ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-17 21:45:49    
ທະຫານ​ອິດສະ​ລາ​ແອນ​ດຳ​ເນີນການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຮອບ​ໃໝ່​ຢູ່​ພາກ​ໃຕ້​ກາຊາ(ພາບ)

cri Author: li

ຕາມ​ຂ່າວ CRI​: ວັນ​ທີ 17 ທັນວາ ຢູ່​ສູນ​ອົບ​ພະຍົບຄານ​ຢູນິສ ພາກ​ໃຕ້​ກາຊາ ກອງ​ທະຫານ​ປ້ອງ​ກັນ​ປະ​ເທດ​ອິດສະ​ລາ​ແອນ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຮອບ​ໃໝ່​ທີ່​​ໃສ່​ຊື່ວ່າຊີກ​ໂສ້​ສີສົ້ມ,​ເພື່ອ​ແກ້​ແຄ້ນ​ການຫຼອນ​ໂຈມ​ຕີ​ດ້ວຍ​ກຳລັງ​ອາວຸດ​ທີ່​​ແນ​ໃສ່​ທະຫານ​ອິດສະ​ລາ​ແອນ​ໃນ​ໄລຍະ​ມໍ່ໆ​ນີ້.



ຝ່າຍ​ທະຫານ​ອິດສະ​ລາ​ແອນ​ແຈ້ງຂ່າວວ່າ,ຕອນ​ຮຸ່ງ​ເຊົ້າວັນ​ທີ 17 ທັນວາ ລົດ​ເກາະ​ແລະ​ລົດດຸດ​ດິນ​ທີ່​ບັນທຸກ​ທະຫານ​ອິດສະ​ລາ​ແອນ​ໄດ້​ແລ່ນ​ເຂົ້າ​ເບື້ອງ​ຕາ​ເວັນ​ຕົກ​ຂອງ​ສູນ​ອົບ​ພະຍົບຄານ​ຢູນິສ,​ແລະ​ໄດ້​ປະ​ທະ​ກັນ​ກັບ​ຜູ້​ປະກອບ​ອາວຸດ​ຂອງ​ປາ​ເລັສຕີນ.

 

ຂ່າວ​ຈາກ​ຝ່າຍປາ​ເລັສຕີນ​ແຈ້ງວ່າ,ການ​ປະ​ທະ​ກັນ​ໄດ້​ເຮັດ​ໃຫ້​ຝ່າຍ​ປາ​ເລັສຕີນ​ມີ 2 ຄົນ​ເສຍ​ຊີວິດ 8 ຄົນ​ບາດ​ເຈັບ.

ຕາມ​ຊາບວ່າ,ການ​ເຄື່ອນ​ໄຫວ​ຂອງ​ທະຫານ​ອິດ​ສະ​ລາ​ແອນ​ເທື່ອ​ນີ້​ອາດ​ຈະ​ສືບ​ເນື່ອງກັນຫຼາຍມື້.