ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-03 14:16:03    
​ເອົາ​ໃຈ​ໃສ່​ນຳ​ການ​ຕ່າງປະ​ເທດ​ອ້ອມ​ຂ້າງ,ຍາດ​ແຍ່ງ​ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍດຫລາຍ​ຝ່າຍ,ຈີນ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ແລະ​ຄວາມ​ເຄົາລົບ​ນັບ​ຖື

cri Author: huang
ໃນ​ບັນດາກອງ​ປະຊຸມ​ສຸດ​ຍອດອາ​ຊຽນທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ວຽງ​ຈັນ​ໃນ​ປີ​ນີ້,ຈີນ​ໄດ້​ກາຍ​ເປັນ​ຈຸດ​ສຸມ​ທີ່​ໄດ້​ຮັບຄວາມ​ເອົາ​ໃຈ​ໃສ່​ອີກ​ເທື່ອຫນຶ່ງ,ຈີນ​ກັບ​ອາ​ຊຽນ​ໄດ້​ເຊັ່ນ​ສັນຍາ​ຄັ້ງປະຫວັດ​ການ,​ເລີ່​ມຢ່ວງ​ບາດກ້າວ​ໃຫຍ່​ໄປ​ສູ່​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ທີ່​ມີ​ປະຊາ​ກອນ 1 ຕື້ 800 ລ້ານ​ຄົນ;ຈີນ​ກັບ​ອາ​ຊຽນ​ໄດ້​ວາງ​ແຜນປະຕິບັດ​ງານ​ຜັນ​ຂະຫຍາຍ​​ຄຳຖະ​ແຫລ​ງການ​ຮ່ວມ​ແຫ່ງ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ຈີນ​ອາຊຽນ​ເພື່ອ​ສັນຕິພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ,ວາງ​ແຜນ 5 ປີ​ເພື່ອ​ຮັດ​​ແໜັນ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ຂອງ​ສອງ​ຝ່າຍ.​ການ​ຢ້ຽມຢາມ​​ເທື່ອ​ນີ້​ຂອງທ່ານນາຍົກ​ເວີ່​ນ​ເຈຍ​ປາວ​ທີ່ເອົາ​ໃຈ​ໃສ່​ນຳຜົນ​ຕົວ​ຈິງ​ໄດ້​ຮັບ​ຜົນ​ຢ່າງ​​​ເດັ່ນ​ຊັດ.

ທ່ານ​ສາຍ​ຢູ້ ຜູ້​ຊ່ຽວຊານ​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ເວົ້າວ່າ,ຈີນ​ເອົາ​ໃຈ​ໃສ່​ນຳ​ການ​ທູດ​ອ້ອມ​ຂ້າງ​ແນວ​ນີ້​ແມ່ນ​ເພື່ອ"ຜູກ​ມິດ​ໃຫ້​ຫລາຍ,​ແຕ່​ສັດຕູ​ໃຫ້​ມີຫນ້ອຍ",​ສ້າງສະ​ພາບ​ແວດ​ລ້ອມ​ອ້ອມ​ຂ້າງທີ່​ມີ​ຜົນ​ດີ​ທີ່​ສຸດຕໍ່​ການ​ພັດທະນາ​ຂອງ​ຈີນ,​ໃຫ້ການ​ຊ່ອຍ​ເຫືຼອ​ແກ່​ການ​ຮ່ວມ​ມື​ຂອງພາກ​ພື້ນ,ສະ​ແຫວ​ງຫາ​​ໃຫ້​ອາ​ຊຽນ ອາຊີ​ຕະຫລອດ​ຮອດ​ໂລກ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຫລາຍ​ຝ່າຍ.

