ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-08 16:20:47    
ທ່ານຂົງຈື

cri

ເມື່ອກ່າວເຖິງວັດທະນະທຳດັ້ງເດີມຂອງຈີນ,ມີຜູ່ຫນຶ່ງຈະບໍ່ກ່າວເຖິງບໍ່ໄດ້,ນັ້ນກໍຄື
ທ່ານຂົງຈື.ໃນຊຸມປີ 70 ສະຕະວັດທີແລ້ວ, ໃນເວລານັກປາດຜູ່ຫນຶ່ງຂອງອາເມລິກາ
ໄດ້ຈັດ​ລຽບ​ລຽງບຸກຄົນ 100 ທ່ານທີ່ມີຜົນສະທ້ອນອັນສຳຄັນໃນປະຫວັດມະ
ນຸດຄົນເຮົານັ້ນ, ທ່ານຂົງຈືເປັນທີ 5,ເຊິ່ງພຽງຖັດຈາກເຢຊູແລະສະກາຍມູນີເປັນ
ຕົ້ນ.ເວົ້າສຳລັບຊາວຈີນແລ້ວ, ບໍ່ວ່າຜູ່ໃດກໍໄດ້ຮັບຜົນສະທ້ອນຈາກທິດສະດີຂົງຈືບໍ່
ຫຼາຍກໍຫນ້ອຍ


ທ່ານ​ຂົງຈື​ໄດ້​ເກີດ​ເມື່ອ​ກ່ອນ​ຄ.ສ 551 ປີ,​ເຖິງ​ແກ່​ກຳ​ເມື່ອ​ກ່ອນ​ຄ.ສ 479 ປີ,​ໃນ​ເວລາ​ທ່ານ​ອາຍຸ 3 ຂວບ​,ພໍ່​ກໍ່​ໄດ້​ເຖິງ​ແກ່​ກຳ​ແລ້ວ,ພາຍຫຼັງ​ມາ,​ທ່ານ​ໄດ້​ນຳ​ແມ່​​ໄປຢູ່ແຂວງ​ຊານ​ຕຸ້ງ ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ໃນ​ປະຈຸ​ບັນ. ທ່ານ​ຂົງຈື​ຊື່​ຂົງສິວ ,ຂົງຈື​ແມ່ນ​ຊື່​ທີ່​ຄົນ​ທັງຫຼາຍ​ເອີ້ນ​ເພື່ອ​​ໂຄລົບ​ທ່ານ.​ຢູ່​ຈີນ​ໃນໃນ​ສະ​ໄຫມບູຮານ​,​​ຕົວ​ຫນັງສື​"ຈື​"ຢູ່​ຫຼັງຕະກຸນຂອງ​ຜູ່​ຫນຶ່ງ​ແມ່ນຊຶ່ທີ່​ຜູ່​ອື່ນ​ເອີ້ນ​ເພື່ອໂຄລົບ​​ເພິ່ນ​, ​ສະ​ໄຫມ​ຂອງ​ທ່າ​ນຂົງຈື​ແມ່ນ​ສະ​ໄຫມ​ຊຸນ​ເຊ​ວຈ້າ​ນກວົ້າທີ່​ມີຫຼາຍລັດ​ເຮັດ​ເສິກ​ໃສ່​ກັນ

ໃນ​ຕະຫຼອດຊີວິດ​ຂອງ​ທ່ານ​ຂົງຈື,ທ່ານ​ບໍ່​ໄດ້​ດຳລົງ​ຕຳ​ແຫນ່​ງ​ເຈົ້ານາຍ​,​ແຕ່​ທ່ານ​ມີ​ວິຊາຄວາມ​ຮູ້​ຫຼາຍ,​ໃນ​ສະ​ໄຫມ​​ບູຮານຂອງ​ຈີນ,ການ​ຮັບ​ການ​ສຶກສາ​ແມ່ນ​ສິດ​ພິ​ເສດ​ຂອງ​ຂຸນ​ນາງ.​ແຕ່​ທ່ານ​ຂົງຈື​ໄດ້​ທັບມ້າງ​ສິດ​ພິ​ເສດ​ຂອງ​ຂຸນ​ນາງ​ດັ່ງກ່າວດ້ວຍຮູບ​ການ​ຂອງ​ຕົນ​ເອງ,,ທ່ານ​​ເອງ​ໄດ້ຮັບ​ເອົາ​​ນັກຮຽນ,ບໍ່​ວ່າຈະ​ເປັນ​ຄົນ​ຊັ້ນ​ຄົນໃດ,ທະ​ແນມ​ແຕ່​ຈ່​ເສຍ​ເຄື່ອງ​ຂອງ​ເລັກ​ຫນ້ອຍ​ແທນ​ຄ່າ​ຮຽນ​ແລ້ວ,ກໍ່​ໄດ້​ສາມາດ​ໄປ​ຮຽນ​ນຳທ່ານ​ໄດ້.


