ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-03 17:43:08    
ເຮັດ​ແນວ​ໃດ​ແກ້ໄຂບັນຫາ​ນອນ​ບໍ່​ຫລັບ(ສຽງ)

cri

ໃນ​ຊີວິດ​ສັງຄົມ​ທ່ີ​ນັບ​ມື້​ນັບ​ເຄັ່ງ​ຕຶງນັ້ນ,ຄົນ​ສ່ວນ​ຫລາຍ​​ເຄີຍ​ມີປະກົດການທີ່ນອນ​ບໍ່​ຫລັບ​ໃນ​ລະດັບ​ຕ່າງ​ກັນ.ການ​ນອນ​ບໍ່​ຫລັບ​ມີ​ສາມ​ກໍລະນີ​ຄື:1/​ແມ່ນ​ນອນ​ຫລັບ​ຍາກ;ສອງ/ຫຼັບໆ​ຕື່ນໆ,​ເມື່ອ​ຕື່ນ​ນອນຍາມ​ເຊົ້າ​ຍັງ​ຮູ້ສຶກວ່າບໍ່​ຫາຍ​ເມື່ອຍ;3/ນອນ​ຫລັບ​ຍາກ,ມັກ​ສະ​ດຸ້ງ​ຕື່ນ,​​ເມື່ອ​ຕື່ນ​ແລ້ວ​ກໍ່​ນອນ​ຫລັບ​ອີກ​ຍາກ.ຄັນຊັ້ນ,​ເຮັດ​​ແນວ​ໃດ​ຈິ່ງ​ແກ້​ໄຂການ​ນອນ​ບໍ່​ຫລັບ​ໄດ້?ພວກ​ເຮົາ​ມີ​ຂໍ້ສະ​ເໜີ​ຫລາຍ​ຂໍ້​ດັ່ງ​ລຸ່ມ​ນີ້:


1/​ເວ​ລານ​ອນຈະສັ້ນຫຼື​ຍາວ​ບໍ່​​ໄດ້ຫມາຍ​​ເຖິງ​ນອນ​ອື່ມນອນ​ພໍ​ຫຼື​ບໍ່..​ເວລາ​ນອນ​ນັ້ນ​ແຕ່ລະຄົນ​ກໍ່​ຜິດ​ແຜກ​ແຕກ​ຕ່າງ​ກັນ​ຫລາຍ.ມີ​ຄົນ 5%​ແຕ່​ລະ​ມື້ຕ້ອງ​ການນອນ​ແຕ່ 6 ຊົ່ວ​ໂມງ​ລົງ​ລຸ່ມກໍ​ພໍ,ຍັງ​ມີ​ຄົນ 5%ຕ້ອງ​ນອນ 10 ຊົ່ວ​ໂມງ​ຂຶ້ນ​ໄປ​ໃນ​ແຕ່​ລະ​ມື້.ທຳ​ມະ​ດາ​ແລ້ວ,ຜູ້​ໃຫຍ່​ຕ້ອງ​ນອນ​ປະມານ 5 ຮອດ 9 ຊົ່ວ​ໂມງ.ຄຽງ​ຄູ່​ກັບ​ອາຍຸ​ແກ່​ຂຶ້ນ,​ເວລາ​ນອນ​ກໍ່​ຄ່ອຍ​ໆ​ຫນ້ອຍ​ລົງ,ພາຍຫລັງ​ເຂົ້າ​ໄວ​ກາງຄົນ​ແລ້​ວກໍ່​ບໍ່​ຕ້ອງ​ນອນ​ຫລາຍ​ຄື​ໄວ​ຫນຸ່ມອີກ.ມີ​ຄົນ​ຈຳນວນ​ຫນຶ່ງຄິດ​ຫລາຍ​ຕໍ່​ເວລາ​ນອນ​ຂອງ​ຕົນ​ຈະ​ຈົນກາຍ​ເປັນ​ສິ່ງລົບ​ກວນທີ່​ບໍ່​ຈຳ​ເປັນ​ແລ້ວ​ພາ​ໃຫ້​ຮູ້ສຶກວ່າ​ນອນ​ບໍ່​ຫລັບ.ທະ​ແນມ​ແຕ່ຕື່ນ​ນອນ​ແລ້ວ​ຮູ້ສຶກ​ສົດ​ຊື່ນ,​ເຕັມ​ໄປ​ດ້ວຍ​ກຳລັງວັງຊາ,ກໍ​ຫມາຍ​ຄວາມ​ວ່າ​ເວລາ​ນອນ​ພໍ​ແລ້ວ​.