ວັນ​ທີ 29 ພະຈິກ,ຈີນ​ແລະ​ອາ​ຊຽນ​ໄດ້​ເຊັນ​ສັນຍາ​ການ​ຄ້າ​ເຄື່ອງ​ຂອງ​ຂອງ​ສັນຍາ​ຂອບ​ການ​ຮ່ວມ​ມື​ເສດຖະກິດ​ຮອບດ້ານ,ອາ​ຊຽນຮັບຮອງ​ຖານະ​ເສດຖະກິດ​ຕະຫລາດ​ສົມບູນ​ຂອງ​ຈີນ, ​ແຕ່ນີ້​ໄປ,ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໄດ້​​ກ້າວເຂົ້າສູ່​ວິຖີ​ໂຄຈອນ.ສັນຍາ​ການ​ຄ້າ​ເຄື່ອງ​ຂອງ​ໄດ້​ຂຽນ​​ວ່າ,ການ​ເຊັນ​ສັນຍາ​ການ​ຄ້າ​ເຄື່ອງ​ຂອງ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ​ໄດ້​ແຜ້ວ​ທາງ​ໃຫ້​ແກ່​ການ​ເລີ່​ມ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນຕາມ​ເວລາ​ກຳນົດ,​ແລະ​ຈະ​ສ້າງ​ສະ​ພາບການ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດທັງ​ສອງ​ຝ່າຍ​​ໃນ​ການ​ພົວພັນ​​ເສດຖະກິດ​ການ​ຄ້າຈີນ​ອາ​ຊຽນ.

ການ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດທັງ​ສອງ​ຝ່າຍ​ແນວ​ນີ້​ໄດ້​​ສ່ອງ​ແສງ​ຫລາຍ​ຂຶ້ນ​​ໃນ​ດ້ານ​ມູນ​ຄ່າ​ການ​ຄ້າ​ສອງ​ຕໍ່​ສອງ​ທີ່​ເພີ່ມ​ຂຶ້ນ​ສູ່​ປີ.ປີ 2003,ມູນ​ຄ່າ​ການ​ຄ້າ​ສອງ​ຕໍ່​ສອງ​ຂອງ​ຈີນ​ແລະ​ອາຊຽນ​ໄດ້​ບັນລຸ 78 ຕື້​ໂດ​ລາ​ສະຫະລັດ,ມູນ​ຄ່າ​ການ​ຄ້າ​ໃນ 10 ​ເດືອນ​ຕົ້ນປີ​ນີ້​ໄດ້​ລື່ນ​ກາຍ 70 ຕື້​ໂດ​ລາ​ສະຫະລັດ,ຜູ້​ຊ່ຽວຊານ​ດ້ານ​ເສດ​ຖະກິດ​ການ​ຄ້າ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ,ການ​ບັນລຸ​ເປົ້າ​ຫມາຍ 100 ຕື້​ໂດ​ລາ​ສະຫະລັດຂອງ​ປີ 2005 ​ກ່ອນ​ເວລາ​ກຳ​ນົດ​ໃນ​ປີ​ນີ້​​ແມ່ນ​ເບິ່ງໄປ​ໃນ​ແງ່​ດີ​ສົມຄວນ. ທ່ານອົງ​​ເຄັງຢົງ ​ເລຂາທິການ​ໃຫຍ່​ອາ​ຊຽນກ່າວ​ວ່າ,​ເມື່ອ​ສັງ​ເກດ​ເບິ່ງ​ທ່ວງທ່າ​ຂະຫຍາຍຕົວ​ໃນ​ຫລາຍ​ປີ​ມາ​ນີ້​ແລ້ວ​ເຫັນ​ວ່າ,​ໃນ​ອະນາຄົດ​ອີກ​ບໍ່​ດົນ,ມູນ​ຄ່າ​ການ​ຄ້າ​ຈີນ​ແລະ​ອາ​ຊຽນກໍ່​ຈະ​ລື່ນ​ກາຍ 130 ຕື້​ໂດ​ລາ​ສະຫະລັດ.

