ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-08 16:53:28    
ຫໍ​ວາງ​ສະ​ແດງ​ຮູບ​ປັ້ນ​ໄຂ​ຂອງ​ຈີນ​ສະ​ແດງ​ໃຫ້​ເຫັນ​ລະ​ດັບ​ສູງ​ສຸດ​ຂອງ​ສິ​ລະ​ປະ​ຮູບ​ປັ້ນ​ໄຂ​ຂອງ​ຈີນ

cri

ຫວ່າງບໍ່ດົນນີ້,ຫໍວາງສະແດງຮູບປັ້ນໄຂທີ່ໃຫຍ່ກວ່າຫມູ່ຂອງຈີນໄດ້ໄຂຢູ່ຫໍພິພິທະພັນ
ແຫ່ງຊາດຈີນທີ່ປັກກິ່ງ,ໂດຍໄດ້ວາງສະແດງຮູບປັ້ນໄຂເປັນບຸກຄົນທີ່ມີຊື່ສຽງຂອງ
ຈີນແລະຕ່າງປະເທດ 100 ກວ່າທ່ານ, ເປັນຕົວແທນໃຫ້ແກ່ລະດັບສູງສຸດຂອງສິ
ລະປະຮູບປັ້ນໄຂຂອງຈີນ,ອັນ​ໄດ້ດູດດຶງເອົາຜູ່ຊົມຫຼາຍ​ຈົນນັບບໍ່ຖ້ວນ
ຫໍວາງສະແດງຮູບປັ້ນໄຂຂອງຈີນທີ່ສ້າງໃຫມ່ດັ່ງກ່າວແມ່ນຫໍວາງສະແດງຮູບປັ້ນ
ໄຂຫຼາຍກວ່າຫມູ່ຢູ່ຈີນ,​ໃນຫໍວາງສະແດງທີ່ກວ້າງປະມານ 3000ແມັດຕາໄດ້
ວາງສະແດງຮູບ​ປັ້ນບຸກຄົນ 126 ທ່ານທີ່ມີຊື່ສຽງໃນຂົງເຂດຕ່າງໆ.ເຊັ່ນ:ເຈົ້າຊີວິດ
ຊິນຊີວອງເຕ້ທີ່ສ້າງຕັ້ງພະລາສະວົງສັກດິນາ​ເມື່ອກ່ອນຄ.ສ 221ປີ,ທ່ານຂົງຈື້ ນັກນຶກຄິດທີ່ມີຊື່ສຽງໃນປະຫວັດສາດຈີນຜູ່ນຳຂອງຊາດທີ່ເລີ່ມສ້າງສາທາລະນະ
ລັດປະຊາຊົນຈີນ ທ່ານຢາວມິງ ນັກກິລາບານບ້ວງທີ່ມີຊື່ສຽງຂອງຈີນ ນາງຈັ່ງ
ມ້ານຢູ້ ດາລາຮູບເງົາສາກົນພ້ອມທັງທ່ານກາກມາກແລະທ່ານອັງ​ແກນນັກ
ນຶກຄິດທີ່ມີຊື່ສຽງຂອງໂລກແລະທ່ານປີກາໂຊ ນັກ​ແຕ້ມທີ່ມີຊື່ສຽງເປັນຕົ້ນ
ລ້ວນແຕ່ໄດ້ນຳອອກວາງສະແດງຢູ່ຫໍດັ່ງກ່າວ.

