ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-15 21:36:12    
ທ່ານ​ເຫີ​ໂຮ​ວຮວາ​ແຕ່ງຕັ້ງກຳມະການ​ຄະນະ​ບໍລິຫານ​ຊຸດ​ທີ​ສອງ​ຂອງ​ອົງການ​ປົກຄອງເຂດ​ພິ​ເສດ​ມາ​ກາວ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 15 ທັນວາ ທ່ານ​ເຫີ​ໂຮ​ວຮວາ ຜູ່​ວ່າການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​​ຈີນ​ໄດ້​ແຕ່ງຕັ້ງ 10 ທ່ານ​ຄື ທ່ານ​ນາງ​ເສີນ​ລີ້​ມິນ​ເປັນຕົ້ນ​ເປັນ​ກຳມະການ​ຄະນະ​ບໍລິ​ຫານ​ຊຸດ​ທິສອງ​ຂອງ​ອົງການ​ປົກຄອງ​ເຂດ​ພິ​ເສດ​ມາ​ກາວ.

ອີງ​ຕາມ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ​ທີ່ລະ​ບຸ​ໄວ້​ໃນ​ກົດໝາຍ​ພື້ນຖານ​ມາ​ກາວ, ຄະນະ​ບໍລິຫານ​ແມ່ນ​ອົງການ​ຊ່ອຍ​ຜູ່​ວ່າການ​ເຂດພິ​ເສດ​ຕົກລົງ​ນະ​ໂຍບາຍ, ​ໃຫ້​ຜູ່​ວ່າການ​ເຂດ​ພິ​ເສດ​​ຄັດ​ເລືອກ​ແຕ່ງຕັ້ງກຳມະການຈາກ​ເຈົ້າໜ້າ​ທີ່​ສຳຄັນໃນອົງການ​ປົກຄອງ​ ສະມາ​ຊິກ​ສະ​ພາ​ນິຕິ​ບັນຍັດ​ແລະ​ບຸກຄົນ​ໃນ​ສັງຄົມ, ພວກ​​ເຂົາ​ເຈົ້າຕ້ອງ​ແມ່ນ​ພົນລະ​ເມືອງ​ຈີນ​ທີ່​ອາ​ໄສ​ຢູ່​ເຂດ​ພິ​ເສດ​ມາ​ກາວ​ຖາວອນ​ແລະ​ບໍ່​ມີ​ສິດ​ອາ​ໄສ​ຢູ່​ຕ່າງປະ​ເທດ. ຕາ​ມ​ໄດ້​ຊາບ ຄະນະ​ບໍລິຫານ​ຊຸດ​ໃໝ່​ຍັງ​ຄົງ​ປະກອບ​ດ້ວຍ​ກຳມະການ 10 ຄົນ, ​ໃນ​ນັ້ນມີ 4 ຄົນ​ແມ່ນ​ດຳ​ລົງ​ຕຳ​ແໜ່​ງ​ກຳ​ມະການ​ຄະນະ​ບໍລິຫານ​ເປັນຄັ້ງທຳ​ອິດ.

ທ່ານ​ເຫີ​ໂຮ​ວຮວາ​ກ່າວ​ວ່າ, ຄະນະ​ບໍລິຫານ​ຊຸດ​ໃໝ່​ຍິ່ງ​ມີ​ລັກສະນະ​ຕົວ​ແທນ, ​ແລະ​ຍິ່ງ​ສາມາດສ່ອງ​ແສງ​ຄວາມ​ເຫັນ​ຂອງ​ຊັ້ນຊົນ​ຕ່າງໆ​ໃນ​ສັງຄົມ​ມາ​ກາວ​ຢ່າງ​ເຕັມສ່ວນ.