ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-06 22:03:33    
ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ອາ​ຊຽນ​ນັບ​ມື້​ນັບ​ແໜ້ນ​​ແຟ້ນ​ຂຶ້ນ

cri
ໜັງສືພິມ​ເຢິນມິນ​ຢື້​ປ້າວ​ຂອງ​ຈີນ​ລາຍ​ງານ​ວ່າ,​ໃນ​ໄລຍະມໍ່ໆ​ນີ້, ການ​ຮ່ວມ​ມື​ດ້ານ​ກະສິກຳ​ລະຫວ່າງ​ຈີນ​ກັບປະ​ເທດ​ອາ​ຊຽນນັບ​ມື້​ນັບ​ແໜ້ນ​​ແຟ້ນ.

ຫວ່າງ​ມໍ່ໆ​ນີ້,ທ່ານ​ນີວຕຸ​ນ ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ,​ໃນ​ສອງ​ປີ​ມາ​ນີ້,​ຈີນ​ກັບປະ​ເທດ​ອາ​ຊຽນ​ໄດ້​ດຳ​ເນີນ​​ໂຄງການ​ຮ່າວ​ມື​ຕ່າງໆ​ເຊັ່ນ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະນຸດ,ການ​ແລກປ່ຽນ​ເຕັກນິກ,ການ​ທົດ​ລອງ​ເປັນ​ແບບ​ຢ່າງ​ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ກະ​ສິ​ກຳ​ການ​ຄ້າ​ເປັນ​ຕົ້ນ.ນັບ​ມາ​ຮອດ​ທ້າຍ​ປີ2003,​ກະ​ຊວງ​ກະ​ສິ​ກຳ​ຈີນ​ໄດ້​ຈັດ​ຊຸດ​ອົບ​ຮົມ​ເຕັກ​ນິກ​18​ຊຸດ​ຕາມ​ລຳ​ດັບ.​ພະ​ນັກ​ງານ​ເຕັກ​ນິກ​ກະ​ສິ​ກຳ​ແລະ​ຄຸ້ມ​ຄອງ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ປະ​ມານ​400​ຄົນ​ໄດ້​ເຂົ້າ​ຮ່ວມ​ຊຸດ​ອົບ​ຮົມ​ດັ່ງ​ກ່າວ,​ເຊິ່ງ​ໄດ້​ຮັບ​ໝາກ​ຜົນ​ອັນ​ດີ​ງາມ​ແລະ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ໂດ​ຍທົ່ວ​ໄປ​ແລະ​ການ​ຕີ​ລາ​ຄາ​ສູງ​ຈາກ​ປະ​ເທດ​ອາ​ຊຽນ.

ໃນ​ສອງ​ປີ​ມາ​ນີ້,ອາ​ຊຽນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ສຳຄັນ​ຂອງ​ຍຸດ​ທະ​ສາດ"​ໄປ​​ເຮັດ​ກະ​​ສິ​ກຳ​ຢູ່ຕ່າງປະ​ເທດ"ຂອງ​ຈີນ.ຕາມ​ສະຖິຕິ,​ ໃນ​ຫຼາຍ​ປີ​ມາ​ນີ້,ຍອດ​ມູນ​ຄ່າ​ການ​ຄ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​​ໃນ​ແຕ່ລະປີລະຫວ່າງ​ສອງ​ຝ່າຍ​ລ້ວນ​ແຕ່​ບັນລຸ​ເຖິງ3​ຕື້​ກວ່າ​ໂດ​ລາ​ສະ​ຫະ​ລັດ.

