ໃນຍາມຍັງນ້ອຍ,ບໍ່ເມີເງິນໄປຊື້ປີ້ຮູບເງົາທີ່ຕົນເອງຕົວະຜູ່ກວດແລ້ວເຂົ້າໂຮງຮູບເງົາ,ເມື່ອເຕີບໃຫຍ່ແລ້ວ,ກໍທຳຄວາມພະຍາຍາມຢ່າງລຳບາກກາກກຳ,ເລີຍກາຍເປັນຜູ່ກຳກັບການສະແດງທີ່ມີຊື່ສຽງຂອງຈີນ.
ປີນີ້,ທ່ານເຊຍເຟິງມີອາຍຸ 49 ປີ,ຮຽນຈົບຈາກວິທະຍາໄລສີລະປະນານກິ່ງ,ປະຈິບັນແມ່ນຜູ່ກຳກັບການສະແດງຂັ້ນ.ກ ລະດັບຊາດຈີນ.
ໃນຍາມຍັງນ້ອຍ,ທ່ານເຊຍເຟິງກໍມັກວິຈິດຕະກຳແລະຮູງເງົາທີ່ສຸດ.ແຕ່ວ່າ,ໃນຊຸມປີ 60 ສະຕະວັດທີແລ້ວ,ລະດັບຊີວິດການເປັນຢູ່ຂອງຄົນຈີນຍັງຕ່ຳຫຼາຍ,ເຂົ້າເບິ່ງຮູບເງົາຢູ່ໂຮງຮູງເງົາເທື່ອຫນຶ່ງ,ເວົ້າສຳລັບເດັກນ້ອຍຍາກຫຼາຍ,ທ່ານເຊຍເຟິງຄຶດວ່າ,ເລື່ອງທີ່ຂ້າພະເຈົ້າອອກຊອນໃນປາງນັ້ນກໍ່ແມ່ນຜູ່ທີ່ແຕ້ມຮູບໂຄສະນາຮູບເງົາ.ຂ້າພະເຈົ້າຄຶດວ່າ,ເຂົາເຈົ້າສາມາດເບິ່ງຮູບເງົາໄດ້ດີຄູ່ມື້.
ທ່ານເຊຍເຟິງເວົ້າວ່າ,ເພື່ອຈະໄດ້ເບິ່ງຮູບເງົາເທື່ອຫນຶ່ງ,ເພິ່ນກໍ່ແຕ້ມປີ້ຮູບເງົາຕາມປີ້ຮູບເງົາທີ່ຜູ່ອື່ນໄດ້ເບິ່ງແລ້ວດ້ວຍພອນສະຫວັນຂອງຄົນ.ເມື່ອໄດ້ລອງແຕ້ມຫຼາຍເທື່ອ,ປີ້ຮູບເງົາເພິ່ນແຕ້ມນັ້ນເຫມືອນປີ້ຮູບເງົາແທ້,ແຕ່ເສຍໃຈນນັ້ນແມ່ນເຖິງວ່າທ່ານເລັດລອດເຂົ້າໂຮງຮູບເງົາກໍຕາມ,ແຕ່ມີແຕ່ຍື່ນຢູ່ທາງທຽວດເພາະໃນທີ່ນັ່ງໄດ້ເຕັມແລ້ວ.