ສ່ວນ​ສິ່ງ​ທີ່​ທ່ານ​ຂົງຈືສິດສອນ​ພວກ​ນັກຮຽນ​ນັ້ນ​ກໍ່​ແມ່ນ​​ທິດ​ສະ​ດີປັດ​ສະຍາຂົງຈື,ທ່ານ​ຂົງຈື​ແມ່ນ​ຜູ່​ລິ​ເລີ່​ມສ້າງ​ຝ່າຍ​ສຳນັກ​ປັດ​ສະຍາ​ຂົງຈື,​ແນວ​ຄຶດ​ຂອງ​ທ່ານກໍ່​ແມ່ນ​ເຮັດ​​ແນວ​ໃດ​ເປັນຄົນ​ດີ,​ຮັກສາສັງຄົມ​ມີ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ.ທ່ານ​ຖື​ເມດ​ຕາ​ເປັນ​ມາດຖານ​ຈະລິ​ຍະ​ທຳ​ອັນ​ກົກ​ຮາກ​ທີ່​ສຸດ​ຂອງ​ສຸພາບ​ບູລຸ​,​ໃຫ້​ມີ​ແນວ​ຄຶດສັນຕິພາບ ມາລະຍາດ ​ເມດ​ຕາ ສະຕິ​ປັນຍາ ອະ​ໄພແລະ​
ເກ້​ຍກ່ອມ​ອ່ອນ​ໂຍນ.

ປຶ້ມ​ຫນັງ​ສື​ທີ່​ບັນທຶກແນວຄຶດ​ແລະ​ການ​ກະທຳ​ຂອງ​ທ່ານ​ຂົງຈື​ແມ່ນ​ປຶ້ມ​ ​ທີ່​ຊື່ວ່າລຸ້ນຢູ.​ໃນ​ປຶ້ມ​​ເຫຼັ້ມ​ນີ້ຕົ້ນຕໍ​ແມ່ນຄະຕິ​ພົດທ່ານ​ຂົງຈື​ແລະຄຳສົນທະນາລະ ຫວ່າງ​ທ່ານ​ຂົງຈືກັບ​ພວກ​ນັກຮຽນ​ຂອງ​ທ່ານ​ໃນ​ສະ​ໄຫມ​ບູຮານ​ຂອງ​ຈີນ.ປຶ້ມ​ເຫຼັ້ມ​ນີ້​ຖືກຖື​ເປັນ​ປຶ້ມ​ສັກສິດ​ທີ່​ເຫມືອນ​ດັ່ງ​ຄຳ​ພີ​ໄປ​ເບີ​ນຂອງ​ຝ່າຍ​ຕາ​ເວັນ​ຕົກ.ຖ້າ​ແມ່ນ​ສາມັນ​ຊົນ​ຜູ່​ຫນຶ່ງ,ກໍ່​ຕ້ອງ​​ໃຊ້​ແນວ​ຄຶດ​ໃນປື້​ມ​ເຫຼັ້ມ​ນີ້​​ເປັນ​ມາດຖານ​ດຳລົງ​ຊີວິດ​ຂອງ​ຕົນ,ຖ້າ​ຄົນ​ຫນຶ່ງ​ຢາກ​ເປັນ​​ເຈົ້ານາຍ,​ເພິ່ນ​ກໍ​ຄວນ​ຮ່ຳຮຽນ​ປຶ້ມ​ເຫຼັ້ມ​ນີ້​ຢ່າງ​ເລິກ​​ເຊິ່ງ,​ຢູ່​ຈີນ​ມີ​ຄົນ​ເວົ້າວ່າ​:​ເມື່ອ​ຮຽນ​ຮູ້​ເນື້ອ​ໃນ​​ເຄິ່ງຫນຶ່ງ​​ໃນປຶ້ມ​ລຸ້ນຢູ ​ແລ້ວກໍ່​ສາມາດປົກຄອງ​ລັດ​ໄດ້.ເນື້ອ​ໃນ​ຂອງທິດ​ສະ​ດີ​ຂົງຈືອຸດົມສົມ​ບູນທີ່​ສຸດ,​ໃນ​ນັ້ນ​ມີ​ຫຼາຍເນື້ອ​ໃນ​ຍັງ​ມີ​ຄຸນຄ່າ​ສູ​ງທີ່​ສຸດ​ໃນ​ປະຈຸ​ບັນ,ຄຳ​ເວົ້າ​ຂອງ​ທ່ານ​ຂົງຈື​ໃນ​ປຶ້ມ​ລຸ້ນ​ຢູໄດ້​ກາຍ​ເປັນ​ສຸພາສິດ​ທີ່​ຊາວ​ຈີນ​ນຳ​ໃຊ້​ເລື້ອ​ຍໆ​ໃນ​ຊູ່​ມື້ນີ້.ຕົວຢ່າງ​ຄື ທ່ານ​ເວົ້າ​ວ່າ:​ໃນ​ຫມູ່​ສາມ​ຄົນ​ຕ້ອງ​ມີ​ຄູ​ສອນ:ຫມາຍ​ຄວາມ​ວ່າ:ຜູ່​ໃດ​ກໍ​ມີ​ຈຸດ​ດີ, ຕ້ອງ​ຮຽນ​ນຳ​ເພິ່ນ.

