ສື່ມວນຊົນສິງກະໂປເຫັນວ່າໄຕ້ຫວັນເປັນເອກະລາດຈະເຮັດໃຫ້ໄຕ້ຫວັນຖືກບຽດໄປສູ່ຂອກຂ້າງ
cri
Author: li
ຕາມຂ່າວສານຊິນຮວາ: ໜັງສືພິມລຽນເຮີຈາວປາວຂອງສິງກະໂປສະບັບວັນທີ 8 ທັນວາໄດ້ພິມບົດນຳທີ່ພາດຫົວເລື່ອງວ່າ: ການລຶບຊື່ປະເທດຈີນກັບການຖືກບຽດໄປຢູ່ຂອກຂ້າງ,ໂດຍຊີ້ອອກວ່າ,ການກະທຳເຮັດໃຫ້ໄຕ້ຫວັນເປັນເອກະລາດຂອງເຈົ້າໜ້າທີ່ເສີນສຸຍປຽນຍິ່ງແຮງເທົ່າໃດ,ບາດກ້າວຂອງການລືບຊື່ປະເທດຈີນຍິ່ງກວ້າງເທົ່າໃດ,ບັນດາປະເທດອາຊີຕາເວັນອອກກໍຍິ່ງເປັນຫ່ວງ,ຄວາມເຫີນຫ່າງກັນກັບໄຕ້ຫວັນກໍຈະຍິ່ງໄກ.
ບົດນຳຊີ້ອອກວ່າ,ຍ້ອນວ່າເສດຖະກິດຂອງຈີນກັບບັນດາປະເທດອາຊີຕາເວັນອອກນັບມື້ນັບເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ,ປະເທດທັງໝົດລ້ວນແຕ່ບໍ່ຫວັງໃຫ້ເຈົ້າໜ້າທີ່ໄຕ້ຫວັນທຳລາຍສະຖານະພາບທີ່ພັດທະນາຢ່າງໝັ້ນທ່ຽງໃນປັດຈຸບັນ. ຖ້າເຈົ້າໜ້າທີ່ໄຕ້ຫວັນເຮັດຕາມລຳພັງໃຈ,ຈະເຮັດໃຫ້ຕົນເອງຍິ່ງໂດດດ່ຽວ,ແລ້ວຕົກຢູ່ຫຼັງທ່ວງທ່າໃຫຍ່ແຫ່ງການຮ່ວມມືຂອງອາຊີຕາເວັນອອກ.
|
|