ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-09 13:13:18    
ອິນ​ໂດ​ເນ​ເຊຍ​ຊຸກ​ຍູ້​ເສດ​ຖະ​ກິດ​ພັດ​ທະ​ນາ​ດ້ວຍ​ສີ່​ວິ​ທີ(ສຽງ)

cri Author: sayvanny

ເດືອນ​ຕຸ​ລາ​ປີ​ນີ້ ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ໄດ້​ສຳ​ເລັດ​ລົງ​ຢ່າງ​ສະ​ດວກ.ພາຍ​ຫລັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຊູ​ຊີ​ໂລ​ທີ່​​ໄດ້​ຮັບ​ເລືອກ​ຕັ້ງ​ໃຫມ່​ສ້າງ​ຕັ້ງ​ຄະ​ນະ​ລັດ​ຖະ​ບານ​ໃຫມ່​ແລ້ວ, ​ໄດ້​ໃຊ້​ຫລາຍ​ນະ​ໂຍ​ບາຍ​ແລະ​ມາດ​ຕະ​ການ, ຊຸກ​ຍູ້​ເສດ​ຖະ​ກິດ​ແຫ່ງ​ຊາດ​ພັດ​ທະ​ນາ.

ກ່ອນ​ອື່ນ​ແມ່ນ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ,ຊຸກ​ຍູ້​ການ​ສ້າງ​ສາ​ພື້​ນຖານ​ໂຄງ​ລ່າງ.​ໃນ​ຫລາຍ​ປີ​ມາ​ນີ້​ເມື່ອ​ທຽບ​ກັບປະ​ເທດ​ອື່ນໆ​ໃນ​ກຸ່ມ​ອາ​ຊຽນ​ແລ້ວ, ຄວາມ​ໄວ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ອິນ​​ໂດ​ເນ​ເຊຍ​ຂ້ອນ​ຂ້າງ​ຊັກຊ້າ, ປັດ​ໄຈ​ອັນ​ຫນຶ່ງ​ກໍ່​ແມ່ນ​ຍ້ອນ​ການ​ສ້າງ​ສາ​ພື້ນ​ຖານ​ໂຄງ​ລ່າງ​ຫລ້າ​ຫລັງ.ພາຍ​ຫລັງ​ຄະ​ນະ​ລັດ ຖະບານ​ຊຸດ​ໃຫມ່​ທີ່​ນຳ​ໂດຍ​ທ່ານ​ຊູຊີ​ໂລ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ແລ້ວ, ກໍ່​​ໄດ້​ວາງ​ແຜນ ການ​ອອກ​ໃນ​ທັນທີ, ຈະ​ລົງທຶນ 72 ຕື້​ໂດ​ລາ​ສະຫະລັດ​ຊຸກ​ຍູ້​ການ​ກໍ່ສ້າງ​ພື້ນ ຖານ​ໂຄງ​ລ່າງ​ເປັນ​ຈຸດ​ຫນັກ​ພາຍ​ໃນ 5 ປີ​ຂ້າງ​ຫນ້າ​ນີ້,ເຈາະ​ຈົງ​ດັດ​ແປງ​ແລະ​ສ້າງ​ທາງ​ລົດ​ໄຟ ທາງ​ຫລວງ ຂົວ ​ໂຮງ​ໄຟ​ຟ້າ ສະ​ຫນາມ​ບິນ​ແລະ​ທ່າ​ກຳ​ປັ່ນ​ເປັນຕົ້ນ.

ທ່ານ​ຊູ​ຊີ​ໂລ​ຍັງ​ສວຍ​ໃຊ້​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສາກົນ, ​ເປັນ​ເຈົ້າການ​ເຊື້ອ​ເຊີນ​ຈີນ ຍີ່​ປຸ່ນ ອາ​ເມ​ລິ​ກາ ສະ​ຫະ​ພາບ​ເອີ​ລົ​ບ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ​ໄປ​ລົງທຶນ​ຢູ່​ອິນ​​ໂດ​ເນ​ເຊຍ,ດຽວ​ນີ້ ​ໄດ້​ມີ​ຈີນ​ແລະ​ຍີ່​ປຸ່ນ​ຕອບ​ສະ ຫນອງ​ແລະ​ສະ​ຫນັບ​ສະ​ຫນູນ​ຢ່າງ​ຕັ້ງ​ຫນ້າ.​ໂຄງ​ການ​ຂະ​ຫນາດ​ໃຫຍ່​ສ່ວນ​ຫນຶ່ງ​ໄດ້​ເລີ່ມ​ກໍ່​ສ້າງ​ຕາມໆ​ກັນ​ແລ້ວ.ພ້ອມ​ກັນ​ນັ້ນ, ທະ​ນາ​ຄານ​ໂລກ​ກໍ່​ສະ ຫນັບ​ສະ​ຫນູນ​ແຜນ​ການ​ດັ່ງ​ກ່າວ​ຂອງ​ລັດ​ຖະ​ບານ​ອິນ​​ໂດ​ເນ​ເຊຍ.

