ທ່ານຮຸນແຊນກ່າວວ່າ, ກຳປູເຈຍຈະສືບຕໍ່ຮັກສາສະຖຽນລະພາບທາງການເມືອງແລະເລັ່ງລັດພັດທະນາເສດຖະກິດ
cri
ຕາມຂ່າວສານຊິນຮວາ, ວັນທີ6ທັນວາ, ຢູ່ທີ່ພະນົມເປັນ, ທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍກ່າວວ່າ, ລັດຖະບານກຳປູເຈຍຈະເພີ່ມທະວີການຕ້ານການເສຍທາດຂາດຄຸນແລະສ້າງສາການເມືອງທີ່ດີງາມ, ພະຍາຍາມປົກປັກຮັກສາສະຖຽນລະພາບທາງການເມືອງຂອງປະເທດຊາດ, ພັດທະນາເສດຖະກິດຢ່າງວ່ອງໄວແລະສືບເນື່ອງ.
ທ່ານຮຸນແຊນແມ່ນກ່າວຄວາມນີ້ໃນກອງປະຊຸມໃຫ້ຄຳປຶກສາກ່ຽວກັບການຊ່ອຍເຫຼືອກຳປູເຈຍສາກົນຄັ້ງທີ7. ທ່ານເວົ້າວ່າ, ສິ່ງທ້າທາຍໃໝ໋ທີ່ສຸດທີ່ກຳປູເຈຍປະເຊີນໃນປະຈຸບັນແມ່ນເພີ່ມທະວີການຄຸ້ມຄອງອົງການລັດຖະບານແລະສ້າງສາການເມືອງທີ່ດີງາມ. ທ່ານຮຸນແຊນຫວັງໃຫ້ປະຊາຄົມໂລກແລະປະເທດຊ່ອຍເຫຼືອສືບຕໍ່ສະໜອງການຊ່ອຍເຫຼືອດ້ານເສດຖະກິດເຕັກນິກແກ່ກຳປູເຈຍ.
|
|