|
![](/images/spacer.gif) |
(GMT+08:00)
2004-12-02 15:39:39
|
![](/images/shim.gif) |
ການຮ່ວມມືເສດຖະກິດການຄ້າເປັນສັກຂີພິຍານແກ່ມິດຕະພາບຈີນ-ລາວ
cri
Author: mengmeng
ທ່ານຜູ້ຟັງທີ່ໂຄລົບ, ບັນດາກອງປະຊຸມສຸດຍອດອາຊຽນໄດ້ຈັດຂຶ້ນຢູ່ວຽງຈັນ ນະຄອນຫຼວງສປປລາວຢ່າງສຳເລັດຜົນແລ້ວ. ຕາມໄດ້ຊາບ, ສປປລາວເປັນເຈົ້າພາບຈັດບັນດາກອງປະຊຸມສຸດຍອດເທື່ອນີ້, ນະຄອນຫຼວງວຽງຈັນໄດ້ທຳການກະກຽມຢ່າງເຕັມສ່ວນ, ສ່ວນບາງບໍລິສັດຈີນກໍ່ໄດ້ເຂົ້າຮ່ວມການສ້າງສາໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່ທີ່ກ່ຽວຂ້ອງ.
ຢູ່ນະຄອນຫຼວງວຽງຈັນມີປະຫວັດມາ1300ກວ່າປີແລ້ວ, ເມື່ອຄົນທັງຫຼາຍຍ່າງຫຼືຂັບລົດຢູ່ຕາມຖະໜົນຫົນທາງວຽງຈັນນັ້ນ, ສວນປະຕູໄຊແລະຖະໜົນຈຳປາລ້ານຊ້າງຢູ່ໃຈກາງເມືອງກໍ່ຈະດູດດຶງເອົາສາຍຕາຂອງຄົນທັງຫຼາຍ, ຈຸດຮຸ່ງສອງຈຸດດັ່ງກ່າວບໍ່ພພຽງແຕ່ແມ່ນທິວທັດຕົ້ນຕໍໃນນະຄອນຫຼວງວຽງຈັນເທົ່ານັ້ນ, ຍັງໄດ້ຈາລຶກມິດຕະພາບອັນເລິກເຊິ່ງຂອງປະຊາຊົນຈີນທີ່ມີຕໍ່ປະຊາຊົນລາວ.
ສວນປະຕູໄຊແມ່ນຈີນສ້າງພິເສດເນື່ອງໃນໂອກາດລາວເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ. ສວນປະຕູໄຊຕັ້ງຢູ່ໃຈກາງຂອງຖະໜົນໃຈກາງເມືອງ, ມີເນື້ອທີ່ກວ້າງ4ໝື່ນແມັດມົນທົນ, ລົງທຶນ10ລ້ານຢວນ, ບໍລິສັດຊຸຍຕຽນສາມຈູແຂວງກວາງຕຸ້ງຈີນສ້າງສາມເດືອນກໍສຳເລັດ.
ທ່ານສົມມາດ ພົນເສນາ ລັດຖະມົນຕີຊ່ອຍວ່າການກະຊວງຄົມມະນາຄົມ, ຂົນສົ່ງ, ໄປສະນີແລະກໍ່ສ້າງລາວເວົ້າວ່າ,
ປະຕູໄຊທີ່ເປັນສິ່ງກໍ່ສ້າງແບບຝຣັ່ງທີ່ສະຫງ່າຜ່າເຜີຍໄດ້ຕັ້ງຢູ່ສວນດັ່ງກ່າວ, ໃຕ້ຫົ່ມຕົ້ນປາມແລະກົກໄມ້ຊະນິດຕ່າງໆທີ່ຂຽວອຸ່ມທຸ່ມ. ໃນສວນໄດ້ເຕັມໄປດ້ວຍດອກໄມ້ນາໆພັນແລະເດີ່ນຫຍ້າ, ນ້ຳພຸປະກອບສຽງດົນຕີສອງແຫ່ງຄືກັນກັບໄຂ່ມຸກທີ່ເຫຼື້ອມໃສ, ໄດ້ເອ້ຢ້ອງສວນປະຕູໄຊສວຍງາມທີ່ສຸດແລະເພີ່ມຄວາມທັນສະໄໝຂອງຕົວເມືອງຫຼວງວຽງຈັນ.
ທາງເລກສອງທີ່ໄດ້ຜ່ານປະຕູໄຊນັ້ນແມ່ນຈຸດຮຸ່ງອີກອັນໜຶ່ງໃນຕົວເມືອງວຽງຈັນ, ທາງເສັ້ນນີ້ອາດເວົ້າໄດ້ວ່າແມ່ນເສັ້ນທາງທີ່ດີກວ່າໝູ່ຢູ່ນະຄອນຫຼວງວຽງຈັນກໍ່ຄືຂອງທົ່ວປະເທດລາວ, ນີ້ກໍ່ແມ່ນບໍລິສັດຊຸຍຕຽນສາມຈູແຂວງກວາງຕົງຈີນເປັນຜູ້ຮັບເໝົາສ້າງ, ໄດ້ສ້າງສຳເລັດໃນເດືອນມິຖຸນາປີ2003, ຖືກເອີ້ນເປັນກິດຈະການໃບໜ້າໃບຕາຂອງລາວ.
ທ່ານຈ່າງດຸຍຄຸນ ທີ່ປຶກສາເສດຖະກິດການຄ້າຈີນປະຈຳລາວເວົ້າວ່າ:
ທາງເລກສອງທີ່ຈີນຮັບເໝົາສ້າງນັ້ນຢູ່ມໍ່ກັບສຳນັກງານນາຍົກລັດຖະມົນຕີຂອງລາວ, ມັນເປັນຕົວແທນຂອງຊາດລາວ, ອຳນວຍຄວາມສະດວກສະບາຍແກ່ປະຊາຊົນລາວ.
ທາງເລກສອງເລີ່ມຈາກຫໍຄຳ, ຢູ່ຂ້າງເສັ້ນທາງນີ້ມີສຳນັກງານສູນກາງພັກປະຊາຊົນປະຕິວັດລາວ, ສຳນັກງານນາຍົກລັດຖະມົນຕີແລະບັນດາກະຊວງແລະຄະນະກຳມະການຕ່າງໆຂອງລາວ, ຍາວ13ກິໂລແມັດ, ແມ່ນເສັ້ນທາງທີ່ແຂກຜູ້ມີກຽດຕ່າງປະເທດທີ່ມາຢາມລາວເດີນຜ່ານໃນເທດສະບານເມືອງ.
ສ່ວນໂຮງແຮມດອນຈັນພາເລດທີ່ຕັ້ງຢູ່ແຄມແມ່ນ້ຳຂອງຂອງນະຄອນຫຼວງວຽງຈັນນັ້ນແມ່ນໂຮງແຮມລະດັບ5ດາວພຽງຫຼັງດຽວຂອງລາວ, ກໍ່ແມ່ນກຸ່ມບໍລິສັດຈ້ຽນກົ່ງແຂວງຢຸນນານຈີນໃຊ້ເວລາພຽງ10ເດືອນສ້າງສຳເລັດກ່ອນໄຂບັນດາກອງປະຊຸມສຸດຍອດອາຊຽນໂດຍ. ປະຈຸບັນ, ຕຶກສູງ14ຊັ້ນນີ້ໄດ້ກາຍເປັນສັນຍະລັກໃໝ່ຂອງນະຄອນຫຼວງວຽງຈັນ.
ຢູ່ວຽງຈັນ, ໂຄງການສ້າງສາຂະໜາດໃຫຍ່ທີ່ກ່ຽວຂ້ອງກັບກອງປະຊຸມສຸດຍອດອາຊຽນທີ່ບໍລິສັດຈີນເຂົ້າຮ່ວມຍັງມີຫຼາຍ. ນີ້ກໍ່ໄດ້ສ່ອງແສງໃຫ້ເຫັນເຖິງມິດຕະພາບຈີນ-ລາວ.
ກ່ອນນີ້ບໍທໍ່ໃດມື້, ເມື່ອທ່ານຫຼິວເຈິ່ງ ຮອງວິສະວະກອນໃຫຍ່ສະຖາບັນອອກແບບແລະຄົ້ນຄວ້າວິທະຍຸ, ຮູບເງົາແລະໂທລະພາບຈີນທີ່ຫາກໍ່ກັບຈາກການສຳຫຼວດຢູ່ລາວເມື່ອໄດ້ຫວນຄືນການຕ້ອນຮັບຂອງຝ່າຍລາວນັ້ນ, ທ່ານກ່າວວ່າ,
ຈີນລາວມີມິດຕະພາບທີ່ມີມູນເຊື້ອອັນເລິກເຊິ່ງ, ກໍຄືກັນກັບຈີນ, ລາວພວມດຳເນີນການປ່ຽນແປງໃໝ່ແລະໄຂປະຕູສູ່ພາຍນອກ, ໃນການຮ່ວມມືດ້ານເສດຖະກິດການຄ້າ, ຈີນກັບລາວມີຫຼາຍອັນສາມາດຕາບຈູນກັນ, ຖ້າເງື່ອນໄຂເອື້ອອຳນວຍ, ພວກຂ້າພະເຈົ້າຍິນດີເຮັດໂຄງການຢູ່ລາວ, ເພື່ອຮັບໃຊ້ປະຊາຊົນລາວແລະຊ່ອຍລາວສ້າງສາປະເທດຊາດ.
ທ່ານສີນິງນິງ ກຳມະການໃນສະພາມົນຕີການຄ້າຈີນ-ອາຊຽນພັດເຫັນວ່າ:
ຈີນລາວມີເງື່ອນໄຂດ້ານພູມສາດທີ່ສະດວກທີ່ສຸດເພື່ອພັດທະນາການຮ່ວມມືເສດຖະກິດການຄ້າແລະການພົວພັນມິດຕະພາບ, ເຊື່ອວ່າຜ່ານຈາກການຢ້ຽມຢາມລາວຂອງທ່ານເວິ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນເທື່ອນີ້, ອະນາຄົດແຫ່ງການພັດທະນາລະຫວ່າງຈີນລາວຍ່ອມຈະກວ້າງຂວາງກວ່າເກົ່າ, ມິດຕະພາບລະຫວ່າງຈີນລາວກໍ່ຈະຍິ່ງແໜ້ນແຟ້ນກວ່າເກົ່າ.
|
|
|