ໃນ​ຕົ້ນ​ເດືອນ​ຕຸລາ​ປີ​ນີ້,​ໃນ​ກອງ​ປະຊຸມ​ໂຕະມົນ​ຜູ້​ປະກອບ​ການ​ຜະ​ລິດ​ຕະ​ພັນ​ໝາກ​ໄມ້​ອາ​ຊຽນ-ຈີນ,ຍີ່ປຸ່ນ,ສ.​ເກົາຫຼີ​ເຊິ່ງ​ແມ່ນ​ກະຊວງ​ກະສິກຳ​ຈີນ​ແລະ​ອົງການ​ປົກ​ຄອງ​ປະ​ຊາ​ຊົນ​ແຂວງ​ສ້າ​ນ​ຊີ່​ຈີນ​ຮ່ວມ​ກັນ​ຈັດ​ຂຶ້ນ​ນັ້ນ,ວິ​ສາ​ຫະກິດໜຶ່ງ​ຂອງ​ແຂວງ​ສ້າ​ນຊີ່​ເຊັນ​ຂໍ້​ຜູກ​ພັນ​ກັບ​ກຸ່ມ​ຈະ​ເລີ​ນ​ໂພຄະ​ພັນ​ຂອງໄທ​​ແລະ​ບໍລິສັດ​​ເຊ​ມີ​ໂລຂອງ​ອິນ​ໂດ​ເນ​ເຊຍ​ສະ​ໜອງ​ໝາກ​ໂປມ​ໃຫ້​6ພັນ​ໂຕນ​ແລະ1​ໝື່ນ​ໂຕນ.

ຜູ້​ປະກອບ​ການ​ທີ່​ເຄີຍສຳ​ຫຼວດຕະຫຼາດ​ອາ​ຊຽນຫຼາຍ​ເທື່ອ​ແລ້ວ​ນັ້ນເວົ້າ​ວ່າ"ອາ​ຊຽນ​ແມ່ນ​ເຂດ​ສຳ​ຄັນ​ທີ່ບໍລິສັດ​ພວ​ກ​ເຮົາພັດທະນາ​ກິດຈະການ.​ໃນ​ໄລຍະ​ໜຶ່ງ​ຂ້າງ​ໜ້າ,​ບໍ​ລິ​ສັດ​ພວກ​ເຮົາ​ຈະ​ອອກ​ແຮງ​ສຸດ​ຂີດບຸກ​ເບີກ​ຕະ​ຫຼາດ​ຢູ່​ແຫ່ງ​ນັ້ນ,​ເພາະວ່າ​ຕະຫຼາດ​ຢູ່​ແຫ່ງ​ນັ້ນ​ເວົ້າ​ສຳ​ລັບ​ພວກ​ເຮົາ​ແລ້ວ​ຈັ່ງ​ແມ່ນ​ໃຫຍ່​ຫຼາຍ."

ເຊັ່ນ​ດຽວ​ກັນ,ຜູ້​ປະກອບ​ການ​ຂອງ​ພາກ​ພື້ນ​ອາ​ຊຽນກໍ​ມີ​ຄວາມ​ສົນ​ໃຈ​ຫຼາຍ​ຕໍ່​ຕະ​ຫຼາດ​ຈີນ.​ທ່ານ​ນາງ​ຈິ່ນ​ຢຸ້ຍລຽນ ຜູ້ຕາງໜ້າ​ຂອງ​ກຸ່ມຈະ​ເບີ​ນ​ໂພ​ກຄະ​ພັນໄທ​ເວົ້າ​ວ່າ,ພວກ​ເຮົາ​ຈະ​ຮ່ວມ​ມື​ກັບ​ວິ​ສາ​ຫະກິດ​ໝາກ​ໄມ້​ຈີນ​ໃຫ້​ຫຼາຍ​ຍິ່ງ​ຂຶ້ນ,ນຳ​ໃຊ້​​ເຄືອ​ຂ່າຍຈຳໜ່າຍ ​ໝາກ​ໄມ້​ໃນ​ທົ່ວ​ໂລກ​ຂອງ​ກຸ່ມຈະ​ເລີ​ນ​ໂພຄະ​ພັນ,​ຈຳໜ່າຍ​ໝາກ​ໄມ້​ແຖບ​ຮ້ອນ​ທີ່​ອຸດົມສົມ​ບູນຂອງ​ໄທ​​ໃຫ້ປະ​ເທດມໍ່​ແຖບ​ຮ້ອນ.ພ້ອມ​ກັນ​ນັ້ນ,ໝາກ​ໄມ້​ມໍ່​ແຖບ​ຮ້ອນ​ຂອງ​ຈີນ​ກໍ​ສາມາດ ​ສົ່ງ​​ໄປ​ຂາຍ​ໃຫ້ປະ​ເທດ​​ແຖ​ບຮ້ອນ​​ເຊັ່ນ​ໄທ​ເປັນ​ຕົ້ນ.

