ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-17 21:36:15    
ສູ​ບຢາ​ຕ້ອງ​ລະວັງເວລາ​ແລະ​ສະຖານ​ທີ່

cri

ສູບຢາ​ມີ​ຜົນ​ຮ້າຍ​ຕໍ່​ສຸຂະພາບ,ທັງ​ນີ້​ແມ່ນ​ໃຜໆ​ກໍ່​ຮູ້​ແລ້ວ,​ແຕ່​ສູບຢາ​ບໍ່​ຖືກ​ເວລາ ສ່ິງ​ແວດ​ລ້ອມ​ແລະ​ສະຖານ​ທີ່​ຍ່ິງ​ມີ​ຜົນ​ຮ້າຍ,ທັງນີ້​ອາດ​ຈະ​ແມ່ນ​ຜູ່​ທີ່​ສູບ​ຢາ​ຫຼາຍ​ຄົນ​ບໍ່​ ​ໄດ້​ຄຽດຄຶດ
​ຄວາມເຂົ້າ​ໃຈ​ຜິດຂ້ໍ​ທີ​ຫນ່ຶງ​ຄື ຕອນ​ເຊົ້າ​ສູບຢາ​ກອກ​ຫນ່ຶງ,ມີຈິດ​ໃຈສົດ​ຊື່ນຫມົດ​ມື້,ຄວາມ​ເວົ້າ​ນີ້​ແມ່ນ​ຄວາມ​ຮູ້ສຶກ​ຂອງ​ຜູ່​ສູບຢາມາ​ດົນ​ນານ,​ເລື່ອງ​ທຳ​ອິດ​ໃນ​ຕອນ​ເຊົ້າ​ກໍ​ແມ່ນ​ສູບ​ຢາກ​ອກຫນ່ຶງ,ຍັງ​ເວົ້າ​ວ່າ​ສູບຢາ​ສາມາດ​ເຮັດ​ໃຫ້​ຈິດ​ໃຈສົດ​ຂື່ນ ຖ້າວ່າຕື່ນ​ເຊົ້າມາ​ບໍ່​ສູບຢາກອກ​ຫນ່ຶງ,ກໍ່​ບໍ່​ຮູ້​ຈະ​ເຮັດ​​ແນ​ວ​ໃດ,ຈົນ​ເຖິງ​ຂັ້ນ​ຮູ້ສຶກ​ວ່າ​ຍັງ​ ມີ​ເລື່ອງ​ໃດ​ຫນ່ຶງບໍ່​ທັນ​ເຮັດ, ​ໂດຍ​ສະ​ເພາະ​ຜູ່​ທີ່​​ແງ້ນ​ຢາ,​ເວລາຕື່ນ​ມາ​ຍັງ​ຢູ່​ຕຽງ​ກໍ​ຟ້າວສູບຢາ​ກ່ອນ, ບໍ່​ຮູ້​ວ່າ​ເມື່ອ​ນອນ​ຫມົດ​ຄືນ​ແລ້ວ,ອາກາດ​ໃນ​ຫ້ອງ​ນອນຍັງ​ບໍ່​ທັນ​ລຸ​ລ່ວງ​ເທື່ອ,ອາກາດບໍ່​ດີ​ນີ້​ປົນ​ກັບຄວັນ​ຢາ​ຖືກ​ສູບ​ເຂົ້າ​ໃນ​ປອດ,ນອກ​ນີ້​,ຍັງ​ບໍ່ທັນກິນ​ເຂົ້າ​ກໍ​ສູບຢາ,ຄວັນ​ຢາ​ຈະ​ເຮັດ​ໃຫ້​ຫຼອດລົມ​ຫາຍ​ໃຈ​ປ່ອຍ​ທາດ​ແຫຼວ​ຊືມອອກ​ມາ,ດົນ​ ຕາມ​ດົນ​ກໍຈະ​​ເຮັດ​ໃຫ້​ຫຼອດ​ລົມຫາຍ​ໃຈ​ອັກ​ເສບຊ້ຳ​ເຮື​້ອ,ມີ​ຄຳ​ພັງ​ເພີຍ​ວ່າ,ຕອນ​ເຊົ້າ​ສູບຢາ,ຕາຍ​ໄວ, ຄຳ​ພັງ​ເດີ​ຍນີ້​ໄດ້​ຕັກ​ເຕືອນ​ຄົນ,​ເຖິງ​ວ່າຄຳ​ພັງ​ເພີຍນີ້​ເວົ້າ​ໂຍກ​ແດ່,​ແຕ່​ກໍຊີ້​ບອກໃນ​ລະດັບ​​ໃດ​ຫນ່ຶງວ່າ​ສູບຢາ​ໃນ​ຕອນ​ເຊົ້າ​ມີ​ຜົນ​ຮ້າຍ​ອັນຫນັກຫນ່ວງ.


​ຄວາມເຂົ້າ​ໃຈ​ຜິດ​ທີ​ສອງ​ຄື:ກິນ​ເຂົ້າ​ແລ້ວ​ສູບຢາ​ກອກ​ຫນ່ຶງ,ສະບາຍ​ປານເທວະ​ດາ, ເວົ້າ​ສຳລັບ​ຜູ່​ສູບຢາ​ແລ້ວ​ຍ່ິງຈະ​ພາ​ໃຫ້​ຄົນ​ເຂົ້າ​ໃຈ​ຜິດ,​ເມື່ອກິນ​ເຂົ້າ​ແລ້ວ,​ເລືອດ​ຈໍລະ​ຈອນ​ເພ່ີມ​ຂຶ້ນ,ທາດນີ​ໂກຕິນຖືກ​ດູດ​ເຂົ້າ​ໃນ​ເລືອດຢ່າງ​ວ່ອງ​ໄວ,​ເຮັດ​ໃຫ້​ຄົນ​ຢູ່​ໃນ​ສະພາບຕື້ນ​ຕັນ​ໃຈ,ຈ່ິງ​ຮູ້​ສຶກສະຫມອງ​ປອດ​ໂປ່​ງ,ກໍ​ຄື​ຜູ່​ຕິດ​ຢາ​ເວົ້າ​ນັ້ນວ່າ​ສະບາຍ​ປານເທວະ​ດາ,ທີ່​ຈິງ​ແລ້ວ,ກິນ​ເຂົ້າ​ແລ້ວ​ສູບຢາ​ກອກ​ຫນ່ຶງ,ມີ​ຜົນ​ຮ້າຍຫຼາຍ​ກວ່າສູບຢາ10 ກອກ​​ໃນ​ຍາມ​ທຳ​ມະ​ດາ,​ເພາະວ່າ​ກິນ​ເຂົ້າ​ແລ້ວ​ກາ​ໂລ​ລີ​ໃນ​ຮ່າງກາຍ​ຄົນເພ່ີມ​ຂຶ້ນ,


ຍາມ​ນີ້​ສູບຢາ​ອາດ​ຈະ​ເຮັດ​ໃຫ້ການ​ຊືມພື້ນຖານຂອງ​ທາດ​ໂປຼຕິນແລະເກືອກາກ​ໂບນາດຖືກ​ລະງັບ,​ເຮັດ​ໃຫ້​ອາຫານ​ລະລາ​ຍຍາກ,​ແລະ​ກະທົບກະ​ເທືອ​ນ​ເຖິງ​ການດູ​ດຮັບທາດ​ບຳລຸງ,ສະ​ນັ້ນ,ອາດ​ເວົ້າ​ໄດ້​​ວ່າ,ກິນ​ເຂົ້າ​ແລ້ວ​ສູບຢາ,ມີ​ຜົນ​ຮ້າຍ​ຫາ​ອັນ​ປຽບ​ບໍ່​ໄດ້.


​ຄວາມເຂົ້າ​ໃຈ​ຜິດຂ້ໍ​ທີ​ສາມ​​ເວລາຫມູ່​ເພື່ອນ​ໂອ້​ລົມກັນ,ກໍ​ຈະ​ຕ້ອງ​ດື່ມເຫຼົ້າ​ສູບຢາ,ຫຼາຍໆ​ຄົນ​ລ້ວນ​ແຕ່​ມັກ​ສູບຢາ​ໃນ​ເວລາ​ດື່ມ​ເຫຼົ້າ,ເຫັນ​ວ່າ​ຫມູ່​ຢູ່​ນຳ​ກັນ,ຕ້ອງ​ກິນ​ເຫຼົ້າສູບຢາ,​ແນວ​ນີ້​ຈ່ິງ​ມີ​ບັນຍາກາດ​ດີ,ຂາດ​ອັນ​ໃດ​ກໍບໍ່​ໄດ້, ດື່ມເຫຼົ້າ​ຫຼາຍ​ແລ້ວ,ກໍ​ສູບ​ຢາກ​ອກຫນ່ຶງ,ຄື​ວ່າມ່ວນຊື່ນ​ຫຼາຍ,​ແຕ່​ວ່າ​ເຈົ້າ​ອາດ​ຈະ​ບໍ່​ຮູ້​ວ່າ,ທັງ​ດື່ມເຫຼົ້າ​ທັງສູບຢາ​ໄປ​ພ້ອມ​ຍ່ິງມີ​ຜົນ​ຮ້າຍຫຼາຍ​ກວ່າ​ພຽງ​ດື່ມ​ເຫຼົ້າ​ຫຼື​ສູບຢາຢ່າງ​ດຽວ,​ເພາະວ່າ​ເຫຼົ້າຈະ​ລະລາຍ​ຢູ່​ໃນຄວັນກອກຢາ,ຊຸກ​ຍູ້​ໃຫ້​ທາດ​ທີ່ພາ​ໃຫ້ເປັນ​ມະ​ເຣັງຍ້າຍ​ເຂົ້າ​ສູ່  ຈຸ​ລັງ,ມີ​​ເອກະສານ​ຂ້ໍ​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ,ຜູ່​ເປັນ​ມະ​ເຮັງ​ປາກ​ມີ​ຈຳນວນ 70% ກ່ຽວ​ພັນ​ເຖິງ​ທັງ​ສູບ​ຢາ​ທັງ​ກິນ​ເຫຼົ້າ,ສ່ິງ​ທີ່​ຫນັກຫນ່ວງ​ກວ່າ​ຫມູ່​ນັ້ນແມ່ນ​ທັງ​ກິນ​ເຫຼົ້າ​ທັງ​ສູບຢາ​ຈະ​ເຮັດ​ໃຫ້​ສັບພະ​ຄຸນ​ລະລາຍ​ຂອງ​ຕັບ​ລົບ​ລ້າງ​ແຕ່​ເຫຼົ້າ​​ ​ໄດ້​ພັດ​ລົບ​ລ້າງ​ແນວ​ອື່ນຍາກ,ຈະ​ເຮັດ​ໃຫ້​ທາດ​ພິດ​ໃນ​ຢາ​ສູບ​ຈົມໃນ​ຮ່າງກາຍ​​ຂອງ​ຄົນຫຼາຍ​ຊ່ົວ​ໂມງ​ຈົນ​ເຖິງ​ຂັ້ນ​ຫຼາຍ​ມື້ອັນ​ໄດ້ເພ່ີມ​ທະວີ​ຜົນ​ຮ້າຍຕໍ່​ຮ່າງກາຍ,ສະ​ນັ້ນ, ທັງກິນເຫຼົ້າທັງ​ສູບຢາ​ຈະ​ມີ​ອັນຕະລາຍ​ຕໍ່​ສຸຂະພາບ​ແລະ​ຊີວິດ.


​ຄວາມເຂົ້າ​ໃຈ​ຜິດຂ້ໍ​​ທີ​ສ່ີ​,​​ໄປ​ຫ້ອງ​ນ້ຳ​ທັງ​ສູບຢາສະດວກ​ທັງ​ສອງ​ຢ່າງ,ຫຼາຍ​ຄົນ​ເຫັນ​ວ່າ​ໃນ​ຫ້ອງ​ນ້ຳ​ມີ​ກ່ິນ​ເຫມັນ,ສູບຢາ​ສາມາດ​ຫຼຸດກ່ິນ​ເຫມັນ,ທີ່​ຈິງ​ແລ້ວ,​ໃນ​ຫ້ອງ​ນ້ຳ​ກ່ິນ​ອາ​ໂມ​ນີອັກ​ສູງ​ກວ່າ​ບ່ອນ​ອື່ນໆ,ທາດ​ອົກ​ຊີ​ແຊນ​ຫນ້ອຍ​ກວ່າ​,​ແຕ່​ໃນ​ກໍລະນີ​ມີ​ອົກ​ຊີ​ແຊນ​ຫນ້ອຍ,ຢາສູບ​ອາດ​ຈະ​ມີ​ທາດ​ຊຸມ​ເຟີ​ດີ​ອົກ​ສິດ​ແລະ​ອອກ​ຊິດ​ເດີ​ກາກ​ບອນ​ຍ່ິງ​ຫຼາຍ​ໃຕ້​ສະພາບ​ຂາດ​ອົກ​ຊີ​ແຊນ,ຈົນ​ເຮັດ​ໃຫ້​ອາຍ​ພິດ​ແລະ​ເຊື້ອ​​ໂຣກໃນ​ຫ້ອງ​ນ້ຳ​ຖືກ​ດູດ​ເຂົ້າ​ໃນ​ປອດ,ຈ່ິງ​ມີ​ຜົນ​ຮ້າຍ​ທີ່​ສຸດ​ຕໍ່​ສຸຂະ​ພາບ,ຜູ່​ເປ​ັນ​ໂຣກ​ຫມາກ​ຫົວ​ໃຈ​ວາຍ​ແລະ​ຫຼອດ​ລົມຫາຍ​ໃຈ​ອັກ​ເສບ​​ຊ້ຳ​ເຮື້ອຄັນ​ສູບຢາ​ໃນ​ຫ້ອງ​ນ້ຳ,ອາດ​ຈະ​ ​ພາໃຫ້​​ເຈັບຫມາກ​ຫົວ​ໃຈ  ​ຫົວ​ໃຈ​ວາຍອັດ​ຕັນ​ຫຼື​ຫຼອດ​ລົມຫາຍ​ໃຈ​ອັກ​ເສບ​ກະທັນຫັນສະ​ນັ້ນ​ຜູ່​ຕິດ​ຢາສູບ​ຕ້ອງ​ລະວັງ​ເວລາ​ແລະສະຖານ​ທີ່​ສູບຢາ,ທຳ​ມະ​ດາ​ແລ້ວ,ຖ້າພິຈາລະນາເຖິງ​ສຸຂະພາບ​ຂອງ​ຕົນ,ອອກ​ຢາ​​ໄດ້ແມ່ນ​ດີ​ທີ່​ສຸດ.

,