ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-14 15:52:36    
ຜັກ​ຈຳນວນ​ຫນຶ່ງ​ທີ່​ກັນ​ແລະ​ປົວ​ພະຍາດ​ໄດ້

cri

ກ່ອນ​ອື່ນ​ຂໍ​ສະ​ເຫ​ນີຜັກ​ຈຳນວນ​ຫນຶ່ງ​ທີ່​ກັນ​ແລະ​ປົວ​ພະຍາດ​ໄດ້,ຜັກກາດ​ຫົວ​ສາມາດ​ຊ່ອຍ​ຍອຍ​ອາຫານ,ທັງ​ຊ່ອຍ​ໃຫ້​ຖ່າຍ​ເບົາ​ສະ​ດວກ​ແລະ​ກຳ​ນັດ​ໂກ​ເລັສ​ເຕລອນ​ຫຼື​ໄຂມັນ​ໃນ​ເລືອດ,ຜັກກາດ​ຫົວ​ຍັງ​ສາມາດ​ແກ້​ພິດ​ໃນ​ວັດຖຸ​ທີ່​ພາ​ໃຫ້​ເປັນ​ມະ​ເຣັງຢູ່​ໃນ​ຊີ້ນ​ປິ້ງ​ທີ່​ໄຫມ້​ແຮງ,​ແລະ​ສາມາດ​ກັ້ນ​ກາງ​ບໍ່​ໃຫ້​ສ່ິງ​ທີ່​ພາ​ໃຫ້​ເປັນ​ມະ​ເຣັງຈໍ່​ຕົວ​ຂຶ້ນ​ໄດ້,ຫມາຍ​ຄວາມ​ວ່າ,ຜັກກາດ​ຫົວ​ມີ​ຜົນ​ທີ່​ກັນມະ​ເຣັງ​ໄດ້​ຢ່າງ​ເດ່ັນ​ຊັດ,​ແຕ່​ສ່ວນ​ຜູ່​ເປັນ​ແຜ​ໃນ​ກະ​ເພາະ,ກະ​ເພາະ​ອັກ​ເສບ,ຕັບ​ອັກ​ເສບ​ແລະ​ຫມາກ​ໄຂ່ຫລັງ​ອັກ​ເສບ​ນັ້ນ​ແມ່ນ​ຕ້ອງຄະ​ລຳ​ຢາກ​ິນຫຼາຍ.

ຫົວ​ກາ​ຫຼົດ​ແມ່​ນມີ​ສານ​ກາ​ໂລ​ຕິນຫຼາຍ,​ແມ່ນ​ສ່ິງ​ທີ່​ກັນ​ມະ​ເຣັງ​ໄດ້​ດີກ​ວ່າ​ຫມູ່,​ເວົ້າ​ສຳ
ລັບ​ຜູ່​ສູບຢາ​ແລ້ວ,ກິນ​ກາ​ຫຼົດ​ເປັນ​ປະຈຳ​ນັ້ນ​ຍັງ​ມີ​ບົດບາດ​ຫຼຸດ​ອັດຕາ​ເກີດ​ມະ​ເຣັງ​ໃນ​ປອດ​ໃຫ້​ຫນ້ອຍ​ລົງ,ຫົວ​ກາ​ຫຼົດ​ຍັງ​ເຫມາະ​ສຳລັບ​ຄົນ​ມັກ​ທ້ອງຜູກ ຕັບ​ອັກ​ເສບ ຫມາກ​ໄຂ່ຫລັງ​ອັກ​ເສບ ​ເປັນ​ຫນີ້ວ​ໄຂ່ຫລັງ​ແລະ​ຫນີ້ວ​ບີ,​ແຕ່​ບໍ່​ເຫມາະ​ສຳລັບ​ຄົນ​ເປັນ​ແຜ​ໃນ​ກະ​ເພາະ​ແລະ​ເຈັບ​ໄສ້​ຕ່ິງ.
ຫມາກ​ເລ່ັງມີ​ວິຕາມິນ​ເຊ​ຫຼາຍ​ທີ່​ສຸດ,ທັງ​ສາມາດ​ກະຕຸກ​ຮ່າງກາຍ​ຂອງ​ຄົນ​ເຮົາ​ໃຫ້​ມີ​ວັດຖຸ​ຕ້ານ​ມະ​ເຣັງ ຍັງ​ສາມາດ​ຕ້ານ​ທານ​ວັດຖຸ​ທ່ີ່ພາ​ໃຫ້​ເປັນ​ມະ​ເຣັງ​ເຂົ້າ​ໄປ​ໃນ​ຮ່າງກາຍ​ອີກ​ດ້ວຍ.