2/ ບໍ່​ຕ້ອງ​ເປັນ​ຫ່ວງ​ຫລາຍນຳການ​ນອນ​ບໍ່​ຫລັບ​ບາງ​ຄັ້ງຄາວ​ໃນ​ຊີວິດ​,ການ​ນອນ​ບໍ່​ຫລັບ​​ໃນ​ຄືນ​ຫນຶ່ງສອງ​ຄືນ​ບໍ່ຫ່ອນ​ຈະ​ມີ​ຜົນ​ກະທົບຫຍັງ​ຫລາຍ​ຕໍ່​ຮ່າງກາຍ​ແລະ​ຈິດ​ໃຈ​ຂອງ​ຄົນ​ເຮົາ.ສາຍ​ເຫດ​ທີ່ພາ​ໃຫ້​ນອນ​ບໍ່​ຫລັບ​ບາງ​ຄັ້ງຄາວ​ນັ້ນມີຫລາຍຢ່າງ,ຕົວ ຢ່າງ​ຄື​ປະສົບ​ຄວາມ​ຫຍຸ້ງຍາກ​ດ້ານ​ຊີວິດ​ເຊັ່ນຍາດ​ພີ່ນ້ອງ​ເສຍ​ຊີວິດ ຫວ່າງ​ງານ ຫນີ້ສິນ ອົກ​ຫັກ ຢ່າ​ຮ້າງ​ກັນເປັນຕົ້ນຫລື​ບໍ່​ລື້​ງປ່ອນ​ນອນ​ເຊັ່ນ​ນອນ​ຄ້າງ​ຄືນ​ຢູ່​ເຮືອນ​ຫມູ່ເປັນຕົ້ນ.ທຳ​ມະ​ດາ​ແລ້ວ,​ເມື່ອ​ຄວາມ​ຫຍຸ້ງຍາກ​ຜ່ານ​ພົ້ນ​ໄປ​ແລ້ວ​ຫລື​ຄ່ອຍໆ​ສອດຄ່ອງ​ກັບ​ສິ່ງ​ແວດ​ລ້ອມ​,ກໍ່​ຈະ​ນອນ​ຫລັບ​ເປັນ​ປົກກະຕິ​ເອງ.​ແຮງ​ເປັນ​ຫ່ວງ​ຈະ​ນອນ​ບໍ່​ຫລັບ​,ກໍ່​ແຮ່ງ​ນອນ​ບໍ່​ຫລັບ​.ບໍ່​ຄຶດ​ຫຍັງ,​ເ​ມື່ອ​ເຫົງານ​ອນ​ແລ້ວ​ກໍ່​ຈະ​ນອນ​ຫລັບ​ເອງ.


3/ຈັດ​ວາງ​ຊີວິດ​ການ​ເປັນຢູ່​ໃຫ້​ມີ​ກົດ​ເກນ​​ແມ່ນ​ວິທີ​​ໄດ້​ຜົນ​ກວ່າ​ຫມູ່​ໃນ​ການ​ຫລີກ​ເວັ້ນການ​ນອນ​ບໍ່​ຫລັບ.​ໃຫ້ກາຍ​ເປັນຄວາມ​ຊິນ​ເຄີຍ​ທ່ີ​ນອນ​ຕາມ​ໂມງ​ແລະ​ຕ່ືນ​ຕາມ​ໂມງ,ສ້າງ​ໂມງ​ສະລີລະສາດ​ອັນ​ດີງາມ.​ໃນ​ວັນ​ສຸດ​ສັບປະດາ​ແລະ​ວັນພັກ​ຢ່າ​ຕື່ນສວຍ,​ເພາະນອນ​ຫລາຍກໍ​ບໍ່​ມີ​ຜົນ​ດີ​ຫຍັງຕໍ່​ຄົນ​ເຮົາ.ບາງ​ທີ​ນອນ​​ເດິກ​ຍ້ອນ​ຄາ​ວຽກ,ຕອນ​ເຊົ້າກໍ່​ຕ້ອງ​ຕື່ນນອນ​ຕາມ​ໂມງ.ມີ​ບາງ​ຄົນ​ຍ້ອນ​ຄວາມ​ຕ້ອງການ​ຂອງ​ວຽກ​ງານ,ລາງ​ເທື່ອ​ເຮັດ​ວຽກ​ໃນ​ຍາມ​ກາງ​ເວັນ,ລາງ​ເທ່ືອ​ເຮັດ​ວຽກ​ກາງຄືນ,​ແນ່ນອນ​ແລ້ວ​ຈະ​ກະທົບກະ​ເທືອ​ນ​ເຖິງ​ການ​ນອນ​ເຊິ່ງອາດ​ຈະພາ​ໃຫ້​ນອນ​ບໍ່​ຫລັບ​ຊົ່ວຄາວ.