ທ່ານເຊຍເຟິງຍັງຈື່ໄດ້ວ່າ,ຮູບເງົາເລື່ອງໂທລະພາບກະສິກອນເປັນຮູບເງົາທີ່ເພິ່ນເບິ່ງເທື່ອທຳອິດ,ນີ້ແມ່ຮູບເງົາເລື່ອງຂາວດຳເລື່ອງຫນຶ່ງທີ່ສ່ອງແສງໃຫ້ເຫັນຊີວິດການເປັນຢູ່ທາດກະສິກອນຕິເບດຈີນໃນສະໄຫມກ່ອນຮັບການປົດປ່ອຍໂດຍສັນຕິວິທີ,ຮູບເງົາເລື່ອງນີ້ມີຜົນສະທ້ອນອັນໃຫຍ່ຫຼວງຕໍ່ທ່ານເຊຍເຟິງ,ທ່ານກ່າວວ່າ,ເມື່ອເບິ່ງຮູບເງົາເລື່ອງທາດກະສິກອນແລ້ວ,ຂ້າພະເຈົ້າບໍ່ນຶກບໍ່ໃນວ່າຢູ່ໃນໂລກນີ້ຍັງມີຄົນຫນ້າສັງເວດແບບນີ້,ຮູບເງົາເລື່ອງນີ້ມີຜົນສະທ້ອນອັນໃຫຍ່ຫຼວງຕໍ່ເສັ້ນທາງຊີວິດແລະທັດສະນະຄຸນຄ່າຂອງຂ້າພະເຈົ້າ,ສະນັ້ນ,ບົດປະພັນແລະທ່າທຳນອງຂອງຂ້າພະເຈົ້າມີການພົວພັນກັບຮູບເງົາເລື່ອງນີ້ທີ່ຂ້າພະເຈົ້າເບິ່ງນັ້ນຢ່າງໃຫຍ່ຫຼວງ,ຮູບເງົາເລື່ອງທາດກະສິກອນໄດ້ສະເທື່ອນໃຈຂ້າພະເຈົ້າຫຫຼາຍທີ່ສຸດ,ມີຜົນສະທ້ອນຕໍ່ຕະຫຼອດຊີວິດຂອງຂ້າພະເຈົ້າ
ປີ 1980,ທ່ານເຊຍເຟິງໄດ້ຮຽນຈົບຈາກວິທະຍາໄລແລ້ວໄດ້ເຂົ້າເປັນຜູ່ອອກແບບວິຈິດຕະກຳຮູບເງົາຢູ່ໂຮງຜະລິດຮູບເງົານານກິ່ງ,ທ່ານຮຸ້ສຶກວ່າ,ຕົນເອງໄດ້ຍ່ວງບາດກ້າວໄປສູ່ດອຸດົມການຂອງຕົນອີກແລ້ວ,ທ່ານເຮັດວຽກເອົາແທ້ເອົາວ່າ,ໃນເວລາອາຍຸ 24 ປີ,ທ່ານເຊຍເຟິງກໍ່ໄດ້ເປັນຜູ່ອອກແບບວິຈິດຕະກຳໂດຍອິດສະລະແລ້ວ,ແດ່ໃນຄາວນັ້ນຝ່າຍໂຮງຜະລີດຮູບເງົາເນັ້ນຫນັກແຕ່ລຸ້ນກ່ອນຜູ່ອາວຸໂສ.ຜູ່ອອກແບບລ້ວນແຕ່ຕ້ອງເຮັດວຽກຈາກຜູ່ຊ່ອຍຊ່າງວິຈິດຕະກຳປະສົມໄດ້,ສ່ວນທ່ານເຊຍເຟິງພັດດຳລົງຕຳແຫນ່ງເປັນຊ່າງວິຈະ\ິດຕະກຳໂດຍອິດສະລະຈາກຜູ່ຊ່ອຍຊ່າງວິຈິດຕະກຳໂລດ.ຫຼາຍຄົນອອນຊອນນຳເພິ່ນທີ່ສຸດ,ແຕ່ທ່ານເຊຍເຟິງທີ່ຍັງຫນຸ່ມພັດບໍ່ເອົາໃຈໃສ່ນຳ.ທ່ານເວົ້າວ່າ:ໃນຄາວນັ້ນ,ເປົ້າຫມາຍໃນໃຈຂອງຂ້າພະເຈົ້າແມ່ນຫຍັງ? ຢາກເປັນຜູ່ກຳກັບການສະແດງ.ໃນທີ່ສຸດ,ຂ້າພະເຈົ້າໄດ້ເປັນຊ່າງວິຈິດຕະກຳຣູບເງົາ 7 ປີ, 7 ປີໄດ້ຖ່າຍທຳຮູບເງົາ 7 ເລື່ອງ,ຈັ່ງແມ່ນລຳບາກທີ່ສຸດ,ຂ້າພະເຈົ້າແຕ້ມຮູບເງົາສ້າງຮູບເງົາໂດຍຕົນເອງ ຂ້າພະເຈົ້າມັກວຽກງານນີ້ຫຼາຍ,ແຕ່ໃນໃຈຂອງຂ້າພະເຈົ້າຍັງຢາກເປັນຜູ່ກຳກັການສະແດງດັ່ງນັ້ນໄດ້ສັງເກດເບິ່ງຜູ່ກຳກັບການສະແດງຜູ່ອື່ນເຮັດວຽກແນວໃດ.
