ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-09 13:57:39    
ກິນ​ຜັກສີ​ຂຽວ​​ໃ​ບຫຼາຍອາດ​ຈະ​ຊ່ອຍ​ປ້ອງ​ກັນ​ຕາ​ເຂົ້າ​ເຝື້ອແລະກິນ​ປາ​ສາມາດ​ປ້ອງ​ກັນ​ໂລກ​ຫົວ​ໃຈ

cri

ຈາ​ກການ​ທົດ​ລອງພະນັກງານ​ຄົ້ນຄວ້າ​ໄດ້​ຢັ້ງຢືນ​ເປັນຄັ້ງທຳ​ອິດ​ວ່າ,ທາດ​ຕ້ານຊປ່ອ​ຍອ໌ອກຊີທີ່​ມີ​ໃນ​ຜັກສີ​ຂຽວ​ໃບ​ຫຼາຍ​ຈຳນວນ​ຫນຶ່ງ​ມີ​ບົດບາດ​​​ປ້ອງ​ກັນ​ຕາ​ເຂົ້າ​ເຝື້ອແທ້​


ນອກຈາກ​ປັດ​ໄຈກຳມະພັນ​ແລະ​ແບບ​ວິທີ​ດຳລົງຊີວິດ​ແລ້ວ, ລັງສີ​ອຸນຕຼາວີ​ໂອ​ເລ​ກໍ່​ແມ່ນ​ມູນ​ເຫດ​​ຫນຶ່ງ​ທີ່​ພາ​ໃຫ້​​​​ເປັນ​ພະຍາດຕາ​ເຂົ້າ​ເຝື້ອ.​ໃນ​ເວລາພະນັກງານ​ຄົ້ນຄວ້າ​ເຮັດການທົດ​ລອງນັ້ນ,ພວກ​ເຂົາ​ເຈົ້າ​ໄດ້​ປະກົດ​ເຫັນ​ວ່າ,​ທາດ​ຕ້ານປ່ອຍອ໌ອກຊີສອງ​ຊະນິດເຊັ່ນ:ທາດ​ສີ​ເຫຼືອງ​ໃນ​​ຜັກ​ໃບ​ຂຽວແລະ​ທາດສີ​ເຫຼືອງ​​ສາລີ​ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ຈຸ​ລັງ​ແກ້ວຕາ​ຂອງ​ຄົນ​ເຮົາ​ຖືກ​​ລັງສີ​ອຸນຕຼາວີ​ໂອ​ເລ​ທຳລາຍ,​​ໄດ້​ຮັບຜົນດີກ​ວ່າ​ວິຕາມິນ​ເອີ​.


ພະນັກງານ​ຄົ້ນຄວ້າ​ເວົ້າ​ວ່າ,ພວກ​ເຂົາ​ເຈົ້າ​ໄດ້​ເອົາ​ທາດສີ​​ເຫຼືອງ​ໃນ​ຜັກ​ໃບ​ຂາວ​ແລະທາດ​ສີ​ເຫຼືອງສາລີ​ແລະ​ວິຕາມິນ​ເອີ​ທີ່​ມີ​ປະລິມານ​ຕ່າງ​ກັນ​ ​ມາ​ໃສ່​ຈຸລັງ​ແກ້ວຕາ​ຂອງ​ຄົນ​ເຮົາ,​ແລ້ວ​ໃຫ້​ຈຸ​ລັງ​ເຫຼົ່າ​ນີ້​ແລະ​ຈຸ​ລັງ​ແກ້ວຕາທຳ​ມະ​ດາ​ທີ່​ບໍ່​​ໄດ້​​ໃສ່​ຫຍັງຮັບ​ເອົາລັງສີ​ອຸນຕຼາວີ​ໂອ​ເລ​​ພ້ອມກັນ.ຜົນ​ທົດ​ລອງ​ໄດ້​ປະກົດ​ເຫັນ​ວ່າ,ທາດ​ສີ​ເຫຼືອງ​ໃບ​ພັກແລະ​ທາດ​ສີ​ເຫຼືອງ​ສາລີ​ສາມາດ​​​ເຮັດ​ໃຫ້​ຈຸ​ລັງ​ແກ້ວຕາ​ຖືກ​​ລັງສີ​ອຸນຕຼາວີ​ໂອ​ເລ​ທຳລາຍຫນ້ອຍ​ລົງ 50% ຮອດ 60%. ​ໄດ້​ຮັບຜົນ​ດີກ​ວ່າວິຕາມິນ​ເອີ 2 ​ເທົ່າ.


ພະນັກງານ​ຄົ້ນຄວ້າ​ເວົ້າ​ວ່າ,ຜົນ​ການຄົ້ນ​ຄວ້າຂອງ​ພວກ​ເຮົາ​ໄດ້​​ເປັນ​ຫຼັກ​ຖານ​ຢ່າງ​ຄັກ​ແນ່​ເປັນ​ຄັ້ງ​ທຳ​ອິດ,ສະ​ແດງ​ໃຫ້​ເຫັນ​ວ່າ ທາດ​ສີ​ເຫຼືອງ​​ໃບ​ຜັກ​ແລະ​ທາດ​ສີ​ເຫຼືອງ​ສາລີ​ສາມາດ​ຫຼຸດ​ຜ່ອນ​ຜົນ​ຮ້າຍ​ຂອງລັງສີ​ອຸນຕຼາວີ​ໂອ​ເລ​​ໃຫ້​ຫນ້ອຍ​ລົງ.ທ່ານ​ຊີ້​ອອກ​ວ່າ,​ຕາມ​ປົກກະຕິ,ໃນ​ແກ້ວຕາ​ຂອງ​ຄົນ​ເຮົາ​ອາດ​ຈະ​ມີ​ທາດ​ສີ​ເຫຼືອງ​​ໃບ​ຜັກແລະ​ທາດ​ສີ​ເຫຼືອງ​ສາລີ​ປະລິມາ,ສາມາດ​ຮັກສາ​ຕາ​ບໍ່​ໃຫ້ຖືກ​​ລັງສີ​ອຸນຕຼາວີ​ໂອ​ເລທຳລາຍ,​ແຕ່​ທາດ​ສອງຢ່າງ​ນີ້​ເຂົ້າ​ໄປ​ໃນ​ແກ້ວ​ຕາ​ຂອງຄົນ​ເຮົາ​ ​ແນວ​ໃດ​​ຍັງ​ບໍ່​ຮູ້​ເທື່ອ,ນັກວິທະຍາສາດ​ກ່າວ​ວ່າ,ນີ້ອາດ​​ຈະ​ແມ່ນ​ເປົ້າ​ຫມາຍ​ຄົ້ນຄວ້າ​ຂອງ​ພວ​ກ​ເພິ່ນ​ຕໍ່​ໄປ​ພາຍ​ຫນ້າ.


ຄົນ​ທັງຫຼາຍ​ມັກ​ເວົ້າ​ເລື້ອຍໆ​ວ່າ,ກິນ​ປາ​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ຄົນ​ຍິ່ງ​ສະຫຼາດ,ຍັງ​ປ້ອງ​ກັນ​ເປັນ​ພະຍາດ​ສາຍ​ເລືອດ​ຫົວ​ໃຈ​ໄດ້​ອີກ,​ແຕ່​ວ່າ,ການ​ຄົ້ນຄວ້າ​ໃຫມ່​ສຸດ​ຂອງ​ນັກວິທະຍາສາດ​ໄດ້​ປະກົດ​ເຫັນ​ວ່າ,ບໍ່​ແມ່ນ​ວ່າ​ປາຊະນິດ​ໃດ​ກໍ່​ປ້ອງ​ກັນ​ພະຍາດ​ສາຍ​ເລືອດ​ຫົວ​ໃຈ​ໄດ້,ກິນ​ປາ​ກໍ​ຕ້ອງຮູ້​ວິທີ
ຫວ່າງ​ມໍ່ໆ​ນີ້,ຫນັງສືພິມ​ນິວຢອກ​ແທມສ໌ອາ​ເມ​ລິ​ກາ​ລາຍ​ງານ​ວ່າ, ນັກຄົ້ນຄວ້າ​ວິທະຍາສາດ​ຂອງ​ວິທະຍາຄານ​ສາທາລະນະ​ສຸກ​ມະຫາວິທະຍາ​ໄລ​ຮາ​ເວີ​ດ​ຂອງ​ອາ​ເມ​ລິ​ກາໄດ້​ປະກົດ​ເຫັນ​ວ່າ,ປາ​ຈືນ​ມີ​ບົດບາດ​ປ້ອງ​ກັນ​ພະຍາດ​ສາຍ​ເລືອດ​ຫົວ​ໃຈ​ດ້ອຍ​ກວ່າ​ປາ​ທີ່​ແຕ່ງກິນ​ດ້ວຍ​ວິທີອື່ນຫຼາຍ.

ນັກຄົ້ນຄວ້າ​ໄດ້​ຕິດຕາມ​ສຳ​ຫຼວດ 4815 ຄົນ​ທີ່​ອາຍຸ​ສະ​ເລ່ຍ 72 ປີ​ເປັນ​ເວລາ 12 ປີ,ຫຼັງ​ຈາກ​​ໄດ້​ສຳ​ຫຼວດ​ຄົ້ນຄວ້າ​ສັງ​ລວມຕໍ່​ປັດ​ໄຈ​ຕ່າງໆ​ເຊັ່ນ:ອົງ​ປ​ະກອບ​ຂອງ​ອາຫານ ອາຍຸ ​ເຊື້ອ​ຊາດ​ແລະ​ນ້ຳຫນັກ​ຮ່າງກາຍ​ຂອງ​ຄົນ​ເຫຼົ່າ​ນີ້​ແລ້ວ​ໄດ້​ປະກົ​ດ​ເຫັນ​ວ່າ,ຜູ່​ທີ່​ກິນ​ປາທູ​ນາ​ປີ້ງແລະ​ປາຄ໌ອດ​ປິ້ງ​ອາທິດ​ລະ 4 ​ເທື່ອ​ນັ້ນ​ມີ​ຄວາມ​ອັນຕະລາຍ​ທີ່​ຈະ​​ເປັນ​ພະຍາດຫົວ​ໃຈ​ສັ່ນ​ພຽງ​ແຕ່​ 1 ສ່ວນ 3 ຂອງ​ຜູ່​ທີ່​ກິນ​ປາ​ຊະ​ນິດ​ນີ້​ເດືອນ​ລະ​ເທື່ອ​ຫຼື​ບໍ່​ກິນ​ເລີຍ.ສ່ວນ​ຜູ່​ທີ່​ກິນ​ປາ​ຈືນ​ແລະ​ແຮມ​ເບີກ​ເກີ​ຊິ້ນ​ປາ,ພັດ​ມີ​ຄວາມ​ອັນຕະລາຍ​ທີ່​ຈະ​ເປັນ​ພະຍາດຫົວ​ໃຈ​ສັ່ນ​ຫຼາຍ​ກວ່າ​ຜູ່​ບໍ່​ກິນ​ອາຫານ​ປະ​ເພດ​ນີ້.
ນັກຄົ້ນຄວ້າ​ອະທິບາຍ​ວ່າ,ວິທີ​ປຸງ​ແຕ່ງ​ປາ​ບໍ່​ແມ່ນ​ມູນ​ເຫດ​ກົກ​ຮາກ​ທີ່​ເຮັດ​ໃຫ້​ປາ​ມີ​ຜົນ​ຕ່າງ​ກັນ,ສຳຄັນ​ແມ່ນ​ປາ​ຊະນິດ​ໃດ.ປາທູ​ນາ ​ປາ​ແຊວ​ມອນ​ແລະ​ປາຄ໌ອດ​ເປັນ​ຕົ້ນ​ມີ​ໄຂມັນ​ທີ່​ມີ​ຜົນ​ດີ​ຕໍ່​ສຸຂະພາບ​ຮ່າງກາຍ​ຂອງຄົນ​ເຮົາ,ປາ​ທີ່​ມີ​ໄຂມັນປະ​ເພດ​ນີ້​ອຸດົມສົມ​ບຸນ​ກໍ​ເອົາ​ມາ​ປິ້ງ​ກິນ​ເລື້ອຍໆ.ສ່ວນ​ປາ​ທີ່​ເອົາ​ມາ​ຈືນ​ກິນ​ເຫຼົ່າ​ນັ້ນ​ສ່ວນ​ຫຼາຍ​ມີ​ໄຂມັນ​ຫນ້ອຍ,ສະ​ນັ້ນ​ຈຶ່ງ​ໄດ້ຜົນ​ທີ່​ຕ່າງ​ກັນ.