ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-10 17:01:49    
ເຜົ່າ​ຊຽງ

cri Author: huang

ເຜົ່າ​ຊຽງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຊົນ​ເຜົ່າ​ທີ່​ມີ​ປະຊາກອນ​ຫນ້ອຍ​ກວ່າ​ເຜົ່າ​ອື່ນ​ຢູ່​ປະ​ເທດ​ຈີນ,​ເຊິ່ງມີ​ປະຊາກອນ​ພຽງ 2 ​ແສນ​ກວ່າ​ຄົນ​ທໍ່​ນັ້ນ,ຕົ້ນຕໍ​ແມ່ນ​ຢາຍ​ກັນ​ຢູ່​ເຂດຍ່ອຍ​ອາ​ປາ​ເຜົ່າ​ຕິ​ເບດ​ເຜົ່າຊຽງປົກຄອງ​ຕົນ​ເອງ​ແລະ​ເມືອງ​ມຽນຢາງ​ແຂວງ​ເສ​ສວນ​ພາກ​ຫໍລະດີ​ຂອງ​ຈີນເຜົ່າ​ຊຽງ​ແມ່ນ​ເຜົ່າ​ຫນຶ່ງ​ທີ່​ເກົ່າ​ແກ່​ຢູ່​ປະ​ເທດ​ຈີນ,ຢູ່​ໃນ​ສະ​ໄຫມ​ຄວັດ​ຕົວ​ຫນັງສື​ໃສ່​ອອງ​ເຕົ່າ​ແລະ​ກະດູກ​ສັດ​ເມື່ອສາມ​ພັນ​ກວ່າ​ປີ​ກ່ອນ​ພຸ້ນ,ກໍ​ມີ​ການ​ບັນທຶກ​ກ່ຽວ​ກັບ​ເຜົ່າ​ຊຽງ​ມາ​ແລ້ວ,ຕາມ​ການ​ບັນທຶກ​ໃນ​ເອກະສານ​ທີ່​ກ່ຽວຂ້ອງ,ຢູ່​ພາກ​ພາຍັບ​ແລະ​ພາກ​ຫໍລະດີ​ແລະ​ລ້ອງ​ແມ່​ນ້ຳ​ເຫຼືອງ​ຂອງ​ຈີນ,ບັນພະ​ບູລຸດຊົນ​ເຜົ່າ​ຊຽງ​ສະ​ໄຫມ​ບູຮານ​ກໍ​ເຄີຍ​ປະດິດ​ສ້າງ​ອາລະຍະ​ທຳ​ບູຮານ​ອັນ​ອຸດົມ​ສົມບູນ​ແລະ​ສະຫວ່າງ​ສະ​ໄຫວ,​ແມ່ນ​ເຜົ່າ​ຫນຶ່ງ​ໃນ​ຈຳນວນ​ຜູ່​ປະດິດ​ຄຶດ​ສ້າງ​ທີ່ສຳຄັນ​ຂອງ​ອາລະຍະ​ທຳ​ປະຊາ​ດ​ຈີນ.

