ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-09 21:20:04    
ວິ​ທະ​ຍາ​ສາດ​ເຕັກ​ນິກ​ໃນ​ກິ​ລາ​ແບດ​ມີນ​ຕັນ

cri
ການ​ຫຼິ້ນ​ດອກ​ປີກ​ໄກ່​ແມ່ນ​ກິລາ​ທີ່​ເຜີຍ​ແຜ່​ຢ່າງ​ທົ່ວ​ເຖິງ​ທີ່​ສຸດ​ໃນ​ປະ​ເທດເອີ​ລົບ​ແລະ​ອາຊີ​ເຊັ່ນ​ອັງ​ກິດ,ຊູ​ແອັດ,​ດານ​ມັກ,​ອິນ​ໂດ​ເນ​ເຊຍ​ແລະ​ຈີນ​ເປັນ​ຕົ້ນ.​ໃນ​ທົ່ວ​ໂລກ​ມີ 130 ກວ່າ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ສະ​ມາ​ຄົມ​ແບດ​ມີນ​ຕັນ ​ສາ​ກົນ.​ໃນ​ງານ​ກິລາ​ໂອ​ລິມ​ປິກ​ບາ​ເຊ​ໂລ​ນາທີ່​ຈັດ​ຂຶ້ນ​ໃນ​ປີ 1992,​ດອກ​ປີກ​ໄກ່​ໄດ້​ຖືກ​ຈັດ​ເຂົ້າ​ເປັນ​ລາຍ​ການ​ແຂ່ງ​ຂັນ​ຂອງ​ງານ​ກິລາ​ໂອ​ລິມ​ປິກ​ຄັ້ງ​ທຳ​ອິດ.​

ຫຼາຍໆ​ຄົນ​​ເຂົ້າ​ໃຈ​ຜິດ​ນຶກ​ວ່າ,ດອກ​ໄກ່​ແມ່ນ​​ວິທີ​ຫຼິ້ນ​ຢ່າງ​ໜຶ່ງ​ຂອງ​ເດັກ​ນ້ອຍ ຜູ້​ເຖົ້າ ຫືຼ​ນັກ​ຮຽນ​ທີ່​ຍັງ​ເຂົ້າ​ຮ່ວມ​ທິມ​ບານ​ເຕະ​ຫືຼ​ບານ​ບ້ວງ​ຂອງ​ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ​ບໍ່​ໄດ້​​ເທື່ອ.

ການ​ຄົ້ນ​ຄວ້າ​ວິທະຍາ​ສາດ​ລາຍ​ໜຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ,ດອກປີ​ກ​ໄກ່​ແມ່ນ​ລາຍ​ການ​ເຝິກ​ແອບ​ແຂ່ງ​ຂັນ​ທີ່​ດີ​ທີ່​ສຸດ​ຢ່າງ​ໜຶ່ງ.​ເມື່ອ​ເບິ່ງ​ຈາກ​ດ້ານ​ລະດັບ​ແຂ່ງ​ຂັນ​ແລ້ວ,​ການ​ຕີດອກ​ປີ​ກ​ໄກ່​ຕ້ອງ​ການ​ກຳລັງ​ແຮງ​ແບບ​ລະ​ເບີດ,​ຕ້ອງ​ແລ່ນ​ຕ້ອງໂດດ​ເຕັ້ນ​,ຕ້ອງ​ກະທົບ​ຕອບ​ຢ່າງ​ຄ່ອງ​ແຄ້ວ,ມື​ແລະ​ຕາ​ສົມ​ທົບ​ກັນ​ຢ່າງ​ດີ​ເດັ່ນ​ທີ່​ສຸດ.​ໃນ​ພາສາ​ອັງ​ກິດ,ຄຳ​ວ່າ"​ດອກ​ປີກ​ໄກ່"​ແມ່ນ​​ໃຊ້​ສັບ​ດຽວ​ກັນ​ກັບ​ຍານ​ອະວະ​ກາດ​ຂອງ​ກົມ​ການ​ບິນ​ແລະ​ການບິນ​ອະວະ​ກາດ​​ແຫ່ງ​ຊາດ​ອາ​ເມ​ລິ​ກາ,​ເຖິງ​ວ່າ​ດອກ​ປີກ​ໄກ່​​ໄປບໍ່​ໄວ​ທໍ່​ຍານ​ອະວະ​ກາດ,​ແຕ່​ໃນ​ການ​ແຂ່ງ​ຂັນ​ລະ​ດັບ​ສູງ,​ຄວາມ​ໄວ​ຂອງ​ດອກ​ປີກ​ໄກ່​​ໄວ​ສຸດ​ບັນລຸ 180 ​ໄມ​ອັງ​ກິດ​ຕໍ່​ຊົ່ວ​ໂມງ.

