ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-16 21:41:46    
ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິດ​ລະສະ​ແອນ​ກ່າວ​ວ່າ​ອິດ​ສະ​ລະ​ແອນ​ຄວນ​ປະຕິບັດ​ພັນ​ທະ​ທີ່​ກ່ຽວຂ້ອງ​ທີ່​ກຳນົດ​ໄວ້​ໃນ​ແຜນການ​ເສັ້ນທາງ​ຕາ​ເວັນ​ອອກ​ກາງ

cri Author: q
ຕາມ​ຂ່າວCRI,ວັນ​ທີ15​ທັນວາ,ທ່ານ​ຊາ​ໂລມ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິດ​ສະ​ລະ​ແອນ​ກ່າວ​ວ່າ,​ອິດ​ສະລະ​ແອນ​ຄວນ​ປະ​ຕິ​ບັດ​ພັນ​ທະ​ທີ່​ກຳນົດ​ໄວ້​ໃນ​ແຜນ​ການ​ເສັ້ນ​ທາງ​ສັນ​ທິ​ພາ​ບຕາ​ເວັນ​ອອກ​ກາງ,​ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ຈັດ​ກອງ​ປະຊຸມ​ສາ​ກົນ​ກ່ຽວ​ກັບ​ບັນ​ຫາ​ຕາ​ເວັນ​ອອກ​ກາງ.

ທ່ານ​ຊາ​ໂລມ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ງານ​ສຳ​ມະ​ນາ​ເທື່ອ​ໜື່ງກ່ຽວ​ກັບ​ບັນ​ຫາ​ການ​ຕ່າງ​ປະ​ເທ​ດ​ແລະ​ຄວາມ​ປອດ​ໄພ​ຂອງ​ອິດ​ສະ​ລະ​ແອນ.​ທ່ານ​ກ່າວ​ວ່າ,​ເພື່ອ​ຊຸກ​ຍູ້​ຂະ​ບວນ​ວິ​ວັດ​ສັນ​ຕິ​ພາບ,​ອິດ​ສະ​ລະ​ແອນ​ຕ້ອງ​ມ້າງ​ຈຸດ​ຕັ້ງ​ຖິ່ນ​ຖານ​ທີ່​ຜິດ​ກົດ​ໝາຍ,​ແລະ​ຖອນ​ໜີ​ອອກ​ຈາກ​ເຂດ​ປາ​ເລັສ​ຕິນ​ທີ່​ຖືກ​ຍຶດ​ຄອງ​ພາຍ​ຫຼັງ​ປາ​ເລັສ​ຕິນ​ກັບ​ອິດ​ສະ​ລະ​ແອນ​​ເກີດ​ການ​ປະ​ທະ​ກັນ​ເມື່ອ​ເດືອນ​ກັນຍາ​ປີ​2000.​ພ້ອມ​ກັນ​ນັ້ນ,​ທ່ານ​ຊາ​ໂລມ​ຍັງ​ກ່າວ​ວ່າ,​ມີ​ຄວາມ​ຈຳ​ເປັນ​ໄຂ​ກອງ​ປະຊຸມ​ສາກົນ​ເທື່ອ​ໜຶ່ງ​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ,​ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຕໍ່​ຊັ້ນ​ຜູ້ນຳ​ຊຸດ​ໃໝ່​ຂອງ​ປາ​ເລັສ​ຕິນ.