ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-10 17:12:23    
ສັດ​ແຕ່ລະ​ຢ່າງ​ມີ​ອາຍຸ​ຈັກ​ປີ?

cri Author: haung

ສັດ​ແຕ່ລະ​ຢ່າງ​ມີ​ອາຍຸ​ຈັກ​ປີ?ບັນຫາ​ນີ້​ບໍ່ພຽງ​ແຕ່​ເດັກນ້ອຍ​ສົນ​ໃຈ,ຜູ່​ໃຫຍ່​ກໍ​ມັກ​ຖາມ​ເລື້ອຍໆ,ກ່ຽວ​ກັບ​ອາຍຸ​ຂອງ​ສັດ​ໂດຍ​ສະ​ເພາະ​ແມ່ນ​ສັດປ່າ​ປະ​ເພດ​ຕ່າງໆ​ຢູ່​ໄດ້​ຈັກ​ປີ​ນັ້ນ,ມັນ​ແມ່ນ​ຄວາມ​ຮູ້​ແນວ​ຫນ່ຶງ​ແທ້,ຕ້ອງ​ດຳ​ເນີນ​ການ​ພິສູດ​ຄົ້ນຄວ້າ​ຄັກ​ແນ່​ຈ່ິງ​ຈະ​ຮູ້,ດ່ັງ​ນັ້ນ,ບໍ່​ວ່າ​ຈະ​ແມ່ນ​ຜູ່​ຊ່ຽວຊານ​ຫຼື​ຜູ່​ມັກ​ສັດ,ການ​ເກັບ​ກຳ​ຂ້ໍ​ມູນ​ໃນ​ດ້ານ​ນີ້,​ແມ່ນ​ມີ​ຄຸນຄ່າ​ວິທະຍາສາດ​ສູງ​ຫຼາຍ,ຕໍ່​ໄປ​,​ເຮົາ​ຂໍ​ສະ​ເຫ​ນີຂ້ໍ​ມູນ​ກ່ຽວ​ກັບ​ອາຍຸ​ຂອງ​ສັດ​ບາງ​ຈຳພວກ​.

ກ່ອນ​ອື່ນ​ຈະ​ເວົ້າ​ມາ​ຕັ້ງ​ແຕ່​ຈຳພວກ​ສັດ​ຈຸ​ລັງ​ດຽວ,ສັດ​ປະ​ເພດ​ນີ້​ແມ່ນ​ສັດ​ດຶກ​ດຳ​ບັນ​ກວ່າ​ຫມູ່​ໃນ​ໂລກ,ຕ້ອງ​ໃຊ້​ກ້ອງ​ຈຸລະທັດ​ຈ່ິງ​ເບ່ິງ​ເຫັນ.ຕາມ​ຄົ້ນຄວ້າ,ສັດ​ຈຸລັງ​ດຽວ​ແມ່ນ​ອາ​ໃສ​ການ​ແຕກ​ແຍກ​ມາ​ສືບ​ຫນໍ່​ຕໍ່​ແນວ,ນັກ​ຊີວະ​ສາດ​ຄຳນວນ​ວ່າ,ອາຍຸ​ຂອງ​ສັດ​ຈຸລັງ​ດຽວ​ໂຕ​ຫນ່ຶງ​ມີ​ແຕ່ 7-8 ຊ່ົວ​ໂມງ​ທໍ່​ນັ້ນ,​ແຕ່​ຄຶດ​ສະ​ເຫຼ່ຍ​ແລ້ວ​ມັນ​ແຕກ​ແຍກ​ມື້​ລະ 3 ​ເທື່ອ,ບໍ່​ຮອດ​ອາທິດ​ຫນ່ຶງ,ມັນ​ກໍ​ສາມາດ​ອອກລູກ​ເກີດ​ຫຼານ​ໄດ້​ເຖິງ 3 ຫມື່ອນກວ່າ​ໂຕ,7 ປີ​ຕໍ່​ມາ, ລູກຫຼານ​ຂອງ​ມັນ​ຖ້າ​ໂຮມ​ເຂົ້າກັນ.ກໍ​່ຈະ​ໃຫຍ່​ກວ່າ​ຫນ່ວຍ​ໂລກ​ຕັ້ງ​ຫມື່ນ​ເທ່ົາ!ມັນ​ຈ່ັງ​ແມ່ນ​ຕົວ​ເລກ​ອັນ​ພິລຶກ​ແທ້ໆ,​ແຕ່​ຍ້ອນ​ແຫຼ່ງອາຫານ,ສ່ິງ​ແວດ​ລ້ອມ​ດຳລົງ​ຊີບ​ມີ​ຈຳກັດ,​ແລະ​ຍ້ອນ​ບົດບາດ​ຂອງ​ຕ່ອງ​ໂສ້​ອາຫານ(ຄື​ປາ​ໃຫຍ່​ກິນ​ປາ​ນ້ອຍ,ປາ​ຮ້ອຍ​ກິນ​ປາຊິວ) ການ​ສືບ​ຫນໍ່​ຕໍ່​ແນວ​ຂອງ​ມັນ​ຈ່ິງ​ຖືກ​ຈຳ​ກັດທີ່​ສຸດ.

