ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-16 15:19:52    
ປີນີ້ ​ລູກ​ສອນ​ໄຟ​ນຳ​ຍານ​ສົ່ງ​ຂອງ​ຈີນ 8 ​ເທື່ອ ​ໄດ້​ຍິງສົ່ງ​​ຍິງ​ສົ່ງ​ດາວ​ທຽມ 10 ລູກ​ຂຶ້ນສູ່​ອະວະກາດ

cri Author: huang

ປີນີ້,ລູກ​ສອນ​ໄຟ​ຍານ​ສົ່ງຊາງ​ເຈີງ​ຂອງ​ຈີນ​ໄດ້​ຍິງສົ່ງ​ດາວ​ທຽມ 8 ​ເທື່ອ,ຍິງ​ສົ່ງ​ດາວ​ທຽມ 10 ລູກ​ຂຶ້ນ​ສູ່​ໂຄ​ຈອນ​ທີ່​ຄາດ​ໄວ້​ຢ່າງ​ສຳ​ເລັດ​ຜົນ.ວັນ​ທີ 15 ທັນວາ,​ໃນ​ເວລາ​ໃຫ້​ສຳພາດ​​ເປັນ​ພິ​ເສດ​ຕໍ່​ນັກ​ຂ່າວ​ຂອງ​ວິທະຍຸ​CRI,ທ່ານ​ລິວ​ລິນ​ຈົງ ຜູ່ຣັບຜິດ​ຊອບ​ຖະ​ແຫຼ​ງຂ່າວ​ຂອງ​ກຸ່ມ​​ວິທະຍາສາດ​ເຕັກນິກການບິນ​ອະວະກາດ​ຂອງ​ຈີນຊີ້ອອກ​ກວ່າ,ປີນີ້​ແມ່ນ​ປີຂຶ້ນ​ໄປ​ສູ່ອະວະກາດ​ຫຼາຍ​ເທື່ອ,​ໃນ​ນັ້ນ​ ​ການຍິນ​ສົ່ງຍົນ​ອະວະກາດເຫາະ​ເສີນໂຈ​ວ​ເລກ 6 ​ໄດ້​ຈັດ​ໄວ້​ໃນ​ວາລະ​ປະຈຳ​ວັນ​ແລ້ວ.


 ປີນີ້​ແມ່ນ​ປີ​ທີ່​ໄດ້​ສ້າງ​ສະຖິຕິ​ໃນ​ປະຫວັດຂອງ​ການບິນ​ອະວະກາດ​ຂອງ​ຈີນ,ຈີນ​ລະບົບ​ລູກ​ສອນ​ໄຟ​ຍານ​ສົ່ງຊາງ​ເຈີງ​ໄດ້​ຍິງ​ສົ່ງ 8 ​ເທື່ອ,ນັບ​ມາ​ຮອດ​ປະຈຸ​ບັນ, ລູກ​ສອນ​ໄຟ​ນຳ​ວິຖີ​ຍານ​ສົ່ງ​ຊາງ​ເຈິ​ງຂອ​ງຈີນ​ໄດ້ຍິງ​ສົ່ງລວມ 83 ​ເທື່ອ,ອັດຕາ​ສຳ​ເລັດ​ບັນລຸ93%.​ໃນ​ເວລາ​ທ່ານ​ລິວ​ລິນ​ຈົງ ຜູ່​ຮັບຜິດຊອບຖະແຫຼງຂ່າວຂອງກຸ່ມ​ວິທະຍາສາ​ດເຕັກນິກການ​ບິນອະວະກາດຂອງ​ຈີນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຂອງ​ວິທະຍຸ​ພວກ​ເຮົາ​ນັ້ນ,ທ່ານ​ຊີ້​ອອກ​ວ່າ,ການ​ຍິງ​ສົ່ງ​ທີ່​ມີ​ຄຸນ​ນະພາ​ບສູງ​ແລະ​ເນື່ອງນິດ​ໄດ້​ເປັນ​ຂີດ​ຫມາຍ​ໃຫ້​​ເຫັນ​ວ່າ ຄຸນ​ນະພາ​ບ​ຜະລິດ​ຕະພັນຂອງ​ລູກ​ສອນ​ໄຟ​ຍານສົ່ງ​ຂອງຈີນ​ແລະ​ລະດັບ​ຄຸ້ມຄອງ​ທີ່​ກ່ຽວຂ້ອງ​ໄດ້​​ຍົກ​ລພດັບໃຫ້ສູງ​ຂຶ້ນກວ່າເກົ່າ.ທ່ານ​ເວົ້າ​ວ່າ:ການຍິງ​ສົ່ງ​ໃນ​ຫມົດ​ປີນີ້ໄດ້​ໂຮມ​ຢູ່​ໃນ 6 ​ເດືອນທ້າຍ​ປີນີ້,​ໃນ​ເວລາ​ບໍ່​ຮອດ 4 ​ເດືອນ​​ຄື​ແຕ່​ວັນ​ທີ 25 ກໍລະກົດ​ຫາ​ວັນ​ທີ 18 ພະຈິກ,ພວກ​ເຮົາ​ໄດ້​ຍິງ​ສົ່ງ​7 ​ເທື່ອ,ແຕ່ລະ​ເທື່ອ​ລ້ວນ​ແຕ່​ໄດ້​ດຳເນີນ​ຕາມ​ແຜນການ​​​ແລະ​ຕາມ​ເວລາ​ກຳນົດ.ທັງ​ນີ້​ແມ່ນ​ຍ້ອນພວກເຮົາໄດ້ວາງຮອບຄອບ.ທັງມີເຕັກນິກອອກ​ແບບ​ຂະ​ບວນການ​ຍິງ​ສົ່ງ​ແລະ​ເຕັກນິກ​ສຳ​ຫຼວດວັດ​ແທກ​ທີ່ກ້າວຫນ້າແລະເປັນ​ຂີດ​ຫມາຍສະແດງ​​ໃຫ້​ເຫັນ​ວ່າຄຸນ​ນະພາ​ບຜະລິດ​ຕະພັນ​​ແລະ​ລະດັບ​ຄຸ້ມ​ຄອງ​ກິດຈະການ​ລະບົບ​ລູກ​ສອນ​ໄຟ​ຍານ​ສົ່ງຂອງຈີນ​ໄດ້​ຍົກ​ສູງ​ຂຶ້ນຢ່າງ​ຫຼວງຫຼາຍ


