ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-15 15:56:11    
ນິທານເລື່ອງຫນຶ່ງກ່ຽວກັບພໍ່ເຖົ້າໃຕ້ແສງຈັນ

cri

ເມື່ອຍິງຊາຍຄູ່ຫນຶ່ງໄດ້ແຕ່ງດອງເປັນຜົວເປັນເມຍກັນແລ້ວ,ຄົນທັງຫຼາຍກໍມັກເວົ້າວ່ານີ້
ແມ່ນໃນເທບນິຍາຍຂອງຈີນ ພໍ່ເຖົ້າໃຕ້ແສງຈັນແມ່ນເທບພະເຈົ້າທີ່ຄວບຄຸມການແຕ່ງ
ດອງຂອງໂລກມະນຸດ


ໃນສະໄຫມລາດຊະວົງຖາງເມື່ອສັດຕະວັດທີ 9 ,ມີຊາວຫນຸ່ມຜູ່ຫນຶ່ງຊື່ວ່າອຸຍກູ້. ມີເທື່ອ
ຫນຶ່ງ,ລາວໄດ້ໄປທ່ຽວເມືອງຊົ້ງ,ແລ້ວພັກຢູ່ໂຮມແຮມຫຼັງຫນຶ່ງ.ຕອນຄ່ຳມື້ຫນຶ່ງ,ທ້າວ
ອຸຍກູ້ໄປເລາະຫຼິ້ນຕາມທາງ,ເຫັນຜູ່ເຖົ້າຜູ່ຫນຶ່ງນັ່ງຢູ່ໃຕ້ ແສງເດືອນ,ພວມປືດເບິ່ງປຶ້ມ
ຫົວໃຫຍ່ຢູ່.ຢູ່ຂ້າງເພິ່ນຍັງມີຖົງຜ້າໃຫຍ່ໆຫນຶ່ງທີ່ໃສ່ເຊືອກສີແດງເຕັມຖົງ.ທ້າວອຸຍກູ້ມີ
ຄວາມສົນໃຈທີ່ສຸດແລ້ວຖາມລູງວ່າ:ລຸງເອີຍ,ຫຼານຂໍຖາມແດ່ວ່າດລຸງ ພວມອ່ານຫນັງ
ສືຫຍັງນໍ?ລຸງຜູ່ຕອບວ່າ,ປຶ້ມຫົວນີ້ແມ່ນປຶ້ມບັນທຶກຍິງຊາຍໃນໂລກທີ່ແຕ່ງດອງສ້າງຄອບ
ຄົວທ້າວອຸຍກູ້ຟັງແລ້ວ,ກໍ່ຍິ່ງຮູ້ສຶກມີຄວາມສົນໃຈຫຼາຍກວ່າເກົ່າ,ແລ້ວຖາມຕໍ່ໄປວ່າ
ຄັນຊັ້ນເຊືອກສີແດງໃນຖົ່ງພາຍຂອງລຸງແມ່ນເອົາມາເຮັດຫຍັງ?ລູງຫົວຍິ້ມແລ້ວເວົ້າຕໍ່
ທ້າວອຸຍກູ້ວ່,ເຊືອກສີແດງເຫຼົ່ານີ້ແມ່ນເອົາມາມັດຕີນຜົວເມຍໄວ້,ຍິງຊາຍທັງຄູ່ບໍ່ວ່າຈະ
ແມ່ນຫມູ່ຄູ່ກັນຫຼືເປັນຄູ່ອາຄາດກັນ,ບໍ່ວ່າຈະຢູ່ໃກ້ຫຼືຢູ່ໄກກັນ,ຖ້າລູງເອົາເຊືອກສີແດງ
ເຫຼົ່ານີ້ມັດຕີນພວກເຂົາເຈົ້າໄວ້ແລ້ວ,ແນ່ນອນພວກເຂົາເຈົ້າກໍຈະດີກັນ,ແລ້ວແຕ່ງດອງ
ເປັນຜົວເມຍກັນ.