ຖັດ​ມາ​ແມ່ນ​ປະ​ຕິ​ຮູບ​ນະ​ໂຍ​ບາຍ​ເກື້ອ​ກູນ​ວັດຖຸ​ເຊື້ອ​ເພີງ.​ໃນ​ງົບ​ປະ​ມານ​ການ​ເງິນ​ຂອງ​ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​​ປີ 2004, ຄ່າ​ເກື້ອ​ກູນ​ວັດຖຸ​ເຊື້ອ​ເພີງ​ສູງ​ເຖິງ 6,8 ຕື້​ໂດ​ລາ​ສະຫະລັດ.ຄຽງ​ຄູ່​ກັບ​ລາຄາ​ນ້ຳມັນ​ເຊື້ອ​ໄຟ​ສາກົນ​ສືບ​ຕໍ່​ຖີບ​ສູງ​ຂຶ້ນ​ໃນຕົ້ນປີ​ນີ້​ເປັນ​ຕົ້ນ​ມາ, ກະ​ວ່າ​ຄ່າ​ເກື້ອກູນ​ວັດຖຸ​ເຊື້ອ​ເພີງ​ຍັງ​ຈະ​ເພີ່ມ​ຫລາຍ​ຂຶ້ນ. ​ເພື່ອ​ຫລີກ​ເວັ້ນ​ສັງ​ຄົມ​ປັ່ນ​ປ່ວນ,ສະ​ກັດ​ກັ້ນ​​ໄພເງິນ​ເຟີ້​ແລະ​ຮັກ​ສາ​ຄວາມ​ຫມັ້ນ​ທ່ຽງ​ຂອງ​​ເງິນຕາ​ປະ​ເທດ​ຕົນ,ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ພວມ​ພິ​ຈາ​ລະ​ຈາ​ປະ​ຕິ​ຮູບ​ນະ​ໂຍບາຍ​ໃຫ້​ເກື້ອກູນ​ແກ່​ວັດຖຸ​ເຊື້ອ​ເພີງ​​ໂດຍ​ແນ​ໃສ່​ກໍ​ລະ​ນີ​ຕ່າງ​ກັນ. ​ເວົ້າ​ລະ​ອຽດ​ກໍ່​ແມ່ນ,ຫລຸດ​ຄ່າ​ເກື້ອ​ກູນ​ວັດຖຸ​ເຊື້ອ​ເພີງ​ທີ່​ໃຊ້​ທາງ​ອຸດ​ສາ​ຫະ​ກຳ​ແຕ່​​ເດືອນ​ທັນວາ​ປີ​ນີ້​​ເປັນ​ຕົ້ນ​ໄປ, ສ່ວນ​ຄ່າ​ເກື້ອ​ກູນ​ວັດ​ຖຸ​ເຊື້ອ​ເພີງ​ອື່ນໆ​ຈະ​ຖືກ​ຍົກ​ເລີກ​ແຕ່​​ເດືອນ​ມັງ​ກອນ​ປີ 2005 ​ເປັນ​ຕົ້ນ​ໄປ,​ແຕ່​ການ​ເກື້ອ​ກູນ​ນ້ຳ​ມັນ​ກາດ​ໃຫ້​ຄອບຄົວ​ທີ່​ມີ​ລາຍ​ໄດ້​ຫນ້ອຍ​ນັ້ນ​ຈະ​ບໍ່​ປ່ຽນ​ແປງ.

