ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-08 10:01:46    
​ນິທານ​ເລື່ອງ​ມາວ​ຊຸຍ​ຈື້ຈ້ຽນ

cri

ມາວ​ຊຸຍ​ຈື້ຈ້ຽນຫມາຍ​ຄວາມ​ວ່າ,ທ້າວ​ມາວ​ຊຸຍ​ສະ​ເຫ​ນີຕົນ​ເອງ​ຄຳ​ພັງ​ເພີຍວ່າ,ຄັນ​ແມ່ນ​ຄຳ​ມັນ​ຕ້ອງ​ມີ​ສີ​ເຫຼື້ອງ​ເຫຼື້ອມ,ຄັນ​ແມ່ນ​ຄົນ​ເກັ່ງ ຫາກ​ຊິ​ພົ້ນ​ເດ່ັນ,ນິທານ​ເລື່ອງ​ມາວ​ຊຸຍ​ສະ​ເຫ​ນີຕົນ​ເອງ​ກໍ​ແມ່ນ​ນິທານ​ປະ​ເພດ​ນີ້,


​ໃນສະ​ໄຫ​ມຍຸດທະ​ຈັກ​ປາງ​ບູຮານ​ຂອງ​ຈີນ,​ເມືອງ​ຫານ​ຕານ​ລາຊະທານີ​ຂອງ​ເມືອງ​ຈ້າວ​ໄດ້​ຖືກ​ກອງທັບ 4 ອັນ​ໃຫຍ່​ໂຕ​ຂອງ​ເມືອງ​ຊິນ​ປິດ​ລ້ອມ,ຄັບຂັນ​ອັນຕະລາຍ​ທີ່​ສຸດ,​ເພື່ອ​ກອບ​ກູ້​ເມືອງ​ຫານ​ຕານ,​ເຈົ້າ​ຊີວິດ​ເມືອງ​ຈ້າວ​ຢາກ​ຮ່ວມ​ສຳພັນ​ກັບ​ເມືອງ​ສູ​ຄື​ເມືອງ​ໃຫຍ່ອີກ​ເມືອງຫນຶ່ງ​ພ້ອມ​ກັນ​ຕ້ານ​ກັບ​ເມືອງ​ຊິນ,ສະ​ນັ້ນ,​ເຈົ້າ​ຊີວິດ​ເມືອງ​ຈ້າວ​ຈ່ຶງ​ແຕ່ງ​ເຈົ້າ​ພິງ​ຢວນ​ໄປ​ຊັກ​ຊວນ​ເມືອງ​ສູ.


​ເຈົ້າ​ພິງ​ຢວນ​ໄດ້​ຄັດ​​ເລືອກ​ເອົາ​ຜູ່​ມີ​ສະຕິ​ປັນຍາ​ແລະ​ກ້າຫານ 20 ຄົນ​ໃນ​ຜູ່​ມີ​ຫົວ​ປັນຍາ​ນັບ​ເປັນ​ພັນ​ຄົນ​ທີ່​ອາ​ໄສ​ຢູ່​ນຳ​ເພ່ິນ​ໄປມາ​ເພື່ອ​ໃຫ້​ອອກ​ຫົວຄິດ​ຊ່ອຍ,​ແຕ່​ວ່າ​ເລືອກ​ໄປ​ເລືອກ​ມາ​ໄດ້​ແຕ່ 19 ຄົນ,​ໃນ​ຍາມ​ນີ້,ມີ​ແຂກ​ຜູ່​ຫນ່ຶງ​ບໍ່​ໄດ້​ເຊີນ​ກໍ​ມາ​ເອງ,ສະ​ເຫ​ນີຕົນ​ເອງ​ຈະ​ໄປ​ນຳ​ຄົນ​ຜູ່​ນີ້​ຊື່ວ່າ​ມາວ​ຊຸຍ,​ເຈົ້າ​ພິງ​ຢວນ​ເວົ້າ​ວ່າ,​ເຈົ້າ​ຢູ່​ທຳນຽບ,ຂ້ອຍ​ມາ​ເປັນ​ເວລາ 3 ປີ​ແລ້ວ,ຂ້ອຍ​ບໍ່​ເຄີຍ​ໄດ້​ຍິນ​ວ່າ​ເຈົ້າ​ມີ​ຄວາມ​ສາມາດ​ພິ​ເສດ​ຫຍັງ​ຈັກ​ເທື່ອ,​ເທື່ອ​ນີ້,ຂ້ອຍ​ຊິ​ໄປ​ເມືອງ​ສູ​ມີຫນ້າ​ທີ່​ຫນັກ​ຫນາ​ທີ່​ຕ້ອງ​ຊັກ​ຊວນ​ຂໍ​ເອົາ​ທະຫານ​ມາ​ຊ່ອຍກອບ​ກູ້​ບ້ານ​ເມືອງ​ຜູ່​ບໍ່​ມີ​ປັນຍາ​ຫຍັງ​ແມ່ນ​ໄປ​ນຳ​ບໍ່​ໄດ້,​ເຈົ້າ​ບໍ່​ຕ້ອງ​ໄປ​ດອກ.