ໃນ​ກອງ​ປະຊຸມ​ໂຕະມົນ​ຜູ້​ປະກອບ​ການ​ຜະລິດ​ຕະພັນ​ໝາກ​ໄມ້​ອາ​ຊຽນ-ຈີນ,​ຍີ່​ປຸ່ນ,​ສ.​ເກົາ​ຫຼີ​ເທື່ອ​ນັ້ນ,ພາຍ​ໃນ​ເວ​ລາ2​ມື້​ທໍ່​ນັ້ນ,ຜູ້​ປະກອບ​ການ​ຈີນ​ແລະ​ຕ່າງປະ​ເທດ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ກໍ​ໄດ້​ເຊັນ​ຂໍ້​ຜູກ​ພັນ​ການ​ຄ້າ​ໝາກ​ໄມ້​ທີ່​ມີ​ມູນ​ຄ່າ400​ລ້ານ​ກວ່າ​ຢວນ.​ໃນ​ນັ້ນ,ມີ​ໝາກ​ໄມ້​ມໍ່​ແຖບ​ຮ້ອນ​ຂອງ​ຈີນ​ເຊັ່ນ​ໝາກ​ໂປ່ມ,​ໝາກ​ຈອງ,​ໝາກ​ທັນ​ຈີນ​ລະດູ​ໜາວ​ເປັນ​ຕົ້ນ,​ແລະ​ກໍ​ມີ​ໝາກ​ໄມ້​ແຖບ​ຮ້ອນ​ຂອງ​ພາກ​ພື້ນ​ອາ​ຊຽນ​ເຊັ່ນ​ໝາກ​ມ່ວງ,​ໝາກ​ກ້ວຍ​,ໝາກ​ນັດ,​ໝາກ​ທຸ​ລຽນ​ເປັນ​ຕົ້ນ.ມູນ​ຄ່າການ​ຮ່ວມ​ມື​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​​ສູງ​ເຖິງ1​ຕື້​ຢວນ.

ບຸກຄົນ​ວົງ​ການ​ການ​ຄ້າ​ຈຳນວນ​ໜຶ່ງ​ເຫັນ​ວ່າ,ການ​ພັດທະນາ​ຂອງ​ກະສິກຳ​ຈີນ​ໄດ້​ຖືກ​ຜູກ​ມັດ​ຢ່າງ​ໜັກໜ່ວງ​ດ້ານຊັບພະຍາກອນ​ທຳ​ມະ​ຊາດ,ສ່ວນ​ອາຊຽນພັດມີ​ເງື່ອນ​ໄຂ​ທຳ​ມະ​ຊາດ​ທີ່​ດີ​ສົມ​ຄວນ,​ດິນ​ປູກຝັງ,ຊັບພະຍາກອນ​ນ້ຳ​ແລະ​ອື່ນໆ​ອຸດົມສົມບູນ​ທີ່​ສຸດ,ມີ​ສ່ວນ​ໃຫຍ່​ຍັງ​ບໍ່​ທັນ​ໄດ້​ພັດ​ທະ​ນາ​ເທື່ອ.ຄວາມ​ແຕກ​ຕ່າງ​ກັນ​ດ້ານ​ເງື່ອນ​ໄຂ​ດິນ​ຟ້າ​ອາກາດ​ກໍ​ໄດ້​​ເຮັດ​ໃຫ້​ຜະ​ລິດ​ຕະ​ພັນ​ທ່າ​ແຮງ​ຂອງ​ສອງ​ຝ່າຍ​ຕ່າງ​ກັນ​ຫຼາຍ.ຜະລິດ​ຕະພັນ​ມໍ່​ແຖບ​ຮ້ອນ​ຂອງ​ຈີນ​ແມ່ນ​ສິ່ງ​ທີ່​ຂາດ​ເຂີນ​ຢູ່​ອາ​ຊຽນ.ສ່ວນ​ຜະລິດ​ຕະພັນ​ແຖບ​ຮ້ອນ​ຫຼາຍ​ຢ່າງ​ຂອງ​ອາ​ຊຽນ​ເຊັ່ນ​ນ້ຳມັນປາມ,​ກາ​ກາວ,​ໝາກ​ມ່ວງ​ຫິມ​ມະ​ພານ​ເປັນ​ຕົ້ນ​ພັດ​ແມ່ນ​ສິ່ງ​ທີ່​ຈີນ​ຕ້ອງ​ການ,​ທັງ​ນີ້​ມີ​ຜົນ​ດີ​ຕໍ່​ການ​ເປີດ​ກວ້າງ​ການ​ໄປ​ມາ​ຄ້າ​ຂາຍ​ລະຫວ່າງ​ສອງ​ຝ່າຍ.