ສາມ,ຍົກ​ຄວາມ​ສາມາດ​ແກ່ງ​ແຍ່ງ​ໃຫ້​ສູງ​ຂຶ້ນ,ຊຸກ​ຍູ້​ການ​ຄ້າຂາ​ເຂົ້າຂາ​ອອກ.​ໃນ 10 ​ເດືອນ​ຕົ້ນປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ອອກ​ຂອງ​ອິນ​​ໂດ​ເນ​ເຊຍ​ໄດ້​ລື່ນ​ກາຍ 58,5 ຕື້​ໂດ​ລາ​ສະຫະລັດ,​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ໄລຍະ​ດຽວ​ກັນ 15% ຂຶ້ນ​ໄປ,​ໄດ້​ປະກົດ​ມີ​ທ່ວງ​ທ່າ​ເພີ່ມ​ຂຶ້ນ​ທີ່​ຫນ້າ​ຊົມ​ເຊີຍ​ໃນ​ຫລາຍ​ປີ​ມາ​ນີ້.ລັດ​ຖະ​ບານ​ຊຸດ​ໃຫມ່​​ຕົກລົງ​ຈະ​ຫັນ​ຈຸດ​ຫນັກ​ວຽກງານ​ໃນ​ຕໍ່​ໄປ​ພາຍ​ຫນ້າ​ໄປ​ສູ່​ການ​ຍົກ​ສະມັດ​ຖະ​ພາບ​ການ​ຜະ​ລິດ​ແລະ​ຍົກ​ຄວາມ​ສາມາດ​ແກ່ງ​ແຍ່ງ​ຂອງ​ຜະ​ລິດ​ຕະ​ພັນ​, ​ເພື່ອ​ຮັບ​ປະ​ກັນ​ການ​ສົ່ງ​ອອກ​ໃຫ້ເພີ່ມ​ຂຶ້ນ​ຢ່າງ​ສືບ​ເນື່ອງ​ແລະ​ຫມັ້ນ​ທ່ຽງ,ປະ​ກອບ​ສ່ວນ​ຍິ່ງ​ຫລາຍ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ຫລຸດ​ຜູ່​ຫວ່າງ​ງານ.

ສີ່, ຂຸດ​ຄົ້ນກຳລັງ​ບົ່ມ​ຊ້ອນ​ຂອງ​ກະ​ສິ​ກຳ​ແລະ​ອຸດ​ສາ​ຫະ​ກຳ​​ຜະ​ລິດ, ຊຸກ​ຍູ້​ເສດຖະກິດ​ຟື້ນ​ຕົວ​ຄືນ​ແລະ​ເພີ່ມ​ຂຶ້ນ​ຮອບ​ດ້ານ. ກະສິກຳ​ອິນ​ໂດ​ເນ​ເຊຍ​ມີ​ກຳລັງ​ບົ່ມ​ຊ້ອນ​ພັດ​ທະ​ນາ​ອັນ​ມະ​ຫາ​ສານ,ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ມີ​ແຜນ​ອອກ​ແຮງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ກະ​ສິ​ກຳ, ພະ​ຍາ​ຍາມ​ເຮັດ​ໃຫ້​ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ອອກ​ຜະລິດ​ຕະ​ພັນ​ກະ​ສິ​ກຳ​ໃນ​ປີ 2009 ບັນລຸ​ເຖິງ 9 ຕື້​ໂດ​ລາ​ສະ​ຫະ​ລັດ,​ເຊິ່ງຈະ​ເພີ່ມ​ຂຶ້ນ​ຫນຶ່ງ​ເທົ່າ​ກວ່າ​ເມື່ອ​ທຽບ​ກັບ​ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ອອກ​ທີ່​ຄາດ​ໄວ້​ໃນ​ປີ 2004.​ໃນ​ຫລາຍ​ປີ​ກ່ອນ, ອຸດ​ສາ​ຫະ​ກຳ​​ຜະ​ລິດ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ເພີ່ມ​ຂຶ້ນ​ດ້ວຍ​ຄວາມ​ໄວ 10% ຕໍ່​ປີ,​ແຕ່​ປີ 1998 ​ເປັນ​ຕົ້ນ​ມາ, ຍ້ອນ​ການ​ລົງທຶນ​ຫລຸດ​ຫນ້ອຍ​ລົງ, ຂະ​ແຫນງ​ການ​ຜະລິດ​​ໄດ້​ຢູ່​ໃນ​ສະ​ພາບ​ຕົກ​ຕ່ຳ,ຫນ້າ​ພຽງ​ເພີ່ມ​ມີ​ແຕ່​ຢູ່​ລະ​ຫວ່າງ 5% ທໍ່​ນັນ, ສະ​ນັ້ນ, ລັດຖະບານ​ມີ​ແຜນ​ຈະ​ດຶງ​ດູດ​ທຶນ​ຕ່າງປະ​ເທດ​ເພື່ອ​ຊຸກ​ຍູ້​ອຸດສາຫະກຳ​​ຜະລິດ​ອອກ​ຈາກ​ສະ​ພາບ​ຕົກ​ຕ່ຳ,ພະ​ຍາ​ຍາມ​ຍົກ​​ຄວາມ​ໄວ​ເພີ່ມ​ຂອງ​ອຸດສາຫະກຳ​ຜະລິດ​ສູງ​ເຖິງ 8% ຕໍ່​ປີ, ມີ​ຄວາມ​ຊີວິດ​ຊີວາ​ຄືນ​ໃຫມ່.