ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-07 18:36:25    
ປະທານອົງການ​ອານ​ຟາ​ຕາ​ຮຽກຮ້ອງ​ປະຊາ​ຄົມ​ໂລກ​ໃຊ້​ກຳລັງ​ໜີບ​ຕໍ່​ອິດສະ​ລາ​ແອນ​ເພື່ອ​ຮັບປະ​ກັນ​ການ​ເລືອກ​ຕັ້ງຂອງປາ​ເລັສຕີນ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 6 ທັນວາ​ຢູ່​ຕູ​ນີຊີ, ທ່ານ​ຟາ​ລຸ​ກ ກາ​ດູ​ມີ ປະທານ​ອົງການ​ປົດ​ປ່ອຍ​ຊາດ​ປາ​ເລັສຕີນ​ຄື​ອົງການ​ອານ​ຟາ​ຕາ​ໄດ້​ຮຽກຮ້ອງ​ປະຊາ​ຄົມ​ໂລກ​ໃຊ້​ກຳລັງ​ໜີບ​ຕໍ່​ອິດສະ​ລາ​ແອນ, ​ເພື່ອ​ຮັບປະກັນ​ໃຫ້​ປະຊາຊົນ​ປາ​ເລັສຕີນ​ສາມາດ​ຈັດການ​ເລືອກ​ຕັ້ງປະ​ຊາ​ທິປະ​ໄຕ​ໄດ້​ໃນ​ສະພາບ​ທີ່​ມີເສລີພາບ​ຢ່າງ​ສົມບູນ.

ໃນ​ເວລາ​ພົບ​ປະ​ນັກ​ຂ່າວ​ນັ້ນ, ທ່ານ​ກາ​ດູ​ມີ​ຊີ້​ອອກ​ວ່າ, ປະຊາຊົນ​ປາ​ເລັສຕີນ​ພວມ​ກຽມ​ຈັດການ​ເລືອກ​ຕັ້ງຢ່າງ​ເສລີ​ແລະ​ປະຊາທິປະ​ໄຕ​ທີ່​ມີການ​ຕິດຕາມ​ກວດກາຂອງ​ສາກົນ. ທ່ານ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ແລະ 4 ຝ່າຍ​ທີ່​ກ່ຽວ​ຂ້ອງ​ກັບ​ແຜນການ​ເສັ້ນທາງ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​ບັງຄັບ​ໃຫ້​ອິດ​ສະ​ລາ​ແອນ​ຖອນ​ອອກ​ຈາກ​ບ້ານປາ​ເລັສຕີນທັງ​ໝົດ​ທີ່​​ເຂົາ​ຍຶດຄອງ​ແລະ​ຖອນ​ສິ່ງ​ກີດຂວາງ​ທາງ​ການ​ທະຫານ​ທີ່​ຈັດ​ວາງ​ຢູ່​ເຢລູຊາ​ແລັມຕາ​ເວັນ​ອອກ​ກາງ, ​ເພື່ອ​ເຮັດ​ໃຫ້​ໄທ​ເມືອງ​ປາ​ເລັສຕີນ​ເຊິ່ງລວມທັງ​ໄທ​ເມືອງ​ຢູ່​ເຢລູຊາ​ເລັມ​ຕາ​ເວັນ​ອອກ​ກາງ​ສາມາດ​ເຂົ້າຮ່ວມ​ການ​ເລືອກ​ຕັ້ງຢ່າງ​ເສລີ.

ທ່ານ​ຊີ້​ອອກ​ວ່າ, ການ​ຖອນ​ທະຫານ​ຄວນ​ນຳ​ໄປ​ສູ່​ສ້າງຕັ້ງ​ປະ​ເທດ​ປາ​ເລັສຕີນ​ທີ່​​ເປັນ​​ເອກະລາດ.