ຜັກທຽມ:ມີ​ກົດ​ອານ​ມີ​ໂນ ສາມາດ​ເຮັດ​ໃຫ້​ມີ​ແຮງ​ຕ້ານ​ພະຍາດ​ໄດ​້,ຜູ່​ກິນ​ຜັກທຽມ​ເລື້ອຍບໍ່​ສູ່​ເປັນ​ມະ​ເຣັງຜັກ​ບ່ົວ​ຝຼ່ັງ: ສາມາດ​​ເຮັດ​ໃຫ້​ວັດຖຸ​ທາດ​ເບື່ອ​ໃນ​ຕົນ​ໂຕ​ຄົນ​ກັບກາຍ​ເປັນທາດ​ທີ່​ບໍ່​ເບື່ອ,​ເຮັດ​ໃຫ້​ເຍື່ອຫຸ້ມ​ຕັບ​ກ້າມ​ແລະ​ຊີ້ນ​ບໍ່​ຖືກ​ວັດຖຸ​ທີ່​ເປັນ​ຜົນ​ຮ້າຍ​ທຳລາຍ,​ແລ້ວ​ຈະ​ກັນ​ບໍ່​ໃຫ້​ເກີດ​ເປັນມະ​ເຣັງ.

ຜັກ​ແປ້ນ​ສາມາດ​ເລ່ັງຂັບ​ຖ່າຍ​ວັດຖຸ​ທີ່​ອາດ​ພາ​ໃຫ້​ເປັນ​ມະ​ເຣັງທີ່​ຄ້າງ​ຢູ່​ໃນ​ພວງ​ໄສ້,ຈຶ່ງ​ມີ​ບົດບາດ​ກັນ​ມະ​ເຣັງ,​ແຕ່ສິ່ງ​ທີ່​ຄວນ​ລະວັງ​ນັ້ນ​ແມ່ນ​ຜັກ​ແປ້ນ​ສຸກ​ຄັນ​ແຮມ​ຄືນ​ແມ່ນ​ກິນ​ບໍ່​ໄດ້,​ເພາະ​ມັນ​ຈະ​ພາ​ໃຫ້​ເກີດ​ເປັນ​ສ່ິງ​ມີ​ພິດ​ຊະນິດ​ຫນ່ຶງ,​ເມື່ອ​ກິນ​ແລ້ວ​ຈະ​ເບື່ອ​ພາ​ໃຫ້​ວິນ​ຫົວ ປວດຮາກ​ຫຼື​ຮາກ​ເປັນ​ຕົ້ນ.