​ເຈົ້າ​ພິງ​ຢວນ​ເວົ້າ​ແບບ​ກົງ​ໄປກົງ​ມາ,​ແຕ່​ວ່າ​ທ້າວ​ມາວ​ຊຸຍ​ພັດ​ຕອບ​ດ້ວຍ​ຄວາມ​ຫມັ້ນ​ໃຈ​ເຕັມ​ປ່ຽມ​ວ່າ,ສະ​ເດັດ​ເວົ້າ​ບໍ່​ຖືກ,ບໍ່​ແມ່ນ​ຂ້າພະ​ເຈົ້າ​ບໍ່​ມີ​ຄວາມ​ສາມາດ​ລື່ນ​ຫມູ່,ຫາກ​ແມ່ນ​ຍ້ອນ​ສະ​ເດັດ​ບໍ່​ໄດ້​ຖື​ເອົາ​ຂ້າພະ​ເຈົ້າ​ຢູ່​ໃນ​ກຸ່ມ​ປັນຍາ,ຖ້າ​ຖື​ເອົາ​ຂ້າພະ​ເຈົ້າ​ເຂົ້າ​ໃນ​ກຸ່ມ​ປັນຍາ,ຄວາມ​ສາມາດ​ພິ​ເສດ​ຂອງ​ຂ້າພະ​ເຈົ້າ​ຕ້ອງ​ພົ້ນ​ເດ່ັນ​ແນ່ນອນ, ຈາກ​ຄວາມ​ເວົ້າ​ເຫຼ່ົາ​ນີ້,​ເຈົ້າ​ພິງ​ຢວນຮູ້ສຶກ​ຄື​ວ່າ​ທ້າວ​ມາວ​ຊຸຍ​ມີ​ຄວາມ​ສາມາດ​ແທ້,ຈ່ິງ​ເລີຍ​ເອົາ​ເຂົາ​ໄປ​ນຳ​ພໍດີ 20 ຄົນ,​ແລ້ວ​ພາກັນ​ອອກ​ເດີນທາງ​ໄປ​ເມືອງ​ສູ,​ເມື່ອ​ຮອດ​ເມືອງ​ສູ​ແລ້ວ,​ເຈົ້າ​ພິງ​ຢວນກໍ​​ໄດ້​ເຈລະຈາ​ກັບ​ເຈົ້າ​ຊີວິດ​ເມືອງ​ສູ​ສອງ​ຄົນ​ເຈລະຈາ​ກັນ​ຕັ້ງ​ເຊົ້າ​ຮອດ​ທ່ຽງ,ກໍ​ບໍ່​ໄດ້ຜົນ​ຫຍັງ,ຜູ່​ຕິດຕາມ 20 ຄົນ​ທີ່​ຖ້າ​ຢູ່​ທາງ​ນອກ​ຈ່ິງ​ພາ​ກົນ​ຮ້ອນຮົນ.


ທ້າວ​ມາວ​ຊຸ​ຍມາ​ເທື່ອ​ນີ້​ຍ້ອນ​ວ່າ​ແມ່ນ​ສະຫມັກ​ມາ​ເອງ,ສະ​ນັ້ນ,ຜູ່​ຕິດຕາມ​ອື່ນໆ​ອີກ 19 ຄົນຈ່ິງ​ດູ​ຖູ​ກ​ເຂົາ,​ເຫັນ​ວ່າ​ເຂົາ​ຂີ້​ໂມ້​ໂອ້​ອວດ,ສະ​ນັ້ນ,ພວກ​ເຂົາ​ເຈົ້າ​ຈ່ິງ​ຢາກ​ເບ່ິງ​ວ່າ​ທ້າວ​ມາວ​ຊຸຍ​ມີ​ປັນຍາ​ຫຍັງ,ສະ​ນັ້ນ,ຈ່ິງ​ຍຸ​ໃຫ້​ເຂົາ​ໄປ​ເຈລະຈາ​ທີ່​ຕັ້ງ​ດົນ​ກໍ່​ບໍ່​ໄດ້ຜົນ​ຫຍັງ​ຈັກ​ເທື່ອ,ທ້າວ​ມາວ​ຊຸຍ​ຮັບປາກ​ໃນ​ທັນທີ,ລາວ​ກົດ​ດາບ​ທີ່​ເຫນັບ​ໃສ່​ແອວ,​ແລ້ວ​ຍ່າງ​ໄປ​ຢືນ​ຕໍ່ຫນ້າ​ເຈົ້າ​ຊີວິດ​ເມືອງ​ສູ​ແລ້ວ​ເວົ້າ​ວ່າ,ຂໍ​ເດຊະ ພະ​ອົງ,ຂ້າພະ​ບາດ​ເຫັນ​ວ່າ​ເມືອງ​ສູ​ກັບ​ເມືອງ​ຈ້າວ​ຮ່ວມ​ກັນ​ຕ້ານ​ເມືອງ​ຊິນ​ແມ່ນ​ເລື່ອງ​ທີ່​ຍ້ອມ​ເປັນ​ໄປ,ທີ່​ຈິງ,​ເວົ້າ​ກັນ​ສອງ​ສາມ​ຄວາມກໍ​ຕົກລົງ​ກັນ​ໄດ້​ໂລດ,​ແຕ່​ເປັນ​ຫຍັງ​ປຶກສາ​ກັນ​ມາ​ຕັ້ງ​ແຕ່​ເຊົ້າ​ຮອດ​ດຽວ​ນີ້​ກໍ​ຍັງ​ບໍ່​ໄດ້.