ທ່າ​ນ ຮອງ​ຫົວຫນ້າ​ຫໍພິພິທະ​ພັນ​ໃນ​ຫໍ​ວັດທະນະທຳ​ຊົນ​ເຜົ່າ​ຈີນ​ກໍ​ແມ່ນ​ຊົນ​ເຜ່ົາ​ຊຽງ,​ໃນ​ເວລາ​ກ່າວ​ເຖິງ​ປະຫວັດ​ແລະ​ວັດທະນະທຳ​ຂອງ​ເຜົ່າ​ຕົນ​ນັ້ນ,ທ່ານ​ເວົ້າ​ວ່າ,ການ​ບູຊາ​ຫີນ​ຂາວ​ແມ່ນ​ສີສັນ​ພິ​ເສດ​ຫນຶ່ງ​ຂອງ​ເຜົ່າ​ຊຽງການ​ບູຊາ​ຫີນ​ຂາວ​ແມ່ນ​ປະກົດ​ການ​ທີ່​ມີ​ຈຸດ​ພິ​ເສດ​ທີ່​ສຸດ​ປະການ​ຫນຶ່ງ​ຢູ່​ໃນ​ໂລກ​ແຫ່ງ​ຄວາມ​ເຊື່ອ​ຖື​ຂອງ​ເຜົ່າ​ຊຽງ,ຕາມ​ພື້ນ​ສືບ​ພື້ນ​ເມືອງ​ໃນ​ຫມູ່​ຊົນ​ເຜົ່າ​ຊຽງ,​ໃນ​ເວລາ​ບັນພະ​ບູລຸດຂອງ​ເຜົ່າ​ຊຽງ​ຍ້າຍ​ໄປ​ຢູ່​ຍ່ານ​ເຫນືອ​ແມ່​ນ້ຳ​ຫມີນຈ້ຽງ​ໃນ​ແຂວງ​ເສ​ສວນ​ໄດ້​ພົບ​ກັບ​ສັດຕູ​ທີ່​ເຂັ້ມ​ແຂງ,ຫົວຫນ້າ​ເຜົ່າ​ເຂົາ​ເຈົ້າ​ເລີຍ​ຝັນ​ວ່າ​ໄດ້​ຮັບ​ຄຳ​ຊີ້​ແນະ​ຈາກ​ເທວະ​ດາ,​ໃນ​ທີ່​ສຸດ​ກໍ​ໃຊ້​ຫີນ​ຂາວ​ເອົາ​ຊະນະ​ສັດຕູ,​ເພື່ອ​ຕອບ​ບຸນ​ແທນ​ຄຸນ​ເທວະ​ດາຟ້າ​ແຖນ,​ເຜົ່າ​ຊຽງ​ກໍ​ເອົາ​ຫີນ​ຂາວ​ເປັນ​ສັນຍາ​ລັກ​ຂອງ​ເທວະ​ດາ​ຟ້າ​ແຖນ​ມາ​ບູຊາ​ໂດຍ​ຕະຫຼອດ​ຮອດ​ເຊ່ັນ​ລູກ​ຫຼານ​ເຫຼັນຫຼ້ອນ.

ທ່າ​ນຍັງ​ເວົ້າ​ວ່າ,ທັງ​ນີ້​ພຽງ​ແຕ່​ແມ່ນ​ພື້ນ​ສືບ​ໃນ​ຫມູ່​ປະຊາຊົນ​ທໍ່​ນັ້ນ,​ແຕ່​ທີ່​ຈິງ​ແລ້ວ,ການ​ບູຊາ​ຫີນ​ຂາວ​ຂອງ​ເຜົ່າ​ຊຽງ​ນັ້ນ​ກໍ​ຍັງ​ມີ​ເນື້ອ​ໃນ​ກວມລວມ​ປະຫວັດສາດ​ແລະ​ວັດທະນະທຳ​ອັນ​ອຸດົມສົມບູນ​ຫຼາຍ​ກວ່າ​ນັ້ນ​ອີກ.

ຫລັງ​ຈາກ​ເຜົ່າ​ຊຽງ​ຕັ້ງ​ພູມລຳ​ເນົາ​ຢູ່​ເຂດ​ແມ່​ນ້ຳ​ຫມິນ​ຈຽງ​ແລ້ວ,ກໍ​ໄດ້​ເອົາ​ຫີນ​ຂາວ​ເປັນ​ສັນຍາ​ລັກ​ຂອງ​ເທວະ​ດາ​ຟ້າ​ແຖນ​ມາ​ຕັ້ງ​ໄວ້​ຢູ່​ເທິງ​ຫລັງຄາ​ເຮືອນ​ຢູ່​ແທ່ນ​ບູຊາ,ຢູ່​ຕາມ​ທາງ​ຄົບ​ແລະ​ແຄມ​ຄັນນາ​ເພື່ອ​ບູຊາ.