ທ່ານຈ່ຽງເຟີນອີ້ ຮອງຫົວຫນ້າຂອງຫໍພິພິດທະພັນ ແຫ່ງຊາດຈີນແນະນຳວ່າ:
ການວາງສະແດງຮູບປັ້ນໄຂຂອງຈີນແມ່ນພະຍາຍາມສຸດຂີດເພື່ອໃຊ້ສີລະປະຮູບ
ປັ້ນໄຂມາສະແດງໃຫ້ເຫັນບຸກຄົນຜູ່ດີເດັ່ນຂອງຈີນແລະ ຕ່າງປະເທດຢ່າງພາ
ວະວິໄສ,ເພື່ອສົ່ງເສີມອາລະຍະທຳຂອງມະນຸດເຮົາ,ໃນດ້ານຄັດ ເລືອກບຸກຄົນ
ທີ່ເອົາມາວາງສະແດງ,ກໍເອົາການສະແດງບຸກຄົນຈີນເປັນຫຼັກເອົາບຸກຄົນຕ່າງປະ
ເທດຈຳນວນຫນ້ອຍເປັນສຳຮອງ,ເອົາການສະແແດງບຸກຄົນ ຂອງສາທາລະນະ
ລັດປະຊາຊົນຈີນເປັນຫຼັກ.ບວກກັບມີບຸກຄົນໃນສະໄຫມບູຮານແລະສະໄຫມມໍ່
ຈຳນວນຫນ້ອຍເປັນສຳຮອງ.ທາງດ້ານພາຫະນະສະແດງອອກເຖິງສິລະປະນັ້ນ
ແມ່ນເອົາບຸກຄົນທີ່ແຕ້ມເປັນຮູບແທ້ໆນັ້ນເປັນຫຼັກແລະເອົາພາບວິວບຸກຄົນຈຳ
ນວນຫນ້ອຍເປັນສຳຮອງ

ພໍເຂົ້າປະຕູໃຫຍ່ຂອງຫໍວາງສະແດງຮູບປັ້ນໄຂຂອງຈີນ,ຫ້ອງຮັບແຂກ ທີ່ມີ​ປະຕູເປັນຮູບວົງກົມທາງອັນສີຟ້ານັ້ນກໍ່ເຫມືອນດັ່ງອະວະກາດອັນເລິກລັບ,ທ່ານ
ຢາງລີ້ອຸ້ຍ ນັກບິນອະວະກາດທີ່ມີຊື່ສຽງຂອງຈີນພວມຍື່ນຢູ່ໃນກາງຫ້ອງຮັບແຂກ
ຕ້ອນຮັບຜູ່ຊົມດ້ວຍ​ຄວາມຍິ້ມແຍ້ມ​ແຈ່ມໄສ,ຜູ່ຊົມຫຼາຍຄົນໄດ້ໂບກມືທ່ານ
ຢາງລີ້ເວນ ຢ່າງບໍ່ຮູ້ສຶກຕົວ,ຈຶ່ງປະກົດເຫັນວ່າ​ແມ່ນຮູບປັ້ນໄຂຮູບຫນຶ່ງ.ທ່ານ
ຢາງບີ້ອຸ້ຍ ແມ່ນນັກ ບິນອະວະກາດຈີນທີ່ມີຊື່ສຽງໃນໂລກ,ປີ 2003,ທ່ານໄດ້
ຂີ່ຍົນອະວະກາດບັນທຸກຄົນທີ່ຊື່ວ່າເສີນ​ໂຈ​ວ​ເລກ 5 ຂອງຈີນ​ເມື່ອ​ປີ
ກາຍ, ອັນໄດ້ບັນລຸການບິນອະວະກາດບັນທຸກ ຄົນເປັນຄັ້ງທຳອິດຂອງຈີນຢ່າງສຳເລັດຜົນ, ​ແລ້ວກາຍເປັນວິລະຊົນຂອງປະຊາຊາດ ຈີນ.


ເມື່ອຍ່າງ​ກາຍຫ້ອງຮັບແຂກ​ໄປ,ຜູ່ຊົມທີ່ຫາກໍ່ຍິ້ມແຍ້ມ​ແຈ່ມ​ໄສ​ກໍ​ຕົກ
ຊະ​ເງິ້​ໃນ​ທັນທີ​ໂລດ,ທີ່​ຈິງ​ແລ້ວ,ພວກ​ທີ່​ພວມເຕົ້າໂຮມກັນຢູ່ຫໍ
ໃຫຍ່ນັ້ນ​ລ້ວນ​ແຕ່ແມ່ນຜູ່ນຳຂອງຊາດ​ຊຸດຫນຶ່ງທີ່ປະຊາຊົນຈີນໂຄລົບນັບ
ຖືທີ່ສຸດຄື:ທ່ານມາວເຈີຕົງ ອະດີດປະທານປະເທດ ທ່ານ​ໂຈ​ວເອີນໄລ ອະ
ດີດນາຍົກລັດຖະມົນຕີ ທ່ານລິວຊ້າວຊີ ອະດີດຮອງປະທານປະເທດ ແລະທ່ານຈູ​ເຕີນັກການທະຫານທີ່ມີຊື່ສຽງຂອງຈີນແລະທ່ານເຕີ້ງສຽວຜິງນາຍຊ່າງຜູ່ອອກແບບ
ແຫ່ງການປະຕິຮູບແລະໄຂປະຕູສູ່ພາຍນອກຂອງຈີນເປັນຕົ້ນ.