ສັດ​ທີ່​ມີ​ອາຍຸ​ຍືນ​ກວ່າ​ສັດ​ຈຸ​ລັງ​ດຽວ​ຈັກ​ຫນ່ອຍ​ນັ້ນ​ກໍ​ແມ່ນ​ແມງ​ໄມ້,​ແຕ່​ວ່າ​ອາຍຸ​ຂອງ​ແມງ​ໄມ້​ກໍ​ບໍ່​ທໍ່​ກັນ​ຫມົດ,​ເຊ່ັນ​ແມງ​ປໍ​ທີ່​ເຮົາ​ເຫັນ​ເລື້​ອຍໆ,ມັນ​ສາມາດ​ຢູ່​ໄດ້​​ເດືອນ​ຫນ່ຶງ​ຮອດ 2 ​ເດືອນ,ຖ້າ​ບວກ​ໃສ່​ເວລາ​ຕົວ​ຫນອນ​ມັນ​ເຕີບ​ໃຫຍ່​ຢູ່​ໃນ​ນ້ຳ,ອາຍຸ​ຂອງ​ມັນ​ກໍ​ມີ​ປີ​ຫນ່ຶງ​ເຖິງ 5 ປີ.
​ແມງ​ເຜິ້ງ​ແມ່ນ​ສັດ​ທີ່​ອອກ​ແຮງ​ງານ​ດຸ​ຫມ່ັນ​ຂະຫຍັນ​ພຽນ,​ແມງ​ເຜິ້ງ 3 ປະ​ເພດ​ກໍ​ມີ​ອາຍຸ​ບໍ່​ຄື​ກັນ,​ເຜິ້ງອອກ​ແຮງ​ງານ​ໃນ​ຍາມ​ມີ​ນ້ຳ​ເຜິ້ງຫຼາຍ​ມັນ​ຢູ່​ໄດ້​ແຕ່ 30 ກວ່າ​ມື້​ທໍ່​ນັ້ນ,​ເຖິງ​ຈະ​ແມ່​ນ​ຍາມ​ຜ່ານ​ລະດູ​ຫນາ​ວກໍ​່ຢູ່​ໄດ້​ແຕ່ 3 ​ເດືອນ​ເຖິງ 6 ​ເດືອນ,​ເຜິ້ງ​ໂຕ​ຜູ່ ທຳ​ມະ​ດາ​ແມ່ນຢູ່​ໄດ້ 6- 7​ເດືອນ,ສ່ວນ​ເຜິ້ງ​ແມ່​ພັດ​ຢູ່​ໄດ້​ຮອດ 5—6 ປີ.

