ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-08 17:52:23    
ເອ​ຢິບ​ເຜີຍ​ວ່າ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ລະ​ຫວ່າງ​ອິສ​ລະ​ແອນ​ປາ​ເລັສ​ຕິນ​ຢ່າງ​ຮອບ ດ້ານ

cri Author: sayvanny
ຕາມ​ຂ່າວສານ​ຊີນ​ຮວາ: ວັນ​ທີ 7 ທັນ​ວາ ຂ່າວ​ສານ​ຕາ​ເວັນ​ອອກ​ກາງ​ຂອງ​ເອ​ຢິບ​ລາຍ​ງານ​ວ່າ, ​ເອຢິບ ອິສ​ລະ​ແອນ ອິສ​ລະ​ແອນ ປາ​ເລັສ​ຕິນ ອາ​ເມ​ລິ​ກາ​ແລະ​ປະ​ເທດ​ເອີ​ລົບ​ສ່ວນ​ຫນຶ່ງ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​​ໃນ​ເບື້ອງ​ຕົ້ນ ກ່ຽວ​ກັບ​ແຜນ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ອິສ​ລະ​ແອນ​ລະ​ຫວ່າງ​ປາ​ເລັສ​ຕິນ ຢ່າງ​ຮອບ​ດ້ານ.

ຂ່າວສານ​ຕາ​ເວັນ​ອອກ​ກາງ​ເຜີຍ​ໃຫ້​ຮູ້​ວ່າ, ຄວາມ​ຮັບ​ຮູ້​ຄື​ກັນ​ຂອງ​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ແມ່ນ: ອິສລະ​ແອນ​ປາ​ເລັສ​ຕິນ​ເຊັນ​ສັນ​ຍາ​ຢຸດ​ຍິງ;ຮັບ​ປະ​ກັນ​ການ​ເລືອກ​ຕັ້ງ​ປະ​ທານ​ອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ຈັດ​ຂຶ້ນ​ຕາມ​ເວ ລາ​ກຳ​ນົດ;ທະ​ຫານ​ອິສ​ລະ​ແນ​ອຄວນ​ຖອນ​ອອກ​ຈາກ​ແຖບ​ກາຊາ​ຢ່າງ​ຮອບ ດ້ານ​ໂດຍ​ໄວ,​ໃຫ້ຝ່າຍ​ເອຢິບ​ຮັບ​ຜິດ​ຊອບ​ວຽກ​ງານ​ຄວາມ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ເອຢິບ​ກັບ​ແຖບ​ກາຊາ,​ເອ​ຢິບ​ເລີ່ມ​ອົບ​ຮົມ​ກອງ​ຮັກສາ​ຄວາມ​ປອດ​ໄພ​ແລະ​ເຈົ້າຫນ້າ​ທີ່​ລັດ​ຖະ​ບານ​ປາ​ເລັສ​ຕິນ​ໃນ​ທັນ​ທີ.

ຂ່າວ​ແຈ້ງ​ອີກ​ວ່າ, ມື້ດຽວ​ກັນ, ທ່ານ​ເອ​ເລ​ລີ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທ​ດອາ​ເມ​ລິ​ກາ​​ຖະ​ແຫລງ​ວ່າ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ຍັງ​ບໍ່​ຮູ້​ສະ​ພາບ​ການ​ທີ່​ຝ່າຍ​ເອຢິບ​ເປີດ​ເຜີຍ.ສ່ວນ​ເຈົ້າ​ຫນ້າ​ທີ່​ປາ​ເລັສ​ຕິນ​ກ່າວ​ວ່າ, ບັນດາ​ຝ່າຍ​ຍັງ​ຕ້ອງ​ປຶກ​ສາ​ຫາລື​ຍິ່ງ​ຫລາຍ.​ມື້​ດຽວ​ກັນ​ເຈົ້າ​ຫນ້າ​ທີ່​ຊັ້ນ​ສູງ​ອິສ​ລະ​ແອນ​ພັດ​ເຫັນ​ວ່າ, ສະ​ພາບ​ການ​ສ່ວນ​ຫນຶ່ງ​ໃນຂ່າວ​ທີ່​ລາຍ​ງານ​ນັ້ນ​ແມ່ນ​ຫນ້າ​ເຊື່ອ​ໄດ້, ​ແຕ່​ປະຈຸ​ບັນ ລາຍ​ງານ​ຂ່າວ​ດັ່ງກ່າວ​ນີ້​ໄວ​ໂພດ.