ສາ​ຫລ່າ​ຍທະ​ເລ​ມີ​ທາດ​ການ​ຊີ​ຢ່າງ​ຫຼວງ​ຫຼາຍ​ເຊ່ິງສາມາດ​ປ່ຽນ​ທາດ​ເບື່ອ​ຢູ່​ໃນຮ່າງກາຍ​ຄົນ​ໃຫ້​ກາຍ​ເປັນ​ທາດ​ບໍ່​ເບື່ອ​ໄດ້.ເຫັດ​ຫອມ ​ເຫັດ​ເຟືອງ​ແລະ​ເຫັດ​ຫູຫນູ​ມີ​ບົດບາດ​ລະງັບ​ຈຸ​ລັງ​ມະ​ເຣັງ​ໄດ້​ຢ່າງ​ເດ່ັນ​ຊັດ,ທ່ານ​ຜູ່​ຟັງ​ທີ່​ໂຄລົບ,ທີ່​ສະ​ເຫ​ນີມາ​ຂ້າງ​ເທິງ​ນີ້​ລ້ວນ​ແຕ່​ແມ່ນ​ຜັກ​ທີ່​ທຳ​ມະ​ດາ​ສາມັນ​ທັງ​ນັ້ນ​ແຕ່​ຊ້ຳພັດ​ມີ​ຜົນ​ປະ​ໂຫຍ​ດດີ​ທີ່​ສຸດ​ໃນ​ການ​ກັນ​ແລະ​ປົວ​ໂຣກມະ​ເຣັງ,ຕໍ່​ໄປ​ເຮົາ​ຂໍ​ສະ​ເຫ​ນີອາຫານ​ບາງ​ຢ່າງ​ທີ່​ສາມາດ​ປ້ອງ​ກັນ​ຄວາມ​ເຖົ້າ​ກ່ອນ​ອາຍຸການ​ມັກ​ງາມ​ແລະ​ບໍ່​ຢາກ​ໃຫ້​ຄົນ​ເຖົ້າ​ໄວ​ແມ່ນ​ຄວາມ​ປາຖະຫນາ​ທ່ົວ​ໄປ​ຂອງ​ຄົນ​ເຮົາ,ທ່ານ​ອາດ​ປະກົດ​ເຫັນ​ວ່າ,ບາງ​ຄົນ​ເບ່ິງ​ຄື​ວ່າ​ຫນຸ່ມ​ກວ່າ​ອາຍຸ​ແທ້​,​ແຕ່​ທຳ​ມະ​ດາ​ແລ້ວ​ອັນ​ນີ້​ແມ່ນ​ກ່ຽວ​ພັນ​ກັບ​ຫຼາຍ​ປັດ​ໃຈ,​ເຊ່ັນ:ສຸຂະພາບ ອາລົມ ອາຫານ​ການ​ກິນ​ແລະ​ການ​ບຳລຸງ​ຮັກສາ​ເປັນ​ຕົ້ນ,ສຳລັບ​ມື້​ນີ້,​ເຮົາ​ຈະ​ສະ​ເຫ​ນີອາຫານ​ບາງ​ຢ່າງ​ທີ່​ມີ​ບົດບາດ​ປ້ອງ​ກັນ​ຄວາມ​ເຖົ້າ​ແກ່​ກ່ອນ​ອາຍຸ​ສູ່​ພວກ​ທ່ານ,ກ່ອນ​ອື່ນ​ແມ່ນ​ຫມາກ​ຖ່ົວດິນ,ຫມາກ​ຖ່ົວ​ດິນ​ມີ​ກົດ​ໄຂມັນ​ທີ່​ບໍ່​ອ່ີມ​ຕົວ,ມີ​ທາດ​ໂປຼຕິນມີ​ວິຕາມິນ​ຫຼາ​ຍຊະນິດ​ແລະ​ທາດ​ການ​ຊີ ທາດ​ເຫຼັກ​ເປັນ​ຕົ້ນ​ເຊ່ິງສາມາດ​ເສີມ​ຄວາມ​ຊົງ​ຈຳ​ແລະ​ເລື່ອນ​ເວລາ​ບໍ​່​ໃຫ້​ມັນສະຫມອງ​ແກ່​ຫ້າວ​.

ສອງ​ແມ່ນ​ຫມາກງາ​ເຊ່ິງລວມທັງ​ງາ​ຂາວ​ແລະ​ງາ​ດຳ,​ໃນ​ເວລາ​ປຸງ​ຢາ​ສ່ວນ​ຫຼາຍ​ແມ່ນ​ໃຊ້​ງາ​ດຳ,ຫມາກງາ​ມີ​ວິຕາມິນ​ເອ​ເຊ່ິງສາມາດ​ຊຸກ​ຍູ້​​ໃຫ້​ຈຸ​ລັງ​ແຕກ​ແຍກ,ລົບ​ລ້າງ​ຫຼື​ເຮັດ​ໃຫ້​ວັດຖຸ​ເຖົ້າ​ແກ່​ທີ່​ຂ້ອນ​ໂຮມ​ໃນ​ຈຸ​ລັງ​ນັ້ນ​,ປັ້ນ​ກັບ​ເຂົ້າບໍ່​ໄດ້.

ສາມ​ແມ່ນ​ຫມາກ​ມັນ​ຫໍ້,ຫມາກ​ມັນ​ຫໍ້​ມີ​ໄຂມັນ ມີ​ທາດ​ໂປຼຕິນ ມີ​ທາດ​ນ້ຳຕານ ມີ​ວິຕາມິນ​ຫຼາຍ​ຊະນິດແລະ​ທາດ​ການ​ຊີ,​ເຊ່ິງມີ​ສັບພະ​ຄຸນ​ໃນ​ການ​ບຳລຸງ​ມັນ​ສະ​ຫນອງ ບຳ​ລຸງ​ຫມາກ​ໄຂ​ຫລັງ​ດີ ປອດ​ແກ້​​ຫືດ​ແລະ​ບຳລຸງ​ເອັນ ບຳລຸງ​ກະດູກ​ເປັນ​ຕົ້ນ.