 ປະຈຸ​ບັນ,ລະບົບລູກ​ສອນ​ໄຟ​ຍານ​ສົ່ງ​ຊາງ​ເຈິ​ງຂອງ​ຈີນ​ໄດ້​ມີ​ 12 ຂະຫນາດ,ສາມາດ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ​ໂຄຈອນຕ່າງໆ​ແລະ​ການ​ຍິງ​ສົ່ງ​ພາຫະນະການບິນ​ອະວະກາດ​ຕ່າງໆ,ວຽກ​ງານ​ຄົ້ນຄວ້າ​ຜະລິດລູກ​ສອ​ນ​ໄຟ​ຍານ​ສົ່ງ​ຮຸ້ນ​ໃຫມ່​ກໍ່​ໄດ້​ມີ​ການ​ຄືບ​ຫນ້າ​ຢ່າງ​ໃຫຍ່​ຫຼວງ,​ເຕັກນິກ​ສຳຄັນໄດ້​ມີ​ການ​ບຸກທະລຸ​ແລ້ວ


ໃນ​ການ​ຍິງ​ສົ່ງ​ໃນ​ປີນີ້, ໄດ້ໃຊ້​ລູກ​ສອນ​ໄຟນານສົ່ງ4 ຊະນິດ​ທີ່​ເຫ​ມາະກັບ​ຄຸນ​ນະພາ​ບ​​ແລະ​ໂຄຈອນ​ຍິນ​ສົ່ງ​ທີ່ຕ່າງກັນ,​ໃນ​ນັ້ນ,ລູກ​ສອນ​ໄຟຍານສົ່ງຊາງ​ເຈິ​ງເລກ​ສອງປະເພດຄໄດ້​ຍິງ​ສົ່ງ​ຢ່າງ​ສຳ​ເລັດ​ຜົນ 5 ​ເທື່ອຢູ່​ສະຫນາມ​ຍິງ​ສົ່ງ 3 ​ແຫ່ງ​ສົ່ງດາວ​ທຽມ 6 ຫນ່ວຍ​ຂຶ້ນສູ່​ອະວະກາດ​ໃນ​​ເວລາ​ບໍ່​ຮອດ​ຫນຶ່ງ​ປີ​ແຕ່​ເດືອນ​ທັນວາ​ປີ 2003 ຮອດ​ເດືອນ​ພະຈິກ​ປີ 2004,ນີ້ແມ່ນ​ບໍ່​ເຄີຍ​ມີ​ຈັກ​ເທື່ອ​ໃນ​ປະຫວັດສາດ​ການບິນ​ອະວະກາດ​ຂອງ​ຈີນ