ຈັກ​ຈ່ັນ​ແມ່ນ​ນັກ​ຮ້ອງ​ທີ່​ມີ​ຊື່​ສຽງ​ໃນ​ຈຳພວກ​ແມງ​ໄມ້,​ແຕ່​ທ່ານ​ຈະ​ບໍ່​ຮູ້​ວ່າ,ມັນ​ມີ​ອາຍຸ​ຍືນ​ກວ່າ​ເພ່ິນ​ໃນ​ຈຳພວກ​ແມງ​ໄມ້,ຈັກ​ຈັ່ນ​ອອກ​ແມ່​ແຜ່​ລູກ​ເກ່ັງ​ທີ່​ສຸດ,ຈັກ​ຈ່ັນ​ແມ່​ໂຕ​ຫນ່ຶງ​ອອກ​ໄຂ່​ໄດ້ 300 ​ເຖິງ 400 ຫນ່ວຍ,​ໄຂ່​ຂອງ​ມັນ​ແມ່ນ​ອອກ​ຢູ່​ໃນ​ເປືອກ​ໄມ້,ຕ້ອງ​ຜ່ານ​ລະດູ​ຫນາວ​ຫນ່ຶງ​ປີ​ລຸນມາ,ມັນ​ຈ່ິງ​ເບາະ​ອອກ​ເປັນ​ໂຕ​ດ້ວງ,ດ້ວງ​ຫມົ້ນ​ອອກ​ຈາກ​ເປືອກ​ໄມ້,ຕົກລົງ​ດິນ,ຫມົ້ນ​ເຂົ້າ​ໃນ​ດິນ​ບ່ອນ​ອ່ອນ,​ແລ້ວ​ຜ່ານ​ຊີວິດ​ຢູ່​ໃຕ້​ດິນ​ເປັນ​ເວລາ​ຍາ​ວນານ,ທຳ​ມະ​ດາກໍ​ຕ້ອງ 2-3 ປີ,ອັນ​ເປັນຕາ​ງຶດ​ນັ້ນ​ແມ່ນຢູ່​ທະວີບອາ​ເມ​ລິ​ກາ​ເຫນືອ​ມີ​ຈັກ​ຈ່ັນ​ດຳ​ຊະນິດ​ຫນ່ຶງ,​ໂຕ​ດ້ວງ​ຂອງ​ມັນ​ຕ້ອງ​ຢູ່​ໃຕ້​ດິນ​ຕັ້ງ 17 ປີ,ມັນ​ຈ່ຶງ​ຫມົ້ນ​ຂຶ້ນ​ມາ​ຫນ້າດິນ,ລອກ​ຄາບ​ເປັນ​ໂຕ​ຈັກ​ຈ່ັນ​ແລ້ວ​ຈິ່ງ​ເລ່ີ​ມດຳ​ລຸງ​ຊີວິດ​ອັນ​ຂຸ້ນ​ວຽກ​ທີ່​ສຸດ​ຂອງ​ມັນ​ແລະ​ກໍ​​ແມ່ນ​ຊີວິດ​ບັ້ນ​ປາຍ​ຂອງ​ມັນ​ພຽງ​ບໍ່​ທໍ່​ໃດ​ອາທິດ​ທໍ່​ນັ້ນ
ຄັນ​ຊັ້ນ,ປາ​ມີ​ອາຍຸ​ຍືນ​ຊ່ຳ​ໃດ?ປາ​ທີ່​ຕ່າງ​ກັນ ອາຍຸ​ກໍ່ບໍ່​ທໍ່​ກັນ,ປາ​ໄນ​ທີ່​ອາຍຸ​ຍືນ​ກວ່າ​ເພ່ີນ​ແມ່ນ 25 ປີ,ປາ​ໄຫຼ​ບາງ​ໂຕ​ຢູ່​ໄດ້​ຮອດ 50 ປີ,ປາ​ເຂັງ​ໂຕ​ຍືນ​ຢູ່​ໄດ້​ເຖິງ 10 ກວ່າ​ປີ,ປາ​ຄຳ​ທີ່​ຄົນ​ທັງຫຼາຍ​ມັກ​ເບ່ິງ​ນັ້ນ​ຢູ່​ໄດ້ 30 ປີ,ຢູ່​ເອີ​ລົບ​ມີ​ປາ​ຊະນິດ​ຫນ່ຶງ​ເອີ້ນ​ວ່າ​ປາ​ແມວ,ຕາມ​ເວົ້າ​ວ່າ,ປາ​ຊະນິດ​ນີ້​ມີ​ຢູ່​ຕາມ​ບຶງ​ຫນອງ​ຂອງ​ອັງກິດ​ຢູ່​ໄດ​້ຮອດ 60 ປີ.

