ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-17 16:07:17    
ນ້ຳ​ຕາ​ແມ່ນ​ເຄື່ອງ​ພະຍາ​ກອນ​ສຸຂະ​ພາບ

cri
ເວົ້າ​​ໃນດ້ານ​ແພດ​ສາດ​ແລ້ວ​,ນ້ຳຕາ​ແມ່ນ​ທາດ​ແຫຼວທີ່​ລະບາຍ​ອອກ​ຈາກ​ຕ່ອມ​ນ້ຳຕາ,​ຕ່ອມ​ນ້ຳຕາຢູ່​ບ່ອນ​ເທິງ​ຂອງ​ໜ່ວຍ​ຕາ.ຄົນ​ທຳ​ມະ​ດາສະ​ເລ່ຍ​ແລ້ວ ນາທີ​ໜຶ່ງ​ພັບ​ຕາປະ​ມານ 13 ​ເທື່ອ,ພັບ​ຕາ​ເທື່​ອ​ໃດ,​ໜັງ​ຕາ​ກໍ​ນຳ​ເອົາ​ນ້ຳຕາ​ໜ້ອຍ​ໜຶ່ງ​ອອກ​ຈາກ​ຕ່ອມ​ນ້ຳຕາ.​ໃນ​ເວລາ​ຄົນ​ເຮົາ​ພັບ​ຕາ,ນ້ຳ​ຕາ​ທຳ​ຄວາມ​ສະ​ອາດ​ຂອງຕາ,​ເຊັ່ນ​ສາ​ມາດ​ລ້າງ​ເຊາະ​ສິ່ງ​ບໍ່​ດີ ສິ່ງ​ກະ​ຕຸ້ນ​ເປັນຕົ້ນ.

ດຽວ​ນີ້,ນັກວິ​ທະຍາ​ສາດ​ບາງ​ຄົນ​ກຳ​ລັງ​ຄົ້ນຄວ້າ​ບົດບາດ​ອື່ນໆ​ຂອງ​ນ້ຳຕາ,​ເຊັ່ນ,​ສາຍ​ພົວ​ພັນ​ລະ​ຫວ່າງ​ນ້ຳຕາ​ກັບ​ອາລົມ​.​ໃຜໆ​ກໍ​ຮູ້​ດີແລ້ວ​ວ່າ,​ເມື່ອ​ຜູ້​ໃດຜູ້​ໜຶ່ງ​ຮູ້​ສຶກ​​ໂສກ​ເສົ້າ​ສະຫຼົດ​ໃຈ,ນ້ຳຕາ​ກໍໄຫຼ​ອອກ​ອາບ​ແກ້ມ​ອາບ​ໜ້າ,​ບາງທີ​ທັງ​ມີນ້ຳຂີ້​ມູກ​ໄຫຼ​ອອກ​ມາ​ພ້ອມ.ນີ້​ແມ່ນ​ຍ້ອນ​ວ່າ,ນ້ຳຕາ​ຫຼວງ​ຫຼາຍ​ໄຫຼ​ຜ່ານ​ທໍ່ນ້ຳ​ຕາ,​ຖົງ​ນ້ຳ​ຕາແລະ​ທໍ່ນ້ຳ​ດັງ,ຜ່ານ​ໂຜ້ງ​ຮູດັງ​ໄຫຼ​ອອກ​ຈາກ​ຮ່າງ​ກາຍ.

ນັກ​ວິທ​ະຍາ​ສາດ​ໄດ້​ຄົ້ນ​ຄວ້າ​​ເຫັນ​ພົບ​ວ່າ,ນ້ຳ​ຕາ​ສາມາດ​ຜ່ອນ​ຄາຍ​ຄວາມ​ກົດ​ດັນ​ຂອງ​ຄົນ​ເຮົາ.​ພວກ​ເຂົາ​ເຈົ້າ​ວິ​​ເຄາະ​ທາງ​ເຄມີ​ຕໍ່ນ້ຳຕາ​​ແລ້ວ​ປະກົດ​ເຫັນ​ວ່າ,​ໃນ​ນ້ຳຕາ​ມີ​ທາດ​ເຄມີ​ທີ່​ສຳຄັນ​ສອງ​ຢ່າງ.​ສິ່ງ​ທີ່​ເປັນຕາ​ສົນ​ໃຈນັ້ນ​ແມ່ນ,​ທາດ​ເຄມີ​ສອງ​ຢ່າງ​ດັ່ງກ່າວ​ພຽງ​ແຕ່​ຢູ່​ໃນ​ນ້ຳຕາ​ທີ່​ໄຫຼ​ອອກ​ຍ້ອນ​ອາ​ລົມຖືກ​ຜົນສະ​ທ້ອນ,​ໃນ​ເວລາ​ຖືກ​ບົວ​ກະ​ຕຸ້ນ​ເສັ້ນປະ​ສາດ​ແລ້ວນ້ຳຕາ​ໄຫຼ​ອອກ​ນັ້ນພັດ​ວິ​​ເຄາະ​ທາດ​ເຄມີ​ດັ່ງ​ກ່າວບໍ່​ອອກ.​ສະນັ້ນ,​ພວກ​ເຂົາ​ເຈົ້າ​ເຫັນ​ວ່າ,ການ​ລະບາຍ​ນ້ຳຕາ,ສາມາດ​ລົບ​ລ້າງ​ທາດ​ເຄມີ​ໃນ​ຮ່າງ​ກາຍ​ຍ້ອນ​ຄວາມ​ໂສກ​ເສົ້າ​ສະຫຼົດ​ໃຈ,​ແລ້ວ​​ຜ່ອນຄາຍ​ຄວາມ​ກົດ​ດັນ​ທາງ​ຈິດ​ໃຈ,ໃຫ້​ອາລົມ​ເບີກບານ​ມ່ວນ​ຊື່ນຂຶ້ນ.

ຜູ້​ຊ່ຽວ​ຊານ​ເຫຼົ່າ​ນີ້​ເຄີຍ​ຈັດ​ຕັ້ງ​ຍິງ​ຊາຍ 200 ກວ່າ​ຄົນ​ທົດ​ລອງ​ໄດ້ 1 ​ເດືອນ,​ສຸດ​ທ້າຍ​ມີ​ຜູ້ຍິງ 85%​ແລະ​ຜູ້​ຊາຍ 73% ​ເວົ້າ​ວ່າ,​ພາຍ​ຫັຼງ​ໄຫ້​ແລ້ວ ພວກ​ເຂົາ​ເຈົ້າຮູ້​ສຶກສະ​ບາຍ​ໃຈ​ຫຼາຍ​ກວ່າ​ເກົ່າ,ສະ​ເລ່ຍ​ແລ້ວ ຄວາມ​ຮູ້ສຶກ​ກົດ​ດັນ​ກໍ​ຫຼຸດ​ລົງປະ​ມານ 40%.ຜົນ​ການ​ທົດ​ລອງ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ,ຄວາມ​ສາມາດ​ການ​ໄຫ້​ຂອງ​ຜູ້​ຊາຍ​ບໍ່​ທໍ່​ຜູ້​ຍິງ,ຈຳ​ນວນ​​ເທື່ອ​ຂອງ​ການ​ໄຫ້​ຂອງ​ຜູ້​ຊາຍ​ມີ​ແຕ່ 1 ສ່ວນ 5 ຂອງ​ຜູ້ຍິງ,​ພ້ອມ​ກັນ​ນັ້ນ​ຍັງ​ມີ​ຜູ້​ຊາຍ 45% ​ເຖິງ​ວ່າ​ໄຫ້​ແລ້ວ,​ແຕ່​ນ້ຳຕາ​ບໍ່​​ໄດ້ໄຫຼ​ອອກ,​ແຕ່​ນ້ຳຕາ​ຂອງ​ຜູ້ຍິງ​ສ່ວນ​ຫຼາຍ​ໄດ້ໄຫຼ​ອອກ​ມາ​ເລີຍ,ມີ​ພຽງແຕ່​ 6% ນ້ຳ​ຕາບໍ່​​ໄດ້​ໄຫຼ​ອອກ.

