ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-02 15:33:17    
ຊ່ອງທາງເຜີຍແຜ່ຂອງໂຣກເອດສ໌

cri
ເຊື້ອໄວລັສຂອງໂຣກເອດແມ່ນຈຸນລະອິນຊີທີ່ນ້ອຍທີ່ສຸດຊະນິດຫນຶ່ງ,ມັນຕົ້ນຕໍແມ່ນມີຊິດ
ຢູ່ໃນເລືອດ ນ້ຳອະສຸຈິ ນ້ຳເຫລືອງ ສິ່ງຂັບຖ່າຍໃນຊ່ອງຄອດແລະນ້ຳນົມ. ສະນັ້ນ,ວິທີ
ີແຜ່ລະບາດຂອງໂຣກເອດຕົ້ນຕໍມີຢູ່ສາມຊ່ອງທາງ.

ຊ່ອງທາງທີຫນຶ່ງແມ່ນແຜ່ລະບາດທາງເພດສຳພັນ.ໃນກໍລະນີທີ່ບໍ່ໃຊ້ມາດຕະການປ້ອງ
ກັນ,ເຊື້ອໄວລັສໂຣກເອດຈະແຜ່ລະບາດຢູ່ລະຫວ່າງຍິງຊາຍ ລະຫວ່າງຜູ້ຊາຍກັບຜູ້
ຊາຍໂດຍຜ່ານເພດສຳພັນ.ມີຄູ່ເພດສຳພັນຍິ່ງຫລາຍ, ຄວາມອັນຕະລາຍທີ່ຈະຕິດເຊື້ອ
ໂຣດເອດກໍ່ຍິ່ງຫລາຍ.ປະຈຸບັນ,ຜູ້ຕິດເຊື້ອໂຣກ ເອດປະມານ 90% ໃນທົ່ວໂລກແມ່ນ
ແຜ່ລະບາດໂດຍຜ່ານຈາກຊ່ອງທາງເພດ ສຳພັນ.ອັດຕາສ່ວນຂອງຜູ້ຕິດເຊື້ອໂຣກເອດ
ຜ່ານເພດສຳພັນຢູ່ຈີນປະກົດມີທົ່ວທ່າເພີ່ມຂຶ້ນສູ່ປີ.

ຊ່ອງທາງທີສອງແມ່ນແຜ່ລະບາດທາງເລືອດ.ການໃຊ້ເຂັມອັນດຽວກັນສັກຢາເສບຕິດເຂົ້າ
ເສັ້ນເລືອດດຳ;ການໃສ່ເລືອດແລະຜະລິດຕະພັນເລືອດທີ່ຖືກເຊື້ອໂຣກ ເອດເຊື່ອມພິດ;ການໃຊ້ຫລອດເຂັມແລະເຂັ້ມສັກຢາທີ່ຖືກເຊື້ອໄວລັສໂຣກເອດ ເຊື່ອມພິດແລະບໍ່ໄດ້ດັບ
ເຊື້ອຢ່າງເຄັ່ງຄັດ;ການຍ້າຍ​ເພາະ​ເນື້ອ​ເຍື່ອ ອະ​ໄວ​ຍະ​ວະ​ທີ່​ຖືກ​ເຊື້ອ​ໄວ​ລັສ​ໂຣກ​ເອດ​ເຊື່ອມ​ພິດ​ແລະ​ການໃຊ້​ມີດ​ໂກນ​ຫນວດ​ແລະ​ໄມ້​ສີ​ແຂ້ວຂອງ​ຜູ້​ເປັນ​ໂຣກ​ເອດ​ຫລື​ຜູ້​ຕິດ​ເຊື້ອ​ໂຣກ​ເອດ​ລ້ວນ​ແຕ່​ຈະພາໃຫ້​ຕິດ​ເຊື້ອ​ໂຣກ​ເອດໄດ້.ປະຈຸ​ບັນ,ຢູ່​ຈີນ,ການຮ່ວມ​ກັນ​​ໃຊ້​ເຂັມສັກ​ຢາ​ເສບ​ຕິດ​ອັນດຽວ ກັນ​ນັ້ນ​ແມ່ນ​ວິທີ​ຕົ້ນຕໍ​ທີ່ພາໃຫ້​ໂຣກ​ເອດລະບາດ.