ຮູບປັ້ນໄຂເຫຼົ່ານີ້ມັນ​ຈັ່ງ​ແມ່ນຄືຄົນແທ້ໆ,ຈົນເຮັດໃຫ້ຜູ່ຊົມຮູ້ສຶກຄືວ່າຕົນ​ໄດ້
ເຂົ້າຢູ່​ໃນກອງປະຊຸມທີ່ບັນດາຜູ່ຍິ່ງໃຫຍ່ພວມ​ດຳ​ເນີນ​ຢູ່​ຢ່າງ​ປະຈຸບັນ
ທັນ​ດ່ວນ​,ຈິ່ງ​ຈຳ​ຕ້ອງສະຫງົບອາລົ​ມແລະກັ້ນໃຈຢ່າງບໍ່ຮູ້ເມື່ອຄີງ,ຍ່າງ
ອ້ອມ​ບັນດາ​ຜູ່​ຍິ່ງ​ໃຫຍ່​ດ້ວຍ​ຄວາມລະມັດລະວັງແລະມິດງຽບ,ປ່ຽນລົ້ມໄປດ້ວຍຈິດ​ໃຈ
ໂຄລົບແນມເບິ່ງພວກທ່ານດັ່ງກ່າວ.


ເຕັກນິກ​ໃນ​ການປັ້ນຮູບໄຂອັນຍອດຢ້ຽມຄືແນວນີ້ໄດ້ເຮັດໃຫ້ຜູ່ຊົມຜູ່​ໃດ​ກໍ
ຍ້ອງຍໍສັນລະເສີນບໍ່​ເຫືອດ​ສົບ​ເຫືອດປາກ.ຕາມໄດ້ຊາບ,ເພື່ອຈັດວາງການ
ສະແດງ ເທື່ອນີ້,ຫໍວາງສະແດງຮູບປັ້ນໄຂຂອງຈີນໄດ້ໂຮມຜູ່ຊ່ຽວຊານປັ້ນຮູບ
ນັກສິລະປະຮູບ ປັ້ນໄຂທີ່ມີລະດັບສູງສຸດຂອງຈີນ.ກ່ຽວກັບການ​ໄຂຫໍວາງສະ
ແດງຮູບປັ້ນໄຂຂອງຈີນ ເທື່ອນີ້ນັກສີລະປະເຫຼົ່ານີ້ໄດ້ທະຍອຍກັນກ່າວວ່ານີ້ແມ່ນ
ຫຼັກຫມາຍ ທາງທີ່ມີລັກສະນະເປັນຂີດຫມາຍອັນຫນຶ່ງຂອງສິລະປະຮູບປັ້ນໄຂ
ຂອງຈີນ.ທ່ານເອີປາວຢຸຍທີ່ມາຈາກທຽນສິນເວົ້າວ່າ:ຢູ່​ໃນ​ຮູບ​ປັ້ນ​ໄຂນັ້ນ,
ພວກ​ເຮົາ​ສາມາດ​ສະ​ແດງ​ອອກ​ໃຫ້​ເຫັນ​ຫຍັງ​ແດ່? ໃນນາມ
ເປັນນັກສິລະປິນ,ຄວາມຮູ້ສຶກຂອງ​ເຮົາແມ່ນບໍ່ພຽງແຕ່ສະແດງໃຫ້ເຫັນວັດທະ
ນະທຳ ປະຫວັດສາດທີ່ມີ​ມາ​ແຕ່​ດົນ​ນານ​ຂອງ​ປະຊາ​ຊາດ​ຈີນ
ແລະວິລະຊົນ ບຸກຄົນຜູ່ດີເດັ່ນເຫຼົ່ານີ້ທໍ່ນັ້ນ,ພ້ອມກັນນັ້ນມັນຍັງພິສູດໃຫ້ເຫັນລະ
ດັບຂອງນັກສິລະປິນຈີນພວກ​ເຮົາທີ່ໄດ້ບັນລຸການຮັບເອົາອາລະຍະທຳແລະ
ວັດທະນະທຳຂອງໂລກອີກ​ດ້ວຍ.