ຜົນ​ຫຍັງ​ເລີຍ,ການ​ປະກົດ​ຕົວ​ແລະ​ການ​ສອບ​ຖາມ​ຂອງ​ທ້າວ​ມາວ​ຊຸຍ​ໄດ້​ເຮັດ​ໃຫ້​ເຈົ້າ​ຊີວິດ​ເມືອງສູ​ບໍ່​ດີ​ໃຈ​ທີ່​ສຸດ,ພະ​ອົງ​ເຮົາ​ພວມ​ປຶກສາ​ຫາລື​ບັນຫາ​ກັບ​ເຈົ້າ​ນາຍ​ຂອງ​ພວກ​ເຈົ້າ,​ເຈົ້າ​ແມ່ນ​ໃຜ,ຈ່ິງ​ກ້າ​ມາ​ເວົ້າ​ສອດ​ຄວາມ,ທ້າວ​ມາ​ວຊຸຍ​ເວົ້າ​ວ່າ,​ເມືອງ​ສູ​ແມ່ນ​ເມືອງ​ໃຫຍ່,ຄວນ​ເປັນ​ເຈົ້າ​ຄອງ​ໂລກ,​ແຕ່​ວ່າ​ພະ​ອົງ​ພັດ​ຢ້ານ​ເມືອງ​ຊິນ​ຈົນ​ຊິ​ຕາຍ,​ເມືອງ​ຊິນ​ຮຸກ​ຮານ​ເມືອ​ງສູ​ຕັ້ງ​ຫຼາຍ​ເທື່ອ,ຍຶດ​ເອົາ​ຜືນ​ແຜ່ນດິນ​ເມືອງ​ສູ​ໄປ​ຕັ້ງ​ຫຼາຍ,​ເມື່ອ​ເວົ້າ​ເຖິງ​ເລື່ອງ​ນີ້​ຈົນ​ຊາວ​ເມືອງ​ຈ້າວ​ພວກ​ເຮົາ​ກໍ​ຮູ້ສຶກ​ຫນ້າ​ອາຍ​ແທນ,ດຽວ​ນີ້,ພວກ​ເຮົາ​ມາ​ຮ່ວມ​ກັບ​ເມືອງ​ສູ​ຕ້ານ​ເມືອງຊິນ,​ເບ່ິງ​ຄື​ວ່າ​ແມ່ນ​ເພື່ອ​ຊ່ອຍ​ກອບ​ກູ້​ເອົາ​ຫານ​ຕານ,​ແຕ່​ທີ່​ຈິງ,ກໍ​ແມ່ນ​ເພື່ອ​ແກ້​ແຄ້ນ​ຕາງ​ໃຫ້​ເມືອງ​ສູ,​ແຕ່​ວ່າ,ພະ​ອົງ​ພັດ​ຂີ້​ຢ້ານ​ປານ​ນີ້,ບໍ່​ສົມ​ເປ​ັນ​ເຈົ້າ​ແຜ່ນດິນ​ຈັກ​ເມັດ,ພະ​ອົງ​ບໍ່​ຮູ້ສຶກ​ລະອາຍ​ໃຈ​ບໍ່?ຄວາມ​ເວົ້າ​ຢ່າງ​ບໍ່​ເກງ​ຂາມ​ຂອງ​ທ້າວ​ມາວ​ຊຸຍ,​ເຮັດ​ໃຫ້​ເຈົ້າ​ຊີວິດ​ເມືອງ​ສູ​ຮູ້ສຶກ​ເຂີນ​ຫຼາຍ​ຈົນ​ເວົ້າ​ຫຍັງ​ບໍ່​ອອກ,​ໃນ​ທີ່​ສຸດ,​ເຈົ້າ​ຊີວິດ​ເມືອງ​ສູ​ເລີຍ​ເຫັນ​ດີ​ຮ່ວມ​ສຳພັນ​ກັບ​ເມືອງ​ຈ້າວ​ຕ້ານ​ເມືອງ​ຊິນ.


ບໍ່ພໍ 3 ມື້,ຢູ່​ໃນ​ເມືອງ​ຫານ​ຕານ​ລາຊະທານີ​ເມືອງ​ຈ້າວ,​ໃຜໆ​ກໍ່​ຮູ້​ຊື່​ທ້າວ​ມາວ​ຊຸຍ,ປະຈຸ​ບັນ​ນີ້,ຄົນ​ທັງຫຼາຍ​ມັກ​ໃຊ້​ສຸພາສິດ​ນີ້​ມາ​ປຽບ​ໃສ່​ຄົນ​ມີ​ສະຕິ​ປັນຍາ​ກ້າ​ສະ​ເຫ​ນີຕົນ​ເອງ​ຕໍ່​ຜູ່​ອື່ນ.