ທ່ານ​ຈຸນລະ​ພອນ ນົນ​ສີ​ໄຊ ​ເອກ​ອັກຄະລາຊະທູດ​ໄທ​ປະຈຳ​ຈີນ​ກ່າວ​ວ່າ,​​ໃນ​ເດືອນ​ເມ​ສາ​ປີ​2003,ຈີນ​ແລະ​ໄທ​ໄດ້​ເຊັນ​ສັນຍາ​ ​ຍົກ​ເລີກ​ພາສີ​ພາຍ​ໃຕ້​ແຜນ​ການ​ໝາກ​ຜົນ​ໃນ​ໄລ​ຍະ​ຕົ້ນ​ຂອງ​ສັນຍາຂອບ​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ຈີນ-ອາ​ຊຽນ,​ໄດ້​ເລັ່ງ​ລັດ​ຂະ​ບວນ​ວິ​ວັດ​ເຮັດ​ໃຫ້​ພາສີ​ຜະລິດ​ຕະພັນ​ກະ​ສິ​ກຳ​ຫຼຸດ​ລົງ​ຮອດ​ສູນ.

ຕາມ​ກົນ​ໄກ​ໝາກຜົນ​ໄລຍະ​ຕົ້ນ,​ແຕ່​ວັນ​ທີ1​ຕຸລາ​ປີ2003​ເປັນ​ຕົ້ນ​ມາ,​ຈີນ​ແລະ​ໄທ​ໄດ້​ປະ​ຕິ​ບັດ​ນະ​ໂຍບາຍ​ບໍ່​ເກັບ​ພາສີ​​ໃນ​ການ​ຄ້າ​ໝາກ​ໄມ້​ແລະ​ຜັກ.​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ດັ່ງ​ກ່າວ​ໄດ້​ເສີມ​ຂະຫຍາຍ​ທ່າ​ແຮງ​ລັກສະນະ​ຕາບ​ຈູ​ນກັນ​ດ້ານ​ຊັບ​ພະ​ຍາ​ກອນ​ຂອງ​ສອງ​ປະ​ເທດ​ຢ່າງ​ເຕັມ​ສ່ວນ,​ບໍລິ​ມາດ​ການ​ຄ້າ​ການ​ໝາກ​ໄມ້​ລະຫວ່າງ​ຈີນ​ແລະ​ໄທ​ຄື​ໝາກ​​ໄມ້​ແຖບ​ຮ້ອນ​ຂອງ​ໄທ​ມີໝາກ​ລຳ​ໃຍ,ໝາກ​ທຸລຽນ,ໝາກ​ມັງຄຸດ,​ໝາກ​ລີນ​ຈີ່,​ໝາກ​ຕົ້ນ​ເປັນ​ຕົ້ນ,​ໝາກ​ໄມ້​ມໍ່​ແຖບ​ຮ້ອນ​ຂອງ​ຈີນ​ມີໝາກ​ໂປມ,ໝາກ​ຈອງ,ໝາກ​ກີ​ວີ,​ໝາກ​ທັນ​ແດງ,​ໝາກ​ພິ​ລາ​​ເປັນ​ຕົ້ນ​ໄດ້​ເພີ່ມ ຂຶ້ນ ຫຼາຍ​,ມູນ​ຄ່າ​ການ​ຄ້າ​ໄດ້​ເພີ່ມ​ຂຶ້ນ​ໃນ​ໜ້າ​ພຽງ​ກວ້າງ,​ເຊິ່ງ​ສອງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ.