ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-09 14:28:24    
ເປັນຫຍັງຈຶ່ງຕ້ອງເອົາໃຈໃສ່ນຳອາຫານເຊົ້າແລະສິ່ງທີ່ຄວນເອົາໃຈໃສ່ໃນ ເວລາກິນອາຫານເຊົ້າ

cri

ວິທະຍາສາດ​ໄດ້​ຢັ້ງຢືນ​ວ່າ,ອາຫານ​ເຊົ້າແມ່ນ​ສຳຄັນທີ່ສຸດຕໍ່ຄົນທັງຫຼາຍ
ໂດຍສະເພາະແມ່ນນັກຮຽນປະຖົມແລະມັດຖະຍົມ.​ເມື່ອນັກວິທະຍາສາດໄດ້ທົດ
ລອງ,ພິສູດວ່າ,ໃຕ້​ສະພາບທີ່ມີເງື່ອນໄຂເທົ່າທຽມກັນ,ເດັກນ້ອຍທີ່ກິນອາຫານເຊົ້າ
ທີ່ມີທາດໂປຼຕິນສູງຄະແນນການຮ່ຳຮຽນຈະດີກວ່າເດັກນ້ອຍທີ່ກິນອາຫານຈຳພວກ
ມີໂປຼຕິນຫນ້ອຍ,ສ່ວນຜົນງານການຮຽນຂອງເດັກນ້ອຍທີ່ບໍ່ກິນອາຫານເຊົ້າກໍ່ຍິ່ງຂີ້
ຮ້າຍກວ່າ.ປະຈຸບັນ,ນັກຮຽນທີ່ການຮຽນຫນັກຫຼາຍ.ບໍ່ຄ່ອຍເອົາໃຈໃສ່ນຳອາຫານເຊົ້າ
ເຮັດແນວນີ້ກະທົບກະເທືອນການຮຽນເປັນປົກກະຕິຂອງເດັກນ້ອຍ,ທັງຈະເຮັດໃຫ້
ເປັນພະຍາດຫຼາຍຊະນິດ.ຕົວຢ່າງຄືພະຍາດກະເພາະລຳໄສ້.ສັບພະຄຸນສະຫມອງຈະ
ອ່ອນລົງ,ກະທົບກະເທືອນເຖິງການພັດທະນາຂອງ​ສະຫມອງ.ຖ້າບໍ່ກິນອາຫານເຊົ້າ
ໂກເລັສເຕລອນໃນຮ່າງ ກາຍສູງຂຶ້ນ.ຖ້າ​ບໍ່​ກິນ​ອາຫານເຊົ້າດົນໄປຈະພາໃຫ້
ຫນີ້ວ​ຖົງບີ,​ແລະ​ກະທົບກະ​ເທືອ​ນ​ການ​ຈະ​ເລີ​ນເຕີບໂຕຂອງເດັກ
ນ້ອຍ.ຫວ່າງ​ກ່ອນນີ້ບໍ່​ດົນ​,ນັກວິທະຍາສາດ​ໄດ້​ເຜີຍ​ໃຫ້​ຮູ້​ວ່າ,ຄົນທີ່
ບໍ່​ກິນ​ອາຫານ​ເຊົ້າມັກເປັນຫວັດເລື້ອຍໆ,​ຈາກການ​ທົດ​ລອງ, ນັກວິ
ທະຍາສາດ​ໄດ້​ປະກົດ​ເຫັນ​ວ່າ,ຜູ່ທີ່​​ມັກເປັນພະຍາດ​ເລື້ອຍໆ​ເຫຼົ່າ​ນັ້ນ​ບໍ່ຄ່ອຍກິນ​ອາຫານ​ເຊົ້າ​ທັງມັກ​ກິນ​ເຫຼົ້າ​


ບາ​ງຄົນ​ມັກຕື່ນເດັກ,ປັ້ນເຊົ້າກໍເດີກ,​ແຕ່​ເຮັດ​ແນວ​ນີ້​​ບໍ່​ດີ​ປານ​ໃດ.ເວລາກິນ​ອາຫານ​ເຊົ້າ​ດີ​ທີ່​ສຸດ​​ແມ່ນຫຼັງ7 ​ໂມງ​ເຊົ້າ.ຜູ່​ຊ່ຽວຊານ​ແພດສາດ​ຊີ້​ອອກ​ວ່າ,​ໃນ​ເວລາ​ຄົນ​ເຮົານອນອະໄວຍະວະສ່ວນຫຼາຍໄດ້ພັກ ຜ່ອນຢ່າງ ເຕັມສ່ວນ,ແຕ່ອະ​ໄວ​ຍະ​ວະ​ຍ່ອຍ​ອາຫານ​ຍັງ​ຍ່ອຍອາຫານ​​ແລະ​ຮັບເອົາ​ອາຫານ​ຄ່ຳ​ທີ່​ຄ້າງຢູ່​ໃນ​ກະ​ເພາະລຳໄສ້,ຈົນ​ຮອດ​ຕອນ​ເຊົ້າ​ຈຶ່ງ​ຄ່ອຍໆ​​ເຂົ້າ​ສູ່​ສະພາບ​ພັກຜ່ອນ,ຖ້າກິນ​ອາຫານ​ເຊົ້າໂພດ,ກໍຈະ​ລົບກວນກະເພາະ​ລຳ​ໄສ້ພັກຜ່ອນ,​ເຮັດ​ໃຫ້​ລະບົບ​ຍ່ອຍ​ອາຫານ​ຕ້ອງເຮັດ​ວຽກ​ຢ່າງອິດເມື່ອຍດົນ​ນານ.ລົບກວນ​ຈັງຫວະ​ຄັນຮູດ​ຂອງກະເພາະ​ລຳ​ໄສ້.ສະ​ນັ້ນ,​ເມື່ອ​ຕື່ນເຊົ້າ,ຢ່າຟ້າວກິນ​ອາຫານເຊົ້າເທື່ອ, ເມື່ອລຸກແລ້ວ,ໃຫ້ກິນນ້ຳ​ອຸ່ນຈອກຫນຶ່ງ 2 ຈອກກ່ອນ​ໄດ້​ແລ້ວ,ມັນ​ຈະມີ​ບົດບາດ​ລ້າງ​ອະ​​ໄວ​ຍະ​ວະ​ໃນ​ຮ່າ​ງກາຍ​ແລະມີຜົນ​ດີຕໍ່ອະ​ໄວ​ຍະ​ວະ​ແລະ​ປ້ອງ​ກັນ​ພະຍາດ​ບາງຢ່າງ.


ກິນອາຫານເຊົ້າກໍມີເລື່ອງທີ່ຄວນເອົາໃຈໃສ່ຄືກັນ,ຫນຶ່ງ:ແມ່ນເວລາກິນອາຫານ
ເຊົ້າ:ທຳມະດາແລ້ວ,ຫຼັງຈາກຕື່ນນອນ 20 ນາທີຮອດເຄິ່ງຊົ່ວໂມງແມ່ນເຫມາະ
ສົມກວ່າຫມູ່,ເພາະວ່າ,ຕອນນີ້ແມ່ນເວລາທີ່ຢາກກິນອາຫານທີ່ສຸດ,ນອກນີ້,ລະຫວ່າງອາຫານເຊົ້າກັບອາຫານທ່ຽງຄວນຫ່າງກັບປະມານ 4  5 ຊົ່ວໂມງ,
ຄືກິນ ອາຫານເຊົ້າໃນເວລາ 7 8 ໂມງຕອນເຊົ້າແມ່ນພໍດີເຫມາະສົມ,ຖ້າກິນ
ເຊົ້າ ໂພດ,ກໍຕ້ອງກິນຫຼາຍແດ່ເພື່ອຫິວໃນເວລາຍັງບໍ່ຮອດທ່ຽງຫຼືກິນອາຫານ
ທ່ຽງກ່ອນໂມງ.


ສອງ:ກ່ຽວກັບທາດບຳລຸງຂອງອາຫານເຊົ້າ,ຜູ່ຊ່ຽວຊານສະເຫນີວ່າ,ຕ້ອງກິນອາ
ຫານປະເພດທາດແປ້ງຈຳນວນຫນຶ່ງ,ເຊັ່ນ:ເຂົ້າຈີ່ ເຂົ້າປຽກຫຼືເຂົ້າຫນຽວ ກໍ່ໄດ້,
ກາໂລຣີອາຫານເຊົ້າຕ້ອງກວມ 30% ຂອງກາໂລຣີທີ່ຕ້ອງການ ໃນຫມົດມື້,ແລະ
ຍັງຕ້ອງມີຈຳນວນຫນຶ່ງ,ເຊັ່ນ:ໄຂ່ໄກ່,ຫມູຝອຍເຕົາໜູ້ແລະອື່ນໆ,ດີທີ່ສຸດຜັກດອງ
ສະຫຼັດແລະຫມາກໄມ້


 ສາມ:ອາຫານ​ເຊົ້າ​ຕ້ອງ​ໃຫ້ມີ​ນ້ຳ 500 ມີ​ລີ​ລິດ​​ເປັນ​ຢ່າ​ງຫນ້ອຍ,ທັງ​ຊ່ອຍ​​ໃຫ້​ຍ່ອຍ​ອາຫານ,ທັງ​ເພີ່ມ​ຕື່ມ​ທາດ​ນ້ຳ​ໃຫ້​ແກ່​ຮ່າງກາຍ​ຂອງ​ຕົນ,ລະບາຍ​ຂອງ​ເສດ​ແລະ​ຜ່າໃຫ້​​ເລືອດ​ແຫຼວ​ລົງ.ຫຼັງ​ຈາກ​ຕື່ນນອນ​​ແລ້ວ,ໃຫ້ກິນກອຍນ້ຳເຜີ້ງຈືດ​ໆຈອກ​ຫນຶ່ງ​ຫຼື​ນ້ຳຕົ້ມເຢັນຈອກຫນຶ່ງເພື່ອລ່ອງກະເພາະລຳໄສ້ນີ້ແມ່ນ ຄັດລັບຫນຶ່ງໃນການບຳລຸງສຸຂະພາບ.ຖ້າ​​ຈະຫັດ​ກາຍ​ໃນຍາມ​ເຊົ້າ,ດີ​ທີ່​ສຸດ​ໃຫ້ກິນນ້ຳ​ກ່ອນ ​ແລ້ວ​ຈຶ່ງ​ອອກໄປ​ເຝິກ​ກາຍ

 ສີ່:ອາຫານ​ເຊົ້າຕ້ອງເລືອກກິນອາຫານທີ່ຍ່ອຍງ່າຍ,ຕື່ນເຊົ້າມາ,ຄົນ​ສ່ວນ​ຫຼາຍ​ບໍ່​ຢາກກິນ​ຫຍັງ​,ຄວາມ​ສາມາດ​ຍ່ອຍ​ອາຫານ​ກໍ່​ອ່ອນ​,ດັ່ງ​ນັ້ນ,ອາຫານ​​ເຊົ້າ​ຄວນ​​ເປັນ​ອາ​ຫານທີ່​ຍ່ອຍ​ງ່າຍມີທາດ​ບຳລຸງ ​ແຕ່​ບໍ່​ມັນຫຼາຍ.​ໂດຍ​ສະ​ເພາະ​ແມ່ນ​ຢ່າກິນອາຫານ​ເຢັນໂພດ,​ເພາະວ່າ​ອາຫານ​ເຢັນໂພດບໍ່ຍ່ອຍງ່າຍ