ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-10 18:10:03    
ທ່ານ​ຄູ​ໄລ​ກ່າວ​ລື້​ມວ່າ​ທ່ານ​ອາ​ບາສ​ແມ່ນ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ພຽງ​ຜູ້​ດຽວ​ຂອງ​ອົງ​ການ​ອານ​ຟາ​ຕາ

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ9​ທັນວາ,​ໃນ​ເວລາ​ກ່າວ​ຄຳ​ປາ​​ໄສ​ຢູ່​ສູນ​ອົບ​ພະ​ຍົບ​ຣາ​ຊີ​ດີ​ເຢ​ພາກ​ໃຕ້​ລີ​ບັງ,ທ່ານ​ຄູ​ໄລ ນາຍົກລັດຖະມົນຕີ​ລັດ​ຖະ​ບານ​ປົກ​ຄອງ​ຕົນ​ເອງ​ຂອງ​ປາ​ເລັສ​ຕິນ​ກ່າວ​ລື້​ມວ່າ,ທ່ານ​ອາ​ບາສ ປະທານ​ຄະນະ​ບໍລິຫານ​ງານ​ອົງ​ການ​ປົດ​ປ່ອຍ​ປາ​ເລັສ​ຕິນ​ແມ່ນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ປະທານ​ອົງການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ພຽງ​ຜູ້​ດຽວ​ທີ່​ອົງ​ການ​ອານ​ຟາ​ຕາ ຝ່າຍ​ກະ​ແສ​ຫຼັກ​ຂອງ​ອົງ​ການ​ດັ່ງ​ກ່າວ​ສະ​ເໜີ​​.

ທ່ານ​ຄູ​​ໄລ​ຍັງ​ກ່າວ​ວ່າ,ສິດ​ກັບ​ຄືນ​ປະ​ເທດ​ແມ່ນ​ສິດ​ທີ່​ສັກ​ສິດ​ແລະ​ຫວັ່ນ​ໄຫວ​ຄອນ​ແຄນ​ບໍ່​ໄດ້​ຂອງ​ຊາວ​ປາ​ເລັສຕິນ,​ແລະ​ກໍ່​ແມ່ນ​ສິດ​ທີ່​ມະ​ຕິ​ທິ່​ກ່ຽວ​ຂ້ອງ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ມອບ​​ໃຫ້​ຊາວ​ປາ​ເລັສຕິນ.

ຕໍ່​ຈາກ​ນັ້ນ,ທ່ານ​ອາ​ບາສກໍ່ໄດ້​ກ່າວ​ຄຳ​ປາ​ໄສ​ໂດຍ​ສັງ​ເຂ​ບ​ໂດຍ​ກ່າວ​ເນັ້ນ​ວ່າ​ຕ້ອງ​ຍຶດ​ໝັ້ນ​ຫຼັກ​ການ​​ແຫ່ງ​ຊາດ​ຂອງ​ປາ​ເລັສຕິນ​ແລະ​ທິດ​ທາງ​ຂອງ​ທ່ານ​ອາ​ລາ​ຟັດ.

ກ່ອນ​ທ່ານ​ຄູ​ໄລ​ກ່າວ​ຄຳ​ປາ​ໄສ,ທ່ານຊຸນ​ຕານ​ອາ​ບູ​ເລຂາ​ອົງ​ການ​ປົດ​ປ່ອຍ​ປາ​ເລັສ​ຕິນ​ແລະ​ຂະ​ບວນການອານ​ຟາ​ຕາ​ທີ່​ຢູ່ລີ​ບັງ​ໄດ້​ກ່າວ​ຄຳ​ຊົມ​​ເຊີຍ​ວ່າ​ສະ​ໜັບ​ສະ​ໜູນ​ຊັ້ນ​ນຳ​​ຊຸດ​ໃໝ່​ຂອງ​ປາ​ເລັສ​ຕິນ.