ປີນີ້ກໍ່​ແມ່ນ​ປີ​ຫນຶ່ງ​ທີ່​ຈີນຍິງສົ່ງດາວທຽມຫຼາຍປະ​ເພດກວ່າຫມູ່​ແລະ​ຈຳນວນ​ຫຼາຍ​ກວ່າ​ຫມູ້​ດາວ​ທຽມ​ຫມູນ​ເດີນຕາມໂຄຈອນ​ຢ່າງ​ຫມັ້ນ​ທຽງ​​.ດາວ​ທຽມ​ທີ່​ຍິງ​ສົ່ງຂຶ້ນສູ່ອະວະກາດນັ້ນ​ມີ:ດາວ​ທຽມ​ຊັບພະຍາກອນ ດາວ​ທຽມ​ແບບ​ກັບ​ຄືນ​ສູ່​ຫນ້າດິນໄດ້ ດາວ​ທຽມ​ທົດ​ລອງ​ວິທະຍາສາດ ດາວ​ທຽມ​ຢັ່ງ​ແທກ​ວິທະຍາ​ສາດ​ ດາວ​ທຽມ​ອຸຕຸນິຍົມ​ແລະ​ດາວ​ທຽມ​ນ້ອຍ​ເປັນຕົ້ນ.ດາວ​ທຽມ​ທີ່​​ໃຊ້​ການຕ່າງກັນ​​ເຫຼົ່ານີ້​ໄດ້​ເສີມ​ຂະຫຍາດ​ບົດບາດ​ອັນຕັ້ງຫນ້າ​ໃນ​ການ​ສ້າງສາ​ເສດຖະກິດ​ແລະ​ການ​ເຄື່ອນ​ໄຫວ​ຄົ້ນຄວ້າ​ວິທະຍາ​ສາດ​ຂອງ​ຈີນ.


ຕາມ​ສະ​ເຫ​ນີວ່າ,ປີຫນ້າ,ຈີນ​ຍັງ​ຈະ​ຍິງ​ສົ່ງ​ຂຶ້ນ​ສູ່​ອະວະກາດ​ຫຼາຍ​ເທື່ອ,​ເຊິ່ງມີຍົນ​ອະວະກາດ​ເສີນ​ໂຈວ​ເລກ 6ທີ່ ປະຈັກ​ຕາຄົນ.ທ່ານຢວນ​ເຈ່ຍ​ຈິນ ຫົວຫນ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ເຕັກນິກ​ອະວະກາດ​ຂອງ​ຈີນ​ກ່າວ​ວ່າ,ການ​ຍິງ​ສົ່ງ​ຍົນອະວະກາດເສີນໂຈວ​ເລກ 5 ຢ່າງ​ສຳ​ເລັດ​ຜົນ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ​ແຜ​ນການ​ອອກຈະ​ບິນຢູ່ເຖິງອະວະ​ກາດເປັນເວລາ 5 ມື,ມີຄວາມຮຽກຮ້ອງຍິ່ງເຄັ່ງຄັດຕໍ່ຍົນອະວະກາດ.

ທ່ານເວົ້າວ່າ,ເພື່ອໃຫ້ນັກບິນອະວະກາດສອງຄົນບິນຢູ່ອະວະກາດ5ມື້ລະບົບເຄື່ອງ
ຄວບຄຸມສິ່ງແວດລ້ອມແລະບົບຮັບປະກັນຊີວິດຂອງຍົນອະວະກາດເສີນໂຈວປະເຊີນ
ກັບການທົດສອງຢ່າງເຄັ່ງຄັດຕ່ການທົດສອບແນວນີ້ປະຈຸບັນຖັນແຖວຄົ້ນຄວ້າການ
ບິນອະວະກາດບັນ ທຸກຄົນພວກເຣົາຕ້ອງວິເຄາະຈຸດພິເສດຂອງຫນ້າທີ່ເທື່ອນີ້ຢ່າງ
ຈິງຈັງ,ພະຍາຍາມຢ່າງລະອຽດທີ່ສຸດ

ທ່ານ​ຢວນ​ເຈ່ຍ​ຈິນ​ເຜີຍ​ໃຫ້​ຮູ້​ວ່າ,​ເມື່ອ​ສັງ​ເກດ​ຈາກ​ສະພາບ​ໃນ​ປະຈຸ​ບັນ,ວຽກ​ງານ​ຄົ້ນຄວ້າ​ຜະລິດ​ຂອງ​ຍົນອະວະກາດ​ເສີນ​ໂຈ​ວ​ເລກ 6 ທີ່​ຈະ​ຍິງ​ສົ່ງ​ໃນ​ລະດູ​ໃບ​ໄມ້ລົ່ນ​ປີຫນ້າໄດ້​ດຳ​ເນີນໄປ​ຢ່າງ​ສະດວກ