ຊົນ​ເຜ່ົາ​ຊຽງ​ຕົ້ນຕໍ​ແມ່ນ​ຕັ້ງ​ພູມລຳ​ເນົາ​ຢູ່​ແຖບ​ຮ່ອມ​ພູ​ສູງ,​ເພື່ອ​ເຫມາະ​ກັບ​ຈຸດ​ພິ​ເສດ​ຂອງ​ສະພາບ​ແວດ​ລ້ອມ​ພູມີ​ປະ​ເທດ​ທຳ​ມະ​ຊາດ​ໃນ​ທ້ອງ​ຖິ່ນ​ນັ້ນ,​ເຮືອນຢູ່​ຂອງ​ເຜົ່າ​ຊຽງ​ສ່ວນ​ຫຼາຍ​ແມ່ນ​ປູກ​ຢູ່​ຕາມ​ດິນພຽງ​ເທິງ​ເປີ້ນພູ,​ເຮືອນ​ຢູ່​ຂອງ​ເຂົາ​ເຈົ້າ​ສ່ວນ​ຫຼາຍ​ແມ່ນ​ເຮືອນຕຶກ​ຫລັງຄາ​ພຽງ​ທີ່​ກໍ່​ດ້ວຍ​ຫີນ,​ ເຮືອນຕຶກ​ກໍ່​ດ້ວຍ​ຫີນ​ທີ່​ຕັ້ງ​ສະຫຼັບ​ກັນ​ເປັນ​ແຖວໆ​ໄດ້​ປະກອບ​ເປັນ​ບ້ານ​ຄື​ກັນ​ກັບ​ປ້ອມ​ປືນ.

ທ່ານເວົ້າ​ວ່າ,ອົງ​ປະກອບ​ຂອງ​ເຮືອນຕຶກ​ທີ່​ກໍ່​ດ້ວຍ​ຫີນ​ຂອງ​ເຜ່ົາ​ຊຽງ​ແມ່ນ​ແຫນ້ນຫນາ​ຖາວອນ​ແລະ​ໃຊ້​ການ​ໄດ້​ດີ,ຮູບ​ນອກ​ກໍ​ຫນ້າ​ເບິ່ງ​ຫນ້າ​ຊົມ,ຮູບຊົງ​ຂອງ​ການ​ກໍ່ສ້າງ​ແນວ​ນີ້​ແມ່ນ​ມີ​ການ​ພົວພັນ​ຢ່າງ​ສະຫນິດ​ແຫນ້ນ​ກັບ​ເສິກ​ສົງຄາມ​ຢ່າງ​ແຍກ​ອອກ​ຈາກ​ກັນ​ບໍ່​ໄດ້.ທ່ານ ​ເວົ້າ​ວ່າ,​ເສິກ​ສົງຄາມ​ທີ່​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ສະ​ໄຫມ​ບູຮານ​ນັ້ນ,​ໄດ້​ຊຸກ​ຍູ້​ໃຫ້​ຊົນ​ເຜ່ົາ​ຊຽງ​ເວລາ​ປຸກ​ເຮືອນ​ນັ້ນ​ຕ້ອງ​ມີ​ປະສິດ​ທິຄຸນ​ໃນ​ການ​ປ້ອງ​ກັນ​ທາງ​ດ້ານ​ການ​ທະຫານ.​ໂດຍ​ທົ່ວ​ໄປ​ແລ້ວ,​ເຮືອນ​ຂອງ​ຊົນ​ເຜົ່າ​ຊຽງ​ແມ່ນ​ມີ​ສາມ​ຊັ້ນ,ຊັ້ນ​ລຸ່ມ​ແມ່ນ​ຄອກ​ສັດ,ຊັ້ນ​ສອງ​ແມ່ນ​ບ່ອນ​ຢູ່​ບ່ອນ​ກິນ,ຊັ້ນ​ສາມ​ແມ່ນ​ສຳລັບ​ເຮັດ​ເຍຍ​ໄວ້​ເຂົ້າ​ແລະ​ເຄື່ອງ​ຂອງ​ຕ່າງໆ,ລະຫວ່າງ​ເຮືອນ​ຄອບຄົວ​ນີ້​ກັບ​ຄອບຄົວນັ້ນ​ແມ່ນ​ມີ​ປ່ອງ​ໄປມາ​ຫາ​ກັນ​ໄດ້,ນອກ​ນັ້ນ,ຢູ່​ຂ້າງ​ບ້ານ​ເຜົ່າ​ຊຽງ​ສ່ວນ​ຫຼາຍ​ກໍ​ໄດ້​ກໍ່​ປ້ອມ​ຫນ່ຶງ​ທີ່​ສູງ​ຕັ້ງ 10 ກວ່າ​ຊັ້ນ,​ເພື່ອ​ປ້ອງ​ກັນ​ສັດຕູ.

