ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-09 17:57:44    
ປາເລັສຕິນ​ອິດ​ສະ​ລະ​ແອນ​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ເປັນ​ເອກ​ກະ​ສັນ​ກັນ​ກ່ຽວ​ກັບ​ເບົ້າ​ແບບ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ປາ​ເລັສ​ຕິນ​ໃນ​ປີ​ໜ້າ

cri Author: q
ຕາມຂ່າວCRI,ວັນທີ8ທັນວາ,ທ່ານເອເລຄັດ ຜູ້ແທນເຈລະຈາຜູ້ທີໜຶ່ງຂອງປາເລັສຕິນ
ກ່າວວ່າປາເລັສຕິນແລະອິສຣາແອນໄດ້ກ້າວເຖິງຂັ້ນມີຄວາມເຫັນເປັນເອກະສັນກັນກ່ຽວ ກັບເບົ້າແບບການເລືອກຕັ້ງປະທານອົງການອຳນາດແຫ່ງຊາດປາເລັສຕິນທີ່ຈະຈັດຂຶ້ນໃນ
ເດືອນມັງກອນປີໜ້າ.

ນອກນີ້,ຕາມຂ່າວແຈ້ງວ່າ,ໃນມື້ດຽວກັນ,ທ່ານບາກກູຕີຜູ້ນຳອົງການຟາຕາທີ່ຖືກອິສຣາ
ແອນກັກຂັງນັ້ນກ່າວວ່າ,ຖ້າວ່າທ່ານອາບາສປະທານຄະນະບໍລິຫານງານອົງການປົດ
ປ່ອຍປາເລັສຕິນຕອບສະໜອງຄວາມຮຽກຮ້ອງທາງການເມືອງຂອງທ່ານ,ແລ້ວທ່ານ
ຈະປະກາດຖອນອອກຈາກການເລືອກຕັ້ງທົ່ວໄປໃນປີໜ້າ.ຕາມຊາບວ່າ,ຄວາມຮຽກ
ຮ້ອງຂອງທ່ານບາກກູຕີລວມທັງ,ກຳນົດເຢລູຊາແລມຕາເວັນອອກເປັນນະຄອນຫຼວງ
ຂອງປະເທດປາເລັສຕິນໃນອະນາຄົດ,ແກ້ໄຂບັນຫາຊາວອົບພະຍົບຢ່າງທ່ຽງທຳ,ປ່ອຍ
ຕົວຊາວປາເລັສຕິນທີ່ຖືກກັກຂັງອິສຣາແອນຢຸດຕິການລອບສັງຫານຜູ້ປະກອບອາວຸດ
ປາເລັສຕິນກອງທະຫານອິສຣາແອນຖອນອອກຈາກເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນແ
ລະອື່ນໆ.