ຜູ້ຊ່ຽວຊານກ່າວວ່າ, ການເລີ່ມສ້າງເຂດການຄ້າເສລີຈີນອາຊຽນຈະເລັ່ງລັດຂະບວນວິວັດເຊື່ອມໂຍງເສດຖະກິດອາຊີ
cri
Author: MO
ກອງປະຊຸມຜູ້ນຳຈີນອາຊຽນຄັ້ງທີ 8 ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນໄດ້ອັດລົງແລ້ວໃນຫວ່າງມໍ່ໆນີ້. ໃນໄລຍະປະຊຸມ, ຈີນກັບອາຊຽນໄດ້ເຊັນສັນຍາສຳຄັນຕ່າງໆ, ເຮັດໃຫ້ການສ້າງສາເຂດການຄ້າເສລີຈີນອາຊຽນກ້າວເຂົ້າສູ່ໄລຍະເລີ່ມຕົ້ນຢ່າງຮອບດ້ານໃນລັກສະນະທາດແທ້. ວັນທີ 2 ທັນວາ, ໃນເວລາຕ້ອນຮັບການເຂົ້າສຳພາດຂອງນັກຂ່າວCRIພວກເຮົານັ້ນ, ທ່ານນາງເວີຍມີນ ຮອງຫົວໜ້າຫ້ອງການຄົ້ນຄວ້າເສດຖະກິດໂລກຂອງສະຖາບັນຄົ້ນຄວ້າບັນຫາສາກົນຈີນເຫັນວ່າ, ນີ້ຍ່ອມຈະຊຸກຍູ້ຂະບວນວິວັດເຊື່ອມໂຍງເສດຖະກິດພາກພື້ນອາຊີຢ່າງບັງເກີດຜົນ.
ການເຊັນສັນຍາການຄ້າສິນຄ້າໃນສັນຍາຂອບການຮ່ວມມືເສດຖະກິດຮອບດ້ານຢູ່ເຂດການຄ້າເສລີຈີນອາຊຽນ ແລະສັນຍາກົນໄກແກ້ໄຂການວິວາດກັນຈີນອາຊຽນແມ່ນໝາກຜົນສຳຄັນໜຶ່ງຂອງກອງປະຊຸມຄັ້ງນີ້. ສັນຍາສອງສະບັບດັ່ງກ່າວນີ້ກຳນົດໄວ້ວ່າ, ຈີນກັບບັນດາປະເທດອາຊຽນຈະຫລຸດພາສີການຄ້າພາຍໃນພາກພື້ນໃຫ້ຕ່ຳລົງແຕ່ປີໜ້າເປັນຕົ້ນໄປ, ຮອດກ່ອນປີ 2010, ພາສີໃນພາກພື້ນຈະຫລຸດລົງຮອດ 5% ຫລືຕ່ຳກວ່ານັ້ນອີກ; ໃນສັນຍາດັ່ງກ່າວ, ບັນດາປະເທດອາຊຽນຍັງຮັບຮູ້ຖານະເສດຖະກິດຕະຫລາດອັນສົມບູນຂອງຈີນ. ເມື່ອກ່າວເຖິງສັນຍາສອງສະບັບນີ້, ທ່ານນາງເວີຍມີນເຫັນວ່າ, ສັນຍາສອງສະບັບນີ້ໄດ້ແຜ້ວທາງໃຫ້ແກ່ການສ້າງເຂດການຄ້າເສລີຈີນອາຊຽນ. ນາງເວົ້າວ່າ: ສັນຍາສອງສະບັບນີ້ແມ່ນສັນຍາທີ່ມີຄວາມໝາຍທາງປະຫວັດສາດທີ່ສຳຄັນທີ່ສຸດ: ເມື່ອສັງເກດຈາກດ້ານການເມືອງແລ້ວ, ມັນເປັນຂີດໝາຍສະແດງໃຫ້ເຫັນວ່າ, ແຕ່ນີ້ໄປ, ການພົວພັນຈີນອາຊຽນຈະກ້າວເຂົ້າສູ່ໄລຍະໃໝ່ແຫ່ງການຮ່ວມມືຢ່າງຮອບດ້ານ; ເມື່ອເບິ່ງຈາກດ້ານເສດຖະກິດແລ້ວ, ການເຊັນສັນຍາດັ່ງກ່າວເປັນຂີດໝາຍສະແດງໃຫ້ເຫັນວ່າ, ເຂດການຄ້າເສລີຈີນອາຊຽນໄດ້ເຂົ້າສູ່ໄລຍະເລີ່ມຕົ້ນຢ່າງຮອບດ້ານຕົວຈິງ. ການເຊັນສັນຍາກໍໄດ້ແຜ້ວທາງໃຫ້ແກ່ການສ້າງເຂດການຄ້າເສລີຈີນອາຊຽນນຳອີກ, ການພົວພັນເສດຖະກິດການຄ້າລະຫວ່າງຈີນອາຊຽນໃນພາຍໜ້າຈະຂະຫຍາຍຕົວອອກໃນຂອບສັນຍາສອງສະບັບດັ່ງກ່າວ, ບັນລຸຈຸດໝາຍສ້າງຕັ້ງເຂດການຄ້າເສລີຈີນອາຊຽນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແລະຈະເລີນຮຸ່ງເຮືອງນຳກັນໃນທີ່ສຸດ. ໃນຫລາຍປີມານີ້, ການຮ່ວມມືເສດຖະກິດການຄ້າຈີນອາຊຽນໄດ້ຂະຫຍາຍຕົວຢ່າງຫລວງຫລາຍ, ການຮ່ວມມືເສດຖະກິດການຄ້າລະຫວ່າງສອງຝ່າຍນັບມື້ນັບແໜ້ນແຟ້ນ, ຄວາມອີງອາໄສກັນດ້ານເສດຖະກິດໄດ້ເພີ່ມຂຶ້ນເລື້ອຍໆ. ທ່ານນາງເວີຍມີນເຫັນວ່າ, ການຮ່ວມມືເສດຖະກິດລະຫວ່າງສອງຝ່າຍດຳເນີນໄປຢ່າງສະດວກ, ແມ່ນຍ້ອນໄດ້ມີການພົວພັນການເມືອງອັນດີງາມ, ໂດຍສະເພາະແມ່ນການເຄື່ອນໄຫວການເມືອງຕ່າງໆຄື: ສອງຝ່າຍໄດ້ເຊັນຄຳຖະແຫລງການປະຕິບັດງານຂອງບັນດາຝ່າຍທະເລຈີນໃຕ້, ສ້າງການພົວພັນຄູ່ຍຸດທະສາດທີ່ອວ່າຍໜ້າໄປສູ່ສັນຕິພາບແລະຄວາມຈະເລີນຮຸ່ງເຮືອງ, ຈີນເຂົ້າຮ່ວມສົນທິສັນຍາມິດຕະພາບຮ່ວມມືອາຊີອາຄະເນເປັນຕົ້ນ, ໄດ້ເຮັດໃຫ້ສອງຝ່າຍໄວ້ເນື້ອເຊື່ອໃຈກັນທາງການເມືອງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ນາງເວົ້າວ່າ:
ຂ້າພະເຈົ້າເຫັນວ່າ, ການພົວພັນການເມືອງອັນດີງາມແນວນີ້ໄດ້ມີບົດບາດຕັ້ງໜ້າທີ່ສຸດຕໍ່ການຊຸກຍູ້ໃຫ້ສອງຝ່າຍຮ່ວມມືກັນໃນດ້ານເສດຖະກິດການຄ້າຍາວນານ, ແລະກໍໄດ້ສ້າງພື້ນຖານການເມືອງທີ່ດີຫລາຍໃຫ້ແກ່ການສ້າງເຂດການຄ້າເສລີແລະເຈລະຈາກັນຕື່ມອີກ; ເວົ້າອີກໃນໜຶ່ງ, ການຮ່ວມມືເສດຖະກິດດຳເນີນໄປຢ່າງສະດວກກໍຈະມີບົດບາດຊຸກຍູ້ທີ່ດີທີ່ສຸດຕໍ່ການຂະຫຍາຍການພົວພັນການເມືອງຢ່າງສະດວກ, ຂ້າພະເຈົ້າເຫັນວ່າ, ລະຫວ່າງສອງດ້ານນີ້ແມ່ນການພົວພັນທີ່ຊຸກຍູ້ກັນໄປທາງແງ່ດີ.
ທ່ານນາງເວີຍມີນຍັງກ່າວວ່າ, ການຮ່ວມມືເສດຖະກິດການຄ້າຈີນອາຊຽນມີຊ່ອງຫວ່າງກວ້າງຂວາງທີ່ສຸດ, ການຂະຫຍາຍການພົວພັນເສດຖະກິດການຄ້າລະຫວ່າງສອງຝ່າຍກໍຍ່ອມຈະຍົກສູງຂຶ້ນຫລາຍຄຽງຄູ່ກັບການສ້າງເຂດການຄ້າເສລີ. ນາງເຫັນວ່າ, ເພື່ອຮັບປະກັນໃຫ້ເຂດການຄ້າເສລີສ້າງສຳເລັດຢ່າງສະດວກ, ຈີນແລະອາຊຽນຍັງຄວນທຳຄວາມພະຍາຍາມໃນ 4 ດ້ານ, ນາງເວົ້າວ່າ:
ໜຶ່ງແມ່ນສຳເລັດວຽກງານເຈລະຈາກ່ຽວກັບສັນຍາການຄ້າບໍລິການ ແລະການລົງທຶນໂດຍໄວ; ສອງ, ຈີນແລະອາຊຽນທັງສອງຝ່າຍຄວນອິງຕາມຕາລາງເວລາທີ່ກຳນົດໃນສັນຍາສອງສະບັບທີ່ເຊັນກັນເທື່ອນີ້, ຫລຸດຫລືຍົກເວັ້ນພາສີ; ສາມ, ແມ່ນສອງຝ່າຍຄວນເພີ່ມການຮ່ວມມືໃນດ້ານພາສີ ກວດກາສິນຄ້າ ກວດພະຍາດ ແລະກວດກາຄຸນນະພາບ, ວາງມາດຖານເປັນເອກະພາບກັນ, ເຮັດໃຫ້ທຳນຽມຜ່ານດ່ານງ່າຍເຂົ້າ, ເຮັດໃຫ້ບັນລຸການຄ້າເສລີຢ່າງແທ້ຈິງ; ສີ່, ສອງຝ່າຍຄວນຊຳລະການຈັດວາງຜະລິດຕະພັນສະດຸ້ງໄວໃຫ້ດີ, ບໍ່ຄວນໃຫ້ມັນກາຍເປັນສິ່ງຂ້ອງຄາການຄ້າເສລີລະຫວ່າງສອງຝ່າຍ.
|
|