ເຜົ່າ​ຊຽງ​ກໍ​ຄື​ກັນ​ກັບ​ເຜົ່າ​ສ່ວນ​ຫນ້ອຍ​ອື່ນໆ​ຂອງ​ຈີນ​ແມ່ນ​ເຜົ່າ​ຫນຶ່ງ​ທີ່​ມັກ​ຟ້ອນ​ລຳ​ທຳ​ເພງ,​ໂດຍ​ສະ​ເພາະ​ແມ່ນ​ຂຸ້ຍ​ເຜ່ົາ​ຊຽງ​ແມ່ນ​ມີ​ອັນ​ໂດດ​ເດັ່ນ​ພິ​ເສດ​ຂອງ​ມັນ​ເຊິ່ງບໍ່​ພຽງ​ແຕ່​ມີ​ຊື່​ສຽງ​ດົງ​ດັງ​ມາ​ແຕ່​ດົນ​ທໍ່​ນັ້ນ​ຫາກ​ຍັງ​ມີ​ປະຫວັດ​ມາ​ຕັ້ງ​ແຕ່​ດົນ​ນານ​ອີກ​ດ້ວຍ.ທ່ານ ​ເວົ້າ​ວ່າ,​ເມື່ອ​ສອງ​ພັນ​ກວ່າ​ປີ​ກ່ອນ,ຂຸ້ຍ​ເຜົ່າ​ຊຽງ​ກໍ​ໄດ້​ເຜີຍ​ແຜ່​ເຂົ້າ​ມາ​ຮອດ​ພາກ​ກາງຂອງ​ຈີນ​ແລ້ວ​ມີ​ຜົນ​ສະທ້ອນ​ອັນ​ເລິກ​ເຊິ່ງຕໍ່​ວັດທະນະທຳ​ດົນຕີ​ຂອງ​ພາກ​ກາງ​ຈີນ.