4/ກ່ອນ​ນອນ​ບໍ່​ຄວນ​ກິນ​ອິ່ມ​ໂພດ,ບໍ່ຄວນດື່ມ​ເຫົ້ຼາ,ກາ​​ເຟ ນ້ຳຊາ ນ້ຳ​ອັດ​ລົມ ​ໂກ​ກາ​ໂກລາ​​ເປັນຕົ້ນ​ເຊ່ິງ​ເປັນ​ເຄ່ືອງ​ດື່ມ​ແບບ​ກະຕຸກ​ປະສາດ.ມີ​ຄົນ​ບໍ່​ຫນ້ອຍ​ຄຶດ​ວ່າ,ການ​ດື່ມ​​ເຫົ້ຼາຊ່ອຍ​ໃຫ້​ຫລັບງ່າຍ,​ເຖິງ​ວ່າ​ດື່ມ​​ເຫົ້ຼາ​ຊ່ອຍ​ໃຫ້​ນອນ​ຫລັບ​ງ່າຍ​ກໍ່ຕາມ,​ແຕ່​ຫຼັບ​ນອນ​ບໍ່​ດົນ,ຖ້າຕື່ນ​ແລ້ວ​ກໍນອນ​ຫລັບ​ອີກ​ຍາກ.ກ່ອນ​ນອນ​ຈະ​ກິນ​ນົມງົວ​ຈອກ​ຫນຶ່ງຈະຊ່ອຍ​ໃຫ້ນອນ​ຫລັບ.
5/​ເຄິ່ງຊົ່ງ​ໂມງ​ກ່ອນ​ນອນບໍ່​ຄວນ​ເຮັດ​ວຽກ​ເມ່ືອຍ​ໂພດ,ມີ​ຄົນຄຶດ​ວ່າ​ອອກກຳລັງ​ກາຍ​ຢ່າງ​ຮຸນ​ແຮງໃຫ້​​ເມື່ອຍໆ ຄົງ​ຈະ​ນອນ​ຫລັບ​ດີ,​ແຕ່​ຜົນ​ພັດ​ກົງກັນຂ້າມ.ກ່ອນ​ນອນ​ຄວນ​ຜ່ອນຄາຍ​ຈິດ​ໃຈ,ຟັງ​ດົນຕີ​ເບົາໆ​ຈະ​ຊ່ອຍ​ໃຫ້​ນອນ​ຫລັບ.


6/ຖ້າ​ຂໍ້​ສະ​ເໜີ​ທີ່​ກວ່າ​ມານັ້ນບໍ່​​ໄດ້ຜົນ,ກໍຢ່າ​ກິນ​ຢານອນຫລັບ​ເອງອັນຂາດ,​ເພາະວ່າ​ຢານອນຫລັບ​ມີ​ແຕ່​ລະງັບ​ເສັ້ນປະສາດ​ສູນ​ກາງຫລື​ເຮັດ​ໃຫ້​ມືນ​ເມົາເທົ່ານັ້ນ,ບໍ່​ສາມາດ​ຊ່ອຍ​​ໃຫ້​ນອນຫລັບ​ສະຫນິດ​ແທ້​ຈິງ.ບໍ່ສາມາດ​ຄວບ​ຄຸມ​ໄດ້​ແທ້,ຄວນ​ໄປ​ຫາ​ຫມໍປົວ​ໃຫ້,ກິນ​ຢານອນຫລັບ​ຕ້ອງ​ກິນຕາມ​ຄຳ​ສັ່ງຂອງ​ຫມໍ.