ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-16 21:37:50    
ທ່ານ​ອັບ​ບາສ​ກ່າວ​ເນັ້ນ​ວ່າ,ຂໍ້​ລິ​ເລີ່ມ​ສັນຕິ​ພາບ​ຂອງ​ປະ​ເທດ​ອາ​ລັບ​ແມ່ນ​ຊ່ອງ​ທາງ​ທີ່ແກ້​ໄຂ​ການ​ປະ​ທະ​ກັນລະ​ຫວ່າງ​ປາ​ເລັສ​ຕີນ​ກັບ​ອິສລະ​ແອນ

cri
ຕາມ​ຂ່າວCRI:ວັນ​ທີ 15 ທັນວາ,ທ່ານ​ອັບບາສ ປະທານ​ຄະນະ​ບໍລິຫານ​ງານ​ອົງ​ການ​ປົດ​ປ່ອຍ​ປາ​ເລັສ​ຕີນທີ່​ພວມ​ຢ້ຽມຢາມ​ອາ​ລາ​ບີ ຊາ​ອູ​ດິດກ່າວ​ເນັ້ນ​ວ່າ, ຂໍ້​ລິ​ເລີ່​ມສັນ​ຕິພາບ​ທີ່​ຜ່ານ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ປະ​ເທດ​ອາ​ລັບ​ທີ່​ຈັດ​ຂຶ້ນ​ຢູ່​ເບ​ລຸດ​ໃນ​ປີ 2001 ນັ້ນ​ແມ່ນ​ຊ່ອງ​ທາງ​ແກ້​ໄຂ​ການ​ປະ​ທະ​ກັນ​ລະຫວ່າງ​ປາ​ເລັສ​ຕີນ​ກັບ​ອິສລະ​ແອນ.

ທ່ານ​ອັບບາສ​ເວົ້າວ່າ,ຂໍ້​ລິ​ເລີ່​ມສັນຕິພາບ​ມີ​ເນື້ອ​ໃນ​​ກວ້າງຂວາງ,​ເຊິ່ງລວມທັງ​​ເນື້ອ​ໃນ​ແຜນ​ການ​ເສັ້ນ​ທາງ​ສັນຕິ​ພາບ​ຕາ​ເວັນ​ອອກ​ກາງ,​ເນື້ອ​​ໃນ​ຂອງມະຕິ​ເລກ 1515 ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ປາ​ເລັສ​ຕີນ​ອິສລະ​ແອນ​ຂອງ​ສະຫະ​ປະຊາ​ຊາດ,​ສະ​ນັ້ນ,ການ​ປະຕິບັດ​ຂໍ້​ລິ​ເລີ່​ມສະ​ບັບນີ້​ຢ່າງ​ແທ້​ຈິງ​ຈຶ່ງ​ແມ່ນ​ຊ່ອງ​ທາງ​ແກ້​ໄຂ​ການ​ປະ​ທະ​ກັນລະ​ຫວ່າງ​ປາ​ເລັສ​ຕີນ​ກັບ​ອິລະ​ແອນ.

​ແຕ່​ວ່າ,​ໃນມື້​ດຽວ​ກັນ,ອົງການ​ຮາ​ມາສ​ແລະ​ອົງການ​ຈີຮັດ​ຂອງ​ປາ​ເລັສຕີນ​ຕ່າງ​​ໄດ້ອອກ​ຖະ​ແຫຼງການ,ປະຕິ​ເສດ​ອີກ​ເທື່ອ​ໜຶ່ງ​ຕໍ່ຄຳ​ຮຽກຮ້ອງ​ຂອງ​ທ່ານ​ອັບບາສທີ່​ສະ​ເໜີ​ໃຫ້​​ເຊົາ​ຄັດ​ຄ້ານ​ອິສລະ​ແອນ​ດ້ວຍ​ກຳລັງ​ອາວຸດ​,​ແລະ​ເວົ້າວ່າ,ຈະ​ສືບ​ຕໍ່​ຕ້ານ​ຢັນ​ການ​ຍຶດ​ຄອງ​ຂອງ​ອິສລະ​ແອນ​ດ້ວຍ​ຮູບ​ການ​ຕໍ່​ສູ້ດ້ວຍ​ກຳ​ລັງ​ອາວຸດ.

ນອ​ກນີ້​ຂ່າວ​ແຈ້ງວ່າ,ວັນ​ທີ 15 ທັນວາ,ທ່ານອາ​ບູນ.​ເກ​ອິດ ລັດຖະມົນຕີ​ການ​ຕ່າງປະ​ເທດ​ເອຢິບ​ຮຽກຮ້ອງ​ປະຊາ​ຄົມ​ໂລກ​ຊ່ອຍ​ປາ​ເລັສຕີນ​ຈັດການ​ເລືອກຕັ້ງທົ່ວ​ໄປ​ຕາມ​ເວລາ​ກຳນົດ,​​ແລະຊຸກຍູ້​ໃຫ້​ອິສລະ​ແອນ​ຖອນ​ທະຫານອອກ​ຈາກ​​ດິນແດນ​ປາ​ເລັສຕີນ​ທີ່​ຖືກ​ຍຶດ​ຄອງ.