ທ່ານ ​ເວົ້າ​ວ່າ,ຢູ່​ໃນ​ກາບ​ກອນ​ຂອງ​ຈີນ​ທຸກ​ສະ​ໄຫມ​ກໍ​ມັກ​ເຫັນ​ການ​ວາດ​ພາບ​ກ່ຽວ​ກັບ​ສະ​ເຫນ່​ສິນລະປະ​ຂຸ່ຍ​ເຜົ່າ​ຊຽງ​ເລື້ອຍໆ.ຂຸ້ຍ​ເຜົ່າ​ຊຽງ​ແມ່ນ​ທັງ​ເຫມາະ​ກັບ​ການ​ລະບາຍ​ອາລົມ​ລະຫວ່າງ​ບ່າວ​ສາວ​ທັງ​ເຫມາະ​ກັບ​ການ​ດ່ຽວ​ຢູ່​ເວທີ​ສະ​ແດງ​ອີກ​ດ້ວຍ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ,ຜ່ານ​ການ​ພັດທະນາ​ມາ​ເປັນ​ເວລາ​ກວ່າ​ເຄິ່ງສັດຕະວັດ,​ໃນ​ຊູ່​ມື້​ນີ້,ອຸດສາຫະກຳ​ແລະ​ກະສິກຳ​ຢູ່​ເຂດ​ເຜົ່າ​ຊຽງ​ກໍ​ລ້ວນ​ແຕ່​ໄດ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ຫຼວງ​ຫຼາຍ​ແລ້ວ,ສິ່ງ​ທີ່​ເປັນຕາ​ຍ້ອງຍໍ​ເປັນ​ພິ​ເສດ​ນັ້ນ​ກໍ​ແມ່ນ​ເຂົາ​ເຈົ້າ​ໄດ້​ຕັ້ງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຂະຫນາດ​ນ້ອຍ​ຂະຫນາດ​ກາງ​ຂຶ້ນ​ຫຼາຍ​ບ່ອນ​ຢູ່​ເຂດ​ເຜົ່າ​ຊຽງ​ອັນ​ໄດ້​ເຮັດ​ໃຫ້​ບ້ານ​ເຜົ່າ​ຊຽງ​ເຊິ່ງ​ແຕ່​ກ່ອນ​ແມ່ນ​ອາ​ໄສ​ແກ່ນ​ຕົ້ນສົນ​ມາ​ໄຕ້​ຕາງ​ໂຄມໄຟ​ນັ້ນ,ດຽວ​ນີ້​ກໍ​ມີ​ເຄື່ອງ​ໄຟຟ້າ​ໃຊ້​ໃນ​ເຮືອນ​ແບບ​ທັນ​ສະ​ໄຫມ​ຄື​ໂທລະທັດ​ແລະ​ຫມໍ້​ຫຸງ​ເຂົ້າ​ດ້ວຍ​ໄຟຟ້າ​ເຫຼົ່ານີ້​ເປັນ​ຕົ້ນ​ໃຊ້​ຢູ່​ຫມົດ​ທຸກ​ຄອບ​ຄົວ​ເຜົ່າ​ຊຽງ​ໂດຍ​ທົ່ວ​ໄປ​ແລ້ວ

ດຽວ​ນີ້,ຊົນ​ເຜົ່າ​ຊຽງ​ເຊິ່ງ​ແຕ່​ກ່ອນ​ແມ່ນ​ອີງ​ໃສ່​ການ​ລ້ຽງສັດ​ເປັນ​ອາຊີບ​ນັ້ນ,ກໍ​ເຮັດ​ການ​ຄ້າຂາຍ​ນຳ​ອີກ,ມີ​ຄົນ​ຫຼາຍ​ກໍ​ຈົນ​ກາຍ​ເປັນ​ນັກ​ທຸລະກິດ​ທີ່​ມີ​ຊື່​ສຽງ​ຢູ່​ທ້ອງ​ຖິ່ນ,ຕາມ​ສະຖິຕິ​ຂອງ​ເຂດ​ຍ່ອຍ​ອາ​ປາ​ເຜົ່າ​ຕິ​ເບ​ດ​ເຜົ່າ​ຊຽງ​ປົກຄອງ​ຕົນ​ເອງ​ທີ່​ມີ​ຊາວ​ເຜົ່າ​ຊຽງ​ຈຸ້ມ​ກັນ​ຢູ່​ຫຼາຍ​ນັ້ນ,ຫົວຫນ້າ​ໂຮງງານ​ແລະ​ຜູ່​ຈັດການ​ວິ​ສາ​ຫະກິດ​ຢູ່​ແຫ່ງ​ນັ້ນ​ມີ 40%​ແມ່ນ​ຊາວ​ເຜົ່າ​ຊຽງ.