​ໃນ​ການ​ແຂ່ງ​ຂັນ​ຮອບ​ໜຶ່ງ,​ນັກ​ກິລາ​ແບດ​ມີນ​ຕັນ​ຕ້ອງ​ແລ່ນ 1 ​ໄມ​ອັງ​ກິດ​ຂຶ້ນ​ໄປ​.​ໃນ​ການ​ແຂ່ງ​ຂັນ 45 ນາທີ,​ການ​ຕີ​ດອກປີ​ກ​ໄກ່ຕ້ອງ​ປ່ຽນ​ທ່າ​ທາງ 300 ​ເທື່ອ​ຂຶ້ນ​ໄປ,​ແຕ່​ລະ​ເທື່ອ​ຕ້ອງ​ປີ່​ນ​ໂຕ 90 ກວ່າ​ອົງ​ສາ.​ໃນ​ການ​ແຂ່ງ​ຂັນຕີ​ດ່ຽວ​ຮອບ​ໜຶ່ງ,​ນັກ​ກິລາ​ຕ້ອງ​ຕີ​ດອກ​ປີກ​ໄກ່​ຫຼາຍ​ຮ້ອຍ​​ເທື່ອ.​ໃນ​ນັ້ນ,​ມີ 100 ​ເທື່ອ​ຂຶ້ນ,​ຍັງ​ຕ້ອງ​ໃຊ້​ແຮງ​ແຂນ​ຫຼາຍ​ທີ່​ສຸດ.

​ເມື່ອ​ທຽບ​ກັບ​ການ​ແຂ່ງ​ຂັນ​ຕີ​ດ່ຽວ​ແລ້ວ​,ການ​ຕີ​ຄູ່​ຕ້ອງ​ຍ້າຍ​ບ່ອນ​ຍິ່ງ​ໄວ,​ແລະ​ຍິ່ງ​ຕີ​ແຮງ.​ໃນ​ການ​ແຂ່ງ​ຂັນ​ຕີ​ຄູ່,​ພາຍ​ໃນ 20 ວິນາ​ທີ​ຕ້ອງ​ຕີ 15 ​ເທື່ອ.​ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ,​ໃນ​ການ​ແຂ່ງ​ຂັນ 45 ນາທີ​,​ນັກ​ກິລາ​ສອງ​ຄົນ​ຕ້ອງ​ຕີ​ດອກ​ປີກ​ໄກ່​ເຖິງ 2025 ​ເທື່ອ,​ຜູ້​ໜຶ່ງ​ຕ້ອງ​ຕີ​ກາຍ 1000 ​ເທື່ອ.​ສົມ​ມຸດ​ວ່າ,​ໃນ​ການ​ຕີ​ດອກ​ປີກ​ໄກ່​ທັງ​ໝົດ,​ມີ 50% ຕ້ອງ​ຕີ​ແຮງ​ແຂ່ງ​ຂັນ​ຮອບ​ໜຶ່ງ​, ນັກ​ກິລາ​​ແຕ່​ລະ​ຄົນ​ກໍ​ຕ້ອງ​ຕີ​ດອກ​ປີກ​ໄກ່​ເຖິງ 500 ​ເທື່ອ,​ຄວາມ​ໄວ​​ຂອງ​ດອກ​ປີກ​ໄກ່​ທີ່​ຖືກ​ຕີ​ອອກ​ໄປ​ແຕ່ລະ​ເທື່ອ​ລ້ວນ​ແຕ່​ລື່ນ​ກາຍ 180 ​ໄມ​ອັງ​ກິດ​ຕໍ່​​ຊົ່ວ​ໂມງ.