4 ​ແມ່ນ​ເຫັດ​ຫູຫນູ​ຂາວ ​ເຫັດ​ຫູຫນູ​ຂາວ​ມີ​ອາ​ມີ​ໂນ​ອາ​ຊິດ 17 ຊະນິດ​ແລະ​ວິຕາມິນ​ຫຼາຍ​ຊະນິດ​ເຊ່ິງສາມາດ​ບຳລຸງ​ຫມາກ​ໄຂ​ຫລັງ,ບຳລຸງ​ເລືອດ​ລົມ ດີ​ປອດ​ແລະ​    ບຳລຸງ​ມັນສະຫມອງ​ເປັນ​ຕົ້ນ.
5          ​ແມ່ນ​ຫມາກ​ຖ່ົວ​ເຫຼືອງ​ສາມາດ​ຫຼຸດ​ໄຂມັນ​ຫຼື​ໂກ​ເລັສ​ເຕລອນ​ໃຫ້​ຫນ້ອຍ​ລົງ,ປ້ອງ​ກັນ​ສາຍ​ເລືອດ​ແດງ​ດ້ານ​ແລະ​ສາມາດ​ເລື່ອນ​ເວລາ​ບໍ່​ໃຫ້​ຮ່າງກາຍ​ເຖົ້າ​ໄວ​ຢ່າງ​ບັງ​ເກີດ​ຜົນ.
6          ​ແມ່ນ​ຫນັງ​ແລະ​ຕີນ​ຫມູ​ມີ​ທາດຢາງ​ຫຼາຍ​ທີ່​ສຸດ,ຖ້າ​ກິນ​ເລື້ອຍໆ​ບໍ່​ພຽງ​ແຕ່​ສາມາດ​ຫຼຸດ​ຮອຍ​ແຫ່ວ​ໃຫ້​ຫນ້ອຍ​ລົງ​ແລະ​ຊຸກ​ຍູ້​ການຈະ​ເລີ​ນ​ເຕີບ​ໂຕ​ທໍ່​ນັ້ນ,ຫາກ​ຍັງ​ມ​ີບົດບາດ​ບຳລຸງ​ເລືອດ,​ເຮັດ​ໃຫ້​ຜິວຫນັງ​ນຸ້ມນວນ.​ແລະ​ປ້ອງ​ກັນ​ຄວາມ​ເຖົ້າ​ແກ່​ຊະລາ​ອີກ​ດວ້ຍ.
7          ​ແມ່ນ​ເລືອດ​ຫມູ ​ເລືອດ​ຫມູ​ມີ​ທາດ​ໂປຼຕິນ​ແລະ​ທາດ​ເຫຼັກ​ຫຼາຍ,ຄົນ​ໄວ​ກາງ​ແລະ​ຜູ່​ເຖົ້າ​ຜູ່​ແກ່​ຖ້າ​ກິນ​ເລືອດ​ຫມູ​ເລື້ອຍໆ,ບໍ່​ພຽງ​ແຕ່​ມີ​ເຫື່ອ​ມີ​ແຮງ​ທໍ່​ນັ້ນ,ຫາກ​ຍັງ​ສາມາດ​ເຮັດ​ໃຫ້​ບໍ່​ເຖົ້າ​ໄວ​ໄດ້​ດີ​ທີ່​ສຸດ.
8          ​ແມ່ນ​ນ້ຳ​ແກງ​ກະດູກ ກິນ​ແກງ​ກະດູກ​ຊະນິດ​ຕ່າງໆ​ເລື້ອຍໆ​ຈະ​ເຮັດ​ໃຫ້​ມັນ​ກະ​ດູກ​ສາມາດ​ຜະລິດ​ຈຸ​ລັງ​ເລືອດ​ເພ່ີມ​ຂຶ້ນ,​ແລ້ວ​ມີ​ບົດບາດ​ສະກັດ​ກັ້ນ​ຄວາມ​ເຖົ້າ​ແລະ​ເຮັດ​ໃຫ້​ອາຍຸ​ຍືນ​ຍາວ.