ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-19 17:39:57    
ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ປະ​ເທດ​ອາ​ລັບ​ທີ່​ອ່າວ​ເປີ​ເຊຍ​ກ່າວ​ເນັ້ນ​ວ່າ​ຄັດ​ຄ້ານ​ອິດ​ທິ​ກຳ​ລັງ​ພາຍ​ນອກ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ອີ​ຣັກ

cri Author: sayanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ວັນ​ທີ 18 ທັນ​ວາ ທ່ານ​ອາ​ຕິ​ຢາ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ປະ​ເທດ​ອາ​ລັບ​ທີ່​ອ່າວ​ເປີ​ເຊຍ​ກ່າວ​ເນັ້ນ​ວ່າ, ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ຄັດ​ຄ້ານ​ອິດ​ທິ​ກຳ​ລັງ​ພາຍ​ນອກ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ອີຣັກ.

ທ່ານ​ອາ​ຕິ​ຢາ​ເວົ້າ​ວ່າ, ປະ​ເທດ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ເປັນ​ເອ​ກະ​ກັນ​ເຫັນ​ວ່າ, ອີ​ຣັກ​ປົກ​ປັກ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ປອດ​ໄພ​ຂອງ​ຕົນ​ເອງ​ແມ່ນ​ວິ​ຖີ​ທາງ​ພຽງ​ອັນ​ດຽວ​ທີ່​ໃຫ້​ອີ​ຣັກ​ເສີມ​ຂະ​ຫຍາຍ​ບົດບາດ​ສຳຄັນ​ຢູ່​ພາກ​ພື້ນ​ແຫ່ງ​ນີ້​ຄື​ໃຫມ່.

ທ່ານ​ອາ​ຕິ​ຢາ​ຍັງ​ກ່າວ​ວ່າ, ຄວນ​ໃຫ້​ຊາວ​ອີ​ຣັກ​ແລະ​ພັກ​ການ​ເມືອງ​ຍິ່ງ​ຫລາຍ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມັງກອນ​ປີ​ຫນ້າ, ​ເພື່ອ​ຮັບປະກັນ​ຄວາມ​ທ່ຽງ​ທຳ​ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ແລະ​ເຮັດ​ໃຫ້​ມັນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະ​ຊາ​ຊົນ​ອີຣັກ​ໃຫ້​ຫລາຍ​ເທົ່າ​ທີ່​ຈະ​ຫລາຍ​ໄດ້.