ໃນ​ຈຳພວກ​ປາ​ນັ້ນ,ອາຍຸ​ຍືນ​ກວ່າ​ເພ່ິນ​ແມ່​ນປາ​ສະຫຼາມ,ປາ​ສະຫຼາມ​ໂດຍ​ທ່ົວ​ໄປ​​ແລ້ວ​ມີ​ອາຍຸ​ປະມານ 150 ປີ,​ໃນ​ໄລຍະ​ນີ້,ຮ່າງກາຍ​ຂອງ​ມັນ​ແມ່ນ​ເຖົ້າ​ບໍ່​ເປັນ,ປະລິມານ​ອາຫານ​ຂອງ​ມັນ​ແລະ​ເຫື່ອ​ແຮງ​ຂອງ​ມັນ​ແມ່ນ​ຈະ​ບໍ່​ອ່ອນ​ໂຊ​ຫຼື​ທໍ້ຖອຍ​ຍ້ອນ​ອາຍຸ​ຈັກ​ເທື່ອ,​ເມື່ອ​ໄດ້​ຄົ້ນ​ຄວ້າ​ແລ້ວ​ຮູ້​ວ່າ,​ແມ່ນ​ຍ້ອນ​ຢູ່​ໃນ​ຕັບ​ຂອງ​ປາ​ສະຫຼາມມີ​ວັດຖຸ​ປະ​ຫຼາດຊະນິດ​ຫນ່ຶງ​ເອີ້ນ​ວ່າ​ສະປິ​ແນ​ແຊນ ​ເຮັດ​ໃຫ້​ຈຸ​ລັງ​ໃນ​ຮ່າງກາຍ​ຂອງ​ປາ​ສະຫຼາມ​ມີ​ອອກ​ຊີ​ແຊນ​ພຽງພໍບໍ່​ເປັນ​ພະຍາດ​ແລະ​ບໍ່​ເຖົ້າ.
ບົນ​ຫນ່ວຍ​ໂລກ,ມີ​ສັດ​ປະ​ເພດ​ຕ່າງໆ​ຈົນ​ນັບ​ບໍ່​ຖ້ວນ,ອາຍຸ​ຍືນ​ກວ່າ​ເພ່ິນ​ຕ້ອງ​ນັບ​ວ່າ​ເຕ່ົາ​ໃຫຍ່​ປະ​ເພດ​ສັດ​ເລືອ​ຄານ,ກະລາສີ​ແອັສປາຍ​ເຄີຍ​ຈັບ​ເຕ່ົາ​ທະ​ເລ​ໄດ້​ໂຕຫນ່ຶງຫນັກ 300 ກິ​ໂລ,ຜູ່​ຊ່ຽວຊານ​ກະ​ວ່າ​ເຕ່ົາ​ໂຕ​ນັ້ນ​ມີ​ອາຍຸ 250 ປີ​​ແລ້ວ,ຕາມ​ຂ່າວ​ແຈ້ງວ່າ,ຢູ່​ທະ​ເລ​ກາລີ​ເບ​ມີ​ເຕ່ົາ​ທະ​ເລ​ຊະນິດ​ຫນັກ​ຮອດ 500 ກິ​ໂລ,ບາງ​ໂຕ​ມີ​ອາຍຸ 400 ກວ່າ​ປີ​ແລ້ວ.

​ແຂ້​ແມ່ນ​ປະ​ເພດ​ດຽວ​ກັບ​ເຕ່ົາ​ອາຍຸ​ກໍ​ຍືນ​ຫຼາຍ,ບາງ​ໂຕ​ຍືນ​ໄດ້ 300 ກວ່າ​ປີ.ໃນ​ປ​ະເພດ​ນົກ​ນັ້ນ,​ແຮ້ງ ອີ​ກາ​ແລະ​ຫົງ​ອາດ​ຈະ​ຍືນ​ຮອດ​ຮ້ອຍ​ກວ່າ​ປີ.​ໃນ​ຂະ​ບວນວິວັດທະນາ​ການ​ຂອງ​ສັດ​ນັ້ນ,ສັດລ້ຽງ​ລູກ​ດ້ວຍ​ນົມ​ແມ່ນ​ສັດ​ຊັ້ນສູງ​ກວ່າ​ເພ່ິນ,ອາຍຸ​ຂອງ​ສັດ​ປະ​ເພດ​ນີ້​ຍືນ​ປານ​ໃດ?ນັກວິທະຍາສາດ​ໄດ້​ຄົ້ນຄວ້າ​ອາຍຸ​ຂອງ​ສັດລ້ຽງ​ນົມ​ຫຼາຍ​ຢ່າງ​ແລ້ວ​ໄດ້​ສັງ​ເກດ​ເຫັນ​ກົດ​​ເກນ​ຫນ່ຶງ​ວ່າ,ສ່ວນ​ຫຼາຍ​ທໍ່​ກັບ​ປະມານ 8—10 ​ເທ່ົາ​ຂອງ​ໄລຍະ​ເພດ​ສຸກ​ງອມ​ຂອງ​ສັດ​ແຕ່ລະ​ຢ່າງ,ຫຼື 5—7 ​ເທ່ົາ​ຂອງ​ໄລຍະ​ເຕີບ​ໂຕ,​ເຊ່ັນ​ຫມາ ​ໄລຍະ​ເຕີບ​ໃຫຍ່​ແມ່ນ 2 ປີ,ສະ​ນັ້ນ,ອາຍຸ​ຂອງ​ມັນ​ກໍ​ແມ່ນ 10 – 14 ປີ,ທະນີ​ໄລຍະ​ເຕີບ​ໂຕ​ແມ່ນ 12 ປີ,ອາຍຸ​ມັນ​ກໍ​ປະມານ 60 ປີ.

ຖ້າ​ຄຶດ​ໄລ່​ຕາມ​ມາດຕາ​ສ່ວນ​ໄລຍະ​ເຕີບ​ໃຫຍ່​ກັບ​ອາຍຸ​ແລ້ວ,​ໄລຍະ​ເຕີບ​ໂຕ​ຂອງ​ຄົນ​ແມ່ນ 20 ​ເຖິງ 25 ປີ,ດ່ັງ​ນັ້ນ,ອາຍຸ​ທຳ​ມະ​ຊາດ​ຂອງຄົນ​ຄວນ​ແມ່ນ​ແຕ່ 100 ຮອດ 175 ປີ.

ປັດ​ໃຈ​ຕົ້ນຕໍ​ທີ່​ກະທົບກະ​ເທືອນອາຍຸ​ຂອງ​ສັດ​ນັ້ນ​ແມ່ນ​ຫຍັງ?ວົງ​ການ​ວິທະຍາສາດ​ຍັງ​ບໍ່​ສາມາດ​ໃຫ້​ຄຳ​ຕອບ​ອັນ​ແນ່ນອນ​ເທື່ອ,​ແຕ່​ມີ​ຄວາມ​ເຫັນ​ຢູ່​ຫຼາຍ​ຢ່າງ​ຄື:
1, ເວລາ​ສຸກ​ງອມ​ຂອງ​ເພດ​ຈະ​ໄວ​ຫຼື​ຊ້າ​ນັ້ນ​ເປັນ​ຜົນ​ກະທົບ​ເຖິງ​ອາຍຸ,ມີ​ຄົນ
​ຖື​ວ່າ,ຮ໊ອກ​ໂມນ​ເພດ​ມີ​ບົດບາດ​ເຮັດ​ໃຫ້​ສັດ​ເຖົ້າ​ໄວ,ຖ້າ​ສາມາດ​ລະງັບ​ຮ໊ອກ​ໂມນ​ເພງ​ຫຼື​ເຮັດ​ໃຫ້​ເພດ​ສຸກງອມ​ຊ້າ​ລົງ,ອາຍຸ​ກໍ​ຈະ​ຍືນ​ຂຶ້ນ​ໂດຍ​ທຽບ​ຖານ.

2,  ຮ່າງກາຍ​ນ້ອຍ​ໃຫຍ່​ກໍ​ມີ​ຜົນ​ກະທົບກະ​ເທືອ​ນ​ເຖິງ​ອາຍຸ.ມີ​ຄົນ​ຖື​ວ່າ,ສັດ​ທີ່​ມີຮູບ​ຮ່າງ​ສູງ​ໃຫຍ່​ເປ​ັນຕົ້ນ​ແມ່ນ​ຊ້າງ​ແລະ​ປາວານ,​ເພາະວ່າ​ພວກ​ມັນ​ມີ​ຄວາມ​ສາມາດ​ຕ້ານທານ​ຢ່າງ​ແຂງ​ແຮງມີ​ພະລັງ​ຊີວິດ​ແຂງ​ແຮງ,ມັນ​ຈ່ິງ​ບໍ່​ຖືກ​ສັດ​ຕູ​ທຳ​ມະ​ຊາດ​ອື່ນໆ​ທຳລາຍ,ນອກ​ນີ້,ພວກ​ມັນ​ຕ້ອງການ​ເວລາ​ພັດທະນາ​ເຕີບ​ໂຕ,ອ່າວ​ຍາວ​ນານ​​ແດ່​ເພື່ອ​ສຳ​ເລັດ​ຊີວິດ​ຂອງ​ມັນ,​ເຊ່ັນ:ຊ້າງ​ຕ້ອງການ​ເວລາ​ລ້ຽງ​ລຸກ​ດ້ວຍ​ນ້ຳນົມ​ເຖິງ 4—5 ປີ,​ເວລາ​ເຕີບ​ໃຫຍ່​ແທ້ໆ​ຈະຕ້ອງການ​ເວ​ລາ 15—18 ປີ​
ອາຍຸ​ຂອງ​ມັນ​ຍືນ​ທີ່​ສຸດ​ກໍ​ມີ​ເຖິງ 120 ປີ,ນອກ​ນີ້,ຄວາມ​ໃຫຍ່​ໂຕ​ຂອງ​ມັນ​ສາມາດ​ຕ້ານ​ອາກາດ​ຫນາ​ວ,ຮັກສາ​ອາຍ​ຄີງ​,​ໃນ​ຊ່ົວ​ຊີວິດ​ຂອງ​ມັນ,ກໍ​ເປືອງ​ກາ​ໂລ​ລີ​ຫນ້ອຍ​ກວ່າ​ສັດ​ອື່ນ,ກົງກັນຂ້າມ,ສັດ​ໂຕ​ນ້ອຍ​ຕ້ອງ​ຫັນ​ໃຈ​ເອົາ​ອາກາດ​ຫຼາຍ,​ເສຍ​ກາ​ໂລ​ລີ​ກໍ່​ຫຼາຍ,ສະ​ນັ້ນ,ມັນ​ຈ່ິງ​ອາຍຸ​ສັ້ນ​ກວ່າ​ສັດ​ໃຫຍ່​
3,     ​ເຊື້ອ​ກຳມະພັນ​ເປັນ​ສ່ິງ​ຕັດສິນ​ອາຍຸ​ຂອງ​ສັດມີ​ຄົນ​ຖື​ວ່າ​ແຢນ​ໃນ​ໂກຼມາ​ໂຊມ​ເພດ​ເປັນ​ສ່ິງ​ຕັດສິນ​ອາຍຸ​ຍາວ​ຫຼື​ສັ້ນ,​ແຕ່​ກໍ​ມີ​ຖື​ວ່າ:ອາຍຸ​ຍືນ​ຫຼື​ບໍ່​ແມ່ນ​ມີ​ສ່ວນ​ພົວພັນ​ທາງ​ກົງ​ກັບ​ການ​ແຕກ​ແຍກ​ຂອງ​ຈຸ​ລັງ.

4       ເຄື່ອງກິນ​ມີ​ຜົນ​ກະທົບ​ເຖິງ​ອາ​ໃສ​ຢູ່​ຕາມ​ສ່ິງ​ແວດ​ລ້ອມ​ທີ່​ໂຫຍ​ຫິວ,ກະດ້າງ​ຫນາວ ພະຍາດ​ໂລຄາ​ແລະ​ໃນ​ສ່ິງ​ແວດ​ລ້ອມ​ທີ່​ແກ່ງ​ແຍ່ງ​ກັນ​ແບບ​ປາ​ໃຫຍ່​ກິນ​ປາ​ນ້ອຍ​ນັ້ນ,ຫນ້ອຍ​ທີ່​ສຸດ​ທີ່​ຈະ​ຕາຍ​ຍ້ອນ​ເຖົ້າ​ແກ່​ຊະລາ,ສະ​ນັ້ນ,ຖ້າ​ມີ​ທີ່​ເພ່ິງ​ພາ​ອາ​ໃສ​ຢ່າງ​ສະຫງົບ​ສຸກ,ມີ​ອາຫານ​ການ​ກິນ​ຖືກ​ປາກ​ຖືກ​ຄໍ​ຫຼື​ມີ​ອາຫານ​ທີ່​ມີ​ໄຂມັນ​ຫນ້ອຍ,ກາ​ໂລ​ລີ​ຫນ້ອຍ ອາຍຸ​ກໍ​ຈະ​ຍືນ​ແດ່.