ທ້າວອຸຍກູ້ຟັງແລ້ວ,ກໍ່ບໍ່ຢາກເຊື່ອປານໃດ,ຖືວ່າລູງເວົ້າຢອກຊື່ໆ,ແຕ່ລາວກໍຍັງຮູ້ສຶກ
ແປກປະຫຼາດຕໍ່ລູງທີ່ຕ່າງຫມູ່ຜູ່ນີ້,ເມື່ອລາວຄຶດຈະຕັ້ງບັນຫາຂຶ້ນຖາມລູງອີກ,ລູງພັດ
ລຸກຢືນຂຶ້ນ,ຖືເອົາປຶ້ມແລະພາຍຖົງເພື່ອກຽມຈະຫນີ,ບັດນັ້ນທ້າວອຸຍກູ້ກໍ່ຍ່າງຕາມ
ຫຼັງເພື່ອຢາກຮູ້ກົກປາຍສາຍເຫດຕໍ່ມາຄາວຫນຶ່ງ,ພວກເພິ່ເລີຍເຫັນແມ່ຍິງຜູ່ຫນຶ່ງເບິ່ງ
ຄືຄົນໃຊ້ພວມອູ້ມເດັກຍິງຜູ່ຫນຶ່ງຍ່າງເບັດຫນ້າມາ,ລູງເລີຍເວົ້າຕໍ່ທ້າວອຸຍກູ້ວ່າ,ເດັກ
ຍິງທີ່ຄົນໃຊ້ຜູ່ນີ້ອຸ້ຍກູ້ນັ້ນແມ່ນເມຍຂອງເຈົ້າໃນອະນາຄົດ.ທ້າວອຸຍກູ້ຟັງແລ້ວກໍ່ໃຈຮ້າຍ
ຂຶ້ນ.ນຶກວ່າລູງເວົ້າຢອກຊື່ໆ,ແລ້ວຍັງສັ່ງໃຫ້ຄົນໃຊ້ໄປຂ້າເດັກຍິງຜູ່ນັ້ນ,ເບິ່ງວ່າຕໍ່ໄປ
ພາຍຫນ້າມັນຍັງຈະເປັນເມຍຂອງຕົນໄດ້ຫຼືບໍ່ຄົນໃຊ້ຂອງທ້າວອຸຍກູ້ກໍ່ຟ້າວແລ່ນນຳ
ໄປ,ເອົາມີດແທງເດັກຍິງຜູ່ນັ້ນ,ແລ້ວກໍ່ແລ່ນປົນຫນີ,ເວລາທ້າວອຸຍກູ້ຢາກໍຊອກຫາ
ລູງເພື່ອຕໍ່ວ່າຕໍ່ຂານນັ້ນ ພັດບໍ່ເຫັນຮອດສົ້ນລູງຊ້ຳ.


ເວລາຜ່ານໄປວັບໆ,ພຽງພິບຕາດຽວກໍຜ່ານໄປຕັ້ງສິບກວ່າປີ,ໃນຂະນະນີ້,ທ້າວອຸຍກູ້ກໍ
ຊອກໄດ້ຄົນຮັກຂອງຕົນແລ້ວ,ແລະຈະແຕ່ງດອງກັນໃນໄວໆນີ້,ຄູ່ຫມັ້ນຂອງລາວແມ່ນ
ລູກສາວດຽວຂອງອາດຍາຜູ່ຫນຶ່ງໃນທ້ອງຖິ່ນນັ້ນ,ເປັນຄົນງາມຫຼາຍແຕ່ມີແປ້ວຢູ່ຫວ່າງ
ກາງຄິ້ວ?ອາດຍາຕອບວ່າ,ເວົ້າແລ້ວກໍຈັ່ງແມ່ນເຮັດໃຫ້ຄົນໃຈຮ້າຍແທ້ໆ,ເມື່ອສິບກວ່າ
ປີກ່ອນຢູ່ເມືອງຊົ້ງ,ມີມື້ຫນຶ່ງ,ແມ່ລ້ຽງໄດ້ອູ້ມລູກສາວໄປເລາະຕະຫຼາດ,ເລີຍມີນັກເລຜູ່
ຫນຶ່ງຖືມີດມາແທງລູກສາວຢ່າງບໍ່ມີເຫດຜົນ,ແຕ່ໂຊກດີບໍ່ອັນຕະລາຍເຖິງແກ່ຊີວິດ,ມີ
ແຕ່ເປັນແປ້ວທໍ່ນັ້ນ,ມັນຈັ່ງແມ່ນເປັນຈັ່ງບຸນແທ້ໆ.


