ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-14 12:41:38    
ນາງ​ເຜິ​ງລີ​ຢວນກັບ​ປະມວນ​ເພງ"ຢວນຢວນລິວ​ສາງ"ປະມວນ​ເພງ​ໃໝ່​ຂອງ​ນາງ(ສຽງ)

cri Author: huachunmei

ທີ່​ນີ້, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ. ​ໃນ​ລາຍການ​ພາກ​ນີ້, ຂ້າພະ​ເຈົ້າຈະ​ສະ​ເໜີ​ນາງ​ເຜິງລີ​ຢວນ ນັກ​ຮ້ອງສຽງ​ສູງ​ທີ່​ມີ​ຊື່ສ​ຽງຂອງ​ຈີນ​ແລະ​ປະມວນ​ເພງ"ຢວນຢວນລິວ​ສາງ"ທີ່​ນາ​ອັດ​ໃໝ່​ສູ່​ຟັງ. ກ່ອນອື່ນ, ​ເຊີນ​ຟັງ​ເພງ​ພື້ນ​ເມືອງ​ແຂວງ​ຈຽງຊູ​ຂອງ​ຈີນ​ທີ່​ຊື່ວ່າ"ມະ​ລິ​ຮວາ" ​ແປ​ວ່າ"ດອກ​ຊ້ອນ".

ທີ່​ທ່ານ​ຟັງ​ມາ​ນັ້ນ​ແມ່ນ​ເພງ​"ມະ​ລິ​ຮວາ" ​ແປ​ວ່າ"​ດອກ​ຊ້ອນ" ​ເພງ​ພື້ນ​ເມືອງ​ແຂວງ​ຈຽງ​ຊູ​ຂອງ​ຈີນ, ​ຂັບ​ຮ້ອງ​ໂດຍ​ນາງ​ເຜິງ​ລີ​ຢວນ, ​ແມ່ນ​ໜຶ່ງ​ໃນ​ປະ​ມວນ​ເພງ​ໃໝ່​ທີ່​ຊື່​ວ່າ​"ຢວນ​ຢວນ​ລິວ​ສາງ"​ຂອງ​ນາງ.

ປະມວນ​ເພງ"ຢວນ​ຢວນ​ລິວ​ສາງ"​ແມ່ນ​ປະມວນ​ເພງ​ພື້ນ​ເມືອງ​ທີ່​ນາງ​ເຜິ​ງລີ​ຢວນອັດ​ໃໝ່ ​ເຊິ່ງມີ​ເພງ​ພື້ນ​ເມືອງ​ເກົ່າທີ່​ມີ​ຮູບ​ລັກສະນະ​ຕ່າງ​ກັນ 13 ​ເພງ. ​ໃນ​ປະມວນ​ເພງ​ດັ່ງ​ກ່າວ. ນາງ​ເຜິງ​ລີ​ຢວນ​ໄດ້​ທົດ​ລອງ​ເອົາ​ເພງ​ພື້ນ​ເມືອງ​ດັ້ງ​ເດີມ​ຂອງ​ຈີນ​ມາ​ປະສົມ​ປະສານ​ຢ່າງ​ມີ​ອິນ​ຊີ​ກັບ​ດົນ​ຕີ​ໂລກ​ເປັນ​ຄັ້ງ​ທຳ​ອິດ, ​ພ້ອມ​ກັນ​ນັ້ນ​ຍັງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປັດ​ໃຈ​ດົນ​ຕີ ສະ​ໄໝ​ນິຍົມ ​ແບບ​ຄຼາ​ສິກ​ຢ່າງ​ຫຼວງ​ຫຼານ, ​ອັນ​ໄດ້​ເພີ່ມ​ພະ​ລັງ​ຊີ​ວິດ​ໃໝ່​ແກ່​ເພງ​ພື້ນ​ເມືອງ​ຈີນ. ​ໃນ​ປະມວນ​ເພງ​ດັ່ງ​ກ່າວ, ທ່ານ​ຈະ​ໄດ້​ຟັງ​ເພງ​ພື້ນ​ເມືອງ​ຈີນ​ທີ່​ອ້ອຍ​ວິ່ນ, ​ໄຫຼ​ລ່ອງ​ຄ່ອງ​ກັນ​ແລະ​ຫວນ​ຈ້ອຍ​ໆ, ທັງ​ຈະ​ໄດ້​ຟັງ​ສຽງ​ດົນ​ຕີ​ໂລກ​ທີ່​ເຮັດ​ໃຫ້​ຄົນ​ຮູ້​ສຶກ​ກວ້າງ​ວາງ​ກວງ​ໄກ​ແລະ​ເລິກລັບ; ທັງ​ໄດ້​ຟັງ​ສຽງ​ມາ​ຈາກ​ປ່າ​ດົງ​ພົງ​ໄພ ທັງ​ໄດ້​​ຟັງ​ສຽງ​ທີ່​ດັດ​ດ້ວຍ​ວິ​ທີ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ທັນ​ສະ​ໄໝ, ປະ​ມວນ​ເພງ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ມີ​ຄວາມ​ສຳ​ນຶກ​ຮູ້​ເຖິງ​ສິລະ​ປະ​ອັນ​ໃໝ່​ອ່ຽມ​ແນວ​ໜຶ່ງ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ​ພື້ນ​ເມືອງ​ເຜົ່າ​ຕິ​ເບ​ດ"​ເໝີຍ​ເຢີ​ນ" ​​ແປ​ວ່າ"ຄົນ​ງາມ" ຂັບ​ຮ້ອງ​ໂດຍ​ນາງ​ເຜິ​ງລີ​ຢວນ. ​ເພງ​ນີ້​ສະ​ແດງ​ໃຫ້​ເຫັນ​ພາບ​ວິວທີ່​ສວຍ​ງາມ​ປານ​ແດນ​ສະຫວັນ​ໃນ​ເຂດ​ຕິ​ເບ​ດ, ​ໄດ້​ຍ້ອງຍໍ​ສໍລະ​ເສີນ​ຄວາມ​ບໍລິ​ສູດ​ຜຸດ​ຜ່ອງ​ແລະ​ຄວາມ​ສວຍ​ງານ​ຂອງ​ສາວ​ເຜົ່າ​ຕິ​ເບ​ດ.

ທີ່​ຟັງ​ມານັ້ນ​ແມ່ນ​ເພງ​ພື້ນ​ເມືອງ​ເຜົ່າ​ຕິ​ເບ​ດທີ່​ຊື່ວ່າ"​ເໝີ​ຍ​ເຢີ​ນ"​ແປ​ວ່າ"ຄົນ​ງາມ"ຂັບ​ຮ້ອງ​ໂດຍ​ນາງ​ເຜິງລີ​ຢວນ.

1  2