​ໃນ​ກອງ​ປະຊຸມ​ຄັ້ງນີ້,ຈີນ​ແລະ​ອາ​ຊຽນຍັງ​ໄດ້​ປະກາດ​ແຜນປະຕິບັດ​ງານຜັນ​ຂະຫຍາຍ​ຄຳ​ຖະ​ແຫລ​ງການ​ຮ່ວມ​ແຫ່ງ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ຈີນ​ອາຊຽນ​ເພື່ອຕິພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​​​ເຮືອງ,ວາງ​ແຜນ​ໃຫ້​ແກ່​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ​ສອງ​ຝ່າຍ​ໃນ 5 ປີ​ຂ້າງ​ຫນ້າ​ຢ່າງຮອບດ້ານ,​​ໃນ​ຂະນະ​ເພີ່ມ​ທະວີ​ການ​ເມືອງ​ນັ້ນ,ກໍ່​ເຮັດ​ໃຫ້ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ​ຂອງ​ສອງ​ຝ່າຍ​ເຊັ່ນ​ພະລັງງານ ຄົມ​ມະ​ນາ​ຄົມ ຄວາມ​ປອດ​ໄພ ວັດທະນະ​ທຳ​ແລະ​ວິທະຍາສາດ​ເຕັກນິກ​ເປັນຕົ້ນ​ໄດ້​ດຳ​​ເນີນ​ຢ່າງ​​ເປັນລະບຽບ​ກວ່າ​ເກົ່າ.

​ໃນ​ໄລຍະ​ຢ້ຽມຢາມ​ລາວ​ແລະ​ເຂົ້າຮ່ວມ​ກອງ​ປະຊຸມ​ອາ​ຊຽນ,ທ່ານ​ເວີ່ນ​ເຈຍ​ປາວ​ຍັງ​ໄດ້​ຈັດການ​ພົບ​ປະ​ສອງ​ຕໍ່​ສອງ​ກັບ​ຜູ້ນຳ​ຂອງ 10 ກວ່າ​ປະ​ເທດ,​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ສອງ​ຕໍ່​ສອງ​ແລະການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຈຸດ​ຫນັກພ້ອມ​ທັງ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ຢ່າງ​ກວ້າງຂວາງ.

ທ່ານ​ລີ​ຈ້າວ​ຊິງ​ຊີ້​ອອກ​ວ່າ,ທ່ານ​ເວີ່ນ​ເຈຍ​ປາວ​ໄດ້​ສະ​ແດງ​ໃຫ້​ເຫັນ​ທິດ​ທາງ​ການ​ທູດ​ກັບ​ອ້ອມ​ຂ້າງ​ຂອງ​ຈີນ​ທີ່​ປອງ​ດອງ​ກັນ​ກັບປະ​ເທດ​ໃກ້​ຄຽງ ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສະຫງົບ ສ້າງ​ຄວາມ​ຮັ່ງມີ​ນຳ​ກັນກັບປະ​ເທດ​ໃກ້​ຄຽງດ້ວຍ​ການ​ກະທຳ​ຕົວ​ຈິງ,​​​ເຮັດໃຫ້​ບັນດາ​ປະ​ເທດ​ໃກ້​ຄຽງ​ຮູ້ສຶກ​ເຖິງ​ຄວາມ​ຈິງ​ໃຈ​ຂອງ​ຈີນ​ອີກ​ເທື່ອ​ຫນຶ່ງ,​ແລະຮູ້ສຶກ​ເຖິງ​ກາລະ​ໂອກາດ​ທີ່​ການ​ພັດທະນາ​ຂອງ​ຈີນນຳ​ມາ​ໃຫ້.

​ໃນ​ເວລາ​ທົ່ວໂລກ​ສຸມ​ສາຍຕາ​ມາໃສ່​ອາຊີ​ຕາ​ເວັນ​ອອກ,​ແລະ​ໃນ​ເວລາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ພວມ​ກ້າວ​ໄປ​ສູ່​ທິດ​ຮ່ວມ​ມື​ພາ​ກພື້ນ​ເທື່ອລະ​ກ້າວ​ນັ້ນ,ຈີນ​ກໍ່​ພວມ​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື​ແລະ​ຄວາ​ໄວ້​ວາງ​ໃຈ​ນັບ​ມື້​ນັບ​ຫລາຍ​ດ້ວຍ​ທ່ວງ​ທຳນອງ​ຕິດ​ແທດ​ຕົວ​ຈິງ​ແລະ​ທ່າ​ທີ​ອັນ​ຈິງ​ໃຈ.