຈັດກອງປະຊຸມຢ່າງເປັນທາງການ.ຈີນຍັງຕົກ ລົງາໃຫ້ການຊ່ອຍເຫຼືອທາງເສດຖະກິດໃໝ່ແກ່ລາວເປັນຕົ້ນ,ອິດທິພົນຂອງຈີນພວມ ເພີ່ມຂຶ້ນ.
|
|