ດ່ານກວດກາແຫ່ງໜຶ່ງຢູ່ພາກໃຕ້ຂອງໄທຖືກລູກລະເບີດຄວບຄຸມທາງໄກຫຼອນໂຈມຕີ ທະຫານ 6 ຄົນບາດເຈັບ
cri
Author: li
ຕາມຂ່າວຂອງໜັງສືພິມຈີນລາຍວັນ: ວັນທີ 8 ທັນວາ ຝ່າຍຕຳຫຼວດໄທກ່າວວ່າ,ຕອນຄ່ຳວັນທີ 7 ທັນວາ ຢູ່ດ່ານກວດກາແຫ່ງໜຶ່ງຂອງຈັງຫວັດນະລາທິວາດພາກໃຕ້ຂອງໄທ ພວກປະກອບອາວຸດມຸສລິມໄດ້ໃຊ້ໂທລະສັບມືຖືຄວບຄຸມທາງໄກຕໍ່ລູກລະເບີດແບບງ່າຍໜ່ວຍໜຶ່ງ,ເປັນເຫດເຮັດໃຫ້ທະຫານ 6 ຄົນບາດເຈັບ.
ຂ່າວສານລອຍເຕີລາຍງານວ່າ,ກ່ອນທະຫານຂອງດ່ານກວດກາໄປຮອດ ພວກປະກອບອາວຸດໄດ້ຝັງລູກລະເບີດຢູ່ໃຕ້ດິນ,ແລ້ວໃຊ້ໂທລະສັບມືຖືຄວບຄຸມທາງໄກພາໃຫ້ລະເບີດຂຶ້ນ.
|
|