ຕາມ​ເວົ້າກັນ​ວ່າ, ທ່ານ​ຂົງຈື​ມີ 3 ພັນ​ຄົນ​ເຄີຍ​ເປັນ​ນັກ​ຮຽນ​ຂອງ​ທ່ານ,​ໃນ​ນັ້ນ​ມີນັກຮຽນ​ຫຼາຍ​ຄົນມີ​ຄວາ​ມຮູ້​ຄວາມ​ສາມາດ​ຫຼາຍ​ເທື່ອ​ເຫມືອນ​ດັ່ງ​ຂົງຈື.ແຕ່​ວ່າ,​ຈົນ​ຮອດ​ສະ​ໄຫມລາຊະວົງ​ຮ້ານ,ແນວຄຶດ​ປັດ​ຊະ​ຍາ​ທີ່​ທ່ານ​ຂົງຈື​ລິ​ເລີ່​ມສ້າງ​ນັ້ນ​ຈຶ່ງ​ໄດ້​ຜູ່​ປົກຄອງສັກດິນາຮັບຮອງ​ເອົາ,​ແຕ່​ນັ້ນ​ມາ,ທິດ​ສະ​ດີ​ປັດ​ຊະ​ຍາ​ຂົງຈືໄດ້ຄອງຖານະ​ທາງ​ການໃນ​ແນວ​ຄຶດ​ຂອງລາຊະວົງທຸກ​ສະ​ໄຫມ​. ແລ​ະຖືກ​ຖື​ເປັນ​ຕົວ​ແທນຂອງ​ວັດທະນະທຳ​ດັ້ງ​ເດີມ.


ໃນ 2 ພັນ​ກວ່າ​ປີ​ທີ່​ຜ່ານ​ມາ,ຜົນ​ສະທ້ອນ​ຂອງ​ແນວ​ຄຶດ​ປັດ​ຊະ​ຍາຂົງຈືຢູ່ຈີນ​ບໍ່ພ​ຽງ​ແຕ່​ສະ​ແດງ​ໃນ​ດ້ານ​ການ​ເມືອງ​ແລະວັດທະນະທຳ​​ທໍ່​ນັ້ນ,ຫາກ​ຍັງ​ໄດ້​ສະ​ແດງໃນ​ດ້ານການ​ກະທຳ​ແລະ​ຮູບ​ການ ຈິນຕະນາການ​ຂອງ​ຊາວ​ຈີນ​ທຸກໆ​ຄົນ.ນັກປາດ​ຕ່າງປະ​ເທດ​ບາງ​ຄົນ​ຈົນ​ກະ​ທັ້ງຖື​ແນວ​ຄຶດ​ປັດ​ຊະ​ຍາ​ຂົງຈື​ເປັນ​ແນວ​ຄຶດສາສະຫນາ​ຂອງ​ຈີນ.​ແນວ​ຄຶດ​ຂອງຂົງຈືບໍ່ພ​ຽງ​ແຕ່​​ມີ​ຜົນ​ສະທ້ອນ​ອັນ​ເລິກ​ເຊິ່ງຕໍ່​ວັດທະນະທຳ​ຈີນ​ທໍ່​ນັ້ນ,ຫາກຍັງ​ໄດ້​ກະທົບກະ​ເທຶອນ​ເຖິງຫຼາຍ​ປະ​ເທດ​​ໃນ​ອາຊີ.ນັບ​ມາ​ຮອດ​ປະຈຸ​ບັນ,​ຊາວ​ຈີນຈຳນວນ​ຫຼວງ​ຫຼາຍ​​ໄດ້ອາ​ໄສຢູ່​ປະ​ເທດ​ຕ່າງໆໃນ​ທົ່ວ​ໂລກ,ດັ່ງ​ນັ້ນສາມາດ​ເວົ້າ​ໄດ້​ວ່າ ຜົນ​ສະທ້ອນ​ຂອງ​ແນວ​ຄຶດ​ຂົງຈື​ບໍ່ຈຳກັດ​ຢູ່​ຈີນ​ແລະ​ອາຊີ​ແລ້ວ
  ​