|
 |
(GMT+08:00)
2004-12-02 21:59:11
|
ສິງກະໂປຈະນຳອອກສະແດງລະຄອນໄວລຸ້ນພາສາຈີນທີ່ຮັບເບີ່ງດ້ວຍໂທລະສັບມືຖື
cri
Author: MO
ຕາມຂ່າວສານຊີນຮວາ: ບໍລິສັດຖ່າຍທຳລາຍການຂອງສື່ມວນຊົນໃໝ່ຂອງສິງກະໂປຈະນຳອອກສະແດງໂທລະພາບເລື່ອງໄວລຸ້ນພາສາຈີນທີ່ໃຊ້ໂທລະສັບມືຖື 3G ຮັບເບິ່ງໄດ້ເລື່ອງທຳອິດໃນອາຊີ, ແລະຈະໃຫ້ໂທລະສັບມືຖືດາວໂລດກ່ອນໂທລະພາບນຳອອກສາຍ.
ວັນທີ 1 ທັນວາ, ໂທລະພາບຊ່ອງຂ່າວອາຊີສິງກະໂປລາຍງານວ່າ, ບໍລິສັດ M1 ຂອງສິງກະໂປຈະສະໜອງເລື່ອງໂທລະພາບໃຫ້ຜູ້ໃຊ້ໂທລະສັບມືຖື 3G ໃນກາງປີໜ້າ.
ບໍລິສັດຖ່າຍທຳລາຍການສື່ມວນຊົນໃໝ່ພວມມີແຜນຖ່າຍທຳເລື່ອງໂທລະພາບທີ່ເອົາດາລາຮູບເງົາໂທລະພາບອາຊີເປັນເນື້ອເລື່ອງ, ເພື່ອໃຫ້ຜູ້ໃຊ້ໂທລະສັບມືຖື 3G ເລືອກເບິ່ງ.
|
|
|