ນັກວິ​ທະຍາ​ສາດ​ເຫັນ​ວ່າ,ການ​ອົດ​ກັ້ນບໍ່​ໃຫ້​ນ້ຳຕາ​ໄຫຼ​ອອກ​​ນັ້ນ​​ແມ່ນບໍ່​ຄວນ​ສົ່ງ​ເສີມ.ຜູ້​ຊາຍ​ມັກ​ຄວບ​ຄຸມ​ອາລົມ​​ແລະ​ນ້ຳຕາ​ຂອງ​ພວກ​ເຂົາ​ເຈົ້າ,ສະ​ນັ້ນ,​ພວກ​ເຂົາ​ເຈົ້າ​ມັກ​ເປັນ​ພະຍາດ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ກົດ​ດັນ​ທາງ​ຈິດ​ໃຈງ່າຍ​ກວ່າ​ຜູ້ຍິງ,​ເຊັ່ນ​ພະຍາດ​ແຜ​ເປື່ອຍ​ເປັນ​ຕົ້ນ.ສະ​ນັ້ນ​ເວົ້າ​ໄດ້​ວ່າ,ຄົນ​ເຮົາ​ຄວນ​ປ່ຽນ​ແປງ​ທ່າ​ທີ​ຕໍ່​ການ​ໄຫ້,​ຍ້ອນ​ວ່າການ​ໄຫ້​ແມ່ນ​ປະກົດ​ການ​ສະ​ລິ​ລະທຳ​ມະ​ຊາດ​ຊະນິດ​ໜຶ່ງ,​ຖ້າ​ວ່າ​ອົດ​ທົນ​ບໍ່​ໄຫ້ ຈະ​ມີ​ຜົນ​ຮ້າຍ​ຕໍ່​ສຸ​ຂະ​ພາບ.ດັ່ງ​ນັ້ນ,​ການ​ໄຫ້​ແລະ​ການ​ຫົວ​ລ້ວນ​ແຕ່​ແມ່ນ​ຊ່ອງ​ທາງ​ທີ່​ລະບາຍ​ອາລົມ.

ນັກ​ວິທະຍາ​ສາດ​ຍັງ​ພົບ​ເຫັນ​ວ່າ,​ໃນ​ນ້ຳຕາ​ມີ​ທາດ​ເຄມີ​ທີ່​ສັບສົນ​ທີ່​ສຸດ,ພາກ​ສ່ວນ​ປະກອບ​ຂອງ​ມັນ​ຈະ​ປ່ຽນ​ແປງ​ນຳ​ພະຍາດ​ແລະ​ສະພາບ​ການ​ກິນ​ຢາ​ຂອງ​ຄົນ.ສະ​ນັ້ນ,ນ້ຳຕາ​ສາມາດ​ສ່ອງ​ແສງສະພາບ​ສຸຂະ​ພາບ​ຢ່າງ​ຄັກ​ແນ່,ທັງ​ສາມາດ​ເປັນ​ເຄື່ອງ​ກວດ​ນັກ​ກິລາ​ໄດ້​ກິນ​ຢາ​ຫ້າມ​ຫຼື​ບໍ່.

ພວກ​ເຂົາ​ເຈົ້າ​ກ່າວ​ວ່າ,ຈະ​ວິ​ເຄາະ​ນ້ຳຕາ​ຢ່າງ​ລະອຽດ​ລະ​ອໍ,​ເພື່ອ​ປະ​ກົດ​ເຫັນ​ພະຍາດ,​ຊອກ​ຫາ​ສາຍ​ເຫດ​ຂອງ​ພະຍາດ.​ວຽກ​ງານ​ຄົ້ນ​ຄວ້າ​ເຫຼົ່າ​ນີ້,ຈະ​ແກ້ຄວາມ​ລັບ​ຂອງ​ນ້ຳຕາ​ຕື່ມ​ອີກ​,​ແລ້ວ​ໃຊ້​ເຂົ້າ​ໃນ​ການ​ປີ່ນ​ປົວ,​ສ້າງ​ຄວາມ​ສຸກ​ໃຫ້​ມວນ​ມະນຸດ.