ພໍໄດ້ຍິນຄວາມນີ້,ທ້າວອຸຍກູ້ກໍຕົກສະເງິ້ຈົນອ້າປາກຕາຄ້າງຢູ່ເລື່ອງເກົ່າເລື່ອງຫຼັງໃນ
ສິບກວ່າປີກ່ອນ ກໍກັບຄືນມາປະກົດຂຶ້ນຢູ່ໃນສະຫມອງຂອງລາວ,ພໍ່ເຖົ້າເຫັນສີຫນ້າ
ລາວຕ່າງ,ກໍ່ຖາມລາວວ່າເປັນຫຍັງ?ຜ່ານໄປຄາວຫນຶ່ງ,ທ້າວອຸຍກູ້ຈຶ່ງສະຫງົບອາລົມ,ແລ້ວເລົ່າເລື່ອງພໍ່ສື່ຜູ່ຫນຶ່ງຢູ່ເມືອງຊົ້ງເມື່ອສິບກວ່າປີກ່ອນອອກມາທັງຫມົດ,ຜົນສຸດ
ທ້າຍ,ຄູ່ຫມັ້ນຂອງເພິ່ນກໍພີດີແມ່ນເດັກຍິງຜູ່ນັ້ນ,ພໍ່ເຖົ້າຂອງທ້າວອຸຍກູ້ຟັງແລ້ວກໍຮູ້ສຶກ
ປະຫຼາດໃຈທີ່ສຸດ.


ດຽວນີ້,ທ້າວອຸຍກູ້ຈຶ່ງເຂົ້າໃຈດີກ່ຽວກັບຄຳເວົ້າຂອງພໍ່ສື່ຜູ່ນັ້ນ,ມັນບໍ່ແມ່ນເວົ້າຢອກກັນ
ລ້າໆ,ຄາດຢູ່ແຖນຢູ່ຟ້າຂອງເຂົາເຈົ້າທັງສອງແມ່ນພໍ່ເຖົ້າໃຕ້ແສງຈັນຕັດສິນ,ເພາະສະ
ນັ້ນ ຜົວເມຍຄູ່ນີ້ຈິ່ງຍິ່ງຖະຫນອມຄອບຄົວຂອງເຂົາເຈົ້າແລະໄດ້ມີຊີວິດຢ່າງຜາສຸກ
ຕະຫຼອດໄປ.


ນິທານເລື່ອງນີ້ໄດ້ເລົ່າຕໍ່ປາກກັນຢ່າງກວ້າງຂວາງ,ຈົນເຮັດໃຫ້ຄົນທັງຫຼາຍເຊື່ອວ່າ, ຍິງຊາຍສ້າງຄອບຄົວນັ້ນແມ່ນພໍ່ສື່ຫຼືແມ່ສື່ໃຕ້ແສງຈັນເປັນຜູ່ມັດເຊືອກສີແດງໃຫ້ເຂົາ
ເຈົ້າສອງຄົນເປັນຄູ່ກັນ,ຈົນຮອດດຽວນີ້,ຜູ່ຊ່ອຍໃຫ້ບ່າວສາວຈັກກັນຈົນຮັກກັນໃນຊີ
ວິດນັ້ນເຂົາເຈົ້າກໍເອີ້ນວ່າເຢ້ຍເຊຍຫຼາວເຢິນ