ຊ່ອງທາງ​ທີ​ສາມ​ແມ່ນ​ແມ່​ແຜ່​ເຊື້ອໂຣກ​ໃຫ້​ລູກ​ອ່ອນ.​ແມ່ຍິງ​ທີ່​ຕິດ​ເຊື້ອ​ໂຣກ​ເອດ​,​ໃນ​ເວລາ​ຖືພາ​ແລະ​ອອກລູກ​ນັ້ນເຊື້ອໂຣກເອດໃນ​ເລືອດ​ແລະ​ສິ່ງ​ຂັບ​ຖ່າຍ​ໃນ​ຊ່ອງ​ຄອດຂອງແມ່ກໍ່​ຈະຕິດແປດ​ໃຫ້​ລູກ​ໃນ​ທ້ອງ,​ໃນ​ເວລາ​ໃຫ້​ລູກກິນນົມ,ເຊື້ອໂຣກໃນນ້ຳນົມ​ກໍ່ແຜ່​ໃຫ້​ລູກ​ອ່ອນ.​ໃນ​ກໍລະນີ​ທີ່​ບໍ່​ໄດ້​ໃຊ້​ມາດ​ຕະການ​ທາງ​​ແພດສາດ​ໃດໆ​ເຊັ່ນ​ກັ້ນກາງ​ດ້ວຍ​ຢາ​ລະ​ຫວ່າງ​ແມ່​ແລະ​ລູກ​ເປັນຕົ້ນ,ຜູ້​ເປັນ​ແມ່​ທີ່​ຕິດ​ແປດ​ເຊື້ອໂຣກເອດແລ້ວນັ້ນ​ແຜ່​ລະບາດ​ເຊື້ອ​ໂຣກ​ເອດ​ໃຫ້​ລູກ​ໃນ​ທ້ອງໃນອັດຕາ 25% ຮອດ 35%.​

​ແປ​ບາງ​ຄຳ​ສັບ​ກ່ຽວ​ກັບ​ໂຣກ​ເອດ:

ວິທີ​ປົວ​ແບບ​ຄອກ​ເທວ:ຄື"ວິທີ​ປົວ​ຕ້ານ​ການ​ກອບ​ປີ​ຂອງ​ເຊື້ອ​​ໄວ​ລັສທີ່​ມີ​ປະສິດທິພາບ​ສູງ",​ແມ່ນ​ທ່ານ​ເຮີ​ຕ້າ​ອີ່ ນັກວິທະຍາສາດ​ເຊື້ອສາຍ​ຈີນ​ຂອງ​ອາ​ເມ​ລິ​ກາ​ສະ​​ເຫ​ນີອອກ​ມາ​ໃນປີ 1996,​ແມ່ນ​ນຳ​ໃຊ້​ຢາ​ຕ້ານ​ເຊື້ອ​ສາມ​ຊະນິດ​ຂຶ້ນ​ໄປມາ​ຮ່ວມ​ກັນປົວ​ໂຣກ​ເອດ.ການ​ນຳ​​ໃຊ້​ວິທີ​ປົວ​ດັ່ງກ່າວ​ສາມາດ​ຫລຸດ​ຄວາມ​ດື້​ຢາ​ຍ້ອນ​ການ​​ໃຊ້​ຢາ​ຊະນິດ​ດຽວ​ໃຫ້​ຫນ້ອຍ​ລົງ,ລະງັບ​ການ​ກອບ​ປີ​ຂອງ​ເຊື້ອ​ໄວ​ລັສ​ໃນ​ຂອບ​ເຂດ​ຫລາຍ​ທີ່​ສຸດ,​ເຮັດ​ໃຫ້​ພູມ​ຄຸ້ມ​ກັນ​ຂອງ​ຮ່າງກາຍ​ທີ່​ຖືກ​ທຳລາຍ​ນັ້ນ​ຟື້ນ​ຟູ​ສ່ວນ​ຫນ່ຶງ​ຫລື​ທັງ​ຫມົດ,​ແລ້ວ​ເລື່ອນ​ການ​ຄືບ​ຫນ້າ​ຂອງ​ພະຍາດ,​ແກ່ຍາວ​ຊີວິດ​ຂອງ​ຄົນ​ເຈັບ,ຍົກ​ຄຸນ​ນະພາ​ບຂອງ​ຊີວິດ​ໃຫ້​ສູງ​ຂຶ້ນ.

ການ​ຕິດຕາມ​ວັດ​ແທກ​ຈຸດ​ປ້ອມ:ຄື​ວິທີ​ຕິດຕາມ​ວັດ​ແທກ​ໂຣກລະບາດ​ວິທະຍາ​ທີ່​ວ່ອງ​ໄວ ງ່າຍດາຍ​ແລະ​ເສດຖະກິດ​ຊະນິດ​ຫນື່ງ​ທີ່​ສະຫນອງ​ຫລັກ​ອ້າງ​ອີງ​ໃຫ້​ແກ່ການ​ເກັບ​ກຳ​ສະພາບ​ໂຣກ​ເອດ​ແຜ່​ລະບາດ​​ແລະ​ຂໍ້​ມູນ​ຂ່າວສານ​ທີ່​ກ່ຽວຂ້ອງ​​ໃນ​ຝູງ​ຄົນ​ພິ​ເສດ​ຢ່າງ​ຕໍ່​ເນື່ອງ​ຢູ່​ສະຖານ​ທີ່​ຄົງ​ທີ່​ແລະ​ເວລາ​ຄົງ​ທີ່,​ເພື່ອ​ໄດ້​ຮັບ​ທ່ວງທ່າ​ແຜ່ລະບາດ​ຂອງ​ໂຣກ​ເອດ​ຢູ່​ທ້ອງ​ຖິ່ນດັ່ງກ່າວ​ເປັນຕົ້ນ.