ຕາມການສະເຫນີ,ສິລະປະຮູບປັ້ນໄຂໄດ້ກຳເນີດ​ເກີດຂຶ້ນຢູ່ພາກຕາເວັນຕົກ
ກ່ອນ, ຫໍວາງສະແດງຮູບປັ້ນໄຂພັນລະຍາຕຸ​ສ​ໂຊຂອງອັງກິດແລະຫໍວາງ
ສະແດງຮູບປັ້ນໄຂ ທີ່ປາລີຝຣັ່ງລ້ວນແຕ່ແມ່ນຫໍສິລະປະຮູບປັ້ນໄຂທີ່ມີຊື່ສຽງ
ໃນໂລກ.ເມື່ອຊຸມປີ 80 ສະຕະວັດທີແລ້ວ,ສິລະປະຮູບປັ້ນໄຂໄດ້ແຜ່ຂະຫຍາຍ
ຮອດຈີນ,ເມື່ອນັກສິລະປິນຈີນໄດ້ທຳຄວາມພະຍາຍາມແລະຊອກຄົ້ນຢ່າງບໍ່ລົດ
ລະແລ້ວ,ຮູບປັ້ນໄຂ​ເຫຼົ່າ​ນີ້​ຈິ່ງບັນລຸຈົນ​ເກີນລະດັບກ້າວຫນ້າຂອງໂລກ
ຕົວຢ່າງຄື:ເມື່ອຊຸມປິ 80 ສະຕະວັດແລ້ວ, ຮູບປັ້ນໄຂທີ່ທ່ານຈັ່ງໂສຊຽງ​ເປັນ
ຜູ່​ປັ້ນນັ້ນ​ກໍ່​ມີ​ຮອດຣູ​ເຫື່ອ,​ໃນ​ເວລານັ້ນ,ເຕັກນິກ ຮູບປັ້ນໄຂຂອງ
ອັງກິດ​ແລະຝຣັ່ງຍັງແກ້ໄຂບັນຫາດັ່ງກ່າວບໍ່​ຕົກ​ເທື່ອ

ການວາງສະແດງຮູບປັ້ນໄຂທີ່ມີຂະຫນາດໃຫຍ່ແລະມີລະດັບສູງຄືແນວນີ້​ເວົ້າ
ສຳລັບ​ຢູ່​ຈີນ​ແລ້ວ​ກໍຍັງເປັນ​ເທື່ອ​ທຳອິດ,ຈິ່ງໄດ້ດູດດຶງເອົາຜູ່ຊົມຢູ່
ແຫ່ງຕ່າງໆ ຂອງຈີນມາຊົມ.  ທ່ານພັງໄຮຊິງທີ່ມາຈາກພາກຕາເວັນ
ອອກສຽງເຫນືອ ຂອງຈີນເວົ້າວ່າ :ຈັ່ງ​ແມ່ນ​ພິລຶກ​ແທ້ໆ​ແລະ​ງາມ​ທີ່​ສຸ​ດ,​ແຕ່​ກ່ອນ​ໄດ້​ຍິນ​ແຕ່​ຢູ່​ອັງກິດ​ແລະ​ອາ​ເມ​ລິ​ກາ​ມີ​ຮູບ​ປັ້ນ​ໄຂ,ຈິ່ງ​ບໍ່​ນຶກ​ວ່າ:ຢູ່​ຈີນ​ກໍ່​ມີ​ແລ້​ວ,ພ້ອມ​ນັ້ນລະດັບ​ເຕັກນິກ​ທາງ​ດ້ານ​ນີ້​ກໍ​ສູງ​ບໍ່​ຢອກ,ຮູບ​ປັ້ນ​ໄຂ​ທີ່​ເຫັນ​ຢູ່​ນີ້​ຈັ່ງ​ແມ່ນ​ມັນ​ຄື​ຄົນ​ແທ້ໆ,​ແລະ​ຄັກ​ແນ່​ທີ່​ສຸດ