ເພື່ອສົມຄວາມຫວັງຂອງຕົນ,ເມື່ອປີ 1991,ທ່ານເຊຍເຟິງໄດ້ເຂົ້າຮ່ວມຢູ່ພະແນກຜູ່ກຳກັບການສະແດງຂອງວິທະຍາໄລຮູບເງົາປັກກິ່ງ,ພ້ອມກັນນນັ້ນ,ຕັ້ງຫນ້າສ້າງເງື່ອນໄຂໃຫ້ແກ່ຕົນເປັນຜູ່ກຳກັບການສະແດງ,ເພິ່ນເອງຮຽບຮຽງບົດເລື່ອງ,ໄປຫານັກລົງທຶນ,ຖ່າຍທຳລະຄອນໂທລະພາບຈຳນວນຫນຶ່ງ,ແຕ່ອຸດົມການຂອງເພິ່ນຍັງຄົງແມ່ນຖ່າຍຮູບເງົາ
ຮູບເງົາເລື່ອງລົມກັນດ້ວຍຕີນແມ່ນຮູບເງົາທຳອິດທີ່ກຳກັບການສະແດງໂດຍທ່ານເຊຍເຟິງ,ໃນຮູບເງົາເລື່ອງນີ້ໄດ້ບັນຍາຍເລື່ອງນັກເຕະບານສອງຄົນຂອງທິມບານເຕະຈີນບຸກບືນສູ້ຊົນຢ່າງບໍ່ລົດລະໃຫ້ແກ່ກິລາບານເຕາະຈີນ,ຈາກອາຊີໄປສູ່ໂລກ.ພາຍຫຼັງມາ,ທ່ານເຊຍເຟິງໄດ້ກຳກັບການສະແດງຮູບເງົາເດັກນ້ອຍຫຼາຍເລື່ອງຢ່າງຕໍ່ເນື່ອງກັນ,ແລະໄດ້ຮັບລາງວັນງົວທອງເຊິ່ງເປັນລາງວັນສູງສຸດຂອງຮູບເງົາເດັກນ້ອຍຈີນຫຼາຍເທື່ອ.
ນອກຈາກຮູບເງົາແລ້ວ ທ່ານເຊຍເຟິງຍັງໄດ້ຖ່າຍທຳລະຄອນໂທລະພາບທີ່ມີຜົນສະທ້ອນກວ້າງຂວາງຫຼາຍເລື່ອງ.ປະຈຸບັນ,ທ່ານເຊຍເຟິງພວມຂຸ້ນນຳການກຽມຖ່າຍທຳລະຄອນໂທລະພາບເລື່ອງນານວາງຈ່າຍຈົງ,ນີ້ແມ່ນລະຄອນໂທລະພາບທີ່ຮຽບຮຽງໃຫມ່ຕາມນິທານເລື່ອງແທ້ຄົນຈິງຕອນຫນຶ່ງໃນປະຫວັດຈີນ,ຕາມເວົ້າວ່າ,ໃນຂະນະທີ່ສ້າງລະຄອນໂທລະພາບໃນເວລາດຽວກັນ,ຍັງມີຮູບເງົາແລະຟິມກາຕຸນທີ່ມີຊື່ດຽງກັນ.
ທ່ານເຊຍເຟິງເວົ້າວ່າ,ເພິ່ນໄດ້ເປັນຜູ່ກຳກັບການສະແດງແມ່ນຍ້ອນຄວາມໃຝ່ຝັນຂອງຕົນທີ່ເບິ່ງຮູບເງົາໃນຍາມຍັງນ້ອຍ,ແຕ່ໃນຊູ່ມື້ນີ້,ທ່ານຈະສືບຕໍ່ເດີນໄປຫນ້າຕາມເສັ້ນທາງດັ່ງກ່າວ.
|