ມີ​ຄູ່​ເພດ​ສຳພັນ​ຫລາຍ​ຄົນ:ຜູ້​ທີ່​ມີ​ເພດ​ສຳພັນ​ກັບ​ສອງ​ຄົນ​ຫລື​ສອງ​ຄົນ​ຂຶ້ນ​ໄປ​ເອິ້ນ​ວ່າ​ມີ​ຄູ່​ເພດ​ສຳພັນ​ຫລາຍ​ຄົນ.ການ​ມີ​ຄູ່​ເພດ​ສຳພັນ​ຫລາຍ​ຄົນ​ແມ່ນ​ການ​ກະທຳ​ຊະນິດ​ຫນຶ່ງທີ່​ມີ​ຄວາມ​ອັນຕະລາຍ​ສູງ​ໃນ​ການ​ແຜ່​ບະ​ບາດ​ເຊຶ້ອ​ໂຣກ​ເອດ,ມີ​ຈຳນວນ​ຄູ່​ເພດ​ສຳພັນ​ຍິ່ງ​ຫລາຍ,ຄວາມ​ອັນຕະລາຍ​ທີ່​ຈະ​ຕິດ​ເຊື້ອ​ໂຣກ​ເອດ​ກໍ່​ຍິ່ງຫລາຍ.

ການ​ແລກປ່ຽນ​ເຂັ້ມສັກ​ຢາ:ຜູ້​ທີ່​ສັກ​ຢາ​ເສບ​ຕິດ​ເອົາ​ເຂັ້ມສັກ​ຢາ​ທີ່​ຕົນ​ໃຊ້​ແລ້ວນັ້ນ​ໃຫ້​ພະນັກງານ​ອົງການ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ຫລື​ຜູ້​ປະຕິບັດ​ງານ​ທາງ​ສັງຄົມ​ຜູ້​ສຶກສາ​ຫມູ່ຄູ່​ທີ່​ຜ່ານ​ການ​ອົບຮົມ​ນັ້ນ​ເກັບ​ຄືນ​ແລະ​ແລກ​ເອົາ​​ເຂັ້ມສັກ​ຢາ​ໃຫມ່,​ເພື່ອ​ຫລີກ​ເວັ້ນບໍ່​ໃຫ້​ໂຣກ​ເອດ​ແຜ່​ລະບາດ​ໂດຍ​ຜ່ານ​ການ​​ໃຊ້ເຂັ້ມສັກ​ຢາຮ່ວມ​ກັນ.

ວິທີ​ປົວ​ດ້ວຍ​ຢາ​ເມ​ຊາ​ທອນ:ຕໍ່​ຜູ້​ທີ່​ຕິດ​ຢາ​ເສບ​ຕິດ​ປະ​ເພດ​ຢາຝິ່ນ,ຜ່ານ​ການ​ກິນ​ຢາ​ເມ​ຊາ​ທອນ​ໂດຍ​ຈຳກັດ​ປະລິມານ​ເປັນ​ເວລາ​ຍາວ​ນານ,​ເພື່ອ​ເຂົ້າ​ແທນ​ການ​ສັກ​ຢາ​ເສບ​ຕິດ,ລະດັບ​ຄວາມ​ຢາກ​ເຮ​ໂລ​ອິນ​​ແລະ​ຄວາມ​ຊົມ​ຊ່ືນ​ຍ້ອນ​ການ​ນຳ​ໃຊ້​ເຮ​ໂລ​ອິນ​ຂອງ​ພວກ​ເຂົາ​ເຈົ້າ.ພ້ອມ​ທັງ​ຜ່ານ​ການ​ສະຫນອງ​ການ​ປົວ​ດ້ານ​ຈິດ​ໃຈ ການ​ສອບ​ຖາມ​ດ້ານ​ສຸຂະພາບ​ແລະ​ການ​ປະກອບ​ອາຊີບ​ແລະ​ການ​ສະຫນັບສະຫນູນ​ການ​ບໍລິການ​ຂອງ​ສັງຄົມ,​ເຮັດ​ໃຫ້​ຜູ້​ຕິດ​ຢາ​ເສບ​ຕິດ​ຍົກ​ສູງ​ຫລື​ຟື້ນ​ຟູ​ບົດບາດ​ສັງຄົມ​ຂອງ​​ພວກ​ເຂົາ​ເຈົ້າ.