ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-13 21:28:44    
ທ່ານຊາ​ລົງ​ກ່າວ​ວ່າ​ຊັ້ນ​ຜູ້​ນຳ​ຂອງ​ປາ​ເລັສ​ຕິນ​ບໍ່​ໄດ້​ຄວບ​ຄຸມ​ກອງ​ປະ​ກອບ​ອາ​ວຸດ​ປາ​ເລັສ​ຕິນ​ຢ່າງ​ບັງ​ເກີດ​ຜົນ

cri Author: q
ຕາມ​ຂ່າວCRI,ວັນ​ທີ13​ທັນວາ,ທ່ານ​ຊາ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິດ​ສະ​ລະ​ແອນ​ກ່າວ​ວ່າ,​ຝ່າຍ​ອິດ​ສະລະ​​ແອນ​ເຫັນ​ວ່າ,​ເ​ຫດການ​ລາ​ຟາສະ​ແດງ​ໃຫ້​ເຫັນ​ວ່າ,​ໝູ່​ຄະ​ນະ​ນຳ​ຊຸດ​ໃໝ່​ຂອງ​ອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ບໍ່​ໄດ້​​ໃຊ້​ມາດ​ຕະ​ການ​ອັນ​ບັງ​ເກີດ​ຜົນ​ຄວບ​ຄຸມ​ກອງ​ປະ​ກອບ​ອາ​ວຸດ​ປາ​ເລັສ​ຕິນ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ໃນ​ມື້​ດຽວ​ກັນ,​ທ່ານ​ຊາ​ລົງ​ກ່າວ​ວ່າ,ອິດ​ສະ​ລະ​ແອນ​ຍິນ​ດີ​ໃຫ້​ປາ​ເລັສຕິ​ນອິດ​ສະລະ​ແອນ​ບັນລຸ​ສັນ​ຕິ​ພາບ,​ແຕ່​ວ່າ​ປະຖົມ​ປັດ​ໃຈ​ຂອງ​ການ​ບັນ​ລຸ​ເປົ້າ​ໝາຍ​ດັ່ງກ່າວ​ແມ່ນ​ປາ​ເລັສຕິ​ນ​ແລະອິດ​ສະ​ລະ​ແອນ​ຕ້ອງ​ຢຸດ​ຍິງ​ກ່ອນ,​ແລະ​ຮັກ​ສາ​​ໃຫ້​ສະ​ຖາ​ນະ​ການ​ມີ​ສະຖຽນ​ລະ​ພາບ.ທ່ານ​ຊາ​ລົງ​ຍັງ​ກ່າວ​ວ່າ,ຂະ​ບວນ​ວິ​ວັດ​ສັນ​ຕິ​ພາບ​ປາ​ເລັສ​ຕິນ​ອິດ​ສະລະ​ແອນ​ຈະ​ມີ​ການ​ຄືບ​ໜ້າ​ຫຼື​ບໍ່​ແມ່ນ​ຊີ້​ຂາດ​ຢູ່​ນຳ​ປາ​ເລັສ​ຕິນ​ຈະ​ໃຊ້​ມາດ​ຕະ​ການ​ອັນ​ບັງ​​ເກີດ​ຜົນ​ໂຈມ​ຕີ​ລັດທິ​ກໍ່​ການ​ຮ້າຍ​ຫຼື​ບໍ່.ທ່ານ​ກ່າ​ວວ່າ,ນັບ​ມາ​ຮອດ​ປະ​ຈຸ​ບັນ,​ອິດ​ສະ​ລະ​ແອນ​ໄດ້​ປະກົດ​ເຫັນ​ວ່າ​ຝ່າຍ​ປາ​ເລັສ​ຕິນ​ບໍ່​ມີ​ການ​ຄືບ​ໜ້າ​ຫຍັງ​ໃນ​ດ້ານ​ນີ້.