ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-09 17:48:14    
ກອງ​ປະຊຸມ​ພຸດທະ​ສາສະໜາ​ໂລກ​ໄຂ​ຂຶ້ນຢູ່​ມຽນມາ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 9 ທັນວາ ກອງ​ປະຊຸມ​​ພຸດທະ​ສາສະໜາ​ໂລກ​ທີ່​ຈະ​ດຳ​ເນີນເປັນ​ເວລາສາມ​ມື້ນັ້ນ​ໄດ້​ໄຂ​ຂຶ້ນຢູ່​ຖ້ຳມະຫາ​ປະ​ຊະນະ​ທີ່​ຢາງ​ກຸງ ນະຄອນຫຼວງມຽນມາ. ຜູ້ນຳ,ຜູ້​ແທນ​ແລະ​ນັກ​ສັງ​ເກດ​ການ​ສາສະໜາ​ພຸດ 1 ພັນ​ກວ່າ​ຄົນ​ຂອງ 30 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງນີ້.

ທ່ານ​ໂຊ​ວິນ ນາຍົກລັດຖະມົນຕີມຽນມາ,ທ່ານ​ບຸນ​ຍັງ ວໍ​ລະຈິດ ນາຍົກລັດຖະມົນຕີລາວ​,ທ່ານ​ທັກສິນ ຊິນນະ​ວັດ ນາຍົກລັດຖະມົນຕີ​ໄທ​ແລະຜູ້ນຳ​ສຳຄັນ​ຜູ້ອື່ນໆ​ໄດ້​ເຂົ້າຮ່ວມ​ພິທີ​ໄຂ​ກອງ​ປະຊຸມແລະ​ກ່າວ​ຄຳ​ປາ​ໄສ​ຕາມ​ຄຳ​ເຊີນ.

ວັດຖຸ​ປະສົງ​ຂອງ​ກອງ​ປະຊຸມ​​ເທື່ອ​ນີ້​ແມ່ນ​ເພີ່ມ​ທະວີ​ການ​ແລກປ່ຽນ,ການ​ຮ່ວມ​ມື​ແລະ​ມິດຕະພາບ​ລະຫວ່າງ​ປະ​ເທດ​ພຸດທະ​ສາສະໜາ,ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ,​ເພີ່ມ​ທະວີ​ການຄົ້ນຄວ້າ​ແລະ​ການ​ສຶກສາ​ພຸດທະ​ສາສະໜາ,ສ້າງສັນ​ຕິ​ພາບ​ຂອງໂລກ.

ປັດຈຸບັນ ​ໃນ​ທົ່ວ​ໂລກ​ມີ​ສາສະ​ນິກະ​ຊົນ​ພຸດທະສາສະໜາ​